黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນໄດ້​ສ້າງ​ຂົວ​ຕໍ່​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ​ກັບ​ໂລກ

2020-11-11 10:55:22 cri

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນໄດ້​ສ້າງ​ຂົວ​ຕໍ່​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ​ກັບ​ໂລກ

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3 ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ວາງ​ສະ​ແດງ​ແຫ່ງ​ຊາດ​ຊຽງ​ໄຮ​ແຕ່​ວັນ​ທີ 4 ຫາ​ວັນ​ທີ 10 ພະ​ຈິກ​ນີ້. ມີ​ວິ​ສາ​ຫະ​ກິດ 3000 ກວ່າ​ແຫ່ງ​ທີ່​ມາ​ຈາກ 130 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ເຂົ້າ​ຮ່ວ​ມ​ງານວ​າງ​ສະ​ແດງ, ໃນ​ນັ້ນ​ລວມ​ທັງ​ມີ​ວິ​ສາ​ຫະ​ກິດ 240 ແຫ່ງ​ທີ່ນອ​ນ​ຢູ່​ໃນ​ຈຳ​ນວນ 500 ວິ​ສາ​ຫະ​ກິດຊັ້ນ​ນຳ​ຂອງ​ໂລກ. ປັດ​ຈຸ​ບັນ​ງານ​ວາ​ງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ທີ່​ໄດ້​ຈັດ​ຂຶ້ນເປັນ​ຄັ້ງ​ທີ 3 ​ແລະໄດ້​ກາຍ​ເປັນ​ເວ​ທີ​ດີ​ທີ່​ສຸດ​ທີ່​ບໍ​ລິ​ສັດ​ຂ້າມ​ຊາດ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​​ໄດ້​ນຳ​ສະ​ເໜີ​ຜະ​ລິດ​ຕະ​ພັນ​ຂອງ​ຕົນ. ເປັນ​ຫຍັງ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ແລະ​ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ຈຶ່ງ​ເອົາ​ໃຈ​ໃສ່​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ນີ້​ຫຼາຍ​ປານ​ນີ້? ​ມີ​ສາ​ເຫດ​ຕົ້ນ​ຕໍ 3 ຢ່າງ​ຄື:

ໜຶ່ງ, ຕະ​ຫຼາດ​ຈີນ​ແມ່ນ​ຕະ​ຫຼາດ​ໃຫຍ່​ແລະ​ແມ່ນຕະ​ຫຼາດ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນ​ຢ່າງ​ມະ​ຫາ​ສານ, ແລະ​ມີ​​ອະ​ນາ​ຄົດ​ທີ່​ດີ​ງາມ. ໃນ​ຖາ​ນະ​ເປັນ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ທີ 2 ຂອງ​ໂລກ​ແລະ​ເປັນ​ປະ​ເທດ​ທີ່​ມີ​ລະ​ດັບ​ການ​ບໍ​ລິ​ໂພກ​​ຫຼາຍ​ສຸດໃນ​ໂລກ, ຕະ​ຫຼາດ​ໃຫຍ່​ທີ່​ມີ​ປະ​ຊາ​ກອນ 1,4 ຕື້​ຄົນ​ຂອງ​ປະ​ເທດ​ຈີນ​ຈຶ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ໃນ​ລະ​ດັບ​ສູງ​ຈາກວິ​ສາ​ຫະ​ກິດ​​ຕ່າງໆ​ໃນ​ໂລກ.

ສອງ, ຈີນ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຢ່າງ​ຈິງ​ຈັງເພື່ອ​ຊຸກ​ຍູ້​ຍຸດ​ທະ​ສາດ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ. ໃນ​ “ແຜນ​ພັດ​ທະ​ນາເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ໄລ​ຍະ 5 ປີ​ຄັ້ງ​ທີ 14”, ລັດ​ຖະ​ບານ​ຈີນ​ໄດ້​ສະ​ເໜີ​ວ່າ​: ຄວນ “ຍຶດ​ໝັ້ນ​ການ​ດຳ​ເນີນ​ງານ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ຂອບ​ເຂດ​​ກວ້າງ​ຂວາງກວ່າ​ເກົ່າ, ມີ​ຂົງ​ເຂດຫຼາຍກວ່າ​ເກົ່າ​ແລະ​​ມີລະ​ດັບ​ເລິກ​ເຊິ່ງກວ່າ​ເກົ່າ, ເພື່ອ​ສ້າງ​ລະ​ບົບ​ເສດ​ຖະ​ກິດ​ໃໝ່​ທີ່​ມີ​ລະ​ດັບ​ເປີດ​ປະ​ຕູ​ສູ່​ພາຍນອກ​ສູງກວ່າ​ເກົ່າ, ​ແລະຍົກ​ສູງ​ລະ​ດັບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ.”

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນໄດ້​ສ້າງ​ຂົວ​ຕໍ່​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ​ກັບ​ໂລກ

ສາມ, ການ​ປ້ອ​ງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາ​ດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​ໄດ້​ຮັບ​ໝາກ​ຜົນ​ທີ່​​ພົ້ນເດັ່ນ. ປັດ​ຈຸ​ບັນ​ພະ​ຍາດ​ໂຄວິດ-19 ພວມ​ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ, ປະ​ເທດ​ຈີນ​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ໄດ້​ແລະ​ສາ​ມາດ​ຟື້ນ​ຟູ​ການ​ຜະ​ລິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ໃຫ້​ຄືນ​ສູ່​ສະ​ພາບປົກ​ກະ​ຕິ. ພາຍ​ໃຕ້​ສະ​ພາບ​ການ​ທີ່​ເສດ​ຖະ​ກິດ​ໂລກ​ຊຸດ​ໂຊມ​ລົງ​ແລະ​ຂາດ​ພະ​ລັງ​ແຮງ​ໃນ​ການ​ຟື້ນ​ຟູ​ຄືນ​ໃໝ່, ປະ​ເທດ​ຈີນ​ທີ່​ເປີດ​ປະ​ຕູ​ສູ່​ພາ​ຍນອກ​, ກວມ​ລວມ, ມີ​ຄວາມ​ປອດ​ໄພ​ແລະ​ມີ​ສະ​ຖຽນ​ລະ​ພາບ​ຈຶ່ງແມ່ນ​ສະ​ຖານ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ທຶນ​ຕ່າງ​ປະ​ເທດ.

ການ​ທີ່​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສ​າ​ກົນ​ຈີນ​ຄັ້ງນີ້​ຢ່າງ​ສຳ​ເລັດ​ຜົນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ພັດ​ທະ​ນາ​ຂອງ​ໂລກບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ປະ​ເທດ​ຈີນ​ໄດ້. ປັດ​ຈຸ​ບັນ​, ຈີນ​ໄດ້​ກາຍ​ເປັນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ໃຫ້​ເຕີບ​ໂຕ. ສ່ວນ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ກໍ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່ງານ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ, ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ໄດ້​ກາຍ​ເປັນ​ເວ​ທີ​ສຳ​ຄັນ​ທີ່​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ​, ແລະ​ໄດ້​ກາຍ​ເປັນ​ຂົວ​​ຕໍ່​ທີ່ສຳ​ຄັນ​ໃນ​ການ​ພົວ​ພັນ​ກັນ​ລະ​ຫວ່າງ​ຈີນ​ກັບ​ໂລກ.

ຄຳ​ເຫັນ

0