吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໃນ​ງານ​ວາງສະ​ແດງ​ສິນຄ້​ານຳ​ເຂົ້າ​ສາກົນ​ຈີນ​ໄດ້​ສະ​ແດງ​ຈຸດ​ຢືນ​ຂອງ​ຈີນ​ແຕ່​ຫົວທີ​ໃນ​ການ​ຮ່ວມ​ມື ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ

2020-11-09 16:37:25 cri

ວັນ​ທີ 4 ພະ​ຈິກ​ຜ່ານ​ມາ, ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ທີ 3 ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ​ໃນພິທີ​ເປີດງານ​ແຕ່​ລະ​ຄັ້ງ ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ກໍກ່າວ​ຄຳ​ປາ​ໄສ​ທີ່​ສຳຄັນ.

“ການ​​ເປີດ​ປະຕູ​ສູ່​ພາຍ​ນອກ" ​ແລະ “ການ​ຮ່ວມ​ມື” ​ແມ່ນ​ຄຳ​ສັບ​ທີ່​ສຳຄັນ​​ໃນ​ຄຳປາ​ໄສຂອງ​ທ່ານ​ສີ​ຈິ້ນ​ຜິ​ງທີ່​ກ່າວ​ໃນ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນທັງ 3 ຄັ້ງ.

“​ເບິ່ງ​ຕາມ​ປະຫວັດສາດ​ແລ້ວ​ເຫັນ​ວ່າ, ບໍ່​ວ່າຈະ​ເກີດມີ​ຄວາມ​ສ່ຽງ, ​ໄພພິບັດ ​ແລະ​ອຸປະສັກ​ແນວ​ໃດ​ກໍ​ຕາມ, ສັງຄົມ​ມະນຸດ​ກໍ​ຈະ​ຕ້ອງ​ຂະ​ຫຍາ​ຍຕົວ​ກ້າວ​ໄປ​ໜ້າ ​ແລະ​ຈະ​ສາມາດ​ສືບ​ຕໍ່​ກ້າວ​ໄປ​ໜ້າ​ຢ່າງ​ແນ່ນອນ.” “ທ່າ​ອ່ຽງລວມ​ແຫ່ງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລ​ະການ​ຮ່ວມ​ມື​ຂອງ​ບັນດາ​ປະ​ເທດ​ບໍ່​ມີ​ການ​ປ່ຽນ​ແປງ.”

​​ເມື່ອ​ທົບ​ທວນຄື​ນປະຫວັດສາດ, ການ​​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ​ການ​ຮ່ວມ​ມື​ກໍແມ່ນ​ກຳລັງ​ຊຸກ​ດັນ​ທີ່​ສຳຄັນ​​ເພື່ອ​ໃຫ້ເສດຖະກິດ​ການ​ຄ້າ​ສາກົນມີ​ຊີວິດ​ຊີວາ​ຫຼາຍ​ຂຶ້ນ. ປັດຈຸບັນ​ນີ້, ການ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ​ການ​ຮ່ວມ​ມື​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ​ໃນ​ການ​ຊຸກຍູ້​ການ​ຟື້ນ​ຟູ​ຄວາມ​ໝັ້ນຄົງ​ດ້ານ​ເສດຖະກິດ​ໂລກ. ​ໃນ​ອະນາຄົດ, ການ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ​ການ​ຮ່ວມ​ມື​ຈະ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຍຸກ​ສ​ະ​ໄໝ​ເພື່ອ​ຊຸກຍູ້​ໃຫ້​ສັງຄົມ​ມະນຸດ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເຊິ່ງ​ເປັນສາ​ເຫດທີ່​ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນໜັກ​ການ​ເປີດ​ປະຕູູສູ່​ພາຍ​ນອກ ​ແລະ​ການ​ຮ່ວມ​ມື​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​​ແຕ່​ລະ​ຄັ້ງ.

ບໍ່​ວ່າ​ສະພາບ​ການ​ຂອງ​ໂລກຈະ​ມີ​ຄວາມ​ສະຫຼັບ​ສັບ​ຊ້ອນ​ແນວ​ໃດ​ກໍ​ຕາມ, ຈີນກໍ​ຈະ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ​ຊຸກຍູ້​ການ​ຮ່ວມມື​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ການຈັດ​ງານ​ມະ​ໂຫລານ​ການ​ຄ້າ​ສາກົນ​ຄັ້ງ​ນີ້​ຕາມ​ເວລາ​ກຳນົດ​ບົນ​ພື້ນຖານ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ​-19 ກໍ​ແມ່ນ​ການຢັ້ງຢືນທີ່​ດີ​ທີ່​ສຸດ. ນັບ​ຕັ້ງ​ແຕ່ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ທຳ​ອິດ, ມາດ​ຕະການ​ຕົວ​ຈິງ​ຕ່າງໆ​ໃນ​ການ​ຊຸກຍູ້​ການ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລ​ະການ​ຮ່ວມ​ມື​ຢ່າງ​ບໍ່​ຢຸດ​ຢັ້ງ​ກໍ​​​ແມ່ນ​ການສະ​ແດງ​ຈຸດ​ຢືນ​ແຕ່​ຫົວທີ​ຂອງ​ຈີນ​ໃນ​ການ​ແບ່ງປັນ​ໂອກາດ​ດ້ານ​ຕະຫຼາດກັບ​ໂລກ ​ແລະ​ຊຸກຍູ້​ການ​ພັດທະນາ​ດ້ານ​ເສດຖະກິດ​ໂລກ.

“ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ປະ​ເທດ, ສ້າງ​ກາລະ​ໂອກາດ​ໃນ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຮ່ວມ​ມື.” ນີ້​ແມ່ນຄຳ​ໝັ້ນ​ສັນຍາ​ຢ່າງ​ຈິງ​ໃ​ຈ​ທີ່​ຈີນ​ມີ​ໃຫ້​ກັບ​ໂລກທັງ​ແມ່ນ​ການສະ​ແດງ​ຄວາມ​ໝັ້ນ​ໃ​ຈຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ​ຂອງ​ຈີນໃນ​ການ​​ເປີດ​ກວ້າງ​ການເປີດ​ປະຕູ​ສູ່ພາຍ​ນອກ ​ແລະ​ສ້າງ​ກຳລັງ​ແຮງ​ຢ່າງ​ເຂັ້ມ​ແຂງ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ຮ່ວມ​ກັນ​​ເພື່ອ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ.

ຄຳ​ເຫັນ

0