尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວ​ໃຫ້​ຄວາມ​ສຳ​ຄັນ​ຕໍ່ໂອ​ກາດການ​ເຂົ້າຮ່ວມງານ​ວາງ​ສະ​ແດງ​​ສິນ​ຄ້າ​ຈີນ-ອາ​ຊຽນ​ຫຼາຍກວ່າ​ເກົ່າ

2020-11-12 16:57:11 cri

 

ລາວ​ໃຫ້​ຄວາມ​ສຳ​ຄັນ​ຕໍ່ໂອ​ກາດການ​ເຂົ້າຮ່ວມງານ​ວາງ​ສະ​ແດງ​​ສິນ​ຄ້າ​ຈີນ-ອາ​ຊຽນ​ຫຼາຍກວ່າ​ເກົ່າ

ໃນ​ປີ 2009, ການ​ພົວ​ພັນ​​ລະ​ຫວ່າງສອງ​ປະ​ເທດ​ຈີນ-ລາວ​ໄດ້​ຮັບ​ການ​ຍົກ​ລະ​ດັບ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ລາວ​​ໄດ້ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ປະ​ເທດ​ກິ​ດ​ຕິ​ມະ​ສັກ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 6, ແລະ​ໄດ້​ຈັດ​ກິດ​ຈະ​ກຳ​ລະ​ດັບ​ສູງ​ຫຼາຍ​ຮອບ​ຕິດ​ຕໍ່​ກັນ. ປີ​ນີ້, ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນ​ເປັນ​ປີ​ທີ 17, ລາວ​​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ປະ​ເທດ​ກິ​ດ​ຕິ​ມະ​ສັກ​ອີກ​ເທື່ອ​ໜຶ່ງ.
 

​ຈາກ​ການ​ເຂົ້າ​ຮ່​ວມ​ຈົນ​ຮອດ​ການ​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ປະ​ເທດ​ກິ​ດຕິ​ມະ​ສັກ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ແລະ ​ເປັນ​ປະ​ເທດ​ກິດ​ຕິ​ມະ​ສັກ​ອີກ​ເທື່ອ​ໜຶ່ງ​ໃນ​ປີ​ນີ້, ລັດ​ຖະ​ບານ​ລາວ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ໃນ​ລະ​ດັບ​ສູງ​ຕໍ່​ບົດ​ບາດ​​ຂອງເວ​ທີ​ງານ​ວາງ​ສະ​ແດງ​ສິນ​ຄ້າຈີນ-ອາ​ຊຽນ​ມາ​ໂດຍ​ຕະ​ຫຼອດ, ແຕ່​ລະ​ປີ​ລາວລ້ວນ​ແຕ່​ໄດ້ສົ່ງ​ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງ​ເຂົ້າ​ຮ່ວມ​ງານ. ທ່ານ ບຸນ​ຍັງ ວໍ​ລະ​ຈິດ ປະ​ທານ​ປະ​ເທດ​ລາວ​ເຄີຍ​ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 1 ແລະ​ຄັ້ງ​ທີ 11, ທ່ານ ​ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ເຄີຍ​ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 13, ຄັ້ງ​ທີ 14 ແລະ​ຄັ້ງ​ທີ 16, ທ່ານ​ ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ເຄີຍ​ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 15.
 

ລາວ​ໃຫ້​ຄວາມ​ສຳ​ຄັນ​ຕໍ່ໂອ​ກາດການ​ເຂົ້າຮ່ວມງານ​ວາງ​ສະ​ແດງ​​ສິນ​ຄ້າ​ຈີນ-ອາ​ຊຽນ​ຫຼາຍກວ່າ​ເກົ່າ_fororder_105805070.JPG

ຜ່ານ​ການ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຢ່າງ​ຕັ້ງ​ໜ້າ, ລາວ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ດີ. ໃນ​ງານ​ວາ​ງ​ສະ​ແດງ 16 ຄັ້ງ​ທີ່​ຜ່ານ​ມາ, ລາວ​ໄດ້​ນຳ​ໃຊ້​ບ່ອນ​ວາງ​ສະ​ແດງ​ທັງ​ໝົດ 1.606 ​ຮ້ານ, ວິ​ສາ​ຫະ​ກິດ​ທີ່​ເຂົ້າ​ຮ່ວມ​ງານ​ມີ​ເຖິງ 705 ແຫ່ງ. ລາວ​ໄດ້​ເໝົາ​ຫໍ​ວາງ​ສະ​ແດງ​ 11 ປີ​ຕິດ​ຕໍ່​ກັນ, ສິນ​ຄ້າ​ຂອງ​ລາວ​ຂາຍ​ດິບ​ຂາຍ​ດີ​ຫຼາຍ ​ຕົ້ນ​ຕໍ​ລວມ​ມີ: ​ຜະ​ລິດ​ຕະ​ພັນ​ໄມ້​ເຟີ​ນີ​ເຈີ, ເຄື່ອງ​ຫັດ​ຖະ​ກຳ, ອາ​ຫານ​ເຄື່ອງ​ດື່ມ​, ການ​ບໍ​ລິ​ການ​ດ້ານ​ການ​ທ່ອງ​ທ່ຽວ​ແລະ​ອື່ນໆ.

ນອກ​ຈາກ​ຊຸກ​ຍູ້ສາຍ​ພົວ​ພັນ​ດ້ານ​ການ​ຄ້າ​ແລ້ວ, ງານ​ວາ​ງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຍັງ​ໄດ້​ກາຍ​ເປັນ​ເວ​ທີ​ທີ່​ສຳ​ຄັນ​​ສຳ​ລັບ​ລາວ​ໃນ​ການ​ດຶງ​ດູດ​ການ​ລົງ​ທຶນ. ໃນ​ຫຼາຍ​ປີ​ຜ່ານ​ມາ, ລາວ​ໄດ້​ຈັດ​ກອງ​ປະ​ຊຸມ​​ດຶງ​ດູດ​ການ​ລົງ​ທຶນ, ເວ​ທີ​ປຶກ​ສາ​ຫາ​ລື​ເພື່ອ​ສົ່ງ​ເສີມ​ການ​ລົງ​ທຶນ​ລາວ-ຈີນ, ກອງ​ປະ​ຊຸມ​​ສົນ​ທະ​ນາ​ດ້ານ​ການ​ລົງ​ທຶນ​ລາວ-ຈີນ​ແລະ​ກິດ​ຈະ​ກຳ​ອື່ນໆ.
 

ແຂວງວຽງ​ຈັນ,ແຂວງ​ຫຼວງ​ພະ​ບາງ,ແຂວງ​ສະ​ຫວັນ​ນະ​ເຂດ​ແລະ​ຕົວ​ເມືອງ​ແຫ່ງ​ອື່ນໆ​ຂອງ​ລາວ​ເຄີຍ​ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ແລະ​​ນຳສະ​ເໜີ​​ພາຍໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ທຸກ​ຄັ້ງ​ທີ່​ຜ່ານ​ມາ​ໃນ​ຖາ​ນະ​ເປັນ “​ເມືອງ​​ສະ​ເໜ່” ເຊິ່ງ​ເປັນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ແລະ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ແຂງ​ແຮງ. ປີ 2019 ເປັນ​ປີຮ່ວມ​ມື​ດ້ານ​ການທ່ອງ​ທ່ຽວ​ຈີນ-ລາວ, ຈຳ​ນວນ​ຄົນ​ຈີນ​ທີ່​ໄປ​ທ່ຽວ​ລາວ​ມີ​ເຖິງ 1 ລ້ານ​ເທື່ອ​ຄົນ, ໄດ້​ບັນ​ລຸ​ເປົ້າ​ໝາຍ​ປີ​​ຮ່ວມ​ມືດ້ານ​ການ​ທ່ອງ​ທ່ຽວ​ໄດ້ຢ່າງ​ຈົບ​ງາມ.
 

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດສຳ​ຄັນ​​ທີ່​ເປັນ​ເວ​ທີ​ຂອງການ​ຮ່ວມ​ມື​ສາ​ກົນ​ “ໜຶ່​ງ​ແລວ​ໜຶ່ງ​ເສັ້ນ​ທາງ” ລະ​ຫວ່າງ​ຈີນ-ລາວ. ປີ 2015, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 12 ໄດ້​ຈັດ​ກິດ​ຈະ​ກຳ​ຕ່າງໆ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາ​ມາດ​​ໃນການ​ຜະ​ລິດ​​ລະ​ດັບ​ສາ​ກົນ​ເປັນ​ຄັ້ງ​ທຳ​ອິດ, ​ໃນ​ນີ້ໄດ້​ວາງ​ສະ​ແດງ​ຜົນ​ສຳ​ເລັດ​ດ້ານ​ການ​ພັດ​ທະ​ນາ​ແລະ​ການ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ຢ່າງ​ຮອບ​ດ້ານ, ເປັນ​ການ​ສ້າງ​ພາບ​ພົດ​ທີ່​ເລິກ​ເຊິ່ງ​ໃຫ້​ແກ່​ຜູ້​ນຳ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເຊິ່ງ​ລວມ​ທັງລາວ. ໃນ​ເດືອນ​ພະ​ຈິກ​ປີ​ດຽວ​ກັນ, ຈີນ​ແລະ​ລາວ​ໄດ້​ເຊັນ​​ສັນ​ຍາໂຄງ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-ລາວ​ຢ່າງ​ເປັນ​ທາງ​ການ ເຊິ່ງ​ເປັນ​ໂຄງ​ການ​ສັນ​ຍາ​ລັກ​ທີ່​ຫັນ​ປ່ຽນ​ປະ​ເທດ​ລາວຈາກ “ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນປະ​ເທດເຊື່ອມ​ໂຍງ​ເຊື່ອມ​ຈອດ” ພາຍ​ໃຕ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.
 

ພາຍ​ໃຕ້​ເບື້ອງ​ຫຼັງ​ຂອງ​ກາ​ລະ​ໂອ​ກາດ​ຕ່າງໆ​​ເຊັ່ນ:ການ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ໄດ້​ຮັບ​ການ​ຊຸກ​ຍູ້​ໃຫ້​ເຂົ້າ​ສູ່​ລວ​ງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ,ການ​ພັດ​ທະ​ນາ​ແລະ​ຍົກ​ລະ​ດັບ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​​ແລະ​ອື່ນໆ, ຜົນ​ງານ​ດ້ານ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ລາວ​ໄດ້​ປະ​ຈັກ​​ຕາ​ຕໍ່​ຊາວ​ໂລກ. ຕາມ​ສະ​ຖິ​ຕິ​ຈາກກະ​ຊວງ​ການ​ຄ້າ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ປີ 2019, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ-ລາວ​​ໄດ້ມີ​ເຖິງ 3,92 ຕື້​ໂດ​ລາ​ສະ​ຫະ​ລັດ,ເພີ່ມ​ຂຶ້ນ 12,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ,ເຊິ່ງ​ເປັນ​ອັນ​ດັບ 4 ໃນ​ບັນ​ດາ​ປະ​ເທດ​ອາ​ຊຽນ.
 

ລາວ​ໃຫ້​ຄວາມ​ສຳ​ຄັນ​ຕໍ່ໂອ​ກາດການ​ເຂົ້າຮ່ວມງານ​ວາງ​ສະ​ແດງ​​ສິນ​ຄ້າ​ຈີນ-ອາ​ຊຽນ​ຫຼາຍກວ່າ​ເກົ່າ_fororder_20200403113012224

ປີ 2020, ພາຍ​ໃຕ້​ສະ​ພາບ​ທີ່ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ໃນ​ຂອ​ບ​ເຂດ​ທົ່ວ​ໂລກ​ແລະລະ​ບຽບ​ການ​ສາ​ກົນ​ໄດ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ສັບ​ສົນທີ່​ເລິກ​ເຊິ່ງ,​ ລາວ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ປະ​ເທດ​ກິ​​ດຕິ​ມະ​ສັກ​ອີກ​ເທື່ອ​ໜຶ່ງ​​ຈຶ່ງໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຊາວ​ໂລກ.

ກອງ​ເລ​ຂາ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າຈີນ-ອາ​ຊຽນ​ໄດ້​ໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ, ວຽກ​ງານ​ກະ​ກຽມ​ກິດ​ຈະ​ກຳຂອງ​ລາວ​ທີ່​ເປັນ​ປະ​ເທດ​ກິ​ດ​ຕິ​ມະ​ສັກ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ ໂດ​ຍ​ຈະ​ມີ​ງານວ​າງ​ສະ​ແດງ​ແລະ​ກິດ​ຈະ​ກຳ​ຢ່າງ​ຫຼວງ​ຫຼາຍປະ​ກົດ​ຕົວ​​ຂຶ້ນຢູ່​ນະ​ຄອນ​ໜານ​ໜິງ​ເຂດກວາງ​ຊີ​ຂອງ​ຈີນ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ. ​ທ່ານ ວິ​ລະ​ສັກ ສົມ​ພົງ ກົງ​ສຸນ​ໃຫຍ່​ຂອງ​ສະ​ຖານ​ກົງ​ສຸນ​ລາວ​ປະ​ຈຳ​ໜານ​ໜິງ​ກ່າວ​ວ່າ: ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ຢືນ​ຢັນ​​ວ່າຈະ​ກ່າວ​ຄຳ​ປາ​ໄສ​​ຜ່ານທາງວິ​ດີ​ໂອ​ໃນ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 17ແລະ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ໂຕະ​ມົນຜູ້​ນຳ​ລາວ​​ກັບ​ປະ​ທານ​ບໍ​ລິ​ຫານ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຈີນ​ໂດຍ​ຜ່ານ​ທາງວິ​ດີ​ໂອ. ​ລາວຈະ​ສືບ​ຕໍ່​ວາງ​ສະ​ແດງ​ເຄື່ອງ​ຫັດ​ຖະ​ກຳ, ​ຜະ​ລິດ​ຕະ​ພັນ​ໄມ້​ເຟີ​ນີ​ເຈີ, ອາ​ຫານ​ແລະ​ຜະ​ລິດ​ຕະ​ພັນ​ທີ່​​ເປັນເອ​ກະ​ລັກພິ​ເສດ​ຂອງ​ລາວ​ອື່ນໆ,ພ້ອມ​ທັງ​ຈັດ​ຕັ້ງ​ວິ​ສາ​ຫະ​ກິດ​ລາວ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າຈີນ-ອາ​ຊຽນ​ທາງ​ອອນ​ລາຍ.
 

ນະ​ຄອນ​ໜານ​ໜິງ​ໃນ​ເດືອນ​ພະ​ຈິກ, ລາວ​ໃນ​ຖາ​ນະ​ເປັນ​ປະ​ເທດ​ກິ​ດ​ຕິ​ມະ​ສັກ​ຄັ້ງ​ທີ 2 ຈະ​ສາ​ມາດ​​ສ້າງໂອ​ກາດ​ດ້ານ​ການ​ຄ້າ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າຈີນ-ອາ​ຊຽນ​ຄັ້ງ​ທີ 17 ​ໄດ້ຢ່າງ​ແນ່ນອນ, ເພື່ອ​ສ້າງ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນ​ທ່າມ​ກາງການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0