ເວົ້າສຳລັບທຸກປະເທດໃນໂລກແລ້ວ, ຄວາມໝັ້ນຄົງດ້ານສະບຽງອາຫານພົວພັນເຖິງຄວາມໝັ້ນຄົງແຫ່ງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ການຊຸກຍູ້ການຮ່ວມມືດ້ານລະບຽງອາຫານລະຫວ່າງຈີນ ກັບໂລກ, ເຮັດໃຫ້ຄົນຫຼຸດພົ້ນອອກຈາກຄວາມອຶດຫິວ ແລະກິນໃຫ້ດີກວ່າເກົ່າ ນີ້ແມ່ນສິ່ງທີ່ທ່ານສີຈິ້ນຜິງເອົາໃຈໃສ່ຕະຫຼອດມາ.
ເດືອນມິຖຸນາປີ 2013, ໃນໄລຍະທີ່ເດີນທາງໄປຢ້ຽມຢາມປະເທດກົສຕາລີກາ, ທ່ານສີຈິ້ນຜິງ ແລະ ທ່ານນາງເຜີງລີ້ຢວນ ພັນລະຍາຂອງທ່ານ ໄດ້ໄປຢ້ຽມຢາມນິຄົມປູກກາເຟຂອງທ່ານຊາໂມຣາຢູ່ທ້ອງຖິ່ນແຫ່ງນັ້ນ.
ຫຼັງຈາກໄດ້ຢ້ຽມຊົມນິຄົມແຫ່ງນັ້ນແລ້ວ, ທ່ານສີຈິ້ນຜິງໄດ້ນັ່ງລົມກັບຄອບຄົວຂອງທ່ານຊາໂມຣາວ່າ: “ຂ້າພະເຈົ້າເຄີຍເປັນຊາວກະສິກອນ, ເຄີຍເຮັດວຽກຫຼາຍປີຢູ່ຮາກຖານຊົນນະບົດຫຼາຍປີ, ຈາກນັ້ນຈຶ່ງໄປເຮັດວຽກຢູ່ເມືອງ ນະຄອນ ແຂວງ ແລະ ສູນກາງ, ແຕ່ຂ້າພະເຈົ້າກໍມັກໄປຊົນນະບົດເລື້ອຍໆ ແລະ ພົບປະກັບຊາວກະສິກອນ, ເພື່ອຮັບຮູ້ຄວາມທຸກຄວາມສຸກ ແລະຟັງຄວາມຄິດເຫັນຂອງເຂົາເຈົ້າ.”
ທ່ານສີຈິ້ນຜິງມັກໄປຢ້ຽມຢາມ ກວດເບິ່ງເຂດນິຄົມ ແລະ ລົມກັບຊາວກະສິກອນ, ບໍ່ວ່າຢູ່ພາຍໃນປະເທດຈີນຫຼື ຢູ່ຕ່າງປະເທດທ່ານກໍລ້ວນແຕ່ເຮັດແບບນີ້ເຊັ່ນກັນ.
ເດືອນກໍລະກົດປີ 2014, ຢູ່ປະເທດອາກຊັງຕິນ, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມນິຄົມສາທາລະນະລັດ, ເພື່ອຊອກຮູ້ສະພາບການພັດທະນາກະສິກຳ ແລະ ການລ້ຽງສັດຂອງອາກຊັງຕິນ, ພ້ອມທັງຊອກຮູ້ວັດທະນະທຳສີສັນພິເສດຂອງຊາວກະສິກອນ ແລະ ຊາວລ້ຽງສັດຂອງອາກຊັງຕິນ.
ເດືອນກຸມພາປີ 2012, ທ່ານໄດ້ໄປຢ້ຽມຢາມຟາມກິມເບີເລຢູ່ປະເທດອາເມຣິກາ, ທ່ານໄດ້ຂີ່ລົດຕັກເຕີຮ່ວມກັບເຈົ້າຂອງຟາມ.
ເດືອນມິຖຸນາປີ 2010, ຢູ່ອົສຕຼາລີ, ທ່ານສີຈິ້ນຜິງໄດ້ແຂ່ງຝົນໄປຢ້ຽມຢາມນິຄົມລ້ຽງສັດຄາເຕມິດ.
ຢູ່ແຫ່ງຕ່າງໆຂອງໂລກ, ໃນເວລາລົມກັບຊາວກະສິກອນທ້ອງຖິ່ນໃນແຫ່ງເຫຼົ່ານັ້ນ, ທ່ານສີຈິ້ນຜິງມັກຈະເອີ່ຍເຖິງເລື່ອງເຮັດແນວໃດຈຶ່ງຈະສາມາດຊຸກຍູ້ໃຫ້ຕ່າງປະເທດດຳເນີນການຮ່ວມມືກັບຈີນໃຫ້ໄດ້ດີກວ່າເກົ່າ. ຜູ້ນຳປະເທດທີ່ມີສາຍສຳພັນຢ່າງແໜ້ນແຟ້ນກັບຊາວກະສິກອນ ແລະ ເຂດດິນແດນທ່ານນີ້, ໄດ້ເປັນເຈົ້າການຊຸກຍູ້ການຮ່ວມມືດ້ານສະບຽງອາຫານ ແລະ ກະສິກຳລະຫວ່າງຈີນກັບໂລກຢ່າງແທ້ຈິງ.
ເດືອນພະຈິກປີ 2018, ກ່ອນການເດີນທາງໄປຢ້ຽມຢາມປາປົວນິວກີເນ, ທ່ານສີຈິ້ນຜິງໄດ້ຂຽນບົດຄວາມລົງໃນສື່ມວນຊົນຂອງປະເທດດັ່ງ, ໂດຍໄດ້ຫວນຄືນເຖິງເລື່ອງອະດີດວ່າ:
“ເມື່ອ 18 ປີກ່ອນ, ໃນໄລຍະທີ່ຂ້າພະເຈົ້າເປັນເຈົ້າແຂວງແຂວງຟູຈ້ຽນ, ເຄີຍຊຸກຍູ້ໂຄງການທີ່ໃຫ້ແຂວງຟູຈ້ຽນໃຫ້ການຊ່ວຍເຫຼືອແຂວງອິສເຕີນ ໄຮແລນຂອງປາປົວນິວກີເນເພື່ອສ້າງເຂດສາທິດເຕັກນິກປູກຫຍ້າອ້ອຍນຽມ(Pennisetum giganteum) ແລະເຂົ້າໄຮ່. ຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ຮູ້ວ່າ, ໂຄງການດັ່ງກ່າວຍັງໄດ້ດຳເນີນຢ່າງຕໍ່ເນື່ອງຈົນຮອດປະຈຸບັນ, ທັງໄດ້ມີປະສິດທິຜົນທີ່ດີໃນດ້ານເສດຖະກິດສັງຄົມ, ເປັນໂຄງການທີ່ໜ້າຊົມເຊີຍໃນການຂະຫຍາຍສາຍພົວພັນລະຫວ່າງຈີນກັບປາປົວນິວກີເນ.”
ວັນທີ 16 ພະຈິກປີ 2018, ທ່ານສີຈິ້ນຜິງໄດ້ພົບປະກັບທ່ານໂອເນຍ ນາຍົກລັດຖະມົນຕີປາປົວນິວກີເນ
ໃນໄລຍະການຢ້ຽມຢາມ, ພາຍໃຕ້ການເປັນສັກຂີພິຍານຮ່ວມຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານໂອເນຍ ນາຍົກລັດຖະມົນຕີປາປົວນິວກີເນ, ສອງຝ່າຍໄດ້ເຊັນສັນຍາຮ່ວມມືໂຄງການເຕັກນິກການປູກຫຍ້າອ້ອຍນຽມ ແລະ ເຂົ້າໄຮ່ສະບັບໃໝ່. ທ່ານປີເຕີ ນຸມ ເຈົ້າແຂວງແຂວງອິສເຕີນ ໄຮແລນຂອງປາປົວນິວກີເນເວົ້າດ້ວຍຄວາມຕື່ນເຕັ້ນດີໃຈວ່າ: “ຂໍສະແດງຄວາມຂອບໃຈນຳທ່ານປະທານສີຈິ້ນຜິງທີ່ບໍ່ໄດ້ລືມພວກເຮົາ.”
ປະຈຸບັນ, ໂຄງການປູກຫຍ້າອ້ອຍນຽມ ແລະ ເຂົ້າໄຮ່ຢູ່ທ້ອງຖິ່ນດັ່ງກ່າວໄດ້ມີຄວາມຄືບໜ້າຢ່າງພົ້ນເດັ່ນ. ປີ 2018 ການປູກຫຍ້າອ້ອຍນຽມໃນເນື້ອທີ່ 1 ເຮັກຕາ, ກໍສາມາດເຮັດຫົວອາຫານໃຫ້ແກະ 400-500ໂຕ, ຖ້າໃຊ້ເປັນຫົວເຊື້ອເຫັດກໍສາມາດປູກເຫັດສົດໄດ້ 100 ໂຕນ. ເຂົ້າໄຮ່ “ພູຄຳ 1” ມີຜົນຜະລິດສູງສຸດຫຼາຍກວ່າ 8 ໂຕນຕໍ່ເຮັກຕາ, ຍັງໄດ້ສ້າງສະຖິຕິທີ່ປູກເຂົ້າເທື່ອດຽວເກັບໄດ້ 13 ເທື່ອລຽນຕິດ.
ເດືອນກໍລະກົດປີ 2018, ໃນເວລາທີ່ໄປຢ້ຽມຢາມປະເທດເຊເນການ, ທ່ານສີຈິ້ນຜິງໄດ້ກ່າວເຖິງອີກເລື່ອງໜຶ່ງ ຄື: “ໃນປີນັ້ນ, ທ່ານປະທານາທິບໍດີແຊງເກີໄດ້ເຫັນຊ່ຽວຊານດ້ານກະສິກຳຂອງຈີນທີ່ໄປຊ່ວຍເຫຼືອເຊເນການອອກແຮງງານຮ່ວມກັນກັບປະຊາຊົນທ້ອງຖິ່ນ, ມີຂີ້ຕົມຕິດເຕັມມື, ທ່ານຮູ້ສຶກຕື້ນຕັນໃຈຫຼາຍ. ປະຈຸບັນ, ຜູ້ຊ່ຽວຊານຈີນຍັງຄົງຄົ້ນຄວ້າເຕັກນິກການປູກເຂົ້ານາ ແລະ ຜັກກັບອ້າຍນ້ອງປະຊາຊົນເຊເນກາຕາມທົ່ງນາຄືເກົ່າ.”
“ໄລຍະທາງພິສູດມ້າ, ການເວລາພິສູດຄົນ”. ທ່ານສີຈິ້ນຜິງໄດ້ໃຊ້ຄຳສຸພາສິດນີ້ເພື່ອພັນລະນາເຖິງຄວາມຈິງໃຈຂອງຈີນທີ່ໄປຊ່ວຍຊຸກຍູ້ການຮ່ວມມືດ້ານກະສິກຳ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນປະເທດຕ່າງໆ.
ຄວາມໝັ້ນຄົງດ້ານສະບຽງອາຫານແມ່ນຫົວຂໍ້ສຳຄັນໃນພາລະກິດສັນຕິພາບ ແລະ ການພັດທະນາຂອງທົ່ວໂລກ, ທັງແມ່ນພື້ນຖານທີ່ສຳຄັນໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ມັນໄດ້ພົວພັນເຖິງການພັດທະນາແບບຍືນຍົງ ແລະ ຊາຕາກຳຂອງມວນມະນຸດ. ໃນໂລກປະຈຸບັນ, ການພັດທະນາຂອງປະເທດທີ່ພັດທະນາແລ້ວ ແລະ ປະເທດພວມພັດທະນາຍັງມີຄວາມແຕກໂຕນກັນຢ່າງໃຫຍ່ຫຼວງ, ບັນຫາຄວາມທຸກຍາກ ແລະ ຄວາມອຶດຫິວຍັງໜັກໜ່ວງຢູ່.
ທ່ານສີຈິ້ນຜິງເຄີຍຊີ້ອອກວ່າ, ການພັດທະນາຂອງຈີນໄດ້ຮັບຜົນປະໂຫຍດຈາກປະຊາຄົມໂລກ,ຈີນກໍຍ່ອມຈະຕອບແທນວົງຄະນາຍາດສາກົນຢ່າງແນ່ນອນ. ຄຽງຄູ່ກັບຈີນໃນປະຈຸບັນໄດ້ມີກຳລັງແຮງສັງລວມສູງຂຶ້ນ, ຈີນຈະແບກຫາບຄວາມຮັບຜິດຊອບຫຼາຍກວ່າເກົ່າຕາມຄວາມສາມາດຂອງຕົນ, ພະຍາຍາມປະກອບສ່ວນທາງດ້ານສະຕິປັນຍາ ແລະ ກຳລັງແຮງຂອງຈີນເຂົ້າໃນການຊຸກຍູ້ໃຫ້ເສດຖະກິດ ໂລກເຕີບໂຕ ແລະ ປັບປຸງການບໍລິຫານໂລກໃຫ້ສົມບູນຂຶ້ນ.
ຕັ້ງແຕ່ໃດໆມາ, ຈີນໄດ້ເປັນເຈົ້າການເຂົ້າຮ່ວມການຄຸ້ມຄອງຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ, ຕັ້ງໜ້າປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ ແລະຊຸກຍູ້ການພັດທະນາຮ່ວມກັນ.
ວັນທີ 14 ເມສາປີ 2018, ຊາວນາໂມຊຳບິກກຳລັງເກັບກ່ຽວເຂົ້າໃນນິຄົມກະສິກຳວ້ານປາວໂມຊຳ ແຂວງກາຈາປະເທດໂມຊຳບິກ,ນິຄົມດັ່ງກ່າວເປັນໂຄງການຮ່ວມມືສຳຄັນລະຫວ່າງສອງປະເທດຈີນ-ໂມຊຳບິກ.
ແຕ່ປີ 1996 ເປັນຕົ້ນມາ, ຈີນ ແລະອົງການຟາວສະຫະປະຊາຊາດໄດ້ຈັດຕັ້ງປະຕິບັດໂຄງການຮ່ວມມືໃຕ້ໃຕ້ແບບຫຼາຍຝ່າຍ 20 ກວ່າໂຄງການ, ຈີນໄດ້ສົ່ງຜູ້ຊ່ຽວຊານ ແລະ ນັກວິຊາການດ້ານສະບຽງອາຫານ ແລະ ກະສິກຳ ປະມານ 1100 ເທື່ອຄົນໄປຊ່ວຍເຫຼືອເກືອບ 30 ປະເທດ ແລະ ເຂດແຄວ້ນ ໃນອາຟຣິກາ, ອາຊີ, ປາຊີຟິກໃຕ້, ທະເລຄາຣີບຽນ ແລະແຫ່ງອື່ນໆ, ກວມປະມານ 60%ຂອງຈຳນວນພະນັກງານທີ່ອົງການຟາວສົ່ງໄປປະຈຳຢູ່ໂຄງການຮ່ວມມືໃຕ້ໆ.
ຈີນໄດ້ເຊັ່ນສັນຍາຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍໃນດ້ານສະບຽງອາຫານ ແລະ ກະສິກຳ 120 ກວ່າສະບັບ ກັບ 60 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ, ອະນຸສັນຍາວ່າດ້ວຍການກວດເຊື້ອພະຍາດທັນຍາຫານຂາເຂົ້າຂາອອກ 60ກວ່າສະບັບ, ສ້າງການພົວພັນແລກປ່ຽນດ້ານວິທະຍາສາດເຕັກນິກ ແລະ ການຮ່ວມມືດ້ານເສດຖະກິດກັບ 140 ກວ່າປະເທດ ແລະເຂດແຄວ້ນ.
ແຕ່ປີ 2013 ເປັນຕົ້ນມາ, ຈີນໄດ້ຕັ້ງໜ້າຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ຮ່ວມກັນ, ສ້າງການພົວພັນຮ່ວມມືດ້ານເສດຖະກິດການຄ້າກັບປະເທດທີ່ມີສ່ວນຮ່ວມ, ຊຸກຍູ້ການຮ່ວມມືໃນຂົງເຂດສະບຽງອາຫານ.
ຈີນໄດ້ໃຊ້ການເຄື່ອນໄຫວຕົວຈິງເພື່ອພິສູດໃຫ້ເຫັນວ່າ: ປະຊາຊົນຈີນບໍ່ພຽງແຕ່ສາມາດແກ້ໄຂບັນຫາສະບຽງອາຫານດ້ວຍຕົນເອງເທົ່ານັ້ນ, ຍັງສາມາດຮ່ວມກັນກັບປະເທດຕ່າງໆໃນໂລກ, ປະກອບສ່ວນຫຼາຍກວ່າເກົ່າເພື່ອຄວາມໝັ້ນຄົງດ້ານສະບຽງອາຫານ ກໍຄືການພັດທະນາແບບຍືນຍົງຂອງໂລກ.
ຄຳເຫັນ
0