ບ້ານຖານຢາງເມືອງຟູອ່ານແຂວງຟູຈ້ຽນ ເປັນແດນ “ຊາກັງຟູຖານຢາງ” ຂອງຈີນ, ຢູ່ທ້ອງຖິ່ນແຫ່ງນີ້ເກືອບວ່າພູທຸກໜ່ວຍໄດ້ປູກຕົ້ນຊາເຕັມໄປໝົດ, ໃບຊາເປັນແຫຼ່ງລາຍໄດ້ທາງເສດຖະກິດຕົ້ນຕໍຂອງບ້ານຖານຢາງ. ໃນຊຸມປີຜ່ານມາ, ໄປຄຽງຄູ່ກັບຊາກັງຟູຖານຢາງມີຊື່ສຽງໂດ່ງດັງຍິ່ງຂຶ້ນ, ພໍຮອດລະດູການເກັບໃບຊາໃນແຕ່ລະປີ, ນັກທຸລະກິດຈຳນວນຫຼວງຫຼາຍກໍພາກກັນມາເກັບຊື້ໃບຊາຢູ່ບ້ານແຫ່ງນີ້, ຕົ້ນຊາໄດ້ກາຍເປັນຕົ້ນເງິນຕົ້ນຄຳທີ່ສ້າງຄວາມຮັ່ງມີໃຫ້ແກ່ຊາວບ້ານທັງຫຼາຍ. ເນື່ອງຈາກວ່າ ບ້ານແຫ່ງນີ້ມີມູນເຊື້ອວັດທະນະທຳດ້ານຊາມາແຕ່ບູຮານນະການ, ເກືອບວ່າທຸກໆຄອບຄົວລ້ວນແຕ່ໄດ້ປູກຊາ, ພຽງແຕ່ຍ່າງເຂົ້າໄປເຮືອນຂອງຊາວບ້ານຄອບຄົວໃດ ກໍຈະໄດ້ດື່ມນ້ຳຊາກັງຟູຖານຢາງທີ່ມີລົດຊາດດັ້ງເດີມ.
ສວນຊາບ້ານຖານຢາງ
ເມື່ອຍ່າງເຂົ້າໃນບ້ານຖານຢາງ, ກໍຈະສະດຸດຕາຕົວໜັງສືສີແດງຂະໜາດໃຫຍ່ທີ່ຕັ້ງຢູ່ໃນສວນຊາເຊິ່ງມີຂໍ້ຄວາມວ່າ “ດື່ມຊາກັງຟູຖານຢາງແລ້ວ ເຖິງວ່າກາຍຈະຈາກໄປແຕ່ໃຈຍັງຄະນິງຫາທຸກເວລາ” ນີ້ຄືຄຳເວົ້າທີ່ທ່ານສີຈິ້ນຜິງເຄີຍກ່າວໄວ້ໃນປີ 1990.
ຕາມທັດສະນະຂອງທ່ານຫູເສີນສາວ ຫົວໜ້າຄະນະກຳມະການບ້ານຖານຢາງເຫັນວ່າ: ຜົນງານການຂະຫຍາຍຕົວດ້ານອຸດສາຫະກຳໃບຊາຂອງບ້ານຖານຢາງໃນທຸກມື້ນີ້, ປາສະຈາກບໍ່ໄດ້ຈາກການຊຸກຍູ້ແລະສົ່ງເສີມຂອງທ່ານສີຈິ້ນຜິງໃນເວລາທ່ານດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີໃນເມື່ອກ່ອນ.
ເດືອນມິຖຸນາປີ 1988, ທ່ານສີຈິ້ນຜິງໄດ້ເດີນທາງໄປຮັບໜ້າທີ່ຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີແຂວງຟູຈ້ຽນ. ພາຍໃນເວລາບໍ່ຮອດ 2 ປີ, ທ່ານໄດ້ໄປຮອດໄປເຖິງຕາແສງແຫ່ງຕ່າງໆ ທັງໝົດ 9 ເມືອງຂອງເຂດນິງເຕີເພື່ອຢ້ຽມຢາມປະຊາຊົນຜູ້ທຸກຍາກ ແລະມີຄວາມຕັດສິນໃຈຢ່າງເດັດຂາດເພື່ອນຳພາພີ່ນ້ອງປະຊາຊົນທັງຫຼາຍຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສິ້ນເຊິງ. ໃນໄລຍະດັ່ງກ່າວ, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງບ້ານຖານຢາງ 4 ເທື່ອ ເພື່ອດຳເນີນການສຳຫຼວດຄົ້ນຄວ້າວຽກງານຢູ່ບ້ານທີ່ມີມູນເຊື້ອປູກຊາມາແຕ່ບູຮານນະການແລະເປັນບ້ານທີ່ຖືກພູຜາອ້ອມຮອບທັງ 4 ດ້ານ.
ເທື່ອທຳອິດທີ່ທ່ານສີຈິ້ນຜິງເດີນທາງໄປບ້ານຖານຢາງແມ່ນໃນລະດູໃບໄມ້ຫຼົ່ນຂອງປີ 1988. ຕອນນັ້ນ, ບ້ານຖານຢາງມີສວນຊາທີ່ມີເນື້ອທີ່ປະມານ30ກວ່າເຮັກຕາ, ແຕ່ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີຂອງຊາວກະສິກອນຕ່ຳຫຼາຍຄືບໍ່ຮອດ 500 ຢວນ.
ປີນັ້ນ, ທ່ານລິວຈື້ຢົງ ຫາກໍ່ຂຶ້ນດຳລົງຕຳແໜ່ງເປັນເລຂາໜ່ວຍພັກບ້ານ. ທ່ານຍັງຈື່ໄດ້ວ່າ, ໃນການປະຊຸມສຳມະນາ, ຕົນເອງໄດ້ກຽມຂໍ້ມູນລາຍງານໄວ້ລ່ວງໜ້າ ພໍທີ່ຈະອ້າປາກອ່ານ, ກໍຖືກທ່ານສີຈິ້ນຜິງເວົ້າຕັດຄວາມດ້ວຍໃບໜ້າຍີ້ມແຍ້ມແຈ່ງໃສວ່າ : “ບໍ່ຕ້ອງອ່ານຂໍ້ມູນກະໄດ້ເດີ,ມີແຕ່ຂ້າພະເຈົ້າຖາມ, ທ່ານຕອບ ກໍພໍແລ້ວ.” ທ່ານລິວຈື້ຢົງໃຫ້ຮູ້ວ່າ: “ທ່ານສີຈິ້ນຜິງເພີ່ນຖາມລະອຽດທີ່ສຸດ,ເຊັ່ນວ່າ ດຽວນີ້ໄດ້ປູກຊາໃນເນື້ອທີ່ເທົ່າໃດ? ປູກຊາຊະນິດໃດ?ພົບຄວາມຫຍຸ້ງຍາກຫຍັງແດ່… ສະພາບການທີ່ກ່ຽວຂ້ອງທຸກຢ່າງເພິ່ນໄດ້ຖາມໝົດ, ຕອນນັ້ນ ຂ້າພະເຈົ້າຕື່ນເຕັ້ນຫຼາຍ, ຢ້ານແຕ່ວ່າຈະຕອບບໍ່ໄດ້.”
ຫຼັງການສຳມະນາ, ເພື່ອຊອກຮູ້ສະພາບການຂອງສວນຊາ, ທ່ານສີຈິ້ນຜິງໄດ້ຍ່າງຂຶ້ນຈອມພູ,ຈົນເກີບຂອງທ່ານເຕັມແຕ່ຂີ້ຕົມ. ພາຍຫຼັງ ຊອກຮູ້ສະພາບກ່ຽວກັບບ້ານຖານຢາງຢ່າງລະອຽດແລ້ວ, ທ່ານສີຈິ້ນຜິງໄດ້ມີຂໍ້ສະເໜີໃຫ້ບຸກເບີກເນື້ອທີ່ພູຮົກເຮື້ອເພື່ອອອກແຮງພັດທະນາອຸດສາຫະກຳໃບຊາທີ່ມີເອກະລັກພິເສດຕາມເງື່ອນໄຂຕົວຈິງຂອງທ້ອງຖິ່ນຕົນ. ທ່ານໄດ້ເວົ້າກັບສະມາຊິກພັກ-ພະນັກງານທັງຫຼາຍວ່າ, ຕ້ອງອອກແຮງພັດທະນາອຸດສາຫະກຳໃບຊາທີ່ມີເອກະລັກພິເສດ, ຕ້ອງກ້າບຸກເບີກເນື້ອທີ່ໃໝ່ຢູ່ເທິງ“ພູເຈົ້າຖິ່ນເຈົ້າຖານ” ບຸກເບີກພັດທະນາພູຮົກເຮື້ອເພື່ອນຳໃຊ້ເປັນເນື້ອທີ່ປູກຕົ້ນຊາ. ແຕ່ວ່າໃນຕອນນັ້ນ, ຊາວບ້ານທັງຫຼາຍໄດ້ຍຶດຖືແນວຄິດຄອງເດີມ ໂດຍຖືວ່າ “ພູເຈົ້າຖິ່ນເຈົ້າຖານ”ແມ່ນພູເຄັດຢຳ, ສະນັ້ນ, ພູຈຳນວນຫຼວງຫຼາຍຈິ່ງຮົກເຮື້ອບໍ່ມີການພັດທະນາມາເປັນເວລາດົນນານ. ຂໍ້ສະເໜີດັ່ງກ່າວຂອງທ່ານສີຈິ້ນຜິງໄດ້ເຮັດໃຫ້ສະມາຊິກພັກ-ພະນັກງານທັງຫຼາຍຮູ້ສຶກຕົກໃຈຫຼາຍ.
ແຕ່ວ່າພາຍໃຕ້ການຊຸກຍູ້ຂອງທ່ານສີຈິ້ນຜິງ, ໜ່ວຍພັກບ້ານກໍໄດ້ຕັດສິນໃຈຢ່າງໜັກແໜ້ນ ໂດຍນຳພາສະມາຊິກພັກຂຶ້ນພູເພື່ອບຸກເບີກເນື້ອທີ່ດິນປູກຝັງ, ພຽງບໍ່ເທົ່າໃດເດືອນກໍໄດ້ບຸກເບີກສວນຊາແຫ່ງໃໝ່ເກືອບ 50 ເຮັກຕາ. ເມື່ອຊາວບ້ານຈຳນວນໜຶ່ງໄດ້ຮັບຜົນປະໂຫຍດໃນເບື້ອງຕົ້ນແລ້ວ, ຊາວບ້ານທີ່ເຫຼືອຈຶ່ງພາກັນເຮັດນຳ, ເຊິ່ງເຮັດໃຫ້ບ້ານພູດອຍທີ່ເຄີຍງຽບເຫງົາບໍ່ມີຊີວິດຊີວາໃນເມື່ອກ່ອນນັ້ນເຕັມໄປດ້ວຍບັນຍາດຟົດຟື້ນທັນທີ.
ໃນເວລາພຽງສອງປີປາຍຫຼັງການສຳມະນາຄັ້ງນັ້ນ, ເນື້ອທີ່ສວນຊາຂອງບ້ານຖານຢາງໄດ້ຂະຫຍາຍກວ້າງອອກຢ່າງວ່ອງໄວເຖິງປະມານ 700 ເຮັກຕາ, ອຸດສາຫະກຳໃບຊາຂອງບ້ານກໍໄດ້ມີຂະໜາດໃຫຍ່ສົມຄວນ.
ນັບແຕ່ນັ້ນມາ, ທ່ານສີຈິ້ນຜິງກໍໄດ້ເດີນທາງໄປບ້ານຖານຢາງຫຼາຍເທື່ອ. ພາຍໃຕ້ການຊີ້ນຳຂອງທ່ານ, ບໍລິສັດໃບຊາກັງຟູຖານຢາງຟູອ່ານຟູຈ້ຽນ ເຊິ່ງເປັນວິສາຫະກິດລວມໝູ່ຂອງບ້ານໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ ໂດຍໄດ້ປະຕິບັດງານຄົບຊຸດທຸກໆຂະບວນເຊັ່ນ: ການຜະລິດ,ການຈັດຊື້ແລະການຈຳໜ່າຍ. ເມື່ອຮອດປີ 1989, ມູນຄ່າການຜະລິດຂອງບໍລິສັດນີ້ໄດ້ບັນລຸເຖິງຫຼາຍລ້ານຢວນ, ຜົນກຳໄລສຸດທິບັນລຸເຖິງ 4 ແສນ 1 ໝື່ນຢວນ, ລາຍໄດ້ຂອງຊາວບ້ານໄດ້ຍົກສູງຂຶ້ນຢ່າງຫຼວງຫຼາຍ, ຍັງມີບາງຄອບຄົວມີລາຍໄດ້ເຖິງ “1 ໝື່ນຢວນ” ຖືວ່າເປັນຄອບຄົວທີ່ມີຖານະຮັ່ງມີໃນເວລານັ້ນ.
ເດືອນພຶດສະພາປີ 1990, ກ່ອນທີ່ທ່ານສີຈິ້ນຜິງໃກ້ຈະລາອອກຈາກເຂດນິງເຕີຕາມການສັບຊ້ອນເພື່ອເດີນທາງໄປເຮັດວຽກຢູ່ນະຄອນຟູໂຈ່ວ, ທ່ານຍັງໄດ້ເດີນທາງໄປມອບຮັບໜ້າທີ່ວຽກງານຢູ່ບ້ານຖານຢາງເປັນການສະເພາະ. ທ່ານສີຈິ້ນຜິງໄດ້ເວົ້າກັບພະນັກງານແລະປະຊາຊົນຂອງທ້ອງຖິ່ນນັ້ນວ່າ: “ແຕ່ເດີມຢາກຫາເວລາມາພັກຢູ່ໃນບ້ານຈັກໄລຍະໜຶ່ງເພື່ອມາຢາມພີ່ນ້ອງປະຊາຊົນໃນແຕ່ລະຄອບຄົວ, ແຕ່ບໍ່ນຶກເລີຍວ່າ ເທື່ອນີ້ຈະເປັນການອຳລາທີ່ຟ້າວຝັ່ງແບບນີ້,ຂ້າພະເຈົ້າຮູ້ສຶກວ່າເສຍດາຍຫຼາຍ. ” ທ່ານຍັງເວົ້າຕື່ມວ່າ: “ດື່ມຊາກັງຟູຖານຢາງແລ້ວ,ເຖິງວ່າກາຍຈະຈາກໄປແຕ່ໃຈຍັງຄະນິງຫາທຸກເວລາ”. ຄຳເວົ້ານີ້ໄດ້ເຮັດໃຫ້ຜູ້ທີ່ໄດ້ຟັງແລ້ວຮູ້ສຶກຕື້ນຕັນໃຈຫຼາຍ.
ແມ່ນທ່ານສີຈິ້ນຜິງເອງທີ່ໄດ້ສົ່ງເສີມໃຫ້ຊາວບ້ານທັງຫຼາຍບຸກເບີກພັດທະນາພູຮົກເຮື້ອໃຫ້ເປັນສວນຊາ, ເຮັດໃຫ້ໃບຊາສ້າງຄວາມຮັ່ງມີໃຫ້ກັບຊາວສວນຊາ. ເວລາ 30 ປີຜ່ານໄປແລ້ວ, ບ້ານຖານຢາງໄດ້ເກີດມີການປ່ຽນແປງຢ່າງໃຫຍ່ຫຼວງແບບໜ້າມືເປັນຫຼັງມື. ປີ 2019, ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີຂອງຊາວກະສິກອນໄດ້ບັນລຸເຖິງ 20.496 ຢວນ.
“ຕອນນັ້ນ ທ່ານສີຈິ້ນຜິງໄດ້ເວົ້າວ່າ, ຕ້ອງທະນຸຖະໜອມ,ປົກປັກຮັກສາ, ເສີມຂະຫຍາຍແລະນຳໃຊ້ຍີ່ຫໍ້ ‘ຊາກັງຟູຖານຢາງ’ ໃຫ້ມີປະສິດທິຜົນທີ່ດີ, ເພື່ອໃຫ້ຊາກັງຟູຖານຢາງກ້າວສູ່ທົ່ວປະເທດກໍຄືທົ່ວໂລກ.”ປະຊາຊົນທົ່ວບ້ານຖານຢາງໄດ້ຈື່ຈຳ ທິດຊີ້ນຳຂໍ້ນີ້ໄວ້ໃນໃຈຢ່າງໜັກແໜ້ນ. ໃນທຸກມື້ນີ້, ເຂົາເຈົ້າເລີ່ມຄົ້ນຄວ້າເສັ້ນທາງພັດທະນາໃໝ່ທີ່ເຊື່ອມໂຍງຂະແໜງການໃບຊາກັບການທ່ອງທ່ຽວເຂົ້າກັນໂດຍພັດທະນາການທ່ອງທ່ຽວດ້ວຍອຸດສາຫະກຳໃບຊາ ແລະຊຸກຍູ້ອຸດສາຫະກຳໃບຊາດ້ວຍການທ່ອງທ່ຽວ.
ການທີ່ອອກແຮງຊຸກຍູ້ການພັດທະນາກະສິກຳຊີວະພາບຢູ່ບ້ານຖານຢາງເປັນພຽງພາບຫຍໍ້ພາບໜຶ່ງທີ່ເລົ່າກ່ຽວກັບທ່ານສີຈິ້ນຜິງໄດ້ປະຕິບັດໜ້າທີ່ວຽກງານເປັນການນຳຢູ່ແຂວງຟູຈ້ຽນເປັນເວລາ 17 ປີ, ທ່ານໄດ້ສົ່ງເສີມການອະນຸລັກນິເວດດ້ານກະສິກຳແລະສ້າງກົນໄກທີ່ມີປະສິດທິຜົນຍາວນານ.
ພາຍຫຼັງອອກຈາກເຂດນິງເຕີແລ້ວ, ທ່ານສີຈິ້ນຜິງຍັງສືບຕໍ່ອອກແຮງຊຸກຍູ້ການສ້າງກົດໝາຍວ່າດ້ວຍການອະນຸລັກສິ່ງແວດລ້ອມນິເວດດ້ານກະສິກຳ. ໂດຍນຳໃຊ້ຫຼັກນິຕິກຳ ເພື່ອເຮັດໃຫ້ວຽກງານອະນຸລັກສິ່ງແວດລ້ອມນິເວດດ້ານກະສິກຳຂອງແຂວງຟູຈ້ຽນໄດ້ກ້າວຂຶ້ນສູ່ເສັ້ນທາງຄຸ້ມຄອງຕາມກົດໝາຍ ເຮັດໃຫ້ການອະນຸລັກສິ່ງແວດລ້ອມນິເວດດ້ານກະສິກຳສາມາດມີຫຼັກອ້າງອີງຈາກດ້ານກົດໝາຍ. ເພາະວ່າ ມີພຽງແຕ່ໄປຄຽງຄູ່ກັບລະບົບກົດໝາຍກ່ຽວກັບນິເວດດ້ານກະສິກຳໄດ້ຮັບການປັບປຸງໃຫ້ນັບມື້ນັບສົມບູນຂຶ້ນເທົ່ານັ້ນ, ກະສິກຳຊີວະພາບຈິ່ງຈະໄດ້ຮັບການພັດທະນາຢ່າງໝັ້ນທ່ຽງແລະປອດໃສໄດ້ດີກວ່າເກົ່າ.
ຄຳເຫັນ
0