蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາ​ກ​​ເດັດ​ຖານຢ່າງ​ສິ້ນ​ເຊີງ

2020-11-25 16:08:07 CRI

ວັນ​ທີ 23 ພະ​ຈິກ​ນີ້, ອຳ​ນາດ​ການ​ປົກ​ຄອງ​ແຂວງ​ກຸ້ຍ​ໂຈ່ວ​ຈີນ​ໄດ້​ປະ​ກາດ​ວ່າ: 9 ເມືອງ​ທຸກ​ຍາກ​ໃນ​ແຂວງ​ຕົນ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລ້ວ, ມາ​ເຖິງ​ປັດ​ຈຸ​ບັນ​ນີ້, ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ຢູ່​ຊົນ​ນະ​ບົດ​ຂອງ​ຈີນ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ​​ທັງໝົດ ໂດຍ​ອີງ​ຕາມ​ມາດ​ຕະ​ຖານ​ຄວາມ​ທຸກ​ຍາກ​ໃນ​ປັດ​ຈຸ​ບັນ, ບັນ​ຫາ​ຄວາມ​ທຸກ​ຍາກ​ເດັດ​ຖານ​ທີ່​ສ້າງ​ຄວາມ​ລຳ​ບາກ​ໃຫ້​ແກ່​ຊົນ​ຊາດ​ຈີນ​ມາ​ເປັນ​ເວ​ລາຫຼາຍ​ພັນ​ປີ​ໄດ້​ຮັບ​ການ​ແກ້​ໄຂ​​ເປັນຄັ້ງ​ປະ​ຫວັດ​ສາດ.

ໃນຫຼາຍ​ປີ​ມາ​ນີ້, ຈີນ​ໄດ້​ເດີນ​ຕາມ​ເສັ້ນ​ທາງຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ທີ່​ມີ​​ສີ​ສັນ​ພິ​ເສດ​ຂອງ​ຈີນ​ທີ່​​ປະ​ສົບ​ຜົນ​ສຳ​ເລັດ​ເປັນ​ກ້າວໆ ແລະ ຄ່ອຍໆ​ກາຍ​ເປັນ​ລະ​ບົບ​ລະ​ບຽບ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ​ເປັນ​ການ​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່​ກ່ຽວ​ກັບ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ທີ່​ສຳ​ເລັດ​ຜົນ​ທີ່​ສຸດ ແລະ ໂດດ​ເດັ່ນ​ທີ່​ສຸດຂອງມວນ​ມະ​ນຸດ.

ມາ​ຮອດ​ທ້າຍ​ປີ 2012, ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ຢູ່​ຊົນ​ນະ​ບົດ​ຈີນຍັງ​ມີ​ເຖິງ 98,99 ລ້ານ​ຄົນ. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ຈີນ​ໄດ້​ຊຸກ​ຍູ້​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​​ຂະ​ໜາດ​​ໃຫຍ່ ແລະ ແຂງ​ແຮງ​ທີ່​ສຸດ ເຊິ່ງ​ບໍ່​ເຄີຍ​ມີ​ມາ​ກ່ອນ, ໂດຍ​ຜ່ານ​ການ​ລຶບ​ລ້າງ​ຄວາ​ມ​ທຸກ​ຍາກ​ຢ່າງ​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍເປັນ​ເວ​ລາ 8 ປີ ແລະ ບັ້ນ​ລຶບ​ລ້າງ​ຄວາ​ມ​ທຸກ​ຍາກໃນ​ຂັ້ນ​ສຸດ​ທ້າຍ​ເປັນ​ເວ​ລາ 5 ປີ, ໃນ​ທີ່​ສຸດ, ເມືອງ​ທຸກ​ຍາກ 832 ເມືອງ​ຂອງ​ຈີນ​ລ້ວນ​ແຕ່​​ສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ແຕ່​ລະ​ປີ, ຈ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ຂອງ​ຈີນ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກຫຼາຍກວ່າ 10 ລ້ານ​ຄົນ ເຊິ່ງ​ໄດ້​ສ້າງ​ຄວາມ​ມະ​ຫັດ​ສະ​ຈັນ​ໃນ​ປະ​ຫວັດ​ສາດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງມວນ​ມະ​ນຸດ.

ໃນ​ໂລກ​ນີ້​ບໍ່​ມີ​ປະ​ເທດ​ອື່ນ​ໃດ​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​​ໄດ້​ໃນ​ໄລ​ຍະ​ສັ້ນ​ທັງໂດດ​ເດັ່ນ​​ລັກ​ສະ​ນະ​ແບບ​ນີ້​ຄື​ຈີນ ເຊິ່ງ​ໄດ້​ຊ່ວຍ​ໃຫ້​ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ຈຳ​ນວນຫຼວງຫຼາຍຫຼຸດ​ພົ້ນ​ອ​ອກ​ຈາກ​ຄວາມ​ທຸກ​ຍາກ ແລະ ມຸ່ງ​ໜ້າ​ໄປ​ສູ່​ຊີ​ວິດ​ທີ່​ສຸກ​ສຳ​ລານ. ໃນ​ຂະ​ນະ​ທີ່​ເຮັດ​ສຳ​ເລັດ​ເປົ້າ​ໝາຍ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ແລ້ວ, ຈີນ​ຍັງ​ໄ​ດ້​ບັນ​ລຸ​ເປົ້າ​ໝາຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຕາມ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່ອນ​ເວ​ລາ​ກຳ​ນົດ 10 ປີ ເຊິ່ງ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ຕໍ່​ພາ​ລະ​ກິດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ໂລກ ພ້ອມ​ທັງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ ແລະ ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ປະ​ເທດ​ຕ່າງໆ​ໃນ​ໂລກ ເພື່ອ​ເຮັດ​ສຳ​ເລັດ​​ໜ້າ​ທີ່​ເປົ້າ​ໝາຍ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຕົນ. ຍຸດ​ທະ​ສາດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ໄດ້​ສ້າງ​ແຜນ​ການ​ແກ້​ໄຂ​ທີ່​ບັງ​ເກີດ​ຜົນ​ໃຫ້​ແກ່​ພາ​ລະ​ກິດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ໂລກ.

ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ບໍ່​ແມ່ນ​ເປົ້າໝາຍສຸດ​ທ້າຍ, ຫາກ​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ໃໝ່​ເພື່ອ​ສູ້​ຊົນ​ສະ​ແຫວງ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ໃໝ່. ພາຍຫຼັງ​ເຮັດ​ສຳ​ເລັດ​ໜ້າ​ທີ່​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ແລ້ວ, ນະ​ໂຍ​ບາຍ​ຂອງ​ຈີນ​ກໍ​ໄດ້​ເນັ້ນ​ໄປ​ສູ່​​ການປັບ​ປຸງ​ຜົນ​ສຳ​ເລັດ​ດ້ານການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຂຶ້ນ ແລະ ບັນ​ລຸ​ຄ​ວາມ​ຮັ່ງ​ມີ​ຮ່ວມ​ກັນ. ການ​ຍຶດ​ໝັ້ນ​ແນວ​ຄິດ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຖື​ເອົາ​ຄວາມ​ປາ​ຖະ​ໜາ​​ຂອງ​ປະ​ຊາ​ຊົນ​ທີ່​ຢາກ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ​ແລະ​ສຸກ​​ສຳ​ລານເປັນ​ເປົ້າ​ໝາຍ​ສູ້​ຊົນ​ທີ່​ແໜ້ນ​ໜຽວ. ພາ​ລະ​ກິດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ທີ່​ຍິ່ງ​ໃຫຍ່​ຂອງ​ຈີນ​ສົມ​ຄວນ​ຈະ​ຖືກ​ຈາ​ລຶກ​ໄວ້​ໃນ​ປະ​ຫວັດ​ສາດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ໂລກ​ຕະຫຼອດ​ໄປ.

ຄຳ​ເຫັນ

0