ວັນທີ 19 ພະຈິກ ປີ2020, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມສົນທະນາຂອງຜູ້ນຳອຸດສາຫະກຳການຄ້າຂອງອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼື APEC ຜ່ານທາງວິດີໂອຢູ່ນະຄອນຫຼວງປັກກິ່ງທັງໄດ້ກ່າວຄຳປາໄສໃນຫົວຂໍ້ “ສ້າງສະພາບການພັດທະນາໃໝ່ ບັນລຸເປົ້າໝາຍທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ” ໂດຍໄດ້ລົງເລິກຊີ້ແຈງທາງເລືອກດ້ານຍຸດທະສາດຂອງຈີນທີ່ສະເໜີໃຫ້ສ້າງສະພາບການພັດທະນາໃໝ່ ເພື່ອປະກອບສ່ວນແຮງຂັບເຄື່ອນຂອງຈີນໃຫ້ແກ່ການຟື້ນຟູເສດຖະກິດຂອງໂລກ. ໃນລາຍການມື້ນີ້, ພວກເຮົາຈະພ້ອມກັນມາຮັບຮູ້ຄວາມໝາຍຂອງທາງເລືອກດ້ານຍຸດທະສາດຂອງຈີນທີ່ມີຕໍ່ໂລກທີ່ທ່ານ ສີຈິ້ນຜິງຊີ້ແຈງຕໍ່ກອງປະຊຸມສົນທະນາຂອງອົງການAPECຄັ້ງນີ້.
ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານມູຮີດິນ ຢັສຊິນ ນາຍົກລັດຖະມົນຕີມາເລເຊຍ, ວັນທີ 20 ພະຈິກປີ2020, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການAPECຄັ້ງທີ 27. ສ່ວນກອງປະຊຸມສົນທະນາຂອງຜູ້ນຳອຸດສາຫະກຳການຄ້າAPECໄດ້ໄຂຂຶ້ນກ່ອນຄືໃນວັນທີ 19 ພະຈິກ. ການທີ່ຈັດກອງປະຊຸມສຸດຍອດອຸດສາຫະກຳການຄ້າກ່ອນ ແລ້ວຈິ່ງຈັດກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການAPECເຊິ່ງເປັນປະເພນີປະຕິບັດຂອງອົງການນີ້ໃນຫຼາຍປີຜ່ານມາ.
APEC ໄດ້ສ້າງຕັ້ງຂຶ້ນເມື່ອປີ1989, ມາເຖິງປັດຈຸບັນໄດ້ກາຍເປັນອົງການຮ່ວມມືເສດຖະກິດທີ່ມີລະດັບສູງສຸດ,ກວມຂົງເຂດກວ້າງຂວາງທີ່ສຸດແລະມີບົດບາດອິດທິພົນຫຼາຍທີ່ສຸດໃນພາກພື້ນອາຊີປາຊີຟິກ, ປັດຈຸບັນມີສະມາຊິກ 21 ປະເທດ ແລະ ເຂດແຄວ້ນ. ມີກົນໄກປະຕິບັດງານຈຳນວນ 5 ລະດັບ, ໃນນີ້, ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການAPECແມ່ນກອງປະຊຸມລະດັບສູງສຸດ.
ແຕ່ປີ1993ຫາປີ2018, ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການAPECໄດ້ຈັດຂຶ້ນປີລະຄັ້ງລວມທັງໝົດໄດ້ຈັດຂຶ້ນມາແລ້ວ 26 ຄັ້ງ. ສຳລັບປີ2019ແມ່ນເກີດມີກໍລະນີພິເສດຄື:ຈີເລ ເຊິ່ງເປັນປະເທດເຈົ້າພາບໄດ້ຍົກເລີກກອງປະຊຸມຜູ້ນຳອົງການAPECເນື່ອງຈາກບັນຫາດ້ານສະຖານະການພາຍໃນປະເທດ. ປີ2020 ຍິ່ງພິເສດກວ່ານັ້ນ, ເນື່ອງຈາກວ່າໄດ້ຮັບຜົນກະທົບຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະສາເຫດອື່ນໆ, ກອງປະຊຸມໄດ້ປ່ຽນມາຈັດຂຶ້ນໂດຍຮູບແບບຜ່ານທາງວີດີໂອ, ກອງປະຊຸມສຸດຍອດອຸດສາຫະກຳການຄ້າກໍໄດ້ຫັນມາຈັດເປັນກອງ ປະຊຸມສົນທະນາ.
ນັບແຕ່ປີ 2013 ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສໃນຫົວຂໍ້ຫຼັກໃນກອງປະຊຸມສຸດຍອດອຸດສາຫະກຳການຄ້າAPEC ເປັນ 6 ປີຕິດຕໍ່ກັນ. ປີ 2020 ກໍເປັນປີທີ 7 ທີ່ທ່ານໄດ້ກ່າວຄຳປາໄສໃນກອງປະຊຸມດັ່ງກ່າວ ທັງໄດ້ນຳສະເໜີໃຫ້ໂລກໄດ້ຮັບຮູ້ກ່ຽວກັບສະພາບການພັດທະນາໃໝ່ທີ່ກອງປະຊຸມຄົບຄະນະຄັ້ງທີ5ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19 ໄດ້ກຳນົດໄວ້ນັ້ນໂດຍຜ່ານກອງປະຊຸມລະດັບສາກົນທີ່ສຳຄັນອີກຄັ້ງໃໝ່ ຫຼັງຈາກງານວາງສະແດງສິນຄ້ານຳເຂົ້າສາກົນຈີນແລະກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້.
ໃນເວລາກ່າວຄຳປາໄສໃນກອງປະຊຸມສົນທະນາຂອງຜູ້ນຳອຸດສາຫະກຳການຄ້າຂອງອົງການAPECຄັ້ງນີ້, ທ່ານສີຈິ້ນຜິງກ່າວວ່າ: ການທີ່ຈີນສະເໜີກ່ຽວກັບການສ້າງສະພາບການພັດທະນາໃໝ່ ເປັນທາງເລືອກດ້ານຍຸດທະສາດແມ່ນ ກຳນົດຂຶ້ນບົນພື້ນຖານທີ່ອີງໃສ່ໄລຍະການພັດທະນາແລະເງື່ອນໄຂການພັດທະນາຂອງຈີນເອງ ທັງໄດ້ພິຈາລະນາຢ່າງເຕັມສ່ວນເຖິງເສດຖະກິດໂລກາພິວັດແລະການປ່ຽນແປງຂອງສະພາບແວດລ້ອມພາຍນອກ.
ຄັນຊັ້ນ, ຈີນຈະສ້າງສະພາບການພັດທະນາໃໝ່ແນວໃດ? ໃນກອງປະຊຸມສົນທະນາຂອງຜູ້ນຳອຸດສາຫະກຳການຄ້າຂອງອົງການAPEC ທ່ານສີຈິ້ນຜິງໄດ້ຊີ້ແຈງ ການປະຕິບັດງານທີ່ສຳຄັນຂອງຈີນເພື່ອສ້າງສະພາບການພັດທະນາໃໝ່ໃນ 3 ດ້ານຄື:
ໜຶ່ງ:ແມ່ນເປີດກວ້າງຄວາມຕ້ອງການພາຍໃນເພື່ອສ້າງຄວາມສະດວກໃຫ້ແກ່ການເຄືື່ອນໄຫວຂອງຕະຫຼາດ. ກອງປະຊຸມຄົບຄະນະຄັ້ງທີ 5ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19 ໄດ້ກຳນົດຢ່າງຈະແຈ້ງວ່າ: ຕ້ອງຍຶດໝັ້ນໃນການເປີດກວ້າງຄວາມຕ້ອງການພາຍໃນເຊິ່ງເປັນຈຸດພື້ນຖານທາງດ້ານຍຸດທະສາດ, ເລັ່ງລັດສ້າງລະບົບຄວາມຕ້ອງການພາຍໃນໃຫ້ຄົບຖ້ວນສົມບູນ. ໃນເວລາກ່າວຄຳປາໄສໃນກອງປະຊຸມສົນທະນາຂອງຜູ້ນຳອຸດສາຫະກຳການຄ້າຂອງອົງການAPECເມື່ອວັນທີ 19 ພະຈິກ, ທ່ານສີຈິ້ນຜິງໄດ້ກ່າວເນັ້ນວ່າ: ຈີນຈະສືບຕໍ່ລົງເລິກການປະຕິຮູບໂຄງປະກອບດ້ານການສະໜອງ, ສຸມຄວາມພະຍາຍາມຫຼາຍກວ່າເກົ່າເຂົ້າໃນການເປີດກວ້າງຄວາມຕ້ອງການພາຍໃນ, ເຮັດໃຫ້ການຜະລິດ, ການແຈກຢາຍ,ການຈໍລະຈອນສິນຄ້າ,ການບໍລິໂພກແມ່ນອີງອາໄສຕະຫຼາດພາຍໃນໃຫ້ຫຼາຍກວ່າເກົ່າ, ເຮັດໃຫ້ລະບົບການສະໜອງສອດຄ່ອງກັບຄວາມຕ້ອງການພາຍໃນໃຫ້ຫຼາຍກວ່າເກົ່າ.
ສອງ: ສ້າງກຳລັງຂັບເຄື່ອນໃຫ້ເຂັ້ມແຂງດ້ວຍການປະດິດສ້າງໃໝ່. ທ່ານສີຈິ້ນຜິງຊີ້ອອກວ່າ: ໄປຄຽງຄູ່ກັບປະເທດຈີນໄດ້ກ້າວເຂົ້າສູ່ໄລຍະການພັດທະນາ ໃໝ່, ເງື່ອນໄຂປັດໄຈທີ່ຄ້ຳຊູການພັດທະນານັ້ນໄດ້ເກີດມີການປ່ຽນແປງຢ່າງເລິກເຊິ່ງ, ສະນັ້ນຕ້ອງຂັບເຄື່ອນເສດຖະກິດໃຫ້ເຕີບໂຕດ້ວຍຄວາມກ້າວໜ້າດ້ານເຕັກໂນໂລຊີ ແລະ ການຍົກສູງຄຸນນະພາບຂອງປັດໄຈການຜະລິດໂດຍອາໄສແຮງຂັບເຄື່ອນຈາກການປະດິດສ້າງໃໝ່. ຈີນຈະເລັ່ງຫັນຜົນສຳເລັດດ້ານເຕັກນິກ-ວິທະຍາສາດເປັນກຳລັງການຜະລິດຕົວຈິງໃຫ້ໄວຂຶ້ນ, ສ້າງລະບົບປະດິດສ້າງໃໝ່ທີ່ເຊື່ອມໂຍງເຕັກນິກ-ວິທະຍາສາດ,ການສຶກສາ,ອຸດສາຫະກຳ,ການທະນາຄານໃຫ້ເຂົ້າກັນຢ່າງແໜ້ນແຟ້ນ.
ສາມ: ກະຕຸ້ນຄວາມມີຊີວິຊີວາດ້ວຍການປະຕິຮູບ. ການປະຕິຮູບເປັນຂໍກຸນແຈໃນການປົດປ່ອຍແລະພັດທະນາກຳລັງການຜະລິດຂອງສັງຄົມ. ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຈີນຈະນຳໃຊ້ມາດຕະການຫຼາຍກວ່າເກົ່າແລະມີຄວາມກ້າຫານຫຼາຍກວ່າເກົ່າໃນການທັບມ້າງອຸປະສັກຂອງກົນໄກດ້ານລະບຽບການອັນເລິກເຊິ່ງ, ຊຸກຍູ້ການຫັນເປັນທັນສະໄໝຂອງລະບົບແລະຄວາມສາມາດການບໍລິຫານປະເທດ.
ການສ້າງສະພາບການພັດທະນາໃໝ່ ເປັນທາງເລືອກດ້ານຍຸດທະສາດຂອງຈີນທັງເປັນໂອກາດສຳຄັນສຳລັບທົ່ວໂລກ. ໃນເວລາກ່າວຄຳປາໄສໃນກອງປະຊຸມຄັ້ງນີ້, ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຈີນເດັດຂາດຈະບໍ່ຫັນຫລັງຄືນສູ່ຄອງເດີມຂອງປະຫວັດສາດ,ບໍ່ສະແຫວງຫາການ “ຕັດແຍກສາຍພົວພັນ” ຫຼື ສ້າງວົງຈຳກັດຮັດແຄບທີ່ປິດປະຕູແລະປັດເຂ່ຍຜູ້ອື່ນ.
ຄັນຊັ້ນຄວນຕີລາຄາແນວໃດຕໍ່ຄວາມໝາຍຂອງທາງເລືອກດ້ານຍຸດທະສາດ “ການສ້າງສະພາບການພັດທະນາໃໝ່” ຂອງຈີນທີ່ມີຕໍ່ໂລກ? ໃນເວລາກ່າວຄຳປາໄສ, ທ່ານສີຈິ້ນຜິງ ໄດ້ເວົ້າເຖິງສາມດ້ານຕົ້ນຕໍຄື:
ໜຶ່ງ: ກຳລັງບົ່ມຊ້ອນຂອງຈີນໄດ້ສ້າງຄວາມຕ້ອງການດ້ານສິນຄ້າໃຫ້ກັບໂລກ. ການສະແຫວງຫາການພັດທະນາດ້ວຍຄຸນນະພາບສູງ ແລະຊີວິດການເປັນຢູ່ທີ່ມີຄຸນນະພາບສູງເປັນຄວາມໂຊກດີຂອງຈີນທັງເປັນຄວາມໂຊກດີຂອງໂລກ. ທ່ານສີຈິ້ນຜິງກ່າວວ່າ: "ການພັດທະນເສດຖະກິດຈີນຢ່າງບໍ່ຢຸດຢັ້ງ, ຄວາມປາຖະໜາຂອງປະຊາຊົນຈີນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມ ຈະພາໃຫ້ເກີດມີຄວາມຕ້ອງການຫລາຍກວ່າເກົ່າໃນດ້ານຜະລິດຕະພັນ, ເຕັກນິກ, ການບໍລິການທີ່ມີຄຸນນະພາບສູງແລະມີຄວາມຫຼາກຫຼາຍຫລາຍກວ່າເກົ່າຈາກແຫ່ງຕ່າງໆໃນທົ່ວໂລກ.
ສອງ: ການເປີດປະຕູສູ່ພາຍນອກຂອງຈີນຈະສ້າງໂອກາດໃຫ້ກັບໂລກ. ການເປີດປະຕູສູ່ພາຍນອກເປັນນະໂຍບາຍພື້ນຖານແຫ່ງຊາດຂອງຈີນ, ເວລາໃດກໍຈະບໍ່ຫວັ່ນໄຫວຄ່ອນແຄນ. ໃນເວລາກ່າວຄຳປາໄສ,ທ່ານສີຈິ້ນຜິງກ່າວວ່າ: “ຂ້າພະເຈົ້າຂໍເນັ້ນໜັກຄືນວ່າ: ຄວາມຕັດສິນໃຈຂອງຈີນໃນການເປີດປະຕູສູ່ພາຍນອກແມ່ນມີຄວາມເດັດດ່ຽວໜຽວແໜ້ນ, ຈະເປີດປະຕູູສູ່ພາຍນອກນັບມື້ນັບກວ້າງຂວ່າງກວ່າເກົ່າ.” ຕົວຢ່າງອັນພົ້ນເດັ່ນກໍຄື: ນັບແຕ່ຕົ້ນປີ2020ເປັນຕົ້ນມາ, ຈີນບໍ່ພຽງແຕ່ບໍ່ໄດ້ຢຸດການເປີດປະຕູສູ່ພາຍນອກເທົ່ານັ້ນ, ຍັງໄດ້ວາງນະໂຍບາຍແລະມາດຕະການຕ່າງໆເພື່ອເປີດກວ້າງການເປີດປະຕູສູ່ພາຍນອກອີກຕື່ມ.
ສາມ: ຈີນສະສືບຕໍ່ຮ່ວມມືກັບສາກົນເພື່ອຊຸກຍູ້ໃຫ້ບັນດາປະເທດໃນໂລກຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນ. ໃນກອງປະຊຸມສົນທະນາຂອງຜູ້ນຳດ້ານອຸດສາຫະກຳການຄ້າຂອງອົງການAPECຄັ້ງນີ້, ທ່ານສີຈິ້ນຜິງໄດ້ເນັ້ນໜັກຄືນເຖິງທັດສະນະອັນໜຶ່ງຄື: ຂໍພຽງແຕ່ປະເທດ,ເຂດແຄວ້ນແລະວິສາຫະກິດທີ່ຍິນດີຮ່ວມມືກັບຈີນເຊິ່ງລວມທັງລັດ,ທ້ອງຖິ່ນແລະວິສາຫະກິດຂອງອາເມຣິກາ, ຈີນກໍຈະຕັ້ງໜ້າດຳເນີນການຮ່ວມມືກັບເຂົາເຈົ້າ.
ໃນບົດປາໄສທີ່ທ່ານສີຈິ້ນຜິງກ່າວໃນກອງປະຊຸມສຸດຍອດອຸດສາກຳການຄ້າຂອງອົງການAPEC 7 ຄັ້ງນັ້ນ, ຍັງມີຄຳສັບສຳຄັນຄຳໜຶ່ງທີ່ໄດ້ສອດຫ້ອຍຢູ່ໃນບົດປາໄສຂອງທ່ານຄື:ປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກ. ຈາກນີ້ຈຶ່ງສາມາດເຫັນໄດ້ວ່າ: ບໍ່ວ່າໃນອະນາຄົດຈີນຈະເຕີບໃຫຍ່ຂະຫຍາຍຕົວສ່ຳໃດກໍຕາມ, ການສົ່ງເສີມການສ້າງປະຊາຄົມຮ່ວມຊາຕາກຳ, ຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນຢ່າງຕໍ່ເນື່ອງແລະການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນອາຊີປາຊີຟິກ ຍັງເປັນເປົ້າໝາຍສຳຄັນອັນໜຶ່ງໃນການພັດທະນາຂອງຈີນຢ່າງສະເໝີຕົ້ນສະເໝີປາຍ.
ຄຳເຫັນ
0