ຕອນຄ່ຳວັນທີ 20 ພະຈິກ2020, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼື APEC ຜ່ານທາງວິດີໂອ ທັງກ່າວຄຳປາໄສທີ່ສຳຄັນ. ໃນບົດປາໄສຂອງທ່ານສີຈິ້ນຜິງໄດ້ສົ່ງສັນຍານສຳຄັນອັນໜຶ່ງທີ່ພາໃຫ້ຊາວໂລກໃຫ້ຄວາມສົນໃຈຄື: ຈີນຈະຕັ້ງໜ້າພິຈາລະນາກ່ຽວກັບການເຂົ້າຮ່ວມສັນຍາການພົວພັນຄູ່ຮ່ວມຂ້າມປາຊີຟິກທີ່ກ້າວໜ້າແລະຮອບດ້ານ
ຄຳວ່າ “ຕັ້ງໜ້າພິຈາລະນາເຂົ້າຮ່ວມ” ແມ່ນມີຄວາມສຳຄັນຫຼາຍສົມຄວນ. ຖືວ່າ ເປັນເທື່ອທຳອິດທີ່ທ່ານສີຈິ້ນຜິງໃຫ້ທັດທະນະຢ່າງຈະແຈ້ງກ່ຽວກັບສັນຍາດັ່ງກ່າວໃນໂອກາດກອງປະຊຸມລະດັບສາກົນ.
ກ່ອນອື່ນໝົດ, ພວກເຮົາມາຮັບຮູ້ນຳກັນວ່າ ສັນຍາສະບັບນີ້ແມ່ນຫຍັງ?
ສັນຍາການພົວພັນຄູ່ຮ່ວມຂ້າມປາຊີຟິກທີ່ກ້າວໜ້າແລະຮອບດ້ານ ຫຼື CPTPP ໄດ້ເກີດມີຜົນສັກສິດຢ່າງເປັນທາງການໃນວັນທີ 30 ທັນວາປີ 2018. ມີ11 ປະເທດໄດ້ລົງນາມໃນສັນຍາສະບັບນີ້ ຄື ຍີ່ປຸ່ນ, ການາດາ,ອົສຕຣາລີ, ຈີເລ,ນີວຊີແລນ,ສິງກະໂປ, ບຣູໄນ, ມາເລເຊຍ,ຫວຽດນາມ, ແມັກຊິກແລະເປຣູ, ເຊິ່ງໄດ້ປົກຄຸມປະຊາກອນທັງໝົດ 498 ລ້ານຄົນ, ມີGDP ລວມກັນກວມ 13%ຂອງ ໂລກ.
ຕອນຄ່ຳວັນທີ 20 ພະຈິກ2020, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼື APEC ຜ່ານທາງວິດີໂອ ທັງກ່າວຄຳປາໄສທີ່ສຳຄັນ.
ອີງຕາມສັນຍາສະບັບນີ້, ປະເທດຜູ້ເຊັນສັນຍາຈະຍົກເລີກຫຼືຫຼຸດພາສີຜະລິດຕະພັນອຸດສາຫະກຳແລະຜະລິດຕະພັນກະສິກຳ, ໃຊ້ມາດຕະການທີ່ອຳນວຍຄວາມສະດວກໃຫ້ແກ່ການຄ້າແລະການລົງທຶນ. ນອກນີ້, ບັນດາປະເທດຍັງຈະຮ່ວມມືກັນໃນການຫຼຸດຄ່າບໍລິການມືຖືຂ້າມຊາດ, ຍົກເລີກການຈຳກັດການແລກປ່ຽນຂໍ້ມູນຂ້າມຊາດ, ຮ່ວມກັນສ້າງກົດໝາຍວ່າດ້ວຍການຕ້ານການສໍ້ໂກງທາງທຸລະກິດອ໋ອນລາຍແລະອື່ນໆ.
ແຕ່ໃດໆມາ, ຈີນກໍເປັນຜູ້ສະໜັບສະໜູນການຫັນການຄ້າແລະການລົງທຶນໃຫ້ເປັນ ເສລີແລະສະດວກ ຢ່າງເດັດດ່ຽວໜຽວແໜ້ນ ທັງເປັນຝ່າຍສຳຄັນທີ່ມີສ່ວນຮ່ວມໃນການຮ່ວມມືກໍຄືການເຊື່ອມໂຍງເຂົ້າກັນດ້ານເສດຖະກິດຂອງພາກພື້ນອາຊີປາຊີຟິກ. ໃນກອງປະຊຸມຄັ້ງນັ້ນ, ທ່ານສີຈິ້ນຜິງໄດ້ຢືນຢັນວ່າ ຈີນຈະຕັ້ງໜ້າພິຈາລະນາກ່ຽວກັບການເຂົ້າຮ່ວມສັນຍາ CPTPP ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຈຸດຢືນທີ່ຈີນຍຶດໝັ້ນມາໂດຍຕະຫຼອດໃນການເດັດດ່ຽວປົກປ້ອງລັດທິຫຼາຍຝ່າຍແລະສ້າງເສດຖະກິດໂລກແບບເປີດກວ້າງ.
ຄັນຊັ້ນ, ການເຂົ້າຮ່ວມສັນຍາ CPTPP ຈະມີຄວາມໝາຍຫຍັງແດ່ສຳລັບປະເທດຈີນ?
ພວກເຮົາມາສັງເກດເບິ່ງສັນຍາການຄ້າເສລີສະບັບໜຶ່ງທີ່ມັກຈະຖືກຍົກເອົາມາສົມທຽບກັນຄື ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນຫຼື RCEP ແລ້ວ, ກໍອາດຈະຊອກໄດ້ຄຳຕອບຈຳນວນໜຶ່ງ.
ຫວ່າງກ່ອນນີ້ບໍ່ດົນ ຄືວັນທີ 15 ພະຈິກ 2020, ໄປຄຽງຄູ່ກັບ 15 ປະເທດສະມາຊິກເຊິ່ງລວມທັງຈີນ ໄດ້ລົງນາມໃນສັນຍາ RCEP ຢ່າງເປັນທາງການ, ເຂດການຄ້າເສລີທີ່ໃຫຍ່ທີ່ສຸດຂອງໂລກກໍໄດ້ປະກາດສ້າງຕັ້ງຂຶ້ນ. ປະເທດສະມາຊິກຂອງສັນຍາສະບັບນີ້ປະກອບມີ 10 ປະເທດອາຊຽນ, ຈີນ, ຍີ່ປຸ່ນ, ສ ເກົາຫຼີ, ອົສຕຣາລີແລະນີວຊີແລນ, ເຊິ່ງມີປະຊາກອນທັງໝົດ 2 ຕື້ 270 ລ້ານຄົນ, ມີGDP ລວມກັນເຖິງ 26.000 ຕື້ໂດລາສະຫະລັດ, ຍອດມູນຄ່າການສົ່ງອອກມີເຖິງ 5200 ຕື້ໂດລາສະຫະລັດ, ກວມປະມານ 30%ຂອງໂລກ.
ຈາກນີ້ຈຶ່ງເຫັນໄດ້ຢ່າງຈະແຈ້ງວ່າ: ປະເທດສະມາຊິກຂອງCPTPP ແລະ RCEP ມີຈຳນວນໜຶ່ງແມ່ນປະເທດດຽວກັນ. ຄື: ຍີ່ປຸ່ນ, ອົສຕຣາລີ, ນີວຊີແລນ, ກໍຄືປະເທດອາຊຽນເຊັ່ນ ບຣູໄນ, ສິງກະໂປ, ມາເລເຊຍ, ຫວຽດນາມ ທີ່ນອນຢູ່ໃນບັນຊີລາຍຊື່ປະເທດສະມາຊິກຂອງສັນຍາທັງສອງສະບັບນີ້. ພາຍຫຼັງ RCEP ໄດ້ຮັບການລົງນາມແລ້ວ, ຈີນໃນຖານະເປັນກຸ່ມເສດຖະກິດໃຫຍ່ອັນດັບສອງຂອງໂລກຈະເຂົ້າຮ່ວມສັນຍາ CPTPP ຫຼືບໍ່ ຈິ່ງໄດ້ຮັບຄວາມສົນໃຈຈາກປະຊາຄົມໂລກ.
ປະເທດສະມາຊິກຂອງ RCEP ຕົ້ນຕໍແມ່ນຢູ່ອາຊີຕາເວັນອອກ, ສ່ວນປະເທດສະມາຊິກຂອງ CPTPP ຍັງລວມທັງປະເທດໃນທະວີບອາເມຣິກາເຊັ່ນ ການາດາແລະຈີເລ ເປັນຕົ້ນ. ພາຍຫຼັງ CPTPP ເກີດມີຜົນສັກສິດແລ້ວ, ໂກລົມບີ, ອິນໂດເນເຊຍ,ສ ເກົາຫຼີ, ອັງກິດ, ໄທແລະປະເທດອື່ນໆກໍໄດ້ຢືນຢັນຕາມໆກັນວ່າຫວັງຢາກເຂົ້າເປັນສະມາຊິກຂອງສັນຍາດັ່ງກ່າວ. ດຽວນີ້, ປະມຸກລັດຈີນກໍໄດ້ສະແດງທ່າທີຢ່າງຕັ້ງໜ້າ ເຊິ່ງເປັນຂ່າວດີຂ່າວໃຫຍ່ຂ່າວໜຶ່ງສຳລັບການພັດທະນາຂອງ CPTPP ໂດຍບໍ່ຕ້ອງສົງໄສ ແລະເຮັດໃຫ້ສັນຍານີ້ມີອະນາຄົດທີ່ສົດໃສກວ່າເກົ່າ.
ປີ2019, GDP ຂອງຈີນໄດ້ກວມ 16% ຂອງເສດຖະກິດໂລກ. ເມື່ອມີຈີນເຂົ້າຮ່ວມ CPTPP ແລ້ວ, ອັດຕາສ່ວນດ້ານເສດຖະກິດຂອງ CPTPP ຈະເພີ່ມຂຶ້ນຈາກ13% ໃນປັດຈຸບັນເປັນເກືອບ30%ຂອງ GDPໂລກ, ຈະພາໃຫ້ກຸ່ມເສດຖະກິດນີ້ມີຊີວິດຊີວາເພີ່ມຂຶ້ນຢ່າງຫຼວງຫຼາຍ, ຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງກໍຈະມີຄວາມເຂັ້ມແຂງແລະຄວາມຄົບຖ້ວນທີ່ແຕກຕ່າງກັນກັບປັດຈຸບັນ.
ຕອນຄ່ຳວັນທີ 20 ພະຈິກ2020, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼື APEC ຜ່ານທາງວິດີໂອ ທັງກ່າວຄຳປາໄສທີ່ສຳຄັນ.
ການຄ້າທີ່ເສຍພາສີໜ້ອຍກວ່າເກົ່າ, ມີຄວາມສະດວກຫຼາຍກວ່າເກົ່າ ເປັນຈຸດພິເສດຮ່ວມຂອງສັນຍາການຄ້າເສລີທັງໝົດ. ພາຍຫຼັງລົງນາມໃນ RCEPແລ້ວ, ຈຳນວນສັນຍາການຄ້າເສລີທີ່ຈີນໄດ້ເຊັນກັບຕ່າງປະເທດກໍໄດ້ບັນລຸເຖິງ 19 ສະບັບ. ສະນັ້ນຈຶ່ງສາມາດຄາດຄະເນໄດ້ຢ່າງງ່າຍວ່າ: ການທີ່ຕັ້ງໜ້າພິຈາລະນາເຂົ້າຮ່ວມ CPTPP ຈະມີຜົນດີຕໍ່ຈີນໃນການເປີດກວ້າງຊ່ອງທາງຕະຫຼາດການສົ່ງອອກ, ປັບປຸງແຜນແມ່ບົດດ້ານການຄ້າແລະການລົງທຶນທີ່ມີຕໍ່ພາຍນອກໃຫ້ດີຂຶ້ນຕື່ມອີກ.
ໃນຂະນະດຽວກັນ, ເນື່ອງຈາກວ່າການເຂົ້າຮ່ວມ CPTPP ຮຽກຮ້ອງໃຫ້ມີເງືື່ອນໄຂອ່າວສູງໃນດ້ານລະບຽບການ, ໃນຂະບວນການເຂົ້າຮ່ວມການເຈລະຈາທີ່ກ່ຽວຂ້ອງນັ້ນ, ຈີນກໍຈະຊຸກຍູ້ໃຫ້ປະເທດຕົນເປີດປະຕູສູ່ພາຍນອກຈາກດ້ານລະບຽບການຢ່າງເລິກເຊິ່ງກວ່າເກົ່າ ແລະກ້າວໄປໜ້າຕື່ມອີກບາດກ້າວໜຶ່ງໃນການບັນລຸເປົ້າໝາຍການສ້າງເຄືອຂ່າຍເຂດການຄ້າເສລີທີ່ມີມາດຕະຖານສູງທີ່ມຸ້ງໜ້າສູ່ໂລກ ເຊິ່ງໄດ້ລະບຸໄວ້ໃນ “ຂໍ້ສະເໜີຂອງສູນກາງພັກກອມມູນິດຈີນວ່າດ້ວຍການກຳນົດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ5ປີຄັ້ງທີ14ແລະເປົ້າໝາຍໄລຍະຍາວຮອດປີ2035.
ປັດຈຸບັນ, ອາຊີປາຊີຟິກກໍຄືທົ່ວໂລກກຳລັງປະສົບກັບການປ່ຽນແປງຢ່າງເລິກເຊິ່ງ, ການແຜ່ລະບາດຂອງພະຍາດໂຄວິດ-19ເກີດຂຶ້ນນັ້ນໄດ້ເຮັດໃຫ້ທ່າອ່ຽງນີ້ເລັ່ງໄວຂຶ້ນ. ພາຍໃຕ້ສະພາບການທີ່ເສດຖະກິດໂລກຊຸດໂຊມລົງ, ເສດຖະກິດໂລກາພິວັດປະສົບກະແສລົມສວນທາງ, ອາຊີປາຊີຟິກໃນຖານະເປັນພາກພື້ນທີ່ເສດຖະກິດເຕີບໂຕແຂງແຮງກວ່າໝູ່ແລະມີຊີວິດຊີວາຫຼາຍກວ່າໝູ່ໃນດ້ານເສດຖະກິດຂອງໂລກ ກໍຈະມີຖານະບົດບາດນັບມື້ນັບສຳຄັນຫຼາຍຂຶ້ນ.
ອົງການກອງທຶນເງິນຕາສາກົນຫຼືIMF ໄດ້ຄາດຄະເນວ່າ ປີນີ້, ເສດຖະກິດໂລກຈະຕົກຕ່ຳລົງ 4,4%, ສ່ວນຈີນມີຫວັງຈະກາຍເປັນກຸ່ມເສດຖະກິດສຳຄັນທີ່ບັນລຸເປົ້າໝາຍການເຕີບໂຕເປັນຕົວເລກບວກພຽງແຫ່ງດຽວຂອງໂລກ. ສາມາດຄາດຄະເນໄດ້ວ່າ: ຖ້າຫາກຈີນໄດ້ເຂົ້າຮ່ວມ CPTPP ແລ້ວ, ບໍ່ພຽງແຕ່ຈະສ້າງຊ່ອງທາງໃໝ່ໃຫ້ກັບການພັດທະນາເສດຖະກິດການຄ້າຂອງປະເທດຕົນເທົ່ານັ້ນ, ຍັງຈະເພີ່ມກຳລັງຂັບເຄືື່ອນອັນແຂງແຮງໃຫ້ແກ່ການສ້າງເຂດການຄ້າເສລີອາຊີປາຊີຟິກໃຫ້ສຳເລັດໂດຍໄວແລະຊຸກຍູ້ໃຫ້ເສດຖະກິດໂລກສາມາດຟື້ນຟູຄືນໄດ້.
“ຈີນຍິນດີຮ່ວມກັບບັນດາຝ່າຍຢູ່ອາຊີປາຊີຟິກເພື່ອຮ່ວມກັນປະດິດສ້າງແລະຮ່ວມກັນຊົມໃຊ້ອະນາຄົດທີ່ດີງາມຂອງອາຊີປາຊີຟິກທີ່ມີສັນຕິພາບແລະຄວາມຈະເລີນຮຸ່ງເຮືອງ, ກ້າວສູ່ເປົ້າໝາຍການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງບໍ່ຢຸດຢັ້ງ. ” ນີ້ຄື ຄຳໝັ້ນສັນຍາອັນໜັກແໜ້ນເຄັ່ງຂຶມຂອງທ່ານສີຈິ້ນຜິງທີ່ໄດ້ກ່າວໃນຕອນທ້າຍຂອງບົດປາໄສຕໍ່ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການ APECທີ່ຈັດຂຶ້ນໃນຕອນຄ່ຳຂອງວັນທີ 20 ພະຈິກນີ້. ເຊິ່ງເຮັດໃຫ້ພວກເຮົາເຫັນໄດ້ວ່າຈີນທີ່ເປີດປະຕູສູ່ພາຍນອກຫຼາຍກວ່າເກົ່າແລະມີຄວາມຮັບຜິດຊອບສູງນັ້ນກຳລັງນັບມື້ນັບຫຍັບເຂົ້າໃກ້ເປົ້າໝາຍການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ຄຳເຫັນ
0