ເມື່ອບໍ່ດົນມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວເນັ້ນໃນກອງປະຊຸມວຽກງານການບໍລິຫານປະເທດຕາມກົດໝາຍຢ່າງຮອບດ້ານຢູ່ນະຄອນຫຼວງປັກກິ່ງວ່າ: ຈີນຈະຍຶດໝັ້ນການຊຸກຍູ້ການຫັນເປັນທັນສະໄໝຂອງລະບົບ ແລະຄວາມສາມາດການບໍລິຫານປະເທດຕາມກົດໝາຍ, ຍຶດໝັ້ນການຊຸກຍູ້ການບໍລິຫານປະເທດຕາມກົດໝາຍ ແລະຄຸ້ມຄອງວຽກງານຕ່າງປະເທດດ້ວຍກົດໝາຍໃຫ້ເປັນເອກະພາບກັນ.
ພັກກອມມູນິດຈີນເວລາໃດກໍໃຫ້ຄວາມສຳຄັນຕໍ່ການກໍ່ສ້າງດ້ານການບໍລິຫານປະເທດ, ໂດຍສະເພາະແມ່ນສຸມໃສ່ການບໍລິຫານຕາມກົດໝາຍໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງຈີນ. ທ່ານສີຈິ້ນຜິງກ່າວວ່າ: ການຍຶດໝັ້ນການນຳພາຂອງພັກກອມມູນິດຈີນແມ່ນສິ່ງຮັບປະກັນພື້ນຖານໃນການຊຸກຍູ້ການບລິຫານປະເທດຕາມກົດໝາຍຢ່າງຮອບດ້ານ. ທ່ານກ່າວເນັ້ນວ່າຕ້ອງຍຶດໝັ້ນໃນການຖືເອົາລະບົບການບໍລິຫານປະເທດຕາມກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນເປັນຈຸດພື້ນຖານລວມ ເພື່ອຊຸກຍູ້ການບໍລິຫານປະເທດຕາມກົດໝາຍຢ່າງຮອບດ້ານ, ຈີນເດັດດ່ຽວບໍ່ນຳໃຊ້ຮູບແບບ ແລະວິທີການຂອງປະເທດອື່ນ, ບໍ່ເດີນຕາມເສັ້ນທາງ “ລັດຖະທຳມະນູນນິຍົມ” ແລະ “ສິດອຳນາດ 3 ຝ່າຍ” ຂອງປະເທດຕາເວັນຕົກ.
ເປົ້າໝາຍຫຼັກຂອງຈີນໃນການຊຸກຍູ້ການບໍລິຫານປະເທດຕາມກົດໝາຍຢ່າງຮອບດ້ານແມ່ນເພື່ອຮັບປະກັນສິດຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງປະຊາຊົນ. ໃນກອງປະຊຸມຄັ້ງໜຶ່ງໃນ 2 ປີກ່ອນໜ້ານີ້, ທ່ານສີຈິ້ນຜິງເຄີຍກ່າວວ່າ: ປັດຈຸບັນນີ້, ຄວາມປາຖະໜາຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມໄດ້ຜັນຂະຫຍາຍໄປສູ່ຄວາມເປັນປະຊາທິປະໄຕ, ການບໍລິຫານຕາມກົດໝາຍ, ມີຄວາມຍຸຕິທຳ, ມີຄວາມທ່ຽງທຳ, ມີຄວາມປອດໄພ, ມີສິ່ງແວດລ້ອມທີ່ດີ ແລະອື່ນໆ. ທ່ານກ່າວເນັ້ນວ່າ: ນີ້ຈະກາຍເປັນຈຸດສຸມໃນການຈັດຕັ້ງປະຕິບັດການບໍລິຫານປະເທດຕາມກົດໝາຍຢ່າງເຂັ້ມງວດຂອງພວກເຮົາ. ໃນກອງປະຊຸມວຽກງານການບໍລິຫານປະເທດຕາມກົດໝາຍຢ່າງຮອບດ້ານຄັ້ງນີ້, ທ່ານສີຈິ້ນຜິງກ່າວຢ່າງຈະແຈ້ງອີກເທື່ອວ່າ: ຕ້ອງຕັ້ງໜ້າຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການ ແລະຄວາມປາຖະໜາໃໝ່ຂອງປະຊາຊົນ, ຄົ້ນຄວ້າວາງແຜນ ແລະແກ້ໄຂບັນຫາພົ້ນເດັ່ນທີ່ປະຊາຊົນສ່ອງແສງໃນຂົງເຂດການບໍລິຫານປະເດທຕາມກົດໝາຍ, ໃຫ້ປະຊາຊົນຮູ້ສຶກວ່າໄດ້ຮັບຜົນປະໂຫຍດ, ມີຄວາມສຸກ ແລະຄວາມປອດໄພຢ່າງບໍ່ຢຸດຢັ້ງ, ຮັບປະກັນຄວາມຢູ່ເຢັນເປັນສຸກຂອງປະຊາຊົນຕາມກົດໝາຍ.
ທ່ານສີຈິ້ນຜິງກ່າວຕື່ມວ່າ: ຕ້ອງຕັ້ງໜ້າສ້າງກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ, ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ, ສາທາລະນະສຸກ, ຄວາມປອດໄພດ້ານຊີວະນານາພັນ, ຄວາມສີວິໄລດ້ານນິເວດ, ການປ້ອງກັນຄວາມສ່ຽງ, ການຄຸ້ມຄອງວຽກງານຕ່າງປະເທດຕາມກົດໝາຍ ແລະອື່ນໆ, ຮັບປະກັນໃຫ້ຮູບແບບທຸລະກິດໃໝ່ ແລະຮູບແບບອຸດສາຫະກຳໃໝ່ພັດທະນາຢ່າງປອດໃສດ້ວຍກົດໝາຍ ແລະການຄຸ້ມຄອງທີ່ດີ.
ເດືອນກຸມພາປີ 2020, ໃນໄລຍະທີ່ສຳຄັນໃນການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19, ທ່ານສີຈິ້ນຜິງໄດ້ກ່າວເນັ້ນວ່າ: ເມື່ອຜະເຊີນໜ້າກັບຄວາມຫຍຸ້ງຍາກທີ່ສຸດໃນການປ້ອງກັນ ແລະຄວບຄຸມພະຍາດນັ້ນ, ຕ້ອງຍຶດໝັ້ນການປ້ອງກັນ ແລະຄວບຄຸມຕາມກົດໝາຍ. ໃນກອງປະຊຸມວຽກງານການບໍລິຫານປະເທດຕາມກົດໝາຍຢ່າງຮອບດ້ານຄັ້ງນີ້, ທ່ານສີຈິ້ນຜິງກ່າວຢ່າງໜັກແໜ້ນວ່າ: ຕ້ອງຍຶດໝັ້ນການຮັບມືກັບສິ່ງທ້າທາຍ, ຕໍ່ຕ້ານຄວາມສ່ຽງ, ຜ່ານຜ່າອຸປະສັກ ແລະແກ້ໄຂຄວາມຫຍຸ້ງຍາກອັນໃຫຍ່ຫຼວງຕາມກົດໝາຍ.
ຄຳເຫັນ
0