ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 19 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມສົນທະນາກັບຜູ້ນຳດ້ານອຸດສາຫະກຳການຄ້າຂອງອົງການຮ່ວມມືເສດຖະກິດອາຊີປາຊີຟິກຢູ່ນະຄອນຫຼວງປັກກິ່ງໂດຍຜ່ານທາງວີດີໂອ, ທັງໄດ້ກ່າວຄຳປາໄສທີ່ມີຫົວຂໍ້ວ່າ “ສ້າງສະພາບການພັດທະນາໃໝ່ ບັນລຸເປົ້າໝາຍທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ”.
ທ່ານສີຈິ້ນຜິງກ່າວວ່າ: “ອາຊີປາຊີຟິກແມ່ນບ້ານເມືອງຮ່ວມຂອງພວກເຮົາ, ການຮັກສາສັນຕິພາບ ສະຖຽນລະພາບຂອງອາຊີປາຊີຟິກ ຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງສອດຄ່ອງກັບຜົນປະໂຫຍດຮ່ວມຂອງພວກເຮົາ. ບັນດາປະເທດອາຊີປາຊີຟິກມີຄວາມສະດວກໃນການໄປມາຫາສູ່ກັນດ້ານບຸກຄະລາກອນ, ທັງມີຄວາມສະດວກທາງດ້ານພູມສັນຖານທີ່ປິ່ນໜ້າໃສ່ກັນຈາກແຄມຝັ່ງມະຫາສະມຸດ. ພວກເຮົາຄວນປະຕິບັດໃຫ້ສອດຄ່ອງກັບກົດເກນຕະຫຼາດ, ກຳແໜ້ນໂອກາດທີ່ເສດຖະກິດໂລກາພິວັດ ເສດຖະກິດພາກພື້ນເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ, ນຳໜ້າໃນກະແສຂອງຍຸກສະໄໝ, ກ້າວເດີນຢູ່ແຖວໜ້າແຫ່ງການເຕີບໂຕຂອງເສດຖະກິດໂລກ. ການພັດທະນາຂອງພາກພື້ນອາຊີປາຊີຟິກ ແລະການຮ່ວມມືດ້ານເສດຖະກິດຂອງພາກພື້ນໄດ້ກ້າວເຂົ້າສູ່ລວງເລິກ, ມີຄວາມຈຳເປັນຂອງປະຫວັດສາດທີ່ເລິກເຊິ່ງ, ສອດຄ່ອງກັບຄວາມມຸ່ງຫວັງຂອງປະຊາຊົນບັນດາປະເທດອາຊີປາຊີຟິກ, ກໍຈະສືບຕໍ່ສະແດງໃຫ້ເຫັນເຖິງພະລັງຊີວິດທີ່ເຂັ້ມແຂງຢ່າງແນ່ນອນ.”
ຄຳເຫັນ
0