蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນ​ຫຍັງ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ຈິ່ງ​​ເພີ່ມ​ຂຶ້ນ ​ເຖິງວ່າ​ໄດ້ຜະ​ເຊີນ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍ​າດ​ໂຄວິດ-19 ກໍ​ຕາມ

2020-11-13 15:21:52 CRI

ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ກັບກ​ານ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 12 ຫາ 15 ພະ​ຈິກ​ນີ້, ໂດຍຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ບໍ່​ໄດ້ຫຼຸດ​ໜ້ອຍ​ຖອຍ​ລົງ, ຫາກ​ແຕ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໜັກ​ແໜ້ນ.

ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ໄດ້​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ໂດຍ​ໄດ້​ຮ່ວມ​ກັນ​ກຳ​ນົດ​ຮູບ​​ແບບການ​ຮ່ວມ​ມື​ທີ່​ຖື​ອາ​ຊຽນ​ເປັນ​ໃຈ​ກາງ ​ກໍຄື​ຮູບ​​ແບບການ​ຮ່ວມ​ມື ອາ​ຊຽນ+1 ແລະ ອາ​ຊຽນ+3 ຢ່າງ​ສຳ​ເລັດ​ຜົນ. ຮູບ​​ແບບການ​ຮ່ວມ​ມື​ແບບ​ນີ້​​ທີ່ຍຶດ​ໝັ້ນຫຼັກ​ການ​ຮ່ວມ​ມືຫຼາຍ​ຝ່າຍ ເຊັ່ນ: ​ປຶກ​ສາ​ຫາ​ລື​ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ພິ​ຈາ​ລະ​ນາ​ເຖິງ​ຄວາ​ມ​​ນ​ສົນ​ໃຈຂອງ​ບັນ​ດາ​ຝ່າຍ, ບໍ່​ໄດ້​ກຳ​ນົດ​ເອົາ​ຫົວ​ຂໍ້​ສອງ​ຝ່າຍ​ເຂົ້າ​ໃນ​​ກໍ​ລະ​ນີຫຼາຍ​ຝ່າຍ ແລະ ອື່ນໆ ເຊິ່ງ​ໄດ້​ກາຍ​ເປັນ​ຮູບ​ແບບ​ກາ​ນ​ຮ່ວມ​ມື​​ຂອງພາກ​ພື້ນ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ອາ​ຊີ​ຕາ​ເວັນ​ອອກ.

ຮູບ​​ແບບການ​ຮ່ວມ​ມື “ອາ​ຊຽນ+3” ເປັນ​ຮູບ​​ແບບການ​ຮ່ວມ​ມື​ຕົ້​ນ​ຕໍ​ໃນ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ. ການ​ຮ່ວມ​ມື “ອາ​ຊຽນ+3” ໄດ້​ປະ​ຕິ​ບັດ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ 20 ກວ່າ​ຂົງ​ເຂດ ເຊັ່ນ: ການ​ເງິນ, ການ​ທະ​ນາ​ຄານ, ທັນ​ຍາ​ຫານ, ການຫຼຸດ​ຜ່ອນ​​ຄວາມ​ທຸກ​ຍາກ, ການ​ຄຸ້ມ​ຄອງໄພ​ພິ​ບັດ ແລະ ອື່ນໆ ເຊິ່ງ​ໄດ້​ສ້າງ​ກົນ​ໄກ​ສົນ​ທະ​ນາ​ແລະ​ຮ່ວມ​ມື 65 ​ລາຍ​ການ. ຖະ​ແຫຼງ​ການ​ຮ່ວມ​ທີ່ກອງ​ປະ​ຊຸມ​ສະ​ໄໝ​ພິ​ເສດ​ຜູ້​ນຳ “ອາ​ຊຽນ+3” ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້​ຜ່ານ​ການ​ຮັບ​ຮອງໃນ​ເດືອນ​ເມ​ສາ​ປີ​ນີ້, ໄດ້​ກາຍ​ເປັນ​ແຜນ​ແມ່​ບົດ​ໃນ​ການ​ຮ່ວມ​ມື​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ບັນ​ດາ​ປະ​ເທດ​ໃນ​ອາ​ຊີ​ຕາ​ເວັນ​ອອກ. ໂດຍ​ຜ່ານ​ການ​ຮ່ວມ​ມື​ຢ່າງ​ຈິງ​ໃຈ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ອາ​ຊີ​ຕາ​ເວັນ​ອອກ, ການ​ຮ່ວມ​ມື​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ຊີ​ຕາ​ເວັນ​ອອກ​ໄດ້​ນຳ​ໜ້າ​ການ​ຮ່ວມ​ມື​​ຂອງພາກ​ພື້ນ ກໍ​ຄື​ທົ່ວ​ໂລກ.

ການ​ຮ່ວມ​ມື “ອາ​ຊຽນ+1” ເປັນ​ພື້ນ​ຖານ​​ຂອງການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ, ໃນ​ນັ້ນ, ການ​ຮ່ວ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ເປັນ​ແບບ​ຢ່າງ​ການ​ຮ່ວມ​ມື “ອາ​ຊຽນ+1” ທີ່ມີ​ຊີ​ວິດ​ຊາ​ວາ​ທີ່​ສຸດ ແລະ ບັງ​ເກີດ​ຜົນ​ທີ່​ສຸດ​ໃນ​ກາ​ນຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ ເປັນ​ແບບ​ຢ່າງ​ຂອງ​ການ​ຮ່ວມ​ມື​ອາ​ຊຽນ+1. ​3 ໄຕ​ມາດ​ຂອງປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ມີ​ເຖິງ 481,81 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໃນ​ໄລ​ຍະ​ດຽວ​ກັນ, ຈີນ​ໄດ້​ລົງ​ທຶນ​ໂດຍ​ກົງ​ຢູ່​ອາ​ຊຽນ 10,72 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 76,6%, ອາ​ຊຽນ​ໄດ້​ລົງ​ທຶນ​​ໂດຍ​ກົງ​ຢູ່​ຈີນ 5,47 ຕື້​ໂດ​ລາ​ສ​ຫະ​ລັດ, ໄດ້​ເພີ່ມ​ຂຶ້ນ 6,%. ໃນ​ໄລ​ຍະ​ທີ່​ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​​ຢ່າງ​ຮຸນ​ແຮງໃນ​ຂອບ​ເຂດ​ທົ່ວ​ໂລກ, ຍ​ອດ​ມູນ​ຄ່າ​ການ​ຄ້າ​ແລະ​ການ​ລົງ​ທຶ​ນ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ພັດ​ໄດ້​ເພີ່ມ​ຂຶ້ນ. ນອກ​ນີ້, ຈີນ​ແລະ​ອາ​ຊຽນ​ຕ່າງ​​ກໍໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​​ກັນ​ແລະ​ກັນ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ວ່າ: ການ​ຮ່ວມ​ມື​ຈີນ​ແລະ​ອາ​ຊຽນ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທີ່​ເຂັ້ມ​ແຂງ.

ໃນ​ໄລ​ຍະ​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຄັ້ງ​ນີ້, ຈີນ​ແລະ​ອາ​ຊຽນ​ໄດ້​ປຶກ​ສາ​ຫາ​ລື​ແລະ​ສ້າງ “ຊ່ອງ​ທາງ​ສະ​ດວກ” ​ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ໄປ​ມາ​ຫາ​ສູ່​ລະ​ຫວ່າງ​ປະ​ຊາ​ຊົນ ແລະ​ “ຊ່ອງ​ທາງ​ສີ​ຂຽວ” ສຳ​ລັບ​ການ​ຂົນ​ສົ່ງ​ສິນ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ ພ້ອມ​ທັງ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ມີ​ປະ​ສິດ​ທິ​ພາບ​ໃນ​ດ້ານ​​ຢາ​ວັກ​ຊິນ, ການ​ຮັບ​ປະ​ກັນ​ວັດ​ຖຸ​​ອຸ​ປະ​ກອນທາງ​ການ​ແພດ ແລະ ​ດ້ານອື່ນໆ. ປີ 2020 ເປັນ​ປີ​ຮ່ວມ​ມື​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຈີນ-ອາ​ຊຽນ, ສອງ​ຝ່າຍ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຢ່າງຫຼວງຫຼາຍ​ໃນ​ດ້ານ​ຖານ​ຂໍ້​ມູນ​ໃຫຍ່, ​ປັນ​ຍາ​ປະ​ດິດ, ທຸ​ລະ​ກິດ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາຍ​ແດນ, ຕົວ​ເມືອງອັດ​ສະ​ລິ​ຍະ ແລະ ອື່ນໆ. ປີ 2021 ​ຈະເປັນ​ປີ​ຮ່ວມ​ມື​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຈີນ-ອາ​ຊຽນ, ສອງ​ຝ່າຍ​ມີ​ຊ່ອງ​ທາງ​ການ​ຮ່ວມ​ມື​ທີ່ກວ້າງ​ຂວາງ​ໃນ​ດ້ານ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ການ​ຄຸ້ມ​ຄອງ​ໄພ​ພິ​ບັດ​ແລະ​ອື່ນໆ.

​ພ້ອມ​ດຽວ​ກັນ​ນີ້, ພວກ​ເຮົາ​ກໍ​ຄວນ​ສັງ​ເກດ​ເຫັນ​ວ່າ: ລັດ​ທິຝ່າຍ​ດຽວ, ລັດ​ທິ​ປົກ​ປ້ອງ, ລັດ​ທິ​ຂົ່ມ​ເຫັງ ແລະ ອື່ນໆ​ຍັງ​ໄດ້​ກໍ່​ກວນ​ຂະ​ບວນ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ, ໂດຍ​ສະ​ເພາະ​ແມ່ນ​​ປະ​ເທດ​ໃຫຍ່​ບາງ​ປະ​ເທດ​ມີ​ເຈດ​ຕະ​ນາ​​​ນຳ​ໃຊ້ “ຖ້ອຍ​ຄຳ​ຕັດ​ການ​ພົວ​ພັນ​ກັນ” ​ເພື່ອ​ກົດ​ໜີບ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ ເຊິ່ງ​ໄດ້​ເປັນ​ການ​ຝື​ນ​ກັບ​ກະ​ແສ​ຂອງ​ຍຸກ​ສະ​ໄໝ ແລະ ທ່ວງ​ທ່າ​ແຫ່ງ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ. ບົດ​ຮຽນ​ການ​ຮ່ວມ​ມື​ໃນ​ອາ​ຊີ​ຕາ​ເວັນ​ອອກ​ໃນ 20 ກວ່າ​ປີ​ມາ​ນີ້​ໄດ້​ພິ​ສູດ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ວ່າ: ໂດຍ​ຢືນ​ຢູ່​ຕໍ່​ໜ້າ​ກັບ​ວິ​ກິດ​ການ, ​ແຕ່ການ​ຮ່ວມ​ມື​ໃນ​ອາ​ຊີ​ຕາ​ເວັນ​ອອກ​ພັດ​ມີ​ຊີ​ວິດ​ຊີ​ວາຫຼາຍກວ່າ​ເກົ່າ. ບໍ່​ວ່າ​ໃນ​ອະ​ດີດ, ປັດ​ຈຸ​ບັນ ຫຼື ອະ​ນາ​ຄົດ, ການ​ຮ່ວມ​ມື​ໃນ​ອາ​ຊີ​ຕາ​ເວັນ​ອອກ​ກໍ​ຍ່ອມ​ຈະ​ສາ​ມາດ​ບຸກ​ບືນ​ຜ່ານ​ຜ່າ​​ອຸ​ປະ​ສັກໄປ​ໜ້າ​ໄດ້​ຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0