赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫຼາຍແຫ່ງ​ຢູ່ອາ​ເມ​ຣິກາ​​ໄດ້ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ເພື່ອບໍ່​ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ​ໃນ​ໄລ​ຍະ​ຈັດ​ການ​ເລືອກ​ຕັງ​ທົ່ວ​ໄປ

2020-11-02 10:10:17 cri

ຫຼາຍແຫ່ງ​ຢູ່ອາ​ເມ​ຣິກາ​​ໄດ້ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ເພື່ອບໍ່​ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ​ໃນ​ໄລ​ຍະ​ຈັດ​ການ​ເລືອກ​ຕັງ​ທົ່ວ​ໄປ

ຄຽງ​ຄູ່​ກັບ​ວັນ​ເລືອກ​ຕັ້ງ​ຄື ວັນ​ທີ 3 ພະ​ຈິກ​ໃກ້​ຈະ​ວຽນ​ມາ​ເຖິງ, ອາ​ເມ​ຣິ​ກາ​ເລີ່ມ​ມີ​ບັນ​ຍາ​ກາດ​ການ​ເລືອກ​ຕັ້ງ​​ທີ່​ເຄັ່ງ​ຂັດ​ຂຶ້ນ, ເພື່ອ​ເປັນ​ການ​ຮັບ​ມື​ກັບ​ການ​ປະ​ທ້ວງ​ແລະ​ຄວາມ​ວຸ້ນ​ວາຍ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ມື້​​ຈັດ​ການ​ເລືອກ​ຕັ້ງ​ແລະຫຼັງການ​ເລືອກ​ຕັ້ງ​, ຮ້ານ​​ສັບ​ພະ​ສິນ​ຄ້າ, ທະ​ນາ​ຄານ​ແລະ​​ສຳ​ນັກ​ງານ​ລັດ​ຖະ​ບານ​ຈຳ​ນວ​ນ​ໜຶ່ງ​​ຢູ່​ຫຼາຍ​ແຫ່ງໄດ້​ມີ​ການ​ກະ​ກຽມ​ດ້ານ​ຄວາມ​ປອດ​ໄພ.

ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ, ​ຮ້ານ​ສັບ​ພະ​ສິນ​ຄ້າ, ທະ​ນາ​ຄານ, ຮ້ານ​ຂາຍດອກ​ໄມ້, ຮ້ານ​ກາ​ເຟ, ໂຮງ​ແຮມ ແລະ​ພາກ​ສ່ວນ​ລັດ​ຖະ​ບານ​ສະ​ຫະ​ລັດ​ເຊັ່ນ: ອົງ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ທະ​ຫານ​ເກົ່າ​ແລະ​ແຫ່ງ​ອື່ນໆ​ລ້ວນ​ແຕ່​ໄດ້​ໃຊ້​ໄມ້​ອັດ​ມາ​ລ້ອມຕັນ​ປ່ອງ​ຢ້​ຽມ​ແລະ​ປະ​ຕູ, ຢູ່​ຕາມ​ຖະ​ໜົນ​ບາງ​ສາຍ​ໄດ້​ຕິດ​ປະ​ກາດ​ແຈ້ງ​ການ​ດ່ວນ​​ຫ້າມ​ບໍ່​ໃຫ້​ຈອດ​ລົດ​ໃນ​ມື້ຈັດ​ການ​ເລືອກ​ຕັ້ງ​ແລະ​ຫຼັງ​ການ​ເລືອກ​ຕັ້ງ. ເຊິ່ງ​ສະ​ພາບ​ການ​ແບບນີ້​ແມ່ນ​ບໍ່​ເຄີຍ​ເກີດ​ຂຶ້ນມາ​ກ່ອນ​ໃນ​ການ​ເລືອກ​ຕັ້ງ​ຢູ່​ອາ​ເມ​ຣິ​ກາ.

ຄຳ​ເຫັນ

0