刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ​ການ​ກຳ​ນົດ​ເນື້ອ​ໃຈ​ຈິດ​ໃຈ​ຂອງ​ແຜນ​ການ 5 ປີ​ຄັ້ງ​ທີ 14,ທ່ານ​ສີ​ຈິ້ນ​ຜີງ​ໄດ້​ເນັ້ນ​ໜັກ​ເຖິງ​ແນວ​ຄິດ​ການ​ພັດ​ທະ​ນາ​ນີ້​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ

2020-11-01 17:17:38 cri

ໃນ​ການ​ກຳ​ນົດ​ເນື້ອ​ໃຈ​ຈິດ​ໃຈ​ຂອງ​ແຜນ​ການ 5 ປີ​ຄັ້ງ​ທີ 14,ທ່ານ​ສີ​ຈິ້ນ​ຜີງ​ໄດ້​ເນັ້ນ​ໜັກ​ເຖິງ​ແນວ​ຄິດ​ການ​ພັດ​ທະ​ນາ​ນີ້​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ

“ຄວາມມຸ່ງ​ຫວັງຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມກໍ​ແມ່ນ​ເປົ້າ​ໝາຍ​​ສູ້​ຊົນຂອງ​ພວກ​ເຮົາ. ແນວ​ທາງ​ນະ​ໂຍ​ບາຍ​ແລະ​ແຜນ​ການ​ພັດ​ທະ​ນາ​ທີ່​ດີກໍ​ຄວນ​ສອດ​ຄ່ອງ​ກັບ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ, ສອດ​ຄ່ອງ​ກັບ​ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ, ຕ້ອງ​ມາ​ຈາກ​ປະ​ຊາ​ຊົນ ແລະ​ຕ້ອງ​ປະ​ຕິ​ບັດ​​ໃຫ້​ເຂົ້າ​ເຖິງປະ​ຊາ​ຊົນ.​” ໃນ​ສອງ​ເດືອນມໍ່ໆ​ມາ​ນີ້, ທ່ານ​ປະ​ທານ​ສີ​ຈິ້ນ​ຜີງ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກັບ​ຊ່ຽວ​ຊານ​ໃນ​ຂົງ​ເຂດ​ຕ່າງໆ 6 ເທື່ອ ເພື່ອ​ໃຫ້​​ຜູ້ຊ່ຽວ​ຊານ​ທຸກ​ທ່ານ​ປະ​ກອບ​ຄຳ​ຄິ​ດ​ເຫັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ໄລ​ຍະ​ຕໍ່​ໄປ, ເຕົ້າ​ໂຮມ​ສະ​ຕິ​ປັນ​ຍາ​ຂອງ​ປະ​ຊາ​ຊົນ​, ຄວາມ​ເຫັນ​ຂອງ​​ຜູ້ຊ່ຽວ​ຊານ​ ແລະ​ບົດ​ຮຽນ​ຢູ່​ຂັ້ນ​ຮາກ​ຖານ​ເພື່ອ​ກຳ​ນົດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ 5 ປີ​ຄັ້ງ​ທີ 14 ໃຫ້ສອດ​ຄ່ອງ​ກັບ​ຄວາມ​ປາ​ຖະ​ໜາ​ຂອງ​ສັງ​ຄົມ.

ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາຫຼາຍ​ຄັ້ງ​ດັ່ງ​ກ່າວ, ຜູ້​ຮ່ວມ​ປະ​ຊຸມ​ມີ​ຜູ້​ຊ່ຽວ​ຊານທີ່​ມາ​ຈາກ​ຂົງ​ເຂດ​ຕ່າງໆ, ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ, ​ສະ​ມາ​ຊິກ​ສະ​ພາ​ປຶກ​ສາ​ການ​ເມືອງ​​ປະ​ຊາ​ຊົນແຫ່ງ​ຊາດ, ແຮງ​ງານ​ຕົວ​ແບບ, ພະ​ນັກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ທັງ​ມີ​ບຸກ​ຄົນໃນ​ສັງ​ຄົມ, ແຮງ​ງານ​ຍົກ​ຍ້າຍ, ຜູ້​ສົ່ງ​ສິນ​ຄ້າ​ດ່ວນ, ເຈົ້າ​ຂອງ​ຮ້ານ​ທາງ​ອິນ​ເຕີ​ເນັດ​ແລະ​ອື່ນໆ.

ເປັນ​ຫຍັງ​ຈຶ່ງ​ເລືອກ​ກຸ່ມ​ຄົນ​ເຫຼົ່າ​ນີ້​ມາ​ເປັນ​ຜູ້​ຕາງ​ໜ້າ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ? ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ວ່າ: ຄົນ​ເຫຼົ່າ​ນີ້​ລ້ວນ​ແຕ່​​ເປັນ​ຜູ້​ປະ​ຕິ​ບັດ​ງານ​ຕົວ​ຈິງ​ໃນ​ການ​ປະ​ຕິ​ຮູບ​ການ​ພັດ​ທະ​ນາ​ແລ​ະ​ການ​ຜະ​ລິດ, ໄດ້​ເຂົ້າ​ຮ່ວມ​ຊີ​ວິດ​ເສດ​ຖະ​ກິດ​ສັງ​ຄົມ​ໂດຍ​ກົງ​ທີ່​ສຸດ, ມີ​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ປະ​ຊາ​ຊົນ​ເລື້ອຍໆ, ມີ​ຄວາມ​ຮູ້​ສຶກ​ທີ່​​ໃກ້​ຊິດ​ຕິດ​ແທດ​ທີ່​ສຸດຕໍ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ​ແລະ​ນະ​ໂຍ​ບາຍ​ຂອງ​ພັກ, ຂໍ້​ສະ​ເໜີ​ແລະ​ຄວາມ​ເຫັນ​ຂອງ​ເຂົາ​ເຈົ້າ​ຈະ​ຕິດ​ແທດ​ກັບ​ສະ​ພາບ​ຕົວ​ຈິງ​ແລະ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ຢູ່​ທ້ອງ​ຖິ່ນຫຼາຍກວ່າ​.

ດັ່ງ​ນັ້ນ, ແຜນ​ການ 5 ປີ​ຄັ້ງ​ທີ 14 ຂອງ​ຈີນທີ່​ມາ​ຈາກ​ການ​ປະ​ກອບ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ທັງຫຼາຍ ​ຈະລ້ຳ​ໜ້າ​ກວ່າ​ເກົ່າ, ໃກ້​ຊິດ​ຕິດ​ແທດ​ກັບ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ກວ່າ​ເກົ່າ​ແລະ​ເອົາ​ໃຈ​ໃສ່​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າ, ແລະ​ຈະ​ເປັນຫຼັກ​ອ້າງ​ອີງ​ແລະ​ເຂັມ​ຊີ້​ທິດທີ່​ສຳ​ຄັນ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຈີນ​ໃນ​ໄລ​ຍະ​ຍາວ​ຂ້າງ​ໜ້າ.

ຄຳ​ເຫັນ

0