刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ທີ່ບໍ່​ທຳ​ມະ​ດາ ມີ​ຄວາມ​ໝາຍ​ພິ​ເສດ​ຢ່າງ​ໃຫຍ່ຫຼວງ

2020-11-05 17:32:10 cri

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ທີ່ບໍ່​ທຳ​ມະ​ດາ ມີ​ຄວາມ​ໝາຍ​ພິ​ເສດ​ຢ່າງ​ໃຫຍ່ຫຼວງ

ສອງ​ປີ​ກ່ອນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສໃນ​ງານ​ລ້ຽງ​ຕ້ອນ​ຮັບ​ແຂກ​​ທີ່​ມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ວ່າ: “ງານ​ວາງ​ສະ​ແດງ​ນີ້ບໍ່​ທຳ​ມະ​ດາ.” ຕອນ​ຄ່ຳ​ວັນ​ທີ 4 ພະ​ຈິກປີ​ນີ້, ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3 ໄດ້​​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ຈາກ​ຄຳ​ປາ​ໄສ​​ຜ່ານ​ທາງວິ​ດີ​ໂອຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ພວກ​ເຮົາ​ຮູ້​ສຶກວ່າ: ງານ​ວາງ​ສະ​ແດງ​ຄັ້ງ​ນີ້ບໍ່​ທຳ​ມະ​ດາ​ແທ້ໆ.

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ, ແມ່ນ​ງານ​ວາງ​ສະ​ແດງ​ລະ​ດັບ​ຊາດ​ທຳ​ອິດ​​ຂອງ​ໂລກ​ທີ່​ຖື​​ເອົາການ​ນຳ​ເຂົ້າ​ເປັນ​ຫົວ​ຂໍ້ຫຼັກ. ທ່ານ​ສີ​ຈິ້ນ​ຜີງ ຜູ້​ວາງ​ແຜນ​ການ​ໃຫ້​ກັບ​ງານ​ວາງ​ສະ​ແດງ​ດ້ວຍ​ຕົນ​ເອງ​ເຄີຍ​ກ່າວ​ວ່າ: ງານ​ວາງ​ສະ​ແດງ​ນີ້ບໍ່​ພຽງ​ແຕ່​ຈະ​ຈັດ​ຂຶ້ນ​ໃນ​ທຸກ​ປີ​ເທົ່າ​ນັ້ນ, ຍັງ​ຈະ​ຕ້ອງ​ຈັດ​ໃຫ້​ມີ​ລະ​ດັບ​ສູງ, ມີ​ປະ​ສິດ​ທິ​ຜົນ ແລະ​ນັບ​ມື້​ນັບ​ດີ​ຂຶ້ນ. ປີ​ນີ້, ງານ​ວາງ​ສະ​ແດງ​ໄດ້​ຈັດ​ຂຶ້ນ​ໃນ​ສະ​ພາບ​ການ​ພິ​ເສດ ຄື​ສະ​ພາບ​ພະ​ຍາດ​ໂຄວິດ-19 ໄດ້​ສ້າງ​ຜົນ​ກະ​ທົບ​ທີ່​ໜັກ​ໜ່ວງ​ໃຫ້​ແກ່​ປະ​ເທດ​ຕ່າງໆ ແລະ​ສ້າງ​ຜົນ​ເສຍ​ຫາຍ​ຢ່າງຫຼວງຫຼາຍ​ໃຫ້​ກັບ​ເສດ​ຖະ​ກິດ​ໂລກ ໂດຍ​ມີ​ຫົວ​ຂໍ້ຫຼັກ​ຄື​ປີ​ຜ່ານ​ມາ: “ຍຸກ​ໃໝ່, ຮ່ວມ​ກັນ​ຊົມ​ໃຊ້​ອະ​ນາ​ຄົດ”, ອີງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ຈຳ​ນວນ​ຄົນ​​ທີ່​ເຂົ້າ​ມາ​ເຂດ​ວາງ​ສະ​ແດງ​ບໍ່​ໃຫ້​ກາຍ​ 30% ຂອງ​ຂະ​ໜາດ​ບັນ​ຈຸ​ພາຍ​ໃນ​ງານ, ເຖິງວ່າ​ຈຳ​ນວນ​ຄົນ​ຖືກ​ຈຳ​ກັດ, ແຕ່​ຂະ​ໜາດ​ຂອງ​ງານບໍ່​ໄດ້ຫຼຸດ​ລົງ, ເນື້ອ​ທີ່​ການ​ວາງ​ສະ​ແດງ​ໃນ​ປີ​ນີ້​ໄດ້ຂະ​ຫຍາຍກວ້າງອອກ​ອີກ 30,000 ຕາ​ແມັດ, ຍັງ​ໄດ້​ສ້າງ​ 4 ເຂດ​ໃໝ່ ຄື: ເຂດ​ສາ​ທາ​ລະ​ນະ​ສຸກ​ໃນ​ການ​ປ້ອງ​ກັນ​ພະ​ຍາດ​, ການ​ເດີນ​ທາງ​ແບບອັດ​​ສະ​ລິ​ຍະ, ​ການ​ປະ​​ຢັດ​ພະ​ລັງ​ງານ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ອຸ​ປະ​ກອນກິ​ລາ​ແ​ລະ​ການແຂ່ງ​ຂັນ​ກິ​ລາ.

ປີ​ກາຍ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ໃນ​​ພິ​ທີ​ເປີດງານ​ວ່າ: ຕະຫຼາດ​ຈີນກວ້າງ​ໃຫຍ່ຫຼາຍ, ຍິນ​ດີ​ຕ້ອນ​ຮັບ​ທຸກ​ທ່ານເຂົ້າ​ມາ​ທ່ຽວ​ຊົມ. ​ໃນ​ພິ​ທີ​ເປີດ​ງານປີ​ນີ້, ທ່ານ​ສີ​ຈິ້ນ​​ຜິງໄດ້​ກ່າວ​ວ່າ: ໃຫ້​ຕະຫຼາດ​ຈີນ​ກາຍ​ເປັນ​ຕະ​ຫຼາດ​ຂອງ​ໂລກ, ຕະຫຼາດ​ທີ່​ຊົມ​ໃຊ້​ຮ່ວມ​ກັນ ແລະ​ຕະຫຼາດ​ຂອງ​ຄົນ​ທັງຫຼາຍ.

ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ນີ້ແມ່ນ​ສະ​ພາບການ​ພັດ​ທະ​ນາ​ໃໝ່​ຂອງ​ຈີນ, ແມ່ນ​ຄວາມ​ຕ້ອງ​ການ​ຂອງ​ຈີນ ກໍ​ຄື​ຄວາມ​ສຸກ​ຂອງ​ທົ່ວ​ໂລກ.

ຄຳ​ເຫັນ

0