黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈາກ“ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ” ສູ່​ຕະ​ຫຼາດໂລກ

2020-11-09 10:47:30 cri

 

ໃນ​ເວ​ທີ​ປະ​ກາດ​ຜະ​ລິດ​ຕະ​ພັນ​ໃໝ່​​ພາຍ​ໃນງານ​ວາງ​ສ​ະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3, ຜະ​ລິດ​ຕະ​ພັນ​ໃໝ່​ຊະ​ນິດ​ຕ່າງໆ​ທີ່​ໜ້າ​ສົນ​ໃຈ, ວິ​ທະ​ຍາ​ສາດ​ເຕັກ​ນິກ​ໃໝ່​ແລະ​​ການບໍ​ລິ​ການ​ໃໝ່​ຕ່າງໆ, ​ໄດ້ເຮັດ​ໃຫ້​ຜູ້​ຊົມ​​ລາຍ​ຕາ​ເພາະ​ມີ​ຫຼາຍ​ຢ່າງ.

ຕາມ​ຂ່າວ​ແຈ້ງວ່າ, ແຕ່​ວັນ​ທີ 5 ຫາ​ວັນ​ທີ 7 ພະ​ຈິກ​ນີ້, ​ພາຍ​ໃນ​ງານ​ວາງ​ສະ​ແດງ​ໄດ້​ນຳ​ສະ​ເໜີ​ຜະ​ລິດ​ຕະ​ພັນໃໝ່ 14 ຢ່າງແລະ​ເຕັກ​ນິກໃໝ່ 42 ປະ​ເພດ​ໃນ​ທຸກ​ມື້, ໃນ​ນັ້ນ​ຫຼາຍກວ່າ​ເຄິ່ງ​ໜຶ່ງ​ແມ່ນ​ຜະ​ລິດ​ຕະ​ພັນໃໝ່​ທີ່​ໄດ້​ນຳ​ສະ​ເໜີ​ເປັນ​ຄັ້ງ​ທຳ​ອິດ​ໃນ​ໂລກ. ນັກ​ທຸ​ລະ​ກິດ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຫຼາຍ​ຄົນ​ກ່າວ​ວ່າ: “​ການ​ສະ​ເໜີ​ຜະ​ລິດ​ຕະ​ພັນ​ໃໝ່​​ພາຍ​ໃນ​ງານ​ນີ້ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ທົ່ວ​ໂລກ.”

ນອກ​ຈາກ​ມູນ​ຄ່າ​ການ​ຊື້​ຂາຍ​ໄດ້​ເພີ່ມ​ຂຶ້ນ​ເປັນ​ຫຼາຍ​ເທົ່າ​ແລ້ວ, ງານ​ວາ​ງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຍັງ​ສາ​ມາດ​ແບ່ງ​ປັນ​ເຕັກ​ນິກ​ແລະ​ແນວ​ຄວາມ​ຄິດ​ອີກ​ດ້ວຍ. ທ່ານ​ໂຢ​ຊິ​ໂຣ ຟຸ​ຈິ​ອາ​ມະ ປະ​ທານ​ບໍ​ລິ​ສັດ​ເຄື່ອງ​ໃຊ້​ໄພ​ຟ້າ Panasonic ​ປະ​ຈຳ​ຈີນ​ທີ່​ຮັບ​ຜິດ​ຊອບ​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ກ່າວ​ວ່າ: “ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ແມ່ນ​ໜຶ່ງ​ໃນ 3 ເວ​ທີ​ໃຫຍ່​ຂອງ​ງານ​ວາງ​ສະ​ແດງ​ຂອງ​ໂລກ, ຄວາມ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິ​ໂພກ​​ຊາວຈີນຕໍ່​​ຜະ​ລິດ​ຕະ​ພັນແລະ​ຕະ​ຫຼາດ, ຄວາມ​ຄືບ​ໜ້າ​ຫຼ້າ​ສຸດ​ດ້ານ​ເຕັກ​ນິກ​ຂອງ​ທົ່ວ​ໂລກ​ແລະ​ອື່ນໆ​ລ້ວນ​ແຕ່​ໄດ້​ສະ​ແດງ​ຢູ່​​ທີ່​ນີ້, ວິ​ສາ​ຫະ​ກິດ​ຕ່າງໆ​​ໄດ້​ມີ​ຄວາມ​ເຂົ້າ​ໃຈຄວາມ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິ​ໂພກ​​ເລິກ​ເຊິ່ງກວ່າ​ເກົ່າໂດຍ​ຜ່ານ​ການ​ພົວ​ພັນ​ແລະ​ແລກ​ປ່ຽນ​ກັບ​ຜູ້​ບໍ​ລິ​ໂພກ, ແລະ​ສາ​ມາດ​ຄົ້ນ​ຄວ້າ​ຜະ​ລິດ​ຜະ​ລິດ​ຕະ​ພັນ​ໃໝ່​ທີ່​ເໝາະ​ກັບ​ຜູ້​ບໍ​ລິ​ໂພກ.​”

ຄຳ​ທີ່​ວ່າ “ນຳ​ສະ​ເໜີ​ເປັນຄັ້ງ​ທຳ​ອິດ​ໃນ​ໂລກ” ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ຄຳ​​ຍອດ​ນິ​ຍົມ​ພາຍ​ໃນ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ນີ້, ສ່ວນ​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ກໍ​ໄດ້​ກາຍ​ເປັນ​ຈຸດ​ເລີ່ມ​ຕົ້ນ​ທີ່​ເຕັກ​ນິກ​ແລະ​ຜະ​ລິດ​ຕະ​ພັນ​ໃໝ່​ຂອງ​ໂລກ​​ຈະກ້າວ​ໄປ​ສູ່​ທົ່ວ​ຕະ​ຫຼາດໂລກ. ການ​ວາງ​ສະ​ແດງ​ຜ​ະ​ລິດ​ຕະ​ພັນ​ໃໝ່​ຢູ່​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ, ບໍ່​ພຽງ​ແຕ່​ສາ​ມາດ​ດຶງ​ດູດ​ສາຍ​ຕາ​ຂອງ​ຜູ້​ບໍ​ລິ​ໂພກ​ຊາວ​ຈີນເທົ່າ​ນັ້ນ, ທັງ​ສາ​ມາດ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ທົ່ວ​ໂລກ. ກໍ​ຄື​​ດັ່ງຄວາມ​ເວົ້າ​ຂອງ​ນັກ​ທຸ​ລະ​ກິດ​ເຟີ​ນີ​ເຈີ​ທີ່​ເຮັດ​ດ້ວຍໄມ້​ດູ່ທີ່​ມາ​ຈາກ​ປະ​ເທດ​ລາວ​ໄດ້​ກ່າວ​ວ່າ: “​ເພື່ອ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ, ​ຂ້າ​ພ​ະ​ເຈົ້າ​ໄດ້​ກັກ​ບໍ​ລິ​ເວນ​ດົນ​ເອງ​ຕາມ​ລະ​ບຽບ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ເປັນ​ເວ​ລາ 15 ວັນ​ຂ້າ​ພະ​ເຈົ້າ​ກໍ​ຍິນ​ດີ.”

ຄຳ​ເຫັນ

0