ຕອນບ່າຍວັນທີ 16 ກັນຍາປີ 2020, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເດີນທາງໄປເຖິງບ້ານເຜົ່າຢ້າວຊ່າໂຈ່ວຕາແສງເຜົ່າຢ້າວເວີນມິງເມືອງຢູເສີງນະຄອນເຊີ່ນໂຈ່ວ ເຊິ່ງເປັນບ່ອນທຳອິດທີ່ທ່ານສີຈິ້ນຜິງເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງຫູໜານ.
ເປັນຫຍັງທ່ານສີຈິ້ນຜິງຈິ່ງເລືອກເອົາບ້ານຊ່າໂຈ່ວເປັນບ່ອນທຳອິດໃນການສຳຫຼວດກວດກາວຽກງານຄັ້ງນີ້? ເພາະວ່າ ບ້ານເຜົ່າຢ້າວຊ່າໂຈ່ວເປັນບ່ອນທີ່ບໍ່ທຳມະດາ, ເລື່ອງລາວກ່ຽວກັບ “ຜ້າຫົ່ມເຄິ່ງຜືນ”ໃນສະໄໝເຄື່ອນທັບທາງໄກຂອງກອງທັບແດງໄດ້ເກີດຂຶ້ນຢູ່ບ້ານແຫ່ງນີ້.
ການເຄື່ອນທັບທາງໄກຂອງກອງທັບແດງຈີນຄືເຫດການປະຫວັດສາດທີ່ເກີດຂຶ້ນລະຫວ່າງ ປີ 1934ຫາ1936, ກອງທະຫານຫຼັກຂອງກອງທັບແດງກຳມະກອນຊາວນາຈີນທີ່ຢູ່ໃຕ້ການນຳພາຂອງພັກກອມມູນິດຈີນໄດ້ດຳເນີນການເຄື່ອນຍ້າຍທາງຍຸດທະສາດຈາກບັນດາຖານທີ່ໝັ້ນຢູ່ເຂດພາກໃຕ້ແມ່ນ້ຳຢາງຊີກ້ຽງເຄື່ອນຍ້າຍໄປເຕົ້າໂຮມກັນຢູ່ຖານທີ່ໝັ້ນປະຕິວັດຊ້ານຊີ່ກ່ານຊູ້ ທາງພາກເໜືອຂອງຈີນ. ການເຄື່ອນທັບທາງໄກສົມວ່າເປັນສິ່ງມະຫັດສະຈັນທີ່ຍິ່ງໃຫຍ່ໃນປະຫວັດສາດຂອງມວນມະນຸດ.ໃນການເຄື່ອນທັບເປັນເວລາສອງປີ, ເດີນທາງທັງໝົດ 25000 ກິໂລແມັດ, ກອງທັບແດງສູນກາງຈີນໄດ້ສູ້ຮົບ 380 ກວ່າຄັ້ງ, ສາມາດເອົາຊະນະກອງທັບສັດຕູພັກກົກມິນຕັງທັງໝົດຫຼາຍຮ້ອຍກອງພັນ, ໃນໄລຍະດັ່ງກ່າວ,ກອງທັບແດງໄດ້ເຄື່ອນທັບຜ່ານ 14 ແຂວງ, ຕໍ່ສູ້ດ້ວຍຄວາມລະອິດລະອ້ຽວ, ໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກແລະອຸປະສັກຕ່າງໆນານາ, ໃນທີ່ສຸດກໍໄດ້ເຮັດຫຼ້ອນໜ້າທີ່ອັນໜັກໜ່ວງໃນການເຄື່ອນຍ້າຍທາງຍຸທະສາດ. ໄຊຊະນະຂອງການເຄື່ອນທັບທາງໄກຂອງກອງທັບແດງໄດ້ສ້າງເງື່ອນໄຂໃຫ້ແກ່ຈີນໃນການຕໍ່ຕ້ານຟາຊິດຍິ່ປຸ່ນຜູ້ຮຸກຮານແລະສາມາດເສີມຂະຫຍາຍບົດບາດໃຫ້ກັບພາລະກິດປະຕິວັດຂອງຈີນ. ການເຄື່ອນທັບທາງໄກຂອງກອງທັບແດງໄດ້ສ້າງຈິດໃຈເຄື່ອນທັບທາງໄກທີ່ຍິ່ງໃຫຍ່, ເຊິ່ງໄດ້ເປັນກຳລັງແຮງອັນເຂັ້ມແຂງຍິ່ງໃຫຍ່ທີ່ເຮັດໃຫ້ການປະຕິວັດຈີນສາມາດຍາດໄດ້ໄຊຊະນະຢ່າງເນື່ອງນິດລຽນຕິດ.
ວັນທີ 21 ຕຸລາປີ 2016, ໃນເວລາທີ່ທ່ານສີຈິ້ນຜິງ ປະກອບຄຳເຫັນທີ່ສຳຄັນໃນພິທີລະນຶກໄຊຊະນະຂອງການເຄື່ອນທັບທາງໄກຂອງກອງທັບແດງຄົບຮອບ 80 ປີ, ທ່ານໄດ້ເລົ່າເຖິງເລື່ອງລາວ “ຜ້າຫົ່ມເຄິ່ງຜືນ”.
“ປະຫວັດສາດກ່ຽວກັບການເຄື່ອນທັບທາງໄກຂອງກອງທັບແດງກໍແມ່ນປະຫວັດສາດຕອນໜຶ່ງທີ່ສ່ອງແສງໃຫ້ເຫັນເຖິງຄວາມຮັກແພງລະຫວ່າງກອງທັບແລະປະຊາຊົນທີ່ປຽບເໝືອນປາກັບນ້ຳ. ຢູ່ບ້ານຊ່າໂຈ່ວເມືອງຢູເສີງແຂວງຫູໜານ, ທະຫານຍິງໃນກອງທັບແດງ 3 ຄົນໄດ້ຂໍພັກເຊົາຢູ່ເຮືອນຂອງແມ່ເຖົ້າສວີເຈຍຊິ້ວ, ກ່ອນຊິລາຈາກໄປ, ເຂົາເຈົ້າໄດ້ຕັດຜ້າຫົ່ມທີ່ມີພຽງຜືນດຽວຂອງຕົນເຄິ່ງໜຶ່ງໃຫ້ ແມ່ເຖົ້າ. ແມ່ເຖົ້າເວົ້າວ່າ ພັກກອມມູນິດແມ່ນຫຍັງ? ພັກກອມມູນິດແມ່ນຄົນແບບທີ່ວ່າ ເຖິງວ່າຕົນເອງມີຜ້າຫົ່ມພຽງຜືນດຽວເທົ່ານັ້ນກໍຕາມ, ກໍຈະຕັດເອົາເຄິ່ງໜຶ່ງມອບໃຫ້ປະຊາຊົນ. ການທີ່ຮ່ວມແຮງຮ່ວມໃຈກັບປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ, ຮັກແພງແລະສະໜິດສະໜົມກັນປານຄອບຄົວດຽວ,ຮ່ວມເປັນຮ່ວມຕາຍນຳກັນ ເຊິ່ງເປັນການຮັບປະກັນຂັ້ນພື້ນຖານທີ່ເຮັດໃຫ້ພັກກອມມູນິດຈີນແລະກອງທັບແດງສາມາດຍາດໄດ້ໄຊຊະນະໃນການເຄື່ອນທັບທາງໄກ ທັງເປັນການຮັບປະກັນຂັ້ນພື້ນຖານທີ່ເຮັດໃຫ້ພວກເຮົາສາມາດເອົາຊະນະຄວາມຫຍຸ້ງຍາກແລະຄວາມສ່ຽງທຸກຢ່າງໄດ້. ”
ເລື່ອງລາວປະຕິວັດ “ຜ້າຫົ່ມເຄິ່ງຜືນ”ທີ່ທ່ານສີຈິ້ນຜິງກ່າວເຖິງນັ້ນແມ່ນເກີດຂຶ້ນໃນເດືອນພະຈິກປີ 1934, ໃນເວລາທີ່ກອງທັບແດງສູນກາງໄດ້ຜ່າແນວຮົບຊັ້ນທີສອງຂອງກອງທັບສັດຕູພັກກົກມິນຕັງ, ກົມກອງຕ່າງໆຂອງກອງທັບແດງໄດ້ເຄື່ອນທັບໄປເຖິງບ້ານຊ່າໂຈ່ວເມືອງຢູເສີງແຂວງຫູໜານແລະແຫ່ງອື່ນໆຕາມໆກັນ ທັງໄດ້ພັກຜ່ອນເອົາແຮງຢູ່ທ້ອງຖິ່ນເຫຼົ່ານັ້ນເປັນເວລາໜຶ່ງອາທິດແລ້ວຈິ່ງອອກເດີນທາງຕໍ່ໄປ. ກໍແມ່ນໃນໄລຍະນັ້ນເອງ, ທະຫານຍິງ3ຄົນຂອງກອງທັບແດງ ທີ່ອິດເມື່ອຍຈົນໝົດແຮງໄດ້ຂໍເຂົ້າໄປພັກເຊົາຢູ່ໃນເຮືອນມຸງຫຍ້າທີ່ເກົ່າແກ່ຊຸດໂຊມຂອງສອງຜົວເມຍເຖົ້າສວີເຈຍຊິ້ວ. ຕອນນັ້ນ, ຄອບຄົວແມ່ເຖົ້າສວີເຈຍຊິ້ວທຸກຍາກທີ່ສຸດ ເຊິ່ງໃນເຮືອນເກືອບບໍ່ມີຫຍັງເລີຍ, ມີພຽງແຕ່ຕຽງໄມ້ໄຜ່ທີ່ປູດ້ວຍເຟືອງເຂົ້າແລະສາດຂາດຜືນໜຶ່ງ, ຜ້າຫົ່ມຂາດຜຸພັງຈົນກາຍເປັນກອງຝ້າຍ. ພວກທະຫານຍິງໄດ້ປະຖິ້ມສຳພາລະເຫຼືອແຕ່ຜ້າຫົ່ມຜືນດຽວໃນເວລາເຄື່ອນທັບອັນຟ້າວຝັ່ງຄັ້ງນັ້ນ,ແມ່ເຖົ້າສວີເຈຍຊິ້ວແລະທະຫານຍິງສາມຄົນໄດ້ຫົ່ມຜ້າຫົ່ມຜືນດຽວນອນຮ່ວມກັນຢູ່ເທິງຕຽງນັ້ນ.
ທະຫານຍິງທັງສາມຄົນໄດ້ກິນນອນແລະອອກແຮງງານຮ່ວມກັນກັບແມ່ເຖົ້າສວີເຈຍຊິ້ວ,ແລະຍັງໄດ້ຊ່ວຍແມ່ເຖົ້າແຕ່ງຢູ່ຄົວກິນອີກດ້ວຍ. ໃນເວລາຫວ່າງ, ກໍໄດ້ເລົ່າເຖິງເລື່ອງລາວຄວາມເປັນຈິງຂອງການປະຕິວັດສູ່ສອງຜົວເມຍເຖົ້າສວີເຈຍຊິ້ວຟັງ. ໄດ້ຫຼາຍມື້ແລ້ວ, ໃນຕອນຮຸ່ງເຊົ້າມື້ໜຶ່ງ, ທະຫານຍິງ 3 ຄົນຕ້ອງອອກເດີນທາງຕໍ່, ພວກນາງໄດ້ຕັດສິນໃຈມອບຜ້າຫົ່ມທີ່ຕົນມີພຽງຜືນດຽວນັ້ນໃຫ້ສອງຜົວເມຍເຖົ້າສວີເຈຍຊິ້ວ, ແຕ່ເວົ້າເກ້ຍກ່ອມແນວໃດສອງຜົວເມຍກໍບໍ່ຍອມຮັບເອົາຜ້າຫົ່ມ. ດັ່ງນັ້ນ, ທະຫານຍິງຜູ້ໜຶ່ງຈິ່ງຈົກເອົາມືດຕັດອອກມາຈາກຖົງເປ້ແລ້ວ ຕັດຜ້າຫົ່ມໃຫ້ເປັນສອງຕອນ, ນາງເວົ້າກັບແມ່ເຖົ້າສວີເຈຍຊິ້ວວ່າ: ຖ້າມື້ໃດ ການປະຕິວັດປະສົບຜົນສຳເລັດແລ້ວ,ຈະເອົາຜ້າຫົ່ມຜືນໃໝ່ມາໃຫ້ແມ່ເຖົ້າແນ່ນອນ. ແມ່ເຖົ້າສວີເຈຍຊິ້ວຮັບເອົາຜ້າຫົ່ມເຄິ່ງຜືນນັ້ນທັງນ້ຳຕາໄຫຼອາບແກ້ມທັນທີ.
ໃນພິທີລະນຶກໄຊຊະນະຂອງການເຄື່ອນທັບທາງໄກຂອງກອງທັບແດງຄົບຮອບ 80 ປີ, ທ່ານສີຈິ້ນຜິງໄດ້ເລົ່າສູ່ສະມາຊິກພັກ-ພະນັກງານທັງຫຼາຍຟັງກ່ຽວກັບເລື່ອງລາວປະຕິວັດ “ຜ້າຫົ່ມເຄິ່ງຜືນ”ບົນເສັ້ນທາງເຄື່ອນທັບທາງໄກ, ຈຸດປະສົງກໍເພື່ອອະທິບາຍວ່າ ການທີ່ຮ່ວມແຮງຮ່ວມໃຈກັບປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ, ຮັກແພງແລະສະໜິດສະໜົມກັນປານຄອບຄົວດຽວ,ຮ່ວມເປັນຮ່ວມຕາຍນຳກັນ ເຊິ່ງເປັນການຮັບປະກັນຂັ້ນພື້ນຖານທີ່ເຮັດໃຫ້ພັກກອມມູນິດຈີນແລະກອງທັບແດງສາມາດຍາດໄດ້ໄຊຊະນະໃນການເຄື່ອນທັບທາງໄກ; ເພື່ອເຕືອນໃຫ້ທົ່ວພັກຮູ້ວ່າ: ການເສີມຂະຫຍາຍນ້ຳໃຈເຄື່ອນທັບທາງໄກທີ່ຍິ່ງໃຫຍ່, ການສືບຕໍ່ກ້າວເດີນຕາມເສັ້ນທາງເຄື່ອນທັບທາງໄກໃນທຸກມືື້ນີ້ ກໍຈຳເປັນຕ້ອງຖືປະຊາຊົນໄວ້ຢູ່ຖານະສູງສຸດສະເໝີ, ຍຶດໝັ້ນໃນຫຼັກການ “ທຸກສິ່ງຢ່າງເພື່ອປະຊາຊົນແລະ ທຸກສິ່ງຢ່າງຕ້ອງອາໄສປະຊາຊົນ”.
ຄຳເຫັນ
0