尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ມີ​ຄວາມ​ສາ​ມາດ​ໃນການ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້

2020-11-10 10:48:01 cri

ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ມີ​ຄວາມ​ສາ​ມາດ​ໃນການ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້

ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ປະ​ເທດ​ອາ​ຊຽນ​ຈຳ​ນວນ​ໜຶ່ງ​ໄດ້​ປະ​ສົບ​​ກັບສະ​ພາບ​ເສດ​ຖະ​ກິດ​ຕົກ​ຕ່ຳ. ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ຫຼື IMF ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ສະ​ບັບ​ຫຼ້າ​ສຸດ​ໃນ​ວັນ​ທີ 13 ຕຸ​ລາ​​ຜ່ານ​ມາໂດຍ​ໄດ້​ຄາດ​ຄະ​ເນ​ສະ​ພາບ​ເສດ​ຖະ​ກິດ​ຂອງ​​ບາງປະ​ເທດ​​ໃນ​ອາ​ຊຽນ​ໃນ​ປີ​ນີ້​ຄື​ດັ່ງ​ນີ້: ລາວ​ເຕີບ​ໂຕ 0,2%, ກຳ​ປູ​ເຈ​ຍ​ຈະ​ຕົກ​ຕ່ຳ​ລົງ 2,8%, ອິນ​ໂດ​ເນ​ເຊຍ​ຈະຕົກ​ຕ່ຳລົງ 1,5%, ຟີ​ລິ​ບ​ປິນ​ຈະ​ຕົກ​ຕ່ຳ​ລົງ 8,3%. ແຕ່​ວ່າໃນ​ຂະ​ນະ​ດຽວ​ກັນ, IMF ກໍ​ໄດ້​ຄາດ​ຄະ​ເນ​ໃນ​ແງ່​ດີ​ຕໍ່​ເສດ​ຖະ​ກິດ​ຂອງ​​ບາງປະ​ເທດ​ໃນ​ອາ​ຊຽນ​ໃນ​ປີ​ໜ້າ​ຄື: ລາວ​ຈະ​ເຕີບ​ໂຕ 4,8%, ໄທ​ຈະ​ເຕີບ​ໂຕ 4%, ກຳ​ປູ​ເຈຍ​ຈະ​ເຕີບ​ໂຕ 6,8%, ຫວຽດ​ນາມ​ຈະ​ເຕີບ​ໂຕ 6,7% ແລະ​​ສິງ​ກະ​ໂປຈະ​ເຕີບ​ໂຕ 5%.
 

ທີ່​ຈິງ​ແລ້ວ, ປະ​ເທດ​ອາ​ຊຽນ​ຈຳ​ນວນ​ໜຶ່ງ​ຕ້ອງ​ການ​ຢຸດ​ຢັ້ງ​ການ​ຕົກ​ຕ່ຳ​ທາງ​ເສດ​ຖະ​ກິດ​ເປັນ​ພິ​ເສດ​ໂດຍ​ຜ່ານ​ການ​ຮ່ວມ​ມື​ໃນ​​ໄລ​ຍະ​ທີ່​ເສດ​ຖະ​ກິດ​ຕົກ​ຕ່ຳ​ນີ້, ​ນີ້​ກໍ່​ເປັນ​ສາ​ເຫດ​ຕົ້ນ​ຕໍ​ທີ່​ອາ​ຊຽນ​ຄັດ​ຄ້ານ​ການ​ປົກ​ປ້ອງ​ການ​ຄ້າ​ແລະ​ການ​ເຄື່ອນ​ໄຫວຂອງ​ລັດ​ທິ​ຝ່າຍ​ດຽວ. ​ກອງ​ປະ​ຊຸມ​ຜູ້​ນຳ​ອາ​ຊຽນ​ຄັ້ງ​ທີ 36 ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້ໄດ້​ຜ່ານ​ການ​ຮັບ​ຮອງ “ຖະ​ແຫຼງ​ການ​ຄວາມ​ມຸ່ງ​ຫວັງ​​ຂອງອາ​ຊຽນ”, ໃນ​ນັ້ນ​ໄດ້​ເນັ້ນ​ໜັກ​ຢ່າງ​ຈະ​ແຈ້ງ​​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແບບ​ເປີດ​ປະ​ຕູ​ພາຍ​ໃນ​ອາ​ຊຽນ​ແລະ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ກັບ​ພາຍນອກ.
 

ຕະ​ຫຼາດ​ໃຫຍ່​ຂອງ​ຈີນມີ​ລະ​ບົບ​​ອຸດ​ສາ​ຫະ​ກຳ​ທີ່​ສົມ​ບູນ​ຄົບ​ຖ້ວນ​ທີ່​ສຸດ​ຢູ່​ໃນ​ໂລກແລະ​ໄດ້​ນຳ​ໜ້າ​ໝູ່​ໃນ​ການ​ຟື້ນ​ຟູ​ການ​ຜະ​ລິດ​ແລະ​ການ​ເຮັດ​ວຽກ​ຄືນ​ໃໝ່​ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່ໃນ​ໂລກ, ປັດ​ໄຈ​ເຫຼົ່າ​ນີ້​ມີ​ຜົນ​ດີ​ຕໍ່​ການ​ສະ​ໜັບ​ສະ​ໜູນ​​ປະ​ເທດ​ອາ​ຊຽນ​ໃນ​ການ​ສົ່ງ​ອອກ​ສິນ​ຄ້າ,ປັບ​ປຸງ​ລະ​ບົບ​​ອຸດ​ສາ​ຫະ​ກຳ​ຄົບ​ວົງ​ຈອນ​ໃຫ້​ດີ​ຂຶ້ນ​ແລະ​ການ​ສະ​ໜອງວັດ​ຖຸ​ດິບ​ແລະ​ວັດ​ຖຸ​​ເສີມ, ມີ​ຜົນ​ດີ​ຕໍ່​ການ​ດຶງ​ດູດ​ປະ​ເທດ​ອາ​ຊຽນ​ມາ​ລົງ​ທຶນ​ຢູ່​ຈີນ. ​ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ປະ​ເທ​ດ​ອາ​ຊຽນ​ຖື​ຈີນ​ເປັນ​ຄູ່​ຮ່ວ​ມ​ມື​ທີ່​ສຳ​ຄັນ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ. ໃນ 6 ເດືອນ​ຕົ້ນ​ປີ​ນີ້, ການ​ລົງ​ທຶນ​ຂອງ​ຈີນ​ຢູ່​ປະ​ເທດ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ 53,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ;ການ​ລົງ​ທຶນ​ຂອງ​ອາ​ຊຽນ​ຢູ່​ຈີນ​ໄດ້​ເພີ່ມ​ຂຶ້ນ 5,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໃນ​ນັ້ນ, ມູນ​ຄ່າ​ການ​ລົງ​ທຶນ​ຂອງ​ສິງ​ກະ​ໂປ​​ຢູ່ຈີນ​ໄດ້​ເພີ່ມ​ຂຶ້ນ 7,8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.
 

​ເນື່ອງ​ໃນ​ໂອ​ກາດ​ວັນ​ລະ​ລຶກ​ການ​ສ້າງ​ຕັ້ງ​ອາ​ຊຽນ​ຄົບ​ຮອບ 53 ປີ​ໃນ​ວັນທີ 8 ສິງຫາ​ປີ​ນີ້, ​ລັດຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນໄດ້​ອອກ “ຖະ​ແຫຼງ​ການວ່າ​ດ້ວຍ​ຄວາມ​ສຳ​ຄັນ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຢູ່ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້” ໂດຍ​​ໄດ້ເອົາ​ໃຈ​ໃສ່​ຕໍ່​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ດ້ານ​ການ​ເມືອງ​ພູ​ມິ​ພາກ​ຂອງ​ພາກ​ພື້ນ​ແລະ​ຂອງ​ໂລກ​ທີ່​ມີ​ຕໍ່​ພາກ​ພື້ນ​,ໄດ້​ເນັ້ນ​ໜັກ​ເຖິງຄວາມ​ສຳ​ຄັນ​​ໃນຖາ​ນະ​​ເປັນໃຈ​ກາງ​ກໍ​ຄື​ໂຄງ​ປະ​ກອບ​ພາກ​ພື້ນ​​ອາ​ຊຽນ​ແລະ​ມີ​ຈຸດ​ຢືນ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໂດຍ​ຜ່ານ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ.
 

ດັ່ງ​ນັ້ນ,ໃນ​ຖາ​ນະ​ເປັນ​ເວ​ທີ​ທີ່​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ຈີນ-ອາ​ຊຽນ, ງານ​ວາງ​ສະ​ແດງ​ຈີນ-ອາຊຽນ​ແລະ​ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຈີນ-ອາ​ຊຽນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ພະ​ຈິກ​ນີ້​ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ສຳ​ຄັນ​ທີ່ຈະ​ເພີ່ມ​ພະ​ລັງ​ແຮງ​ໃໝ່​​ເຂົ້າ​ໃນ​ການ​ຮ່ວມ​ມື​ຈີນ-ອາ​ຊຽນ​ໃນ​ການຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​ເສດ​ຖະ​ກິດ​​ຈະ​ຕົກ​ຕ່ຳ,​ເຊິ່ງ​ຈະ​ເປັນ​ການສະ​ໜອງ​ໂອ​ກາດ​​ດ້ານການ​ພັດ​ທະ​ນາ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ອາ​ຊຽນ​ໃຫ້​ຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0