黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ​ໄລ​ຍະ​ທີ່​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຫັນ​ເປັນ​ປົກ​ກະ​ຕິ, ຈີນ​ແລະ​ອາ​ຊຽນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງກັນ​ແລະ​ກັນ​​ຈະ​ສືບ​ຕໍ່​ເປັ​ນໄປ​ໄດ້​ບໍ່?

2020-11-30 15:15:43 cri

ໃນ​ສະ​ພາບ​ການ​ທີ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ​ແລະ​ສົ່ງ​ຜົນ​ເຮັດ​ໃຫ້​ການ​ຄ້າ​ທົ່ວ​ໂລກ​ຊຸດ​ໂຊມ​ລົງ, ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ພັດ​ໄດ້​ເພີ່ມ​ຂຶ້ນ, ອາ​ຊຽນ​ໄດ້​ລື່ນ​ກາຍ​ສະ​ຫະ​ພາບ​ເອີ​ລົບ​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຈີນ. ໃນ​ໄລ​ຍະ​ທີ່ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຫັນ​ເປັນ​ແບບປົກ​ກະ​ຕິ, ​ຈີນ-ອາ​ຊຽນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງຂອງ​ກັນ​ແລະ​ກັນ​ຈະ​ສາ​ມາດ​ສືບ​ຕໍ່​ເປັນ​ໄປ​ໄດ້​ຫຼື​ບໍ່? ໃນ​ໄລ​ຍະ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 17, ບັນ​ຫາ​ດັ່ງ​ກ່າວ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ຈຸດ​ສຸມ​ຂອງ​ຜູ້​​ເຂົ້າຮ່ວມ​ງານ​ດັ່ງ​ກ່າວ.

ບຸກ​ຄົນ​ວິ​ເຄາະ​ເຫັນ​ວ່າ, ຍ້ອນ​ໄດ້​ຮັບ​ຜົນ​​ຈາກ​ການ​ພົວ​ພັນ​ສອງ​ຝ່າຍ​ທີ່ຂະ​ຫຍາຍ​ຕົວ​ເຂົ້າ​ສູ່​ລວງ​ເລິກ​ແລະມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ກັນເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຮັດ​ແໜ້ນ​ເພີ່ມ​ຂຶ້ນ​​ເຊິ່ງຈະ​ເປັນ​ທ່າ​ອ່ຽງ​ໄລ​ຍະ​ຍາວ​​ແຕ່​ບໍ່​ແມ່ນ​ປາ​ກົດ​ການ​​ໃນ​ໄລ​ຍະ​ສັ້ນ​ຊື່ໆ, ​ແລະຄາດ​ວ່າ​ຈະ​ມີ​ຄວາມ​ຄືບ​ໜ້າ​ໃຫຍ່ກວ່າ​ເກົ່າ​​ອີກໃນ​ອະ​ນາ​ຄົດ.

ຈີນ​ແລະ​ອາ​ຊຽນ​ມີ​​ພື້ນ​ທີ່​ຢ່າງ​ໃຫຍ່​ໃນ​ການ​ຊ່ວຍ​ຊູ​ຍູ້​ໜູນເຊິ່ງກັນ​​ແລະ​ກັນດ້ານ​ເສດ​ຖະ​ກິດ​

ທ່ານ​ຊູ​ນິງໆ ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ງານ​ສະ​ພາການ​ຄ້າ​ຈີນ-ອາ​ຊຽນກ່າວ​ວ່າ: ຈີນ​ແລະ​ອາ​ຊຽນ​ຢູ່​ໃກ້​ຄຽງ​ກັນ, ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ຝ່າຍ​ມີ​ຄວາມ​ຊ່ວຍ​ຊູ​ຍູ້​ໜູນເຊິ່ງກັນ​​ແລະ​ກັນ​ຢ່າງ​​ແຂງ​ແຮງ, ມີ​ພື້ນ​ທີ່​ການ​ຮ່ວມ​ມື​ຢ່າງກວ້າງ​ແຂວງແລະ​​ມີກຳ​ລັງ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ. ທ່ານ​ຊູ​ນິງໆ ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​​ອະ​ນາ​ຄົດຂອງການ​ຮ່ວມ​ມື​​ດ້ານເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ໄລ​ຍະ​ທີ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຫັນ​ເປັນ​ແບບ​ປົກ​ກະ​ຕິ.

ສາ​ສະ​ດາ​ຈານ​ຈ່ວງ​ໂກ່ວ​ຖູ ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ເຊ້ຍ​ເມິນເຫັນ​ວ່າ: ​ຈີນ​ແລະ​ອາ​ຊຽນ​ຊ່ວຍ​ຊູ​ຍູ້​ໜູນກັນ​ດ້ານ​ຊັບ​ພະ​ຍາ​ກອນ​ແລະ​​ອຸດ​ສາ​ຫະ​ກຳ, ເຮັດ​ໃຫ້​ອາ​ຊຽນ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາ​ກ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ວ່ອງ​ໄວ​ຂອງ​ຈີນ, ໄດ້​ເພີ່ມ​ພະ​ລັງ​ແຮງ​ທີ່​ເຂັ້ມ​ແຂງ​ໃຫ້​ແກ່​ການ​ຄ້າ​ສອງ​ຝ່າຍ, ​ຂະ​ນະ​ທີ່​ພື້ນ​ທີ່​ການ​ຊ່ວຍ​ຊູ​ຍູ້​ໜູນກັນ​ແບບ​ນີ້​ຍັງ​ໄດ້​ເປີດກວ້າງ​ອອກ​ເລື້ອຍໆ, ​ເຊິ່ງໄດ້​ສ້າງ​​ພື້ນ​ທີ່​ຢ່າງ​ພຽງ​ພໍ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານເສດ​ຖະ​ກິດ​ກາ​ນ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ໄລ​ຍະ​ທີ່​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຫັນ​ເປັນ​ແບບ​ປົກ​ກະ​ຕິ.

ເຂດ​ການ​ຄ້າ​ເສ​ລີ​​ທີ່​ໄດ້ຍົກ​ລະ​ດັບ​ຂຶ້ນ​ກໍ​ໄດ້​ເປັນ​ການ​ເພີ່ມ​ແມ່​ແຮງ​ທີ່​ເຂັ້ມ​ແຂງໃຫ້​ແກ່​ການ​ຄ້າ​ລະ​ຫວ່າງ​ສອ​ງ​ຝ່າຍ

ອາ​ຊຽນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ, ມີ​ການ​ພົວ​ພັນ​ຢ່າງ​ໃກ້​ຊິດ​ກັບ “ອະ​ນຸ​ສັນ​ຍາ​ຍົກ​ລະ​ດັບ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ” ມີ​ຜົນ​ສັກ​ສິດ. ​ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ຈ່າງ​ຈ້ຽນ​ຜິງ ຫົວ​ໜ້າ​ສູນ​ຄົ້ນ​ຄວ້າ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ພາກ​ພື້ນ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ​ກະ​ຊວງ​ການ​ຄ້າ​ຈີນກ່າວ​ວ່າ: ພາຍ​ຫຼັງ​ອະ​ນຸ​ສັນຍາ​ດັ່ງ​ກ່າ​ວ​ເລີ່ມ​ມີ​ຜົນ​​ສັກ​ສິດ​ເປັນ​ຕົ້ນ​ມາ, ຍ້ອນ​ເງື່ອນ​ໄຂ​ຕ່າງໆ​ເຊັ່ນ: ​ຕົ້ນກຳ​ເນີດ​ສິນ​ຄ້າ, ສັນ​ຍາ​ຜ່ານ​ດ່ານ​ທາງ​ການ​ຄ້າ, ການ​ຄ້າ​ການ​ບໍ​ລິ​ການ, ການ​ລົງ​ທຶນ​ແລະ​ຂົງ​ເຂດ​ອື່ນໆ​ໄດ້​ປັບ​ໃຫ້​ຕ່ຳ​ລົງ, ຜົນ​ປະ​ໂຫຍດ​ທີ່​ໄດ້​ຮັບ​ຈາກ​ເຂດ​ການ​ຄ້າ​ເສ​ລີ​ໄດ້​ເພີ່ມ​ຂຶ້ນ​ຕື່ມ​ອີກ.

ທ່ານ​ຈ່ວງ​ໂກ່ວ​ຖູ ເຫັນ​ວ່າ: ພາຍ​ຫຼັງ​ອະ​ນຸ​ສັນ​ຍາ​ຍົກ​ລະ​ດັບ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ເລີ່ມ​ມີ​ຜົນ​ສັກ​ສິດ​ແລ້ວ, ສິນ​ຄ້າ​ຈີນ-ອາ​ຊຽນ​ມີ​ຫຼາຍກວ່າ 90% ບໍ່​ໄດ້​ເກັບ​ພາ​ສີ, ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ຝ່າຍ​ເຊິ່ງ​ບໍ່​ວ່າ​ດ້ານ​ຂະ​ໜາດ​ຫຼື​ຄຸນ​ນະ​ພາບ​ລ້ວນ​ແຕ່​ໄດ້​ຍົກ​ສູງ​ຂຶ້ນ​ເປັນ​ລະ​ດັບ​ສູງກວ່າ​ເກົ່າ.

​ການ​ຮ່ວມ​ມື​ດ້ານເສດ​ຖະ​ກິດ​ດີ​ຈີ​ຕອນ​ຈະ​ສ້າງ​ຄວາມ​ເປັນ​ໄປ​ໄດ້​ທີ່ບໍ່​ມີ​ຈຳ​ກັດ

ພາຍ​ໃຕ້​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຢາກ​ໄດ້​ຮັບ​ການ​ພັດ​ທະ​ນາ​ໃໝ່, ຕ້ອງ​ການ,u​ຄວາມ​ຊ່ວຍ​ເຫຼືອ​ຈ​າກ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ນີ້​ກໍ​ໄດ້​ຕັ້ງ​ຫົວ​ຂໍ້ “ຮ່ວ​ມ​ກັນ​ສ້າງ ‘ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ’, ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຮ່ວມ​ກັນ.”

ທ່ານ​ລິມ​ຈົກໂຮຍ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ກ່າວ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ວ່າ: ຈີນ​ມີ​ກຳ​ລັງ​ເຂັ້ມ​ແຂງ​ໃນ​ຂົງ​ເຂດ​ການ​ເຊື່ອມ​ຈອດ​ກັນ​ດ້ານ​ດີ​ຈີ​ຕອນ, ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ທົ່ວ​ໂລກ, ໄດ້​ສ້າງ​ໂອ​ກາດ​ທີ່​ບໍ່​ມີ​​ຈຳ​ກັດ​​ໃຫ້​ແກ່​ປະ​ເທດ​ອາ​ຊຽນ. ທ່ານ​ເຊື່ອ​ວ່າ, ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ເທດ​ຈີນ, ການ​ຫັນ​ເປັນ​​ດີ​ຈີ​ຕອນ​ຂອງ​ອາ​ຊຽນ​ຈະ​ໄດ້​ຮັບ​ການເພີ່ມ​ພະ​ລັງ​ແຮງ​ໃໝ່, ອາ​ຊຽນ​ເຄິຍ​ຄາດ​ຄະ​ເນ​ວ່າ: ນັບ​ມາ​ຮອດ​ປີ 2025, ເສດ​ຖະ​ກິດ​ດີ​ຈີ​ຕອນ​ຂອ​ງ​ອາ​ຊຽນ​ຈະ​ເພີ່ມຈາກ​ 1,3% ຂອງ GDP ​ເມື່ອ​ປີ 2015 ​ຂຶ້ນ​ເປັນ 8,5%. ຂະ​ນະ​ທີ່ຍອດ​​ປະ​ລິ​ມານ​ແລະ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຂອງ​ຈີນ​ແມ່ນ​ຢູ່​ແຖວ​ໜ້າ​ຂອງ​ໂລກ, ສຳ​ລັບ​ອາ​ຊຽນ​ແລ້ວ​ຈີນຈະ​ເປັນ​ຄູ່​ຮ່ວມ​ມື​​ທີ່ລ້ຳ​ຄ່າ​ທີ່​ສາ​ມາດ​ແບ່ງ​ປັນ​ບົດ​ຮຽນ​ຂອງ​ຕົນ​ໄດ້.

ທ່ານນາງ ຄຳເພົາ ເອີນທະວັນ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳ​ຈີນ​ກ່າວ​ວ່າ: ປີ 2020 ແມ່ນ​ປີ​ຮ່ວມ​ມື​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຈີນ-ອາ​ຊຽນ, ສອ​ງ​ຝ່າຍ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ລະ​ບົບ 5G, ອິນ​ເຕີ​ເນັດ​ໃນ​ທຸກ​ສິ່ງ​ຂອງ​ຫຼື IOT, ປັນ​ຍາ​ປະ​ດິດ(AI), ອິນ​ເຕີ​ເນັດ​ອຸດ​ສາ​ຫະ​ກຳ, ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດ້ານ​ດີ​ຈີ​ຕອນ​ແລະ​ດ້ານ​ອື່ນໆ, ​ເຊິ່ງ​ທັງ​ໝົດນີ້​ຈະ​ຂຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ຄຳ​ເຫັນ

0