覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ພະ​ຍາ​ຍາມ​ເຮັດ​ໃຫ້​ຢາ​ວັກ​ຊີນ​ຕ້​ານ​ພະ​ຍາດ​ໂຄວິດ-19 ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ທີ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ສາ​ມາດ​ເຂົ້າ​ເຖິງ​ແລະສາ​ມາດ​ຊື້​ໄດ້

2020-11-22 16:50:56 cri

ຕອນຄ່ຳວັນທີ 21 ພະຈິກນີ້, ທ່ານສີຈິ້ນຜິງປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມໄລຍະທີໜຶ່ງຂອງກອງປະຊຸມສຸດຍອດຜູ້ນຳກຸ່ມ G20 ຄັ້ງທີ 15 ຜ່ານທາງວິດີໂອຢູ່ນະຄອນຫຼວງປັກກິ່ງແລະກ່າວຄຳປາໄສສຳຄັນ.
 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຈີນ​ຈະ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ແລະ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ຢາ​ວັກ​ຊີນ​ຕ້ານ​ພະ​ຍາດ​ໂຄວິດ-19, ແລະ​ໄດ້​ເຂົ້າ​ຮ່ວມ​ແຜນ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ຢາ​ວັກ​ຊີນ​ຕ້ານ​ພະ​ຍາດ​ໂຄວິດ-19 ແລ້ວ, ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມືກັບ​ບັນ​ດາ​ປະ​ເທດ​ໃນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ, ຜະ​ລິດ, ແຈກ​ຢາຍຢາ​ວັກ​ຊີ​ແລະ​ ​ວຽກ​ງານ​ທີ່​ກ່ຽວ​ຂ້ອງ​ອື່ນໆ. ຈີນ​ຈະ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາຂອງ​ຕົນ​ໂດຍ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ແລະ​ສະ​ໜັບ​ສະ​ໜູນ​ປະ​ເທດ​ພວມ​ພັດ​ທະ​ນາ​ອື່ນໆ, ພະຍາຍາມເຮັດໃຫ້ຢາວັກຊິນກາຍເປັນຜະລິດຕະພັນສາທາລະນະທີ່​ ປະຊາຊົນບັນດາປະເທດສາ​ມາດ​ເຂົ້າ​ເຖິງ​ແລະ ສາມາດຊື້ໄດ້.

ຄຳ​ເຫັນ

0