蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີ​ນ​ແລະ​ອາ​ຊຽນ​ຮ່ວມ​ມື​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຮັດ​ໃຫ້​ການ​ຮ່ວມ​ມື​​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ເຕີບ​ໂຕ​ຢ່າງ​ໜັກ​ແໜ້ນ

2020-11-16 10:55:55 CRI

ຈີນ​ແລະ​ຫຼາຍ​ປະ​ເທດ​ໃນ​ອາ​ຊຽນ​ມີ​ສາຍ​ພູ​ແລະ​ແມ່​ນ້ຳ​ລຳ​ເຊ​ຕິດ​ຈອດ​ກັນ, ນັບ​ແຕ່​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃນຫຼາຍ​ດ້ານ, ຕ່າງ​​ກໍ​ໄດ້ຊ່ວຍ​ຊູ​ຍູ້​ໜູນ​ກັນ ແລະ ຮ່ວມ​ມື​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຊິ່ງ​ເຮັດ​ໃຫ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າ​ສອງ​ຝ່າຍ​​ເຕີບ​ໂຕ​ຂຶ້ນ​ຢ່າງ​ໜັກ​ແໜ້ນ​ໃນ​ສະ​ພາບ​ການ​​ທີ່​ມີ​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ທີ່​ປຶກ​ສາ​ເສດ​ຖະ​ກິດ​ສະ​ຖານ​ກົງ​ສຸນ​ໃຫຍ່​ມຽນ​ມາ​ປະ​ຈຳ​ນະ​ຄອນ​ໜານ​ໜິງ​ກ່າວ​ວ່າ: “ການ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ໃນ​ໄລ​ຍະ​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ມິດ​ຕະ​ພາບ​ຖານ​ອ້າ​ຍ​ນ້ອງ​ລະ​ຫວ່າງ​ມຽນ​ມາ​ກັບ​ຈີນ. ໃນ​ໄລ​ຍະ​ທີ່​ນະ​ຄອນ​ອູ​ຮັ້ນ​ຈີນ​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ​ມຽນ​ມາ​ໄດ້​ບໍ​ລິ​ຈາກ​ເຂົ້າ​ສານ ແລະ ວັດ​ຖຸ​ອຸ​ປະ​ກອນ​​ທາງການ​ແພດ​ໃຫ້​ຈີນ. ພາຍຫຼັງ​ມາ, ເມື່ອມຽນ​ມາ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຈີນ​ກໍ​ໄດ້​ສົ່ງ​ທີມ​ແພດ​ໄປ​ມຽນ​ມາ ແລະ ບໍ​ລິ​ຈາກວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ໃຫ້​ມຽນ​ມາ​ເຊັ່ນ​ກັນ ເຊິ່ງ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ປັ​ບ​ປຸງ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ.”

ກົງ​ສຸນ​ໃຫຍ່​​ໄທ​ປະ​ຈຳ​ນະ​ຄອນ​ໜານ​ໜິງ​ກ່າວ​ວ່າ: “ຈີນ​ແລະ​ໄທ​ບໍ່​ມີ​ໃຜ​ອື່ນ​ໄກ, ສອງ​ຝ່າຍ​ສະ​ໜິດ​ສະ​ໜົມ​ປານ​ອ້າຍ​ນ້ອງ​ກັນ, ຕ້ອງ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຮ່ວມ​ກັນ.” ໄທ ແລະ ຈີນ​ໄດ້​ຕັ້ງ​ໜ້າ​ຮ່ວມ​ມື​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ສອງ​ຝ່າຍ​ໄດ້​ສົ່ງ​ຜ້າ​ປິດ​ປາກ ແລະ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ໃຫ້​ກັນ​ແລະ​ກັນ. ປະ​ຊາ​ຊົນ​ສອງ​ຊາດ​ໄດ້​ໃຫ້​ກຳ​ລັງ​ໃຈ​ກັນ ພ້ອມ​ທັງ​​ຫວັງ​ໃຫ້​ມີ​ການຟື້ນ​ຟູ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢ່າງ​ຮອບ​ດ້ານ​ໂດຍ​ໄວ.

ນອກ​ຈາກ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ໃນ​ດ້ານ​ວັດ​ຖຸ​ອຸ​ປະ​ກອນ​ແລ້ວ, ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຍັງ​ໄດ້​ດຳ​ເນີນ​ການ​ແລກ​ປ່ຽນ​ດ້ານ​ເຕັກ​ນິກ ແລະ ບົດ​ຮຽນ​ຢ່າງ​ໃກ້​ຊິດ ເຊິ່ງ​ໄດ້​ເຮັດ​ໃຫ້​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຂອງ​ສອງ​ຝ່າຍ​ປະ​ສົບ​ຜົນ​ສຳ​ເລັດ.

ເພື່ອ​ຊ່ວຍ​ກຳ​ປູ​ເຈຍ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ທີມ​ແພດ​ຈີນ​ໄດ້​ເດີນ​ທາງ​ໄປ​ເຖິງ​ນະ​ຄອນຫຼວງ​ພະ​ນົມ​ເປັນ​ໃນ​ວັນ​ທີ 23 ມີ​ນາ​ຜ່ານ​ມາ​ນີ້, ນີ້​ແມ່ນ​ທີມ​ແພດ​ຈີນ​ທີມ​ທຳ​ອິດ​ທີ່​ໄປ​ຊ່ວຍ​ເຫຼືອ​ປະ​ເທດ​​ໃກ້​ຄຽງ ນັບ​ແຕ່​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ປີ​ນີ້​ແມ່ນ​ປີ​ຮ່ວມ​ມື​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຈີນ-ອາ​ຊຽນ. ໃນ​ການ​ຮ່ວມ​ມື​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ລະ​ຫວ່າງ​ສອງ​ຝ່າຍ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ອິນ​ເຕີ​ເນັດ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ. ໂຮງ​ໝໍ​ເລກ 1 ທີ່​ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດກວາງ​ຊີ​ໄດ້​ດຳ​ເນີນ​ການ​ບົ່ງ​ມະ​ຕິ​ທາງ​ອິນ​ເຕີ​ເນັດ​ຮ່ວມ​ກັບ​ສະ​ຖາ​ບັນ​ການ​ແພດ​ຂອງຫຼາ​ຍ​ປະ​ເທດ​ອາ​ຊຽນ ເຊັ່ນ: ກຳ​ປູ​ເຈຍ​ເປັນ​ຕົ້ນ. ໃນ​ຂະ​ນະ​ດຽວ​ກັນ, ທາງ​ໂຮງ​ໝໍ​ຍັງ​ໄດ້​ຮຽບ​ຮຽງ “​ປຶ້ມບົດ​ຮຽນ​ປ້ອງ​ກັນ​ແລະ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19” ​ເປັນຫຼາຍ​ພ​າ​ສາ, ​ຖ່າຍ​ທຳ​ວິ​ດີ​ໂອ​ກ່ຽວ​ກັບ​ຂໍ້​ມູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ ແລະ ອື່ນໆ, ແຈກ​ຢາຍ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ ໂດຍ​ຜ່ານ​ສະ​ຖານ​ກົງ​ສຸນ​ບັນ​ດາ​ປະ​ເທດ​ອາ​ຊຽນ​ປະ​ຈຳ​ນະ​ຄອນ​ໜານ​ໜິງ, ໂຮງ​ໝໍ​ຮ່ວມ​ມື​ສາ​ກົນ, ທີມ​ແພດ​ຈີນ​ທີ່​ໄປ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ ແລະ ອື່ນໆ.

ກໍ​ຍ້ອນ​ວ່າ​ສອງ​ຝ່າຍ​ໄດ້​ພະ​ຍາ​ຍາມ​​ຮ່ວມ​ກັນ​ໃນ​ການ​ຕ້ານ​ກັບ​ກາ​ນ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ການ​ຮ່ວມ​ມື​​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ໄດ້​ບັນ​ລຸ​ການ​ເຕີບ​ໂຕ​ພາຍ​ໃນ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ຈາກການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. 10 ເດືອນ​ຕົ້ນ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າ​ສອງ​ຝ່າຍ​ໄດ້​ບັນ​ລຸ​ເຖິງ 3790 ຕື້ຢວນ, ເພີ່ມ​ຂຶ້ນ 7% ເມື່​ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ເຊິ່ງກວມ​ເອົາ 14,6% ຂອງຍອດ​ມູນ​ຄ່າ​ການ​ຄ້າ​ຈີນ​ກັບ​ຕ່າງ​ປະ​ເທດ. ຈີນ​ແລະ​ອາ​ຊຽນ​ຕ່າງ​ກໍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ກັນ​ແລະ​ກັນ. 3 ໄຕ​ມາດ​​ຂອງ​ປີ​ນີ້, ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຈີນ​ຢູ່​ບັນ​ດາ​ປະ​ເທດອ​າ​ຊຽນ​ມີ​ເຖິງ 10,72 ຕື້​ໂດ​ລາ​ສະ​ຫະ​ລັດ, ໄດ້​ເພີ່ມ​ຂຶ້ນ 76,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດ​ຽວ​ກັນ​ຂອງ​ປີ​ຜ່ານ​ມາ.

ເຖິງວ່າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ນຳ​ເອົາ​ຜົນ​ກະ​ທົບ​ໃນ​ລະ​ດັບ​ໃດ​ໜຶ່ງ​ມາ​ໃຫ້​ກາ​ນ​ຮ່ວມ​ມື​​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ລາວ​ແລະ​ຈີນ​ກໍ​ຕາມ, ແຕ່​ທ່ານ​ວິ​ລະ​ສັກ ສົມ​ພົງ ກົງ​ສຸນ​ໃຫຍ່​ລາວ​ປະ​ຈຳ​ນະ​ຄອນ​ໜານ​ໜິງ​ກ່າວ​ວ່າ: ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ການ​ຮ່ວມ​ມື​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຈີນ-ອາ​ຊຽນ ຈະ​ນຳ​ເອົາ​ພະ​ລັງ​ຊຸກ​ດັນ​ໃໝ່​ມາ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ ແລະ ການ​ທ່ອງ​ທ່ຽວ ລະ​ຫວ່າງ​ຈີນ​ແລະ​ລາວ ກໍ​ຄື ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ທົ່ວ​ພາກ​ພື້ນ.

ຄຳ​ເຫັນ

0