ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 27 ພະຈິກນີ້ ທີ່ເດີ່ນປະຕູໄຊ ໄດ້ມີພິທີເປີດການນໍາໃຊ້ລະບົບໄຟເຍືອງທາງໃນ 7 ເສັ້ນທາງແລະລະບົບນໍ້າພຸປະຕູໄຊ ໃນໂຄງການແສງສະຫວ່າງຂອງເຂດເທດສະບານ ໃຈກາງຕົວເມືອງນະຄອນ ຫຼວງວຽງຈັນ ເຊິ່ງເປັນໂຄງການຊ່ວຍເຫຼືອລ້າຈາກລັດຖະບານຈີນ ໂດຍການເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາ ຄະນະບໍລິຫານງານສູນກາງພັກ, ທ່ານ ຈ່ຽງຈ້າຍຕຸງ ເອກອັກຄະລັດຖະທູດຈີນ ປະຈໍາລາວ ພ້ອມດ້ວຍບັນດາລັດຖະມົນຕີ-ຮອງລັດຖະມົນຕີ ແລະພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດ ລາວ-ຈີນ ເຂົ້າຮ່ວມ.
ໂຄງການດັ່ງກ່າວປະກອບມີ 3 ໜ້າວຽກຫຼັກຄື: ຍົກລະດັບລະບົບໄຟຟ້າເຂດເທດສະບານ ແລະຊານເມືອງໃນນະຄອນຫຼວງວຽງຈັນ, ປັບປຸງລະບົບນໍ້າພຸຢູ່ສວນປະຕູໄຊ ແລະຍົກລະດັບລະບົບໄຟແສງສະຫວ່າງເຍືອງທາງໃນ 7 ເສັ້ນທາງ ຂອງເຂດໃຈກາງນະຄອນຫຼວງວຽງຈັນ.
ໂອກາດນີ້, ທ່ານ ຊົງເລົ່າ ຢົງນູ ໄດ້ຕາງໜ້າຄະນະຮັບຜິດຊອບໂຄງການຝ່າຍລາວ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເຊິ່ງພາຍຫຼັງສອງຝ່າຍ ລາວ-ຈີນ ໄດ້ລົງມືຕິດຕັ້ງລະບົບດັ່ງກ່າວ ນັບແຕ່ວັນທີ 12 ກັນຍາ ປີ 2020 ຮອດປັດຈຸບັນນີ້, ໂຄງການດັ່ງກ່າວໄດ້ສຳເລັດໂດຍພື້ນຖານໃນການກໍ່ສ້າງ-ຕິດຕັ້ງ ແລະສາມາດເປີດນໍາໃຊ້ຢ່າງເປັນທາງການ.
ທ່ານ ໂຢລິ້ງຊາວ ຕາງໜ້າຄະນະຮັບຜິດຊອບໂຄງການຝ່າຍຈີນ ໄດ້ສະແດງຄວາມຂອບໃຈມາຍັງ ກໍາລັງປ້ອງກັນຄວາມສະຫງົບ, ກອງດັບເພີງກໍ່ຄືພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ຄວາມຮ່ວມມືໃນໄລຍະດໍາເດີນການກໍ່ສ້າງ ທັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບລະຫວ່າງຈີນ-ລາວ ຈົ່ງໝັ້ນຄົງທະນົງແກ່ນ, ອວຍພອນໃຫ້ແສງໄຟເຍືອງທາງ ແລະນໍ້າພຸທີ່ສວຍງາມ ຈົ່ງນໍາເອົາຄວາມຜາສຸກໃຫ້ແກ່ປະຊາຊົນລາວ.
ແນວໃດກໍ່ຕາມ, ໂຄງການດັ່ງກ່າວ ຍັງມີວຽກຈໍານວນໜຶ່ງຈະຕ້ອງໄດ້ສືບຕໍ່ປະຕິບັດ ເຊັ່ນ: ການປັບປຸງທາງຍ່າງ, ບ່ອນຕິດຕັ້ງຕີນເສົາ, ຕິດຕັ້ງລະບົບກ້ອງວົງຈອນປິດ ແລະຫ້ອງຄວບຄຸມ ລວມທັງສັນຍານສົ່ງຂໍ້ມູນ ແລະອື່ນໆ ເຊິ່ງຈະໃຫ້ສໍາເລັດໃນວັນທີ 25 ກຸມພາ ປີ 2021 ແລະຄາດວ່າຈະໄດ້ມອບ-ຮັບໂຄງການ ໃນວັນທີ 25 ມີນາ ປີ 2021.
ຄຳເຫັນ
0