尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຮ່ວມ​ມື​ທີ່ແທ້​ຈິງ​ລະ​ຫວ່າງ​ຈີນ-ລາວ​ຊ່ວຍ​ລາວ​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ການ​ພັດ​ທະ​ນາ​ດ້ວຍ​ຕົນ​ເອງ

2020-12-01 16:39:31 cri

ການ​ຮ່ວມ​ມື​ທີ່ແທ້​ຈິງ​ລະ​ຫວ່າງ​ຈີນ-ລາວ​ຊ່ວຍ​ລາວ​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ການ​ພັດ​ທະ​ນາ​ດ້ວຍ​ຕົນ​ເອງ

ວັນ​ທີ 30 ພະ​ຈິກ​ນີ້, ພິ​ທີ​ເລີ່ມ​ຜະ​ລິດ​ໄລ​ຍະ​ທີ 1 ຂອງ​ໂຄງ​ການອຸດ​ສາ​ຫະ​ກຳ​ເຄ​ມີ​ແລະ​ນ້ຳ​ມັນ​ເຊື້ອ​ໄຟ​ລາວ​ໄລ​ຍະ 1 ​ໄດ້​ຈັດ​ຂຶ້ນ​ຜ່ານ​ທາງວິ​ດີ​ໂອ​ຢູ່​ທັງ​ນະ​ຄອນ​ຫຼວງວຽງ​ຈັນຂອງ​ລາວ​ແລະ​ນະ​ຄອນ​ຄຸນ​ໝິງ​ຂອງ​ຈີນ ໂດຍ​ມີທ່ານ ຫວາງ​ຢູ​ໂປ່ ​ຮັກ​ສາ​ການເຈົ້າ​ແຂວງ​ຢຸນ​ນານ​ ແລະ ທ່ານ ​ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ແລະ​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ, ທ່ານ​ ຈ່ຽງ​ໄຈ້​ຕຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ໄດ້​ເຂົ້າ​ຮ່ວມແລະ​ກ່າວ​ຄຳ​ປາ​ໄສ​​ໃນ​ພິ​ທີຢູ່​ວຽງ​ຈັນ​ຕາມ​ການ​ເຊື້ອ​ເຊີນ.
 

ໃນ​ຖາ​ນະ​ເປັນ​ໂຮງ​​ງານກັ່ນ​ນ້ຳ​ມັນ​ແຫ່ງ​ທຳ​ອິດ​ຂອງ​ລາວ, ໂຄງ​ການ​ອຸດ​ສາ​ຫະ​ກຳ​ເຄ​ມີ​ແລະ​ນ້ຳ​ມັນ​ເຊື້ອ​ໄຟ​ລາວ​ຈະ​ລົງ​ທຶນ 2 ຕື້​ໂດ​ລາ​ສະ​ຫະ​ລັດ​ຕາມ​ລຳ​ດັບ​ແລະ​ນຳ​ໃຊ້​ມາດ​ຕະ​ຖານ​ລະ​ດັບ​ສາ​ກົນ, ບັນ​ລຸ​ການ​ພັດ​ທະ​​ນາ​ຄວາມ​ສາ​ມາດ​ການ​ຜະ​ລິດ​​ຈາກ 1 ລ້ານ​ໂຕນ​ຕໍ່​ປີ​ໃນ​ໄລ​ຍະ​ 1 ເພີ່ມ​ຂຶ້ນ​ເປັນ 3 ລ້ານ​ໂຕນ​ຕໍ່​ປີ​ໃນ​ໄລ​ຍະ​ 3, ຊຸກ​ຍູ້​​ການ​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ​ສຳ​ເລັດ​ຮູບ​ຂອງ​ລາວ​ໃຫ້​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂັ້ນ​ຄື: ​ຈາກ “ການ​ຜະ​ລິດ​ພາຍ​ໃນປະ​ເທດ​ຕົນ” ​ຮອດ “​ການໃຊ້​ວັດ​ຖຸ​ດິບ​ຂອງ​ປະ​ເທດ​ຕົນ” ​ຕະ​ຫຼອດຮອດ “​ການ​ອາ​ໄສ​ບຸກ​ຄະ​ລາ​ກອນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ປະ​ເທດ​ຕົນ”. ແຕ່​ນີ້​ເປັນ​ຕົ້ນ​ໄປ, ລາວ​ໄດ້​ເລີ່ມ​ມີ​ນ້ຳ​ມັນ​ເຊື້ອ​ໄຟ​ສຳ​ເລັດ​ຮູບ​ທີ່​ຜະ​ລິດ​ພາຍ​ໃນປະ​ເທດ​ຕົນ, ເຊິ່ງ​ເປັນ​ການຂຽນ​ໜ້າ​ທຳ​ອິດ​ໃນ​ດ້ານ​ອຸດ​ສາ​ຫະ​ກຳ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ລາວ, ​ແລະສິ້ນ​ສຸດ​ປະ​ຫວັດ​ສາດ​ທີ່​ອາ​ໄສ​ການ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ​ສຳ​ເລັດ​ຮູບ​​ທັງໝົດ. ຂະ​ນະ​ດຽວ​ກັນ, ອີງ​ຕາມ​ແຜນ​ການ​ພັດ​ທະ​ນາ​ໂຄງ​ການ​ດັ່ງ​ກ່າວ, ໃນ 3 ປີ​ຕໍ່​ໜ້າ, ​ພະ​ນັກ​ງານ​ທ້ອງ​ຖິ່ນ​ຈະ​ກວມເຖິງ 70%, ຈະ​ສ້າງ​ຕຳ​ແໜ່ງວຽກ​ເຮັດ​ງານ​ທຳ 2 ໝື່ນ​ຕຳ​ແໜ່ງ​ຫຼັງ​ຈາກ​ສຳ​ເລັດ​ການ​ພັດ​ທະ​ນາ​ໂຄງ​ການ​ໄລ​ຍະ 3 ແລ້ວ, ​ເຊິ່ງ​ຈະອົບ​ຮົມ​ສ້າງ​​ຖັນ​ແຖວ​ພະ​ນັກ​ງານເຕັກ​ນິກກອງ​ໜຶ່ງ​ທີ່​ມີ​ຄວາມ​ຮູ້​ວິ​ທະ​ຍາ​ສາດ​ດ້ານ​ການ​ກັ່ນ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ພະ​ລັງ​ງານ​ທີ່ສະ​ອາດ. ​ການ​ຮ່ວມ​ມື​ທີ່​ມີການ​ປະ​ສານ​ສົມ​ທົບ​ກັນ​ທັງ​ໃຫ້​ການ​ຊ່ວຍ​ເຫຼືອ​ທັງ​ຊ່ວຍ​ສ້າງ​ຄວາມ​ສາ​ມາດຢ່າງ​ແໜ້ນ​ແຟ້ນແບບ​ນີ້​ຈະ​ໜູນ​ຊ່ວຍ​ລາວ​ຢ​ວ່າງ​ບາດ​ກ້າວ​ທີ່​ໜັກ​ແໜ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຂະ​ບວນ​ການ​ພັດ​ທະ​ນາດ້ວຍ​ຄວາມ​ສາ​ມາດ​ຂອງ​ຕົນໂດຍ​ບໍ່​ຕ້ອງ​ສົງ​ໄສ, ພ້ອມ​ກັນ​ນັ້ນ​ກໍ່​ເປັນ​ຂໍ້​ຄິດ​ທີ່​ເປັນປະ​ໂຫຍດ​ຕໍ່​ການ​ສ້າງ​ຄູ່ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ເຊັ່ນ​ກັນ.
 

ປັດ​ຈຸ​ບັນ, ລາວ​ພວມ​ຢູ່​ໃນ​ໄລ​ຍະ​ທີ່​ສຳ​ຄັນ​ຂອງ​ການ​ຫັນ​ເປັນ​​ອຸດ​ສາ​ຫະ​ກຳ​ແລະ​ທັນ​ສະ​ໄໝແຫ່ງຊາດ, ໃນ​ຖາ​ນະ​ເປັນ​ປະ​ເທດ​ກະ​ສິ​ກຳ​ທີ່​ເປັນ​ມູນ​ເຊື້ອ, ໂດຍ​ຜະ​ເຊີນໜ້າ​ກັບ​ການ​ປະ​ຕິ​ວັດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ການ​ປະ​ຕິ​ຮູບ​ດ້ານ​ອຸດ​ສາ​ຫະ​ກຳ​ທີ່​ມີ​ຂອບ​ເຂດ​ກວ້າງ​ຂວາງກວ່າເກົ່າ​ແລະ​ລະ​ດັບ​ສູງກວ່າ​ເກົ່າ,​ການ​ຍົກ​ລະ​ດັບ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໃຫ້​ສູງ​ຂຶ້ນ,​ບົ່ມ​ສ້າງ​ຄວາມ​ສາ​ມາດ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ແລະ​ປັບ​ປຸງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ໃຫ້​ສົມ​ບູນຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ແມ່ນ​ມີ​ຄວາມ​ສຳ​ຄັນ​ຫຼາຍ. ທ່ານ​ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ກ່າວ​ຄຳ​ປາ​ໄສ​ທາງວິ​ດີ​ໂອ​ໃນ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ພະ​ຈິກ​ຜ່ານ​ມາ​ນີ້​ໂດຍ​ໄດ້​ຮຽກ​ຮ້ອງ​ຢ່າງ​​ແຮງ​ໃຫ້​ກະ​ຕຸກ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ໂອນ​ເຕັກ​ນິກ​​ທັນ​ສະ​ໄໝ. ໃນ​ຖາ​ນະ​ເປັນ​ຄູ່​ຮ່ວມ​ຊາ​ຕາ​ກຳ, ຈີນ​ແລະ​ລາວ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ຕົວ​ຈິງ​ຂອງການ​ຮ່ວມ​ມື​ດ້ານ​ນ້ຳ​ມັນ​ເຊື້ອ​ໄຟ​​ແຫ່ງ​ຊາດ​ລາວ​ຈະ​ເປັນ​ການ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ລະ​ຫວ່າ​ງ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ແລະໜູນ​ຊ່ວຍ​ລາວ​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ການ​ພັດ​ທະ​ນາດ້ວຍ​ຕົນ​ເອງ.

ການ​ຮ່ວມ​ມື​ທີ່ແທ້​ຈິງ​ລະ​ຫວ່າງ​ຈີນ-ລາວ​ຊ່ວຍ​ລາວ​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ການ​ພັດ​ທະ​ນາ​ດ້ວຍ​ຕົນ​ເອງ_fororder_微信图片_20201201163823

ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຈາກ “ແຜນ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ສ້າງ​ຄູ່ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ” ທີ່​ທ່ານ​ປະ​ທານ ​ສີ​ຈິ້ນ​ຜິງ ​ແລະ​ທ່ານ​ປະ​ທານ ບຸນ​ຍັງ ວໍ​ລະ​ຈິດ ລົງ​ນາມ​ຮ່ວມ​ກັນ, ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ໄດ້​ຢືນ​ຢູ່​​ແຖວ​ໜ້າ​ໂດຍ​ຕະ​ຫຼອດ,ແລະ​ໄດ້​ແຕກດ​ອກ​ອອກ​ຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈີນ​ແລະ​ລາວ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ,ຮ່ວມ​ມື​ກັນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19,​ໄດ້ຊຸກ​ຍູ້​ວຽກ​ງານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຂອງແຕ່​ລະ​ປະ​ເທດ​ໃຫ້​ໄດ້​ຮັບ​ໝາກ​ຜົນ​ທາງ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ. ​ໃນ​ສະ​ພາບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຈີນ​ແລະ​ລາວ​ໄດ້​ເປີດ “ເສັ້ນ​ທາງ​ສະ​ດວກວ່ອງ​ໄວ”, ສ້າງ “ເສັ້ນ​ທາງ​ສີ​ຂຽວ”,​ໄດ້ຊຸກ​ຍູ້​​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ຕ່າງໆລະ​ຫວ່າງ​ສອງ​ຝ່າຍ​ມີ​ການ​ຟື້ນ​ຟູ​ແລະ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ​ພ້ອມ​ກັນ​ນັ້ນ, ສອງ​ຝ່າຍ​ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ແລະ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ພ້ອມ​ທັງ​ກ້າວ​ໄປ​ໜ້າ,ຊຸກ​ຍູ້​ການ​ສ້າງ​ທາງ​ດ່ວນວຽງ​ຈັນ-ວັງ​ວຽງ​ເຊິ່ງ​ເປັນ​ທາງດ່ວນ​ສາຍ​ທຳ​ອິດ​ຂອງ​ລາວ​ໃຫ້​ມີ​ຄວາມ​ຄືບ​ໜ້າ​ແລະ​ຈະ​ສ້າງ​ສຳ​ເລັດ​ໃນ​ໄວໆ​ນີ້; ​ໃນ​ວັນ​ທີ 27 ພະ​ຈິກ​ຜ່ານ​ມາ​, ພິ​ທີ​ມອບ​ຮັບ​ແລະ​ເປີດ​ນຳ​ໃຊ້​ຫ້ອງ​ທົດ​ລອງກວດ​ນິວ​ຄຼີ​ອິກ​ຫາ​ເຊື້ອ​ໄວ​ຣັດໂຄວິດ-19 ທີ່​ລັດ​ຖະ​ບານ​ຈີນ​ຊ່ວຍ​ເຫຼືອ​ລາວ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ສ​ປ​ປ ລາວ. ​ແນ່ນອນ, ທັງ​ໝົ​ດ​ເຫຼົ່າ​ນີ້​​ເປັນພຽງ​​ສ່ວນ​ໜຶ່ງ​ຂອງ​ໝາກ​ຜົນ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ສະ​ພາບ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໃນ​ຂັ້ນ​ຕອນ​ຕໍ່​ໄປ, ສອງ​ຝ່າຍ​ຍັງ​ຈະ​ສືບ​ຕໍ່​ວາງ​ແຜນລວມ​ກ່ຽວ​ກັບ​ການ​ສ້າງຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ຕາມ​ກົດ​ລະ​ບຽບ​​ທົ່ວ​ໄປ​ທີ່​ໄດ້​ລະ​ບຸ​ໄວ້​ໃນ “ແຜນ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ”.
 

ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​​ໝັ້ນວ່າ: ຄຽງ​ຄູ່​ກັບ​ການ​ຊຸກ​ຍູ້​ການ​ສ້າງ​​ຄູ່ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ, ໃນ​ຂະ​ບວນ​ການ​ເຊື່ອມ​ຕໍ່​ກັນ​ທາງ​ດ້ານ​ຍຸດ​ທະ​ສາດ​ລະ​ຫວ່າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບຍຸດ​ທະ​ສາດ “​ຫັນ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​​ເປັນ​ປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ”, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ຈະມີ​ຈຸດ​ພົ້ນ​ເດັ່ນ​ຫຼາຍກວ່າ​ເກົ່າ​ແລະ​ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ລາວຢ່າງ​ໃຫຍ່​ຫຼວງກວ່າ​ເກົ່າ.

ຄຳ​ເຫັນ

0