ວັນທີ 26 ຫາວັນທີ 29 ຕຸລາຜ່ານມາ, ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ເຊິ່ງໄດ້ກຳນົດວ່າ: ຕ້ອງສ້າງຮູບການການຜະລິດ ແລະການດຳລົງຊີວິດແບບສີຂຽວຢ່າງກວ້າງຂວາງ, ຫຼັງຈາກການປ່ອຍກາກບອນຮອດຈຸດສູງສຸດແລ້ວຕ້ອງໃຫ້ກາກບອນຫຼຸດລົງຢ່າງໝັ້ນທ່ຽງ, ຕ້ອງໃຫ້ສິ່ງແວດລ້ອມນິເວດໄດ້ຮັບການປັບປຸງໃຫ້ດີຂຶ້ນໂດຍພື້ນຖານ, ຕ້ອງບັນລຸເປົ້າໝາຍສ້າງປະເທດຈີນທີ່ສວຍງາມໄດ້ໂດຍພື້ນຖານ. “ຍຶດໝັ້ນໃນແນວຄວາມຄິດພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ເຊິ່ງເປັນທັດສະນະການພັດທະນາຂອງທ່ານສີຈິ້ນຜິງຢ່າງສະເໝີຕົ້ນສະເໝີປາຍນັບຕັ້ງແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ແລະຍັງເປັນໜຶ່ງໃນບັນດາເປົ້າໝາຍໃນແຜນພັດທະນາ 5 ປີຜ່ານມາຂອງຈີນ.
ໃນໄລຍະ 5 ປີຜ່ານມາ, ເຂດແຄວ້ນຕ່າງໆໄດ້ປະຖິ້ມເສັ້ນທາງການພັດທະນາແບບເກົ່າທີ່ຖືສິ່ງແວດລ້ອມເປັນຄ່າຕອບແທນ, ໄດ້ເປັນເຈົ້າການຊອກຫາເສັ້ນທາງພັດທະນາໃໝ່ຢ່າງມີຄຸນນະພາບສູງທີ່ຖືສິ່ງແວດລ້ອມນິເວດເປັນບູລິມະສິດ ແລະເນັ້ນການພັດທະນາແບບສີຂຽວດ ເພື່ອໃຫ້ພູຂຽວນ້ຳໃສເກີດມີປະສິດທິຜົນທາງນິເວດ ແລະປະສິດທິຜົນຕໍ່ເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ.
ປະເທດລາວທີ່ເປັນປະເທດສັງຄົມນິຍົມເຊັ່ນກັນກໍຖືເອົາການສະແຫວງຫາການພັດທະນາແບບສີຂຽວເປັນຫົວຂໍ້ສຳຄັນແຫ່ງການພັດທະນາໃນປັດຈຸບັນ. ໃນຊຸມປີຜ່ານມາ, ເສດຖະກິດຂອງລາວໄດ້ຮັກສາຈັງຫວະການເຕີບໂຕຢ່າງວ່ອງໄວ, ແຕ່ສິ່ງແວດລ້ອມນິເວດບາງແຫ່ງກໍໄດ້ຮັບຜົນກະທົບ, ເຮັດໃຫ້ເກີດມີບັນຫາຕ່າງໆ ເຊັ່ນ: ມົນລະພິດຕໍ່ສິ່ງແວດລ້ອມ, ດິນເສື່ອມຄຸນນະພາບ, ການຫຼຸດໜ້ອຍຖອຍລົງຂອງຊັບພະຍາກອນທຳມະຊາດ ແລະອື່ນໆ.
ເມື່ອບໍ່ດົນມານີ້, ຄະນະຮັບຜິດຊອບຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 9 ຂອງລາວໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 8, ທັງເຈາະຈົງປຶກສາຫາລືຫົວຂໍ້ກ່ຽວກັບການສ້າງພື້ນທີ່ສີຂຽວໃຫ້ຫຼາຍກວ່າເກົ່າ ແລະການສະແຫວງຫາການພັດທະນາທີ່ເປັນມິດກັບສິ່ງແວດລ້ອມ ເຊິ່ງກຳນົດໄວ້ໃນຮ່າງແຜນການ 5 ປີສະບັບຕໍ່ໄປ.
“ຢູ່ຈັກກະວານມີໜ່ວຍໂລກພຽງໜຶ່ງດຽວ ແລະມວນມະນຸດມີບ້ານເມືອງຮ່ວມກັນພຽງແຫ່ງດຽວ.” ຈີນ ແລະລາວພວມອອກແບບໃນລະດັບສູງສຸດ, ສຸມຄວາມພະຍາຍາມໃນການຄົ້ນຄວ້າ ແລະປະຕິບັດຕົວຈິງເພື່ອໃຫ້ການພັດທະນາເສດຖະກິດ ແລະການອະນຸລັກສິ່ງແວດລ້ອມມີຄວາມດຸນດ່ຽງກັນ.
ຄຳເຫັນ
0