ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 17 ຈະຈັດຂຶ້ນຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນແຕ່ວັນທີ 27 ຫາວັນທີ 30 ພະຈິກນີ້. ນັບແຕ່ໄດ້ປະຕິບັດໜ້າທີ່ເປັນປະເທດກິດຕິມະສັກຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 6 ເປັນຄັ້ງທຳອິດໃນປີ 2009 ເປັນຕົ້ນມາ, ປີນີ້, ລາວຈະເປັນປະເທດກິດຕິມະສັກຂອງງານດັ່ງກ່າວອີກເທື່ອໜຶ່ງ, ນີ້ແມ່ນການສືບເນື່ອງທັງເປັນການເລີ່ມຕົ້ນໃໝ່.
ໃນຖານະເປັນປະເທດທີ່ບໍ່ມີທາງອອກສູ່ທະເລພຽງປະເທດດຽວຂອງອາຊຽນ, ລາວໄດ້ຮັບປະສິດທິຜົນດ້ານເສດຖະກິດການຄ້າທີ່ດີໂດຍຜ່ານການເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນຢ່າງຕັ້ງໜ້າ, ງານວາງສະແດງດັ່ງກ່າວບໍ່ພຽງແຕ່ໄດ້ຊຸກຍູ້ການແລກປ່ຽນກັນທາງດ້ານການຄ້າລະຫວ່າງລາວກັບຈີນກໍຄືບັນດາປະເທດອາຊຽນເທົ່ານັ້ນ, ຫາກຍັງໄດ້ກາຍເປັນເວທີທີ່ສຳຄັນຂອງລາວໃນການດຶງດູດການລົງທຶນອີກດ້ວຍ. ນອກຈາກໄດ້ສ້າງໂອກາດການພັດທະນາໃຫ້ແກ່ລາວແລ້ວ, ໃນ 17 ປີຜ່ານມາ, ງານວາງສະແດງສິນຄ້າຈີນ-ອາຊຽນຍັງໄດ້ເສີມຂະຫຍາຍບົດບາດທີ່ຕັ້ງໜ້າເຂົ້າໃນການຊຸກຍູ້ການຮ່ວມມືການເຊື່ອມໂຍງເຂົ້າກັນດ້ານເສດຖະກິດຂອງພາກພື້ນ,ຊຸກຍູ້ການຮ່ວມມືແບບເປີດປະຕູລະຫວ່າງຈີນ-ອາຊຽນກໍຄືຊຸກຍູ້ການພັດທະນາເຂດການຄ້າເສລີຈີນ-ອາຊຽນອີກດ້ວຍ.
ໃນວັນທີ 15 ພະຈິກນີ້, “ສັນຍາວ່າດ້ວຍການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ”ຫຼື RCEP ໄດ້ຮັບການລົງນາມຢ່າງເປັນທາງການພາຍຫຼັງໄດ້ເຈລະຈາກັນມາເປັນເວລາ 8 ປີ, ກາຍເປັນເຂດການຄ້າເສລີທີ່ໃຫຍ່ທີ່ສຸດຢູ່ໃນໂລກ. ການເຊັນສັນຍາ RCEP ເປັນໄຊຊະນະຂອງລັດທິຫຼາຍຝ່າຍ,ຈະສ້າງສະພາບແວດລ້ອມທີ່ດີໃຫ້ແກ່ເຂດການຄ້າເສລີຈີນ-ອາຊຽນ,ທັງມີຜົນດີຕໍ່ການລົງເລິກການສ້າງເຂດການຄ້າເສລີຈີນ-ອາຊຽນຕື່ມອີກ.
ໃນຖານະເປັນງານວາງສະແດງສິນຄ້າທີ່ມີຂະໜາດໃຫຍ່ທີ່ສຸດແລະມີ 10 ປະເທດອາຊຽນຮ່ວມກັນເປັນເຈົ້າພາບໃນການຮ່ວມມືກັນຂອງພາກພື້ນ, ງານວາງສະແດງສິນຄ້າດັ່ງກ່າວໄດ້ມີທ່າແຮງທີ່ມີເອກະລັກພິເສດໃນການຮ່ວມມືດ້ານເສດຖະກິດຂອງພາກພື້ນ, ໃນຊຸມປີຜ່ານມາ, ງານວາງສະແດງສິນຄ້າຈີນ-ອາຊຽນໄດ້ມີການເຊື່ອມຕໍ່ແລະສອດຄ່ອງກັບເງື່ອນໄຂ RCEP ທີ່ມີລັກສະນະຄາດການ, ໄດ້ຫັນປ່ຽນຈາກເວທີການຮ່ວມມືຈີນ-ອາຊຽນເປັນເວທີທີ່ເຂັ້ມແຂງໃນການຊຸກຍູ້ການຮ່ວມມືຂອງປະເທດສະມາຊິກ RCEP.
ບົນພື້ນຖານການຮ່ວມມືລະຫວ່າງຈີນ-ອາຊຽນ, ງານວາງສະແດງສິນຄ້າຈີນ-ອາຊຽນຈະປະຕິບັດສັນຍາ RCEP ດ້ວຍທ່າທີທີ່ເປີດກວ້າງກວ່າເກົ່າ, ສ່ວນງານວາງສະແດງສິນຄ້າຈີນ-ອາຊຽນທີ່ຍິ່ງເປີດກວ້າງກວ່າເກົ່າກໍຈະເສີມຂະຫຍາຍບົດບາດທີ່ໃຫຍ່ຫຼວງກວ່າເກົ່າເຂົ້າໃນການຮ່ວມມືຂອງ RCEP ຢ່າງແນ່ນອນ.
ຄຳເຫັນ
0