蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນ​ໄດ້​ເປີດກວ້າງການ​ເປີດ​ປະ​ຕູ​ສູ່​ພາຍນອກ​​ໃນ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່

2020-11-20 15:35:50 CRI

ວັນ​ທີ 19 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ລະ​ຫ​ວ່າງ​ຜູ້​ນຳ​ອຸດ​ສາ​ຫະ​ກຳ​ການ​ຄ້າ​​ຂອງອົງ​ການ​ເອ​ເປັກ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ຜ່ານ​ທາງວິ​ດີ​ໂອ ໂດຍ​ກ່າວ​ເນັ້ນ​ວ່າ: ພາຍ​ໃຕ້​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່, ຈີນ​ຈະ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕື່ມ​ອີກ ເພື່ອ​ແບ່ງ​ປັນ​ໂອ​ກາດ​ກາ​ນ​ພັດ​ທະ​ນາ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ.

ເຖິງວ່າ​ສະ​ພາບ​ແວດ​ລ້ອ​ມ​ສາ​ກົນ​ນັບ​ມື້​ນັບ​ສັບ​ສົນ, ສະ​ພາບ​ແວດ​ລ້ອມ​ການ​ພັດ​ທະ​ນາ​ຂອງ​ຈີນ​ກໍ​ຜະ​ເຊີນ​ໜ້າ​ກັບ​ການ​ປ່ຽນ​ແປງ​ທີ່​ສັບ​ສົນ​ເລິກ​ເຊິ່ງ, ແຕ່​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແມ່ນ​ນະ​ໂຍ​ບາຍ​ພື້ນ​ຖານ​ຂອງ​ຈີນ, ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ເດັດ​ຂາດຕະຫຼອດ​ໄປ. ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມະ​ການ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຈີນ​ສະ​ໄໝ​ທີ 19 ໄດ້​ສຳຫຼວດ​ພິ​ຈາ​ລະ​ນາ​ ແລະ ຜ່ານ​ການ​ຮັບ​ຮອງ “ຂໍ້​ສະ​ເໜີ​ຂອງ​ສູນ​ກາງ​ພັກ​ກ່ຽວ​ກັບ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14 ແລະ ເປົ້າ​ໝາຍ​ໄລ​ຍະ​ຍາວ​ຮອດ​ປີ 2035” ໂດຍ​ຊີ້​ອອກ​ຢ່າງ​ຈະ​ແຈ້ງວ່າ: ຈີນ​ຈະ​ຍຶດ​ໝັ້ນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ພື້ນ​ຖານ​​ດ້ວຍ​ການເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ, ຊຸກ​ຍູ້​​ໂຄງ​ປະ​ກອບ​​ດ້ານເສດ​ຖະ​ກິດ​ໃໝ່​ແບບ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງ​ກວ່າ​ເກົ່າ ເພື່ອ​ສ້າງ​ສະ​ພາບ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃໝ່.

ນັບ​ແຕ່​ຕົ້ນ​ປີ​ມາ​ນີ້, ເຖິງວ່າ​ພ​ະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ກໍ​ຕາມ, ແຕ່​ຈີນ​​ຍັງໄດ້​ຍຶດ​ໝັ້ນ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ ແລະ ໄດ້​ວາ​ງ​ມາ​ດ​ຕະ​ການ​​ໃໝ່​ໃນ​ການເປີດ​ປະ​ຕູ​ສູ່​ພາຍນອກ​ເລື້ອຍໆ. ການ​ປະ​ຕິ​ບັດ​ກົດ​ໝາຍ​​ວ່າ​ດ້ວຍ​ການລົງ​ທຶນ​ຂອງ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ ແລະ ກົດ​ລະ​ບ​ຽບ​​ທີ່​ກ່ຽວ​ຂ້ອງ​ໃນ​ການ​ຈັດ​ຕັ້ງປະ​ຕິ​ບັດ​ຢ່າງ​ຮອບ​ດ້ານ, ​ໄດ້ຫຼຸດ​ບັນ​ຊີ​ດ້ານ​ລົບ​ໃນ​ການ​ອະ​ນຸ​ມັດ​ການ​ລົງ​ທຶນ​ຂອງ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ຕື່ມ​ອີກ, ຊຸກ​ຍູ້​ການ​ອະ​ນຸ​ມັດ​ໃຫ້​ເຂົ້າ​ເຖິງ​ຕະຫຼາດ​ການ​ເງິນ​ເທື່ອ​ລະ​ກ້າວ, ວາງ​ແຜນ​ການ​ສ້າງ​ສາ​ທ່າ​ການ​ຄ້າ​ເສ​ລີ​ໄຫຫຼຳ ແລະ ອື່ນໆ, ມາດ​ຕະ​ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕ່າງໆ ໄດ້​ເປັນ​ກຳ​ລັງ​ຊຸກ​ດັນ​ທີ່​ແຂງ​ແຮງກວ່າ​ເກົ່າ ເພື່ອ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ​ແບ່ງ​ປັນ​ໂອ​ກາດ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ຂອງ​ຈີນ.

ໃນ​ຂະ​ນະ​ທີ່ 3 ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ຈີນ​ສາ​ມາດ​ພິກ​ກັບ​ມາ​ເປັນ​ເລກບວກ​ເປັນ​ຄັ້ງ​ທຳ​ອິດ ແລະ ອາດ​ຈະ​ກາຍ​ເປັນ​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​ທີ່​ສາ​ມາດ​ບັນ​ລຸ​ການ​ເຕີບ​ໂຕ​ເປັນ​ເລກບວກ​ໄດ້​ພຽງ​ໜຶ່ງດຽວ​ໃນ​ໂລກ. ຈາກ​ນີ້​ຈິ່ງ​ເຫັນ​ໄດ້​ວ່າ: ພາຍ​ໃຕ້​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່, ເສດ​ຖະ​ກິດ​ຈີນ​​ທີ່​ໄດ້​ພັດ​ທ​ະ​ນາ​ໄປ​ທິດ​ທາງ​ທີ່​ດີ​ຢ່າງ​ໜັກ​ແໜ້ນ​, ​ຈະ​ຊ່ວຍກະ​ຕຸ​ກ​ຊຸກ​ຍູ້​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ຕະຫຼາດ​ອັນ​ມະ​ຫາ​ສານ​ຂອງ​ຈີນ​ຢ່າງ​ເຕັມ​ທີ່. ອີງ​ຕາມ​ທ່າ​ແຮງ​ຂອງ​ຕະຫຼາດ​ຂະ​ໜາດ​ໃຫຍ່​ພິ​ເສດ​ແບບ​ນີ້, ຈີນ​ຈະ​ມີ​ຄວາມ​ໝັ້ນ​ໃຈ ແລະ ມີ​ຄວາມ​ສາ​ມາດຫຼາຍກວ່າ​ເກົ່າ​ໃນ​ການ​ເປີດກວ້າງ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ.

​ຈິ່ງ​ເຫັນ​ໄດ້​ວ່າ: ຄຽງ​ຄູ່​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່​​ທີ່ໄດ້​ຮັບ​ກາ​ນ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ, ຈີນ​ຈະ​ມີ​ມາດ​ຕະ​ການ​ໃໝ່​ໃນ​ການເປີດ​ປະ​ຕູ​ສູ່​ພາຍນອກ​​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ​ອອກ​ມາ​ເລື້ອຍໆ, ຈະ​ແບ່ງ​ປັນ​ໂອ​ກາດ​​ການພັດ​ທະ​ນາ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ, ຊຸກ​ຍູ້​ການ​ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປ​ະ​ຕູ​ສູ່​ພາຍນອກ, ພະ​ຍາ​ຍາມ​ເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ, ຕໍ່​ເນື່ອງ, ດຸນ​ດ່ຽງ ແລະ ກວ​ມ​ລວມ ເພື່ອ​ເພີ່ມ​ພະ​ລັງ​ທີ່​ສ້າງ​ສັນຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ທົ່ວ​ໂລກ.

ຄຳ​ເຫັນ

0