ກອງປະຊຸມສຸດຍອດກຸ່ມG20ຄັ້ງທີ 15 ທີ່ເປັນກອງປະຊຸມສາກົນຄັ້ງສຳຄັນຄັ້ງທີ 4 ທີ່ໄດ້ຈັດຂຶ້ນໃນເດືອນພະຈິກປີນີ້ ໄດ້ເລີ່ມໄຂຂຶ້ນໃນຕອນຄ່ຳວັນທີ 21 ພາຈິກປີນີ້. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມໄລຍະທີ 1 ດ້ວຍຮູບແບບຜ່ານວີດີໂອ ທັງໄດ້ກ່າວຄຳປາໄສສຳຄັນ, ໂດຍສະເໜີຈຸດຢືນຂອງຈີນຢ່າງຈະແຈ້ງກ່ຽວກັບການໃຫ້ກຸ່ມG20ເສີມຂະຫຍາຍບົດບາດນຳໜ້າຫຼາຍກວ່າເກົ່າໃນການບໍລິຫານໂລກພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19.
ປີ 2008, ກອງປະຊຸມສຸດຍອດG20ຄັ້ງທຳອິດ, ໄດ້ມີພາລະກຳເພື່ອກອບກູ້ເສດຖະກິດໂລກຈາກວິກິດການທາງດ້ານການເງິນສາກົນທີ່ຮ້າຍແຮງທີ່ສຸດໃນຮອບ ຮ້ອຍປີຜ່ານມາ.
ໃນເດືອນພະຈິກປີນີ້, ກໍໄດ້ຈັດກອງປະຊຸມສຸດຍອດG20 ຄັ້ງທີ 15, ທ່າມກາງກັບວິກິດການທີ່ຮ້າຍແຮງກວ່າເກົ່າ. ໃນການກ່າວຄຳປາໄສເມື່ອວັນທີ 21 ພະຈິກ2020ນີ້, ທ່ານສີຈິ້ນຜິງກ່າວວ່າ: “ໃນ 1 ປີທີ່ໃກ້ຈະຜ່ານພົ້ນໄປ, ມວນມະນຸດໄດ້ປະສົບການແຜ່ລະບາດຂອງພະຍາດຕິດແປດທີ່ໜັກໜ່ວງທີ່ສຸດໃນຮອບຮ້ອຍປີຜ່ານມາ, ຫຼາຍກວ່າ 1 ລ້ານຄົນເສຍຊີວິດ, ເສດຖະກິດໂລກຊຸດໂຊມລົງ,ຊີວິດການເປັນຢູ່ ແລະ ສັງຄົມໄດ້ຮັບຜົນກະທົບຢ່າງໜັກໜ່ວງ, ເຊິ່ງຜົນກະທົບຍັງຮ້າຍແຮງກວ່າວິກິດການດ້ານການເງິນສາກົນໃນປີ 2008.”
ເພື່ອຮັບມືກັບສິ່ງທ້າທາຍແບບບໍ່ເຄີຍມີມາກ່ອນ, ວັນທີ 26 ມີນາປີ 2020, ກຸ່ມG20 ໄດ້ຈັດກອງປະຊຸມສຸດຍອດສະໄໝພິເສດຄັ້ງທຳອິດໃນປະຫວັດສາດ. ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສໃນຫົວຂໍ້ “ຮ່ວມມືກັນຕ້ານກັບພະຍາດ ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ”. ເຊິ່ງກອງປະຊຸມຄັ້ງນີ້ໄດ້ສ້າງຄວາມໝັ້ນໃຈໃຫ້ແກ່ໂລກ, ທັງໄດ້ຊີ້ແຈງທິດທາງໃຫ້ແກ່ການຮ່ວມມືຕ້ານກັບພະຍາດຂອງໂລກ.
ຫຼັງຈາກນັ້ນປະມານ 8 ເດືອນ, ກອງປະຊຸມສຸດຍອດG20 ຄັ້ງທີ 15ກໍໄດ້ຈັດຂຶ້ນຜ່ານຮູບແບບວີດີໂອ, ທ່ານສີຈິ້ນຜິງທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດG20 ມາເປັນ 8 ປີລຽນຕິດໄດ້ກ່າວຄຳປາໄສໃນຫົວຂໍ້ “ຮ່ວມແຮງຮ່ວມໃຈກັນຕ້ານກັບພະຍາດ ຮ່ວມກັນສ້າງອະນາຄົດ” ໃນກອງປະຊຸມໄລຍະທີ1 ຂອງກອງປະຊຸມດັ່ງກ່າວ, ທ່ານໄດ້ສະເໜີແຜນການດຳເນີນງານເພື່ອຕ້ານກັບພະຍາດ ຮັກສາຄວາມໝັ້ນທ່ຽງດ້ານເສດຖະກິດ ແລະ ຮັກສາຊີວິດການເປັນຢູ່ຂອງປະຊາຊົນ, ທັງຮຽກຮ້ອງໃຫ້G20ຈົ່ງເສີມຂະຫຍາຍບົດບາດນຳໜ້າຫຼາຍກວ່າເກົ່າໃນການບໍລິຫານໂລກ.
ໃນຂະນະທີ່ປ້ອງກັນແລະ ຄວບຄຸມພະຍາດຢ່າງເປັນປົກກະຕິນັ້ນ, ຍັງຕ້ອງພະຍາຍາມຣັກສາຄວາມໝັ້ນທ່ຽງ ແລະ ການຟື້ນຟູເສດຖະກິດ, ນີ້ແມ່ນວຽກງານຮີບດ່ວນໃນປະຈຸບັນ. ໃນການກ່າວຄຳປາໄສໃນຕອນຄ່ຳວັນທີ 21 ພະຈິກ ປີ2020, ທ່ານສີຈິ້ນຜິງໄດ້ສະເໜີໃຫ້ກຸ່ມG20ສຸມຄວາມພະຍາຍາມຕື່ມອີກໃນການປະຕິບັດງານໃນ 4 ດ້ານ.
ໜຶ່ງ, ສ້າງກຳແພງຕ້ານພະຍາດຂອງໂລກ. ໃນບັນຫານີ້, ທ່ານສີຈິ້ນຜິງໄດ້ກ່າວເຖິງວັກຊີນເປັນພິເສດ. ໃນເດືອນພຶດສະພາປີ 2020 ນີ້, ໃນເວລາທີ່ປະກອບຄຳເຫັນໃນພິທີເປີດກອງປະຊຸມອະນາໄມໂລກຄັ້ງທີ 73 ຜ່ານທາງວີດີໂອ, ທ່ານສີຈິ້ນຜິງໄດ້ໃຫ້ຄຳໝັ້ນສັນຍາວ່າ: ຫຼັງຈາກຈີນສຳເລັດການຄົ້ນຄວ້າ ແລະ ຜະລິດວັກ ຊີນຕ້ານເຊື້ອພະຍາດໂຄວິດ-19ແລ້ວ, ຈະໃຫ້ວັກຊີນເປັນຜະລິດຕະພັນສາທາລະນະຂອງໂລກ. ໃນການກ່າວຄຳປາໄສເມື່ອວັນທີ 21 ພະຈິກ ປີ 2020ນີ້, ທ່ານສີຈິ້ນຜິງກ່າວວ່າ, ຈີນຈະປະຕິບັດຕາມຄຳໝັ້ນສັນຍາ, ໃຫ້ການຊ່ວຍເຫຼືອ ແລະ ການສະໜັບສະໜູນແກ່ປະເທດພວມພັດທະນາອື່ນໆ, ພະຍາຍາມເຮັດໃຫ້ວັກຊີນກາຍເປັນຜະລິດຕະພັນສາທາລະນະທີ່ປະຊາຊົນບັນດາປະເທດສາມາດເຂົ້າເຖິງ ແລະ ສາມາດຊື້ໄດ້.
ສອງ, ຮັບປະກັນໃຫ້ເສດຖະກິດໂລກເຄື່ອນໄຫວໄດ້ຢ່າງໂລ່ງລຽນດີ. ທ່ານສີຈິ້ນຜິງກ່າວເນັ້ນວ່າ, ບົນພື້ນຖານການປ້ອງກັນ ແລະຄວບຄຸມພະຍາດໃຫ້ດີນັ້ນ, ຕ້ອງໃຫ້ການຟື້ນຟູການເຄື່ອນໄຫວຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງໂລກມີຄວາມສະດວກ ແລະ ປອດໄພ, ສ້າງ “ຊ່ອງທາງດ່ວນ”, ອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງບຸກຄະລາກອນຢ່າງເປັນລະບຽບ. ໃນກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການເອເປັກຄັ້ງທີ 27ທີ່ຈັດຂຶ້ນໃນວັນທີ 20 ພະຈິກ 2020, ທ່ານສີຈິ້ນຜິງໄດ້ສະເໜີອອກວ່າ, ພວກເຮົາຄວນຊຸກຍູ້ການຮັບຮອງQR CODEສຸຂະພາບດ້ານການປ້ອງກັນພະຍາດສາກົນນຳກັນ. ຕອນຄ່ຳວັນທີ 21 ພະຈິກ ປີ 2020, ທ່ານກ່າວຕື່ມວ່າ, ຈີນສະເໜີກົນໄກຮັບຮອງQR CODEສຸຂະພາບສາກົນນຳກັນ ໂດຍອີງຕາມຜົນກວດນິວຄະເລອິກ ແລະ ຜ່ານQR CODE ສາກົນຮ່ວມກັນ,ຫວັງວ່າຈະມີຫຼາຍປະເທດກວ່າເກົ່າເຂົ້າຮ່ວມ. ນີ້ແມ່ນວິທີທີ່ດີໃນການເຄື່ອນໄຫວທີ່ສະດວກດ້ວຍວິທະຍາສາດ.
ສາມ, ເສີມຂະຫຍາຍບົດບາດຂອງເສດຖະກິດດິຈີຕອນ. ການແຜ່ລະບາດຂອງພະຍາດແມ່ນວິກິດການ ທັງເປັນກາລະໂອກາດ, ສິ່ງສຳຄັນຄືຄວນປັບຕົວຕໍ່ການປ່ຽນແປງຢ່າງເປັນເຈົ້າການ ແລະ ຫັນວິກິດເປັນໂອກາດ. ທ່ານສີຈິ້ນຜິງຊີ້ອອກວ່າ, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກະຕຸກຊຸກຍູ້ການພັດທະນາເຕັກນິກໃໝ່ ຮູບແບບທຸລະກິດໃໝ່ ແລະ ເວທີໃໝ່, “ເສດຖະກິດແບບບໍ່ຕ້ອງສຳຜັດ” ໄດ້ພັດທະນາໄວຂຶ້ນຢ່າງຮອບດ້ານ, ເຊິ່ງເປັນຊ່ອງທາງໃໝ່ໃຫ້ແກ່ການພັດທະນາເສດຖະກິດ. ທ່ານຍັງກ່າວເນັ້ນເປັນພິເສດວ່າ, ຄວນສ້າງສະພາບແວດລ້ອມແຫ່ງການແຂ່ງຂັນແບບຍຸດຕິທຳໃຫ້ແກ່ວິສາຫະກິດວິທະຍາສາດເຕັກນິກຂອງບັນດາປະເທດ.
ສີ່, ບັນລຸການພັດທະນາທີ່ມີລັກສະນະກວມລວມກວ່າເກົ່າ. ໃນກອງປະຊຸມສຸດຍອດພິເສດຂອງກຸ່ມG20 ທີ່ຈັດຂຶ້ນໃນເດືອນມີນາປີນີ້ໄດ້ສະເໜີອອກວ່າ, ຄວນຫຼຸດຜ່ອນພາລະໜີ້ສິນໃຫ້ແກ່ປະເທດພວມພັດທະນາ. ຜູ້ຮັບຜິດຊອບກະຊວງການເງິນຈີນໄດ້ໃຫ້ຮູ້ວ່າ: ຈີນແມ່ນປະເທດທີ່ຈັດຕັ້ງປະຕິບັດນະໂຍບາຍເລື່ອນເວລາຊຳລະໜີ້ສິນເປັນມູນຄ່າຫຼາຍທີ່ສຸດໃນບັນດາສະມາຊິກກຸ່ມG20. ໃນການກ່າວຄຳປາໄສເມື່ອຕອນຄ່ຳວັນທີ 21 ພະຈິກປີ 2020, ທ່ານສີຈິ້ນຜິງກ່າວວ່າ, ຈີນໄດ້ສະໜັບສະໜູນຂໍ້ຕົກລົງທີ່ແກ່ຍາວເວລາກຳນົດຂອງຂໍ້ລິເລີ່ມເລື່ອນເວລາຊຳລະໜີ້, ແລະຈະສືບຕໍ່ຮ່ວມກັບບັນດາຝ່າຍຈັດຕັ້ງປະຕິບັດຢ່າງສຸດຄວາມສາມາດ.
ນອກຈາກນີ້, ການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນສິ່ງທ້າທາຍທີ່ໜັກໜ່ວງ, ທັງໄດ້ເຜີຍແບໃຫ້ເຫັນເຖິງຈຸດອ່ອນໃນການບໍລິຫານໂລກ. ທ່ານສີຈິ້ນຜິງໄດ້ກ່າວເນັ້ນວ່າ, ກຸ່ມG20 ຄວນເສີມຂະຫຍາຍບົດບາດນຳໜ້າຫຼາຍກວ່າເກົ່າໃນດ້ານລະບຽບການສາກົນ ແລະ ບໍລິຫານໂລກໃນຍຸກ ຫຼັງການແຜ່ລະບາດຂອງພະຍາດໂຄວິດ-19. ວັນທີ 3 ກັນຍາ ປີ 2016, ໃນພິທີເປີດກອງປະຊຸມສຸດຍອດອຸດສາຫະກຳການຄ້າG20ທີ່ຈັດຂຶ້ນຢູ່ນະຄອນຮາງໂຈ່ສປຈີນ, ທ່ານສີຈິ້ນຜິງກ່າວວ່າ: “ພວກເຮົາຫວັງຢາກສົ່ງສັນຍານຕໍ່ປະຊາຄົມໂລກ ຄື: ກຸ່ມG20ບໍ່ພຽງແຕ່ເປັນຂອງ 20ປະເທດ ສະມາຊິກ, ແຕ່ກໍເປັນຂອງໂລກເຊັ່ນກັນ. ເປົ້າໝາຍຂອງພວກເຮົາ ຄື ເຮັດໃຫ້ການເຕີບໂຕ ແລະ ການພັດທະນານຳເອົາຜົນປະໂຫຍດມາໃຫ້ແກ່ບັນດາປະເທດ ແລະ ປະຊາຊົນທົ່ວໂລກ, ເຮັດໃຫ້ປະຊາຊົນບັນດາປະເທດ ໂດຍສະເພາະແມ່ນປະຊາຊົນຂອງປະເທດພວມພັດທະນາມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ.”
ພວກເຮົາກໍເຊື່ອໝັ້ນວ່າ, ພາຍໃຕ້ການນຳໜ້າຂອງກຸ່ມG20, ການເດີນຕາມເສັ້ນທາງການພັດທະນາແບບຍືນຍົງ,ພວກເຮົາຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຮ່ວມກັນກ້າວໄປສູ່ຊີວິດການເປັນຢູ່ທີ່ດີງາມ.
ຄຳເຫັນ
0