ເດືອນພະຈິກປີ 2019, ໃນເວລາເຂົ້າຮ່ວມການພົບປະລະຫວ່າງຜູ້ນຳປະ ເທດບຼິກສທີ່ນະຄອນຫຼວງບຣາຊີເລຍປະເທດເບຼຊິນ, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ສະເໜີໃຫ້ສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກທີ່ເປີດກວ້າງກວມລວມ, ການເຕີບໂຕແບບປະດິດສ້າງໃໝ່, ເຊື່ອມໂຍມເຊື່ອມຈອດກັນ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ວັນທີ 20 ພະຈິກ2020ນີ້, ໃນເວລາເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼື APEC ຄັ້ງທີ 27, ທ່ານສີຈິນຜິງໄດ້ກ່າວຄຳປາໄສທີ່ພາດຫົວຂໍ້ວ່າ: ຮ່ວມມືກັນສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກ ໂດຍໄດ້ອະທິບາຍຢ່າງຮອບດ້ານ ວ່າ ຈະຮ່ວມມືກັນສ້າງປະຊາຄົມຮ່ວມຊາຕາກຳອາຊີຟາຊີຟິກແນວໃດ.
ທ່ານສີຈິ້ນຜິງກ່າວວ່າ: ປີນີ້, ໜ້າທີ່ສຳຄັນຢ່າງໜຶ່ງຂອງອົງການຮ່ວມມືເສດຖະກິດ ອາຊີປາຊີຟິກແມ່ນເລີ່ມປະຕິບັດວິໄສທັດການຮ່ວມມືຫຼັງປີ 2020.
ກອງປະຊຸມໃນມື້ດຽວກັນໄດ້ຮັບຮອງເອົາ “ວິໄສທັດປູຕຣາຈາຢາຂອງອົງການ ຮ່ວມມືເສດຖະກິດອາຊີປາຊີຟິກ 2040” ທີ່ລະບຸວ່າ: “ພວກເຮົາຫວັງວ່າ ຈະສ້າງ ປະຊາຄົມອາຊີປາຊີຟິກທີ່ເປີດກວ້າງ, ມີຊີວິດຊີວາ, ເຂັ້ມແຂງ ແລະ ສັນຕິພາບ ເມື່ອຮອດປີ 2040.” ເຊິ່ງຈະເປັນເອກະສານໂຄງການທີ່ນຳພາການຮ່ວມມືຂອງ APEC ໃນ 20 ປີຕໍ່ໜ້າ. ທ່ານສີຈິ້ນຜິງກ່າວວ່າ: “ພວກເຮົາຄວນຖືເລື່ອງນີ້ ເປັນຈຸດເລີ່ມຕົ້ນໃໝ່ເພື່ອເປີດໄລຍະໃໝ່ແຫ່ງການຮ່ວມມືຂອງອາຊີປາຊີຟິກ.”
ໃນເວລາອະທິບາຍ 4 ເນື້ອໃນແກນກາງຂອງການສ້າງປະຊາຄົມຮ່ວມຊາຕາກຳ ອາຊີປາຊີຟິກ, ກ່ອນອື່ນ,ທ່ານສີຈິ້ນຜິງໄດ້ກ່າວເນັ້ນວ່າ ຕ້ອງຍຶດໝັ້ນການເປີດກວ້າງ ກວມລວມ. ວັນທີ 15 ພະຈິກນີ້, ຈີນ ແລະ 14 ປະເທດໄດ້ເຊັນສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEPຢ່າງເປັນທາງການ. ວົງການພາຍນອກເຫັນໂດຍທົ່ວໄປວ່າ: ນີ້ເປັນໄຊຊະນະຂອງລັດທິຫຼາຍຝ່າຍແລະ ການຄ້າເສລີ.
ທ່ານສີຈິ້ນຜິງກ່າວຢ່າງຈະແຈ້ງວ່າ: “ພາກພື້ນອາຊີປາຊີຟິກຕ້ອງສະໜັບສະໜູນ ລະບົບການຄ້າຫຼາຍຝ່າຍທີ່ຖືອົງການການຄ້າໂລກເປັນແກນກາງຢ່າງເດັດດ່ຽວໜຽວແໜ້ນ ສືບຕໍ່ຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ, ສ້າງເຂດການຄ້າເສລີອາຊີປາຊີຟິກໃຫ້ສຳເລັດໂດຍໄວ. ຈີນຊົມເຊີຍການບັນລຸການລົງນາມໃນສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນຢ່າງສຳເລັດຜົນ ແລະຈະຕັ້ງໜ້າພິຈະລະນາເພື່ອເຂົ້າ ຮ່ວມສັນຍາການພັວພັນຄູ່ຮ່ວມຂ້າມປາຊີຟິກກ້າວໜ້າແລະຮອບດ້ານ.”
ໃນເວລາປະກອບຄຳເຫັນໃນກອງປະຊຸມດັ່ງກ່າວ, ທ່ານສີຈິ້ນຜິງຊີ້ອອກວ່າ: ຕ້ອງຍຶດໝັ້ນການເຕີບໂຕແບບປະດິດສ້າງໃໝ່, ຍຶດໝັ້ນການເຊື່ອມໂຍງເຊື່ອມຈອດກັນ, ຍຶດໝັ້ນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ເຊິ່ງ 3 ດ້ານນີ້ກໍແມ່ນເນື້ອໃນສຳຄັນໃນການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກ.
ໃນດ້ານການຍຶດໝັ້ນການເຕີບໂຕແບບປະດິດສ້າງໃໝ່, ທ່ານສີຈິ້ນຜິງກ່າວເນັ້ນວ່າ: “ພວກເຮົາຕ້ອງຈັດຕັ້ງປະຕິບັດແຜນແມ່ບົດພັດທະນາເສດຖະກິດທາງອິນເຕີເນັດແລະດິຈີຕອນຂອງອົງການAPECຢ່າງຮອບດ້ານ”.
ໃນດ້ານການຍຶດໝັ້ນການເຊື່ອມໂຍງເຊື່ອມຈອດກັນ, ທ່ານສີຈິ້ນຜິງກ່າວເນັ້ນວ່າ: “ພວກເຮົາຕ້ອງສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດແຜນແມ່ບົດເຊື່ອມໂຍງເຊື່ອມຈອດກັນຂອງອົງການAPECໃຫ້ໄດ້ຮັບຜົນຕົວຈິງ.”
ເດືອນຕຸລາປີ 2014, ກອງປະຊຸມອົງການAPECທີ່ນະຄອນຫຼວງປັກກິ່ງໄດ້ຮັບຮອງ “ແຜນແມ່ບົດເຊື່ອມໂຍງເຊື່ອມຈອດກັນຂອງອົງການAPEC”. ການເຊື່ອມໂຍງເຊື່ອມຈອດກັນແມ່ນພື້ນຖານສຳຄັນທີ່ເສດຖະກິດພາກພື້ນເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ, ເຊິ່ງມີຄວາມສຳຄັນພົ້ນເດັ່ນຍິ່ງຂຶ້ນພາຍໃຕ້ສະພາບການທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19ຢ່າງຮ້າຍແຮງໃນທົ່ວໂລກ.
ໃນດ້ານການຍຶດໝັ້ນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ທ່ານສີຈິ້ນຜິງກ່າວເນັ້ນວ່າ: “ພວກເຮົາຄວນລົງເລິກການພົວພັນຄູ່ຮ່ວມມືອາຊີປາຊີຟິກທີ່ມີຄວາມໄວ້ເນື້ອເຊື່ອໃຈກັນ, ການກວມລວມ, ການຮ່ວມມື ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.” ເຊິ່ງການພົວພັນຄູ່ຮ່ວມມືອາຊີປາຊີຟິກແມ່ນທ່ານສີຈິ້ນຜິງສະເໜີອອກມາກ່ອນໝູ່ໃນພິທີເປີດກອງປະຊຸມສຸດຍອດອຸດສາຫະກຳການຄ້າອົງການAPECເມື່ອປີ 2014. ມີແຕ່ເສີມສ້າງຜົນປະໂຫຍດຮ່ວມໃນການຮ່ວມມືພາກພື້ນອາຊີປາຊີຟິກໃຫ້ນັບມື້ນັບເພີ່ມຂຶ້ນ, ຈຶ່ງຈະສາມາດບັນລຸການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນໄດ້.
ໃນເວລາປະກອບຄຳເຫັນໃນກອງປະຊຸມຄັ້ງນີ້, ທ່ານສີຈິ້ນຜິງຍັງໄດ້ປະກາດມາດຕະການສຳຄັນຫຼາຍຢ່າງຂອງຈີນ, ຄື: ຈີນຈະຈັດກອງປະຊຸມສຳມະນາກ່ຽວກັບການຄ້າ ແລະ ການລົງທຶນທີ່ມີລັກສະນະກວມລວມ, ເພື່ອໃຫ້ຂໍ້ສະເໜີກ່ຽວກັບ ນະໂຍບາຍດ້ານການຄ້າ ແລະ ການລົງທຶນທີ່ເປັນປະໂຫຍດໃຫ້ແກ່ປະຊາຊົນຢ່າງກວ້າງຂວາງ. ປີໜ້າ, ຈີນຍັງຈະຈັດກອງປະຊຸມສຳມະນາກ່ຽວກັບການລຶບລ້າງຄວາມທຸກຍາກດ້ວຍເຕັກນິກດິຈີຕອນ, ເສີມຂະຫຍາຍທ່າແຮງດ້ານເຕັກນິກດິຈີຕອນ, ຊ່ວຍຊຸກຍູ້ພາລະກິດລຶບລ້າງຄວາມທຸກຍາກຢູ່ພາກພື້ນອາຊີປາຊີຟິກ.
ໃນກອງປະຊຸມຄັ້ງນີ້, ທ່ານສີຈິ້ນຜິງຍັງໄດ້ຍົກເອົາສຸພາສິດ ຂອງມະເລເຊຍ ປະເທດເຈົ້າພາບຂອງກອງປະຊຸມຄັ້ງນີ້ມາກ່າວວ່າ: “ເມື່ອພົບພູສູງກໍປິນໄຕ່ໄປພ້ອມກັນ, ເມື່ອພົບຄອງນໍ້າກໍຂ້າມໄປພ້ອມກັນ.” ພາກພື້ນອາຊີປາຊີຟິກມີຄວາມເຂັ້ມແຂງ ແລະມີຊີວິດຊີວາຫຼາຍທີ່ສຸດໃນການເຕີບໂຕຂອງເສດຖະກິດໂລກ, ສະນັ້ນ, ການຮ່ວມມືກັນສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກ, ພົວພັນເຖິງການພັດທະນາຂອງພາກພື້ນນີ້, ພົວພັນເຖິງຄວາມສຸກຂອງປະຊາຊົນ, ກໍພົວພັນເຖິງອະນາຄົດຂອງທົ່ວໂລກເຊັ່ນກັນ.
ຄຳເຫັນ
0