刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳປາໄສຂອງທ່ານສີຈິ້ນຜິງທີ່ກ່າວໃນພິທີ​ເປີດງານວາງສະແດງສິນຄ້າ​ຈີນ-ອາ​ຊຽນແລະກອງປະຊຸມ​ສຸດຍອດການຄ້າແລະການລົງທຶນຈີນ-ອາຊຽນ ຄັ້ງທີ 17 ໄດ້​ເປີດ​ເຜີຍຂໍ້ມູນ​ຂ່າວ​ສານທີ່ສຳຄັນ

2020-11-29 01:08:33 cri

ຄຳປາໄສຂອງທ່ານສີຈິ້ນຜິງທີ່ກ່າວໃນພິທີ​ເປີດງານວາງສະແດງສິນຄ້າ​ຈີນ-ອາ​ຊຽນແລະກອງປະຊຸມ​ສຸດຍອດການຄ້າແລະການລົງທຶນຈີນ-ອາຊຽນ ຄັ້ງທີ 17 ໄດ້​ເປີດ​ເຜີຍຂໍ້ມູນ​ຂ່າວ​ສານທີ່ສຳຄັນ

ຕອນເຊົ້າວັນທີ 27 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳ ປາໄສໃນພິທີ​ເປີດງານວາງສະແດງສິນຄ້າຈີນ-ອາຊຽນ ແລະກອງປະຊຸມ ​ສຸດຍອດການຄ້າແລະການລົງທຶນຈີນ-ອາຊຽນຄັ້ງທີ 17. ນອກຈາກນີ້, ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ, ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ, ທ່ານ​ໂຈ​ໂຄ ວິ​ໂດ​ໂດ ປະທານາທິ ບໍດີອິນໂດເນເຊຍ, ທ່ານ​ອູ​ວິນ​ມິນ  ປະທານາທິບໍດີມຽນມາ, ທ່ານ ດູ​ເຕີ​ເຕ ປະທານາທິບໍດີຟິລິບປິນ ແລະຜູ້ນຳຂອງປະເທດອາຊຽນ​ທ່ານ​ອື່ນໆໄດ້ກ່າວຄຳປາໄສຜ່ານທາງວິດີໂອ.

ຄຳປາໄສຂອງທ່ານສີຈິ້ນຜິງທີ່ກ່າວໃນພິທີ​ເປີດງານວາງສະແດງສິນຄ້າ​ຈີນ-ອາ​ຊຽນແລະກອງປະຊຸມ​ສຸດຍອດການຄ້າແລະການລົງທຶນຈີນ-ອາຊຽນ ຄັ້ງທີ 17 ໄດ້​ເປີດ​ເຜີຍຂໍ້ມູນ​ຂ່າວ​ສານທີ່ສຳຄັນ

ງານວາງສະແດງສິນຄ້າຄັ້ງນີ້ໄດ້ຈັດຂຶ້ນ​ໃນຮູບແບບ​ທັງອ໋ອນ​ລາຍ ແລະ ອັອຟ​ລາຍ. ໃນນັ້ນ, ​ຕາມ​ແຜນ​ການ,ເນື້ອທີ່ການວາງສະແດງກັບ​ທີ່ຫຼື​ອັອ​ຟ​ລາຍມີ 104.000 ຕາແມັດ, ມີຫ້ອງວາງສະແດງ 5400 ຫ້ອງ ແລະມີວິສາຫະກິດທີ່ເຂົ້າຮ່ວມງານຜ່ານທາງ​ອ໋ອນ​ລາຍຫຼາຍກວ່າ 1500 ແຫ່ງ.

ຄຳປາໄສຂອງທ່ານສີຈິ້ນຜິງທີ່ກ່າວໃນພິທີ​ເປີດງານວາງສະແດງສິນຄ້າ​ຈີນ-ອາ​ຊຽນແລະກອງປະຊຸມ​ສຸດຍອດການຄ້າແລະການລົງທຶນຈີນ-ອາຊຽນ ຄັ້ງທີ 17 ໄດ້​ເປີດ​ເຜີຍຂໍ້ມູນ​ຂ່າວ​ສານທີ່ສຳຄັນ

ປະເທດລາວເປັນປະເທດ​ກິ​ຕິ​ມະ​ສັກໃນງານ​ວາງ​ສະ​ແດງປີນີ້

ປີ​ມາ​ນີ້, ​ສົມ​ເປັນ “​ທົດ​ສະ​ວັດຄຳ” ສຳລັບການພົວພັນ​ດ້ານເສດຖະກິດການຄ້າຂອງສອງຝ່າຍ. ໃນ 3 ໄຕມາດ​ຂອງປີນີ້, ມູນຄ່າການຄ້າລະຫວ່າງຈີນກັບອາຊຽນ​ບັນ​ລຸເຖິງ 481,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍ 5% ເຊິ່ງເຮັດໃຫ້ອາຊຽນກາຍເປັນຄູ່ການຄ້າໃຫຍ່ທີ່ສຸດຂອງຈີນ​ເປັນ​ຄັ້ງ​ທຳ​ອິດ.

​​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ເປີດ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນຄັ້ງ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ​ໃນ 7 ປີຜ່ານມາ, ການ​ພົວ​ພັນ​ຈີນ-ອາ​ຊຽນ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ຫຼາຍກວ່າ​ໝູ່​ແລະ​ມີ​ຊີ​ວິດ​ຊີ​ວາຫຼາຍກວ່າ​​ໝູ່ໃນ​ການ​ຮ່ວມ​ມື ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ ແລະ​ກາຍ​ເປັນ​ແບບ​ຢ່າງ​ທີ່​ມີ​ຊີ​ວີດ​ຊີ​ວາ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ມວນ​ມະ​ນຸດ. ທ່ານ​ກ່າວ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ຊຽນ, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາກຳ​ຈີນ-ອາ​ຊຽນ​ທີ່​ແໜ້ນ​ແຟ້ນ​ກວ່າເກົ່າ.

ປີ​ນີ້, ​ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19​ທີ່​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ, ຈີນ ​ແລະ ອາ​ຊຽນ​ໄດ້​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ, ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ເຊິ່ງ​ເປັນ​ຕົວ​ຢ່າງ​ທີ່​ມີ​ຊີ​ວິດ​ຊີ​ວາ​ໃນ​ການ​ສ້າງປະຊາ​ຄົມ​ຮ່ວມ​ຊາຕາກຳ​ຈີນ-​ອາ​ຊຽນ.

ຫົວ​ຂໍ້​ຫຼັກ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນຄັ້ງ​ນີ້​ແມ່ນ “ຮ່ວມ​ກັນ​ສ້າງ ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ, ຮ່ວມ​ກັນ​ພັດທະນາ​ເສດຖະກິດ​ດິຈີ​ຕອນ”. ​ໃນ​ການ​ກ່າວ​​ຄຳປາ​ໄສ​ເມື່ອ​ວັນ​ທີ 27 ພະຈິກ​ປີ 2020ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ສະ​ເໜີ​ຂໍ້​ລິ​​ເລີ່​ມ 4 ຂໍ້, ​ໃນ​ນັ້ນ​ ມີ​ເນື້ອ​ໃນ​ວ່າ: ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ຍຸດ​ທະ​ສາດ,ລົງ​ເລິກ​ການ​ເຊື່ອມ​ໂຍງ​ແຜນ​ແມ່​ບົດ​ການ​ພັດ​ທະ​ນາ; ຍົກ​ລະ​ດັບ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ລົງ​ເລິກ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ດິ​ຈີ​ຕອນ.

ປີ​ນີ້​ແມ່ນ​ປີ​ຮ່ວມ​ມື​ເສດຖະກິ​ດດິຈີ​ຕອນ​ຈີນ-​ອາ​ຊຽນ. ​ໃນ​ການ​ກ່າວ​​ຄຳປາ​ໄສ​ເມື່ອ​ວັນ​ທີ 27 ພະຈິກ​ປີ 2020ນີ້, ທ່ານ​ສີ​ຈິ້ນຜິ​ງກ່າວ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ກຳ​ແໜ້ນ​ໂອກາດ​ຂອງ​ການ​ປະຕິວັດ​ວິທະຍາສາດ​ເຕັກນິກ​ ​ແລະ ການປ່ຽນ​ຮູບ​ແບບ​ອຸ​ດສາ​ຫະກຳຮອບ​ໃໝ່, ຊຸກຍູ້​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ດ້ານ​ດິຈີ​ຕອນ, ສ້າງ “​ເສັ້ນທາງ​ສາຍ​ໄໝ​ດິຈີ​ຕອນ”

​ກ່ຽວ​ກັບ​ການ​ທີ່​ຈະເຮັດ​ແນວ​ໃດ​ເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ ແລະ​ສ້າງ “ທົດ​ສະ​ວັດ​ຄຳ”​ໃນ​ຄັ້ງ​ຕໍ່​ໄປ? ທ່ານ​ສີ​ຈິ້ນ​ຜິງ​ຍັງ​​ມີ​ຂໍ້​ສະ​ເໜີ​ລິ​ເລີ່ມ​ໃຫ້​ຍົກ​ລະ​ດັບ​ການ​ຮ່ວມ​ມື​ດ້​ານ​ເສດ​ຖະ​ກິດ​ການ​ຄ້າ, ເລັ່ງ​ລັດ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ພາກ​ພື້ນ​ຢ່າງ​ຮອບ​ດ້ານ, ຍົກ​ລະ​ດັບ​ການ​ຮ່ວມ​ມື​ຕ້ານ​ກັບ​ພະ​ຍາດ, ເສີມ​ສ້າງ​ຄວາມ​ສາ​ມາດ​ດ້ານ​ສາ​ທາ​ລະ​ນະ​ສຸກ.

ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ກ່າວ​ຕື່ມ​ວ່າ: ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ກັບ​ບັນ​ດ​າ​ປະ​ເທດ​ອາ​ຊຽນ, ໂດຍ​ຖື​ເອົາ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ10ປີ​ເປັນ​ໂອ​ກາດ​ທີ່​ດີ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ໃຫ້​ມີ​ປະ​ສິດ​ທິ​ຜົນ​. ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ໃນ​ການ​ເຊັນ​ສັນ​ຍາ​​ກ່ຽວ​ກັບການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນຫຼືRCEP ແລະ​ຫວັງ​ວ່າ​ສັນ​ຍາ​ນີ້​ຈະ​ເກີດ​ມີ​ຜົນ​ສັກ​ສິດ​ໂດຍ​ໄວ.

  ທ່ານ​ສີ​ຈິ້ນ​ຜິງ​ຢືນ​ຢັນ​ວ່າ ຈີນ​ຈະ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ເພີ່ມ​ທະ​ວີ​ການ​ຊຸກ​ຍູ້​ໃຫ້ເສດ​ຖະ​ກິດ​ພາຍ​ໃນແລະ​ເສດ​ຖະ​ກິດ​ສາ​ກົນ​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ເພື່ອ​ເຮັດ​ໃຫ້​ການ​ຟື້ນ​ຟູເສດ​ຖະ​ກິດ​ຂອງ​ປະ​ເທດ​ຕົນ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ຟື້ນ​ຄືນ​ໃໝ່​ຮ່ວມ​ກັນ. ​ຈາກ​ນີ້​ ຈະເຮັດ​ໃຫ້​ບັນ​ດາ​ປະ​ເທດ​ໃນ​ໂລກ​ເຊິ່ງ​ລວມ​ທັງ​ປະ​ເທດ​ອາ​ຊ​ຽນ​ລ້ວນ​ແຕ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ເມື່ອ​ມຸ້ງ​ໜ້າ​ສູ່​ອະ​ນາ​ຄົດ, ຊ່ອງ​ທາງ​ການ​ຮ່ວມ​ມື​ລະ​ຫວ່າ​ງ​ຈີນ-ອາ​ຊຽນ​ຈະ​ກວ້າງ​ຂວາງກວ່າ​ເກົ່າ.

ຄຳ​ເຫັນ

0