ວັນທີ 10 ພະຈິກຜ່ານມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມ 4 ດ້ານໃນກອງປະຊຸມສະພາມົນຕີປະມຸກລັດປະເທດສະມາຊິກອົງການການຮ່ວມມືຊຽງໄຮຄັ້ງທີ 20 ເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດມີເນື້ອໃນດັ່ງລຸ່ມນີ້:
ໜຶ່ງ, ເພີ່ມທະວີການຮ່ວມມືຕ້ານກັບພະຍາດໂຄວິດ-19, ສ້າງປະຊາຄົມດ້ານສາທາລະນະສຸກ.
ພະຍາດໂຄວິດ-19 ຍັງແຜ່ລະບາດໃນທົ່ວໂລກ. ເຊື້ອພະຍາດໄຮ້ພົມແດນ ສະນັ້ນ ຄວາມສາມັກຄີ ແລະການຮ່ວມມືແມ່ນອາວຸດທີ່ເຂັ້ມແຂງທີ່ສຸດໃນການຕ້ານກັບພະຍາດ, ການຊ່ວຍຊີວິດແມ່ນວຽກງານອັນຮີບດ່ວນທີ່ສຸດໃນປັດຈຸບັນນີ້.
ສອງ, ຮັກສາຄວາມໝັ້ນຄົງ ແລະສະຖຽນລະພາບ, ສ້າງປະຊາຄົມດ້ານຄວາມໝັ້ນຄົງ.
ຄວາມໝັ້ນຄົງ ແລະສະຖຽນລະພາບແມ່ນເງື່ອນໄຂເບື້ອງຕົ້ນຂອງການພັດທະນາຊາດ ທີ່ພົວພັນເຖິງຜົນປະໂຫຍດແກນກາງຂອງບັນດາປະເທດ. ພວກເຮົາຕ້ອງປະຕິບັດຕາມທັດສະນະຄວາມໝັ້ນຄົງຮ່ວມ, ສັງລວມ, ຮ່ວມມື ແລະຍືນຍົງ, ຮັບມືກັບໄພຂົ່ມຂູ່ ແລະສິ່ງທ້າທາຍຕ່າງໆຢ່າງມີປະສິດທິຜົນ ແລະສ້າງສະພາບແວດລ້ອມດ້ານຄວາມໝັ້ນຄົງທີ່ດີໃຫ້ກັບພາກພື້ນ.
ສາມ, ລົງເລິກການຮ່ວມມືຕົວຈິງ, ສ້າງປະຊາຄົມດ້ານການພັດທະນາ.
ການພັດທະນາຮ່ວມກັນຈຶ່ງແມ່ນການພັດທະນາຢ່າງແທ້ຈິງ, ການພັດທະນາແບບຍືນຍົງຈຶ່ງແມ່ນການພັດທະນາທີ່ດີ. ພວກເຮົາຄວນຍຶດໝັ້ນແນວຄວາມຄິດການພັດທະນາຕາມທິດປະດິດສ້າງໃໝ່, ປະສານສົມທົບກັນ, ສີຂຽວ, ເປີດກ້ວາງ ແລະຊົມໃຊ້ຮ່ວມກັນ, ເປີດກວ້າງຊ່ອງທາງການຮ່ວມມືຕົວຈິງ, ປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
ສີ່, ຊຸກຍູ້ການເຊື່ອມສານທາງດ້ານຈິດໃຈຂອງປະຊາຊົນ, ສ້າງປະຊາຄົມດ້ານວັດທະນະທຳຂອງມວນມະນຸດ.
ອາລະຍະທຳບໍ່ມີສິ່ງທີ່ດີເລື້ດ ຫຼືຕ່ຳຕ້ອຍ, ພຽງແຕ່ມີເອກະລັກສະເພາະທີ່ແຕກຕ່າງກັນ. ພວກເຮົາຄວນຊຸກຍູ້ການຮ່ຳຮຽນ ແລະການຖອດຖອນບົດຮຽນເຊິ່ງກັນ ແລະກັນລະຫວ່າງອາລະຍະທຳຕ່າງໆ, ເພີ່ມທະວີມິດຕະພາບກັບບ້ານໃກ້ເຮືອນຄຽງ, ຮັດແໜ້ນພື້ນຖານທາງດ້ານຈິດໃຈຂອງປະຊາຊົນເພື່ອການພັດທະນາອົງການການຮ່ວມມືຊຽງໄຮໃນໄລຍະຍາວ.
ຄຳເຫັນ
0