ວັນທີ 12 ພະຈິກປີ 2020, ໃນໄລຍະທີ່ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງຈ່ຽງຊູ່, ທ່ານສີຈິ້ນຜິງໄດ້ເດີນທາງໄປຫໍພິພິທະພັນນານທົ່ງໂດຍສະເພາະ ແລະ ຢ້ຽມຊົມການວາງສະແດງຊີວະປະຫວັດຂອງທ່ານຈ່າງຈຽນ. ກ່ອນໜ້ານີ້ 3 ເດືອນ, ໃນກອງປະຊຸມສຳມະນາກັບນັກທຸລະກິດ, ທ່ານສີຈິ້ນຜິງກໍເຄີຍກ່າວເຖິງທ່ານຈ່າງຈຽນ, ໂດຍໄດ້ຍ້ອງຍໍວ່າ: ທ່ານແມ່ນຜູ້ເປັນແບບຢ່າງທີ່ດີສຳລັບນັກທຸລະກິດຜູ້ຮັກຊາດ. ຈາກນັ້ນ 3 ເດືອນ, ທ່ານສີຈິ້ນຜິງກໍໄດ້ໄປຊອກຮູ້ຜົນງານຂອງທ່ານຈ່າງຈຽນຢູ່ນະຄອນນານທົ່ງອີກ. ທ່ານຈ່າງຈຽນເຄີຍໄດ້ສ້າງຜົນງານຫຍັງແດ່? ເປັນຫຍັງທ່ານສີຈິ້ນຜິງຈຶ່ງໄດ້ໃຫ້ຄວາມສົນໃຈຫຼາຍປານນີ້? ຕໍ່ໄປມາຮັບຮູ້ເລື່ອງລາວຂອງທ່ານຈ່າງຈຽນ.
ທ່ານຈ່າງຈຽນ, ແມ່ນນັກທຸລະກິດ ,ນັກການເມືອງ ແລະນັກການສຶກສາທີ່ມີຊື່ສຽງໃນສະໄໝໃໝ່ໃນປະຫວັດສາດຈີນ(ປີ1840ຫາປີ1949), ທ່ານ ເກີດຢູ່ເມືອງນ້ອຍຊາງເລີ້ນະຄອນນານທົ່ງແຂວງຈ່ຽງຊູ່ເມື່ອປີ 1853, ບັນພະບຸລຸດຫຼາຍລຸ້ນຄົນຂອງທ່ານລ້ວນແຕ່ມີອາຊີບເປັນຊາວກະສິກອນຫຼືພໍ່ຄ້າຊາວຂາຍ. ເພື່ອປ່ຽນແປງຊາຕາກຳຂອງຄອບຄົວ, ທ່ານຈ່າງຈຽນໄດ້ຖືກສົ່ງເຂົ້າໄປໂຮງຮຽນເອກະຊົນຕັ້ງແຕ່ຍາມນ້ອຍ, ພໍ່ຂອງທ່ານຫວັງຢາກໃຫ້ທ່ານກ້າວເຂົ້າສູ່ເສັ້ນທາງທີ່ເປັນເຈົ້າເປັນນາຍໂດຍຜ່ານການຮຽນໜັງສື. ປີ 1894, ທ່ານຈ່າງຈຽນ ອາຍຸ41 ປີສອບເສັງໄດ້ຈ້ວງຢວນຫຼື ຈໍ່ຫງວນ ຄື ຜູ້ທີ່ເສັງໄດ້ທີ 1 ໃນການສອບເສັງຄັດເລືອກເຈົ້າໜ້າທີ່ຂອງລາຊະສຳນັກໃນສະໄໝນັ້ນ.
ກໍແມ່ນໃນປີນັ້ນເອງ, ສົງຄາມ ລະຫວ່າງຈີນ ແລະຍີ່ປຸ່ນໄດ້ລະເບີດຂຶ້ນ ເຊິ່ງໃນປະຫວັດສາດເອີ້ນວ່າ ສົງຄາມເຈຍອູ. ຕໍ່ມາ, ລັດຖະບານລາຊະວົງຊິ່ງໄດ້ເຊັນສົນທິສັນຍາມາກ່ວນກັບລັດຖະບານຍີ່ປຸ່ນ ເຊິ່ງເປັນສັນຍາ ທີ່ເຮັດໃຫ້ຊາດເສຍອະທິປະໄຕແລະອັບອາຍຂາຍໜ້າຢ່າງຮ້າຍແຮງ.
ເມື່ອຜະເຊີນໜ້າກັບສະພາບຄວາມເປັນຈິງທີ່ຫຼ້າຫຼັງກໍຈະມັກຖືກຂົ່ມເຫັງ, ທ່ານຈ່າງຈຽນເຫັນວ່າ,ມີແຕ່ພັດທະນາອຸດສາຫະກຳຂອງຊາດຕົນເທົ່ານັ້ນ, ຈຶ່ງຈະສາມາດຕໍ່ຕ້ານກັບການຮຸກຮານຂອງລັດທິຈັກກະພັດ ແລະ ສູ້ຢັນກັບທຶນຕ່າງປະເທດໄດ້. ນັບແຕ່ສະໄໝບູຮານມາ, ເຈົ້າຂຸນມຸນນາຍຂອງຈີນໄດ້ຖືວ່າການເຮັດທຸລະກິດເປັນເລື່ອງອັບອາຍຂາຍໜ້າ, “ຈ້ວງຢວນເປີດໂຮງຈັກໂຮງງານ” ຍິ່ງເປັນສິ່ງທີ່ບໍ່ຄ່ອຍພົບເຫັນໃນເວລານັ້ນ. ແຕ່ທ່ານຈ່າງຈຽນໄດ້ຕັດສິນໃຈປະຖິ້ມການເລື່ອນຍົດຕຳ ແໜ່ງທາງການເມືອງ, ກັບຄືນສູ່ບ້ານເກີດ ແລະ ສ້າງໂຮງງານຕ່ຳແຜ່ນຕ້າເຊີ່ງ. ທ່ານໄດ້ຕັດສິນໃຈວ່າ: “ຍິນດີເຮັດວຽກທີ່ເປັນຜົນຕົວຈິງເລັກໆນ້ອຍໆ, ແຕ່ບໍ່ຍອມເປັນເຈົ້າຂຸນມຸນນາຍລະດັບສູງທີ່ເປັນໜ້າອັບອາຍ.”
“ການດຳເນີນທຸລະກິດບໍ່ມີພົມແດນ, ແຕ່ນັກທຸລະກິດມີປະເທດຊາດ.” ວັນທີ 21 ກໍລະກົດປີ 2020, ທ່ານສີຈິ້ນຜິງໄດ້ສະເໜີຄວາມມຸ່ງຫວັງ 5 ຂໍ້ໃນກອງປະຊຸມສຳມະນາກັບນັກທຸລະກິດ, ໃນນັ້ນຂໍ້ທຳອິດກໍແມ່ນຕ້ອງເພີ່ມທະວີນ້ຳໃຈຮັກຊາດ. ທ່ານສີຈິ້ນຜິງກ່າວວ່າ: “ການຮັກຊາດ ແມ່ນຈິດໃຈທີ່ເລິກເຊິ່ງທີ່ສຸດ ແລະ ຍືນຍາວທີ່ສຸດໃນໂລກມະນຸດເຮົາ, ແມ່ນແຫຼ່ງກຳເນີດທີ່ສ້າງຄຸນສົມບັດ ແລະ ພື້ນຖານໃຫ້ແກ່ການສ້າງຜົນງານສຳລັບຄົນຄົນໜຶ່ງ.”
ການປະເມີນນັກທຸລະກິດຜູ້ໜຶ່ງຮັກຊາດຫຼືບໍ່ນັ້ນມີມາດຕະຖານຫຍັງແດ່? ທ່ານສີຈິ້ນຜິງກ່າວວ່າ: “ການສ້າງຕົນເອງໃຫ້ເປັນນັກທຸລະກິດຮັກຊາດຈະມີຫຼາຍຮູບການ, ແຕ່ກ່ອນອື່ນໝົດແມ່ນການສ້າງວິສາຫະກິດລະດັບສຸດຍອດກ່ອນ.” ເມື່ອອ່ານເລື່ອງລາວຂອງທ່ານຈ່າງຈຽນແລ້ວກໍຈະຮູ້ວ່າ, ທ່ານເປັນແບບຢ່າງທີ່ດີໃນດ້ານນີ້.
ຫຼັງຈາກຕັດສິນໃຈເຮັດທຸລະກິດແລ້ວ, ທ່ານຈ່າງຈຽນໄດ້ຄົ້ນຄວ້າປື້ມບັນທຶກການຄ້າກັບຕ່າງປະເທດທຸກປີໃນສະໄໝກ່ວງຊີ້ ແລະ ສະໄໝຊ່ວນທົງຂອງລາຊະວົງຊິ່ງ, ແລະພົບວ່າ: ສິນຄ້ານຳເຂົ້າໃນປະລິມານຫຼາຍທີ່ສຸດຂອງຈີນແມ່ນຜະລິດຕະພັນແຜ່ນແພທີ່ເຮັດດ້ວຍຝ້າຍ ແລະ ເຫຼັກກ້າ. ທ່ານຮັບຮູ້ວ່າ, ຂະແໜງການແຜ່ນແພທີ່ເຮັດດ້ວຍຝ້າຍພົວພັນເຖິງຊີວິດການເປັນຢູ່ຂອງປະຊາຊົນ, ຂະແໜງການຜະລິດເຫຼັກກ້າກໍພົວພັນເຖິງການດຳລົງຄົງຕົວຂອງປະເທດ.
ປີ 1895, ທ່ານຈ່າງຈຽນໄດ້ສ້າງໂຮງງານຕ່ຳແຜ່ນຕ້າເຊີ່ງ ເຊິ່ງໄດ້ອີງໃສ່ພື້ນຖານຂອງຂະແໜງການຫັດຖະກຳແຜ່ນແພທີ່ອ່າວພັດທະນາຫຼາຍຢູ່ນະຄອນນານທົ່ງ. ເຊິ່ງໂຮງງານນີ້ໄດ້ບັນຈຸອຸດົມການຂອງທ່ານຈ່າງຈຽນ, ຄື: ການເມືອງທີ່ຍິ່ງໃຫຍ່ທີ່ສຸດໃນໂລກນີ້ແມ່ນການພັດທະນາຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
ຫຼັງຈາກເລີ່ມການຜະລິດເປັນເວລາໜຶ່ງປີ, ໂຮງງານຕ່ຳແຜ່ນຕ້າເຊິ່ງກໍໄດ້ຜົນກຳໄລສຸດທິເປັນເງິນ 26000 ຕຳລຶງ. ຫຼັງຈາກນັ້ນ, ໂຮງງານກໍມີຂະ ໜາດໃຫຍ່ຂຶ້ນຢ່າງຕໍ່ເນື່ອງ, ໂດຍໄດ້ສ້າງໂຮງງານອີກ 4 ແຫ່ງຕາມໆກັນ, ກາຍເປັນລະບົບວິສາຫະກິດແຜ່ນແພຂະໜາດໃຫຍ່ທີ່ສຸດໃນທົ່ວປະເທດຈີນໃນເວລານັ້ນ.
ພາຍຫຼັງລົ້ມລຸກຄຸກຄານໃນການດຳເນີນທຸລະກິດ ໃນປະຫວັດສາດເປັນຮ້ອຍກວ່າປີ, ໂຮງງານຕ່ຳແຜ່ນຕ້າເຊິ່ງໄດ້ຂະຫຍາຍຕົວມາເປັນກຸ່ມບໍລິສັດຕ້າເຊີ່ງຈ່ຽງຊູຈຳກັດໃນປັດຈຸບັນ ເຊິ່ງຍັງສືບຕໍ່ດຳເນີນການຜະລິດທຸລະກິດຢູ່ສະຖານທີ່ເດີມຄືເກົ່າຈົນມາເຖິງທຸກມື້ນີ້.
ທ່ານຈ່າງຈຽນໄດ້ດຳເນີນທຸລະກິດອຸດສາຫະກຳການຄ້າ ທັງໄດ້ຮັບຜົນສຳເລັດ, ແຕ່ທ່ານມີຄວາມຄິດຢູ່ໃນໃຈຢູ່ສະເໝີວ່າ: “ອຸດສາຫະກຳການຄ້າ ແລະ ການສຶກສາຕ້ອງເສີມຂະຫຍາຍບົດບາດໄປຄຽງຄູ່ກັນ”, ທ່ານລິເລີ່ມໃຫ້ເສີມສ້າງກຳລັງແຫ່ງຊາດໃຫ້ເຂັ້ມແຂງໂດຍຜ່ານການພັດທະນາອຸດສາຫະກຳການຄ້າ, ພ້ອມທັງຜ່ານການສຶກສາເພື່ອບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດໃຫ້ແກ່ປະເທດຊາດ.
ຫຼັງຈາກການພັດທະນາອຸດສາຫະກຳການຄ້າໄດ້ຮັບປະສິດທິຜົນໃນເບື້ອງຕົ້ນແລ້ວ, ທ່ານຈ່າງຈຽນກໍໄດ້ນຳໃຊ້ເງິນທຶນທີ່ສະສົມໄວ້ເພື່ອລົງມືສ້າງໂຮງຮຽນແບບໃໝ່, ໂດຍໄດ້ລົງທຶນໃນມູນຄ່າເງິນ 2.570.000 ຕຳລຶງເຂົ້າໃນການສຶກສາຂອງນານທົ່ງ, ດ້ວຍຮູບການທີ່ສ້າງເອງ ຫຼື ມີສ່ວນຮ່ວມໃນການສ້າງສະຖາບັນການສຶກສາຊັ້ນສູງແລະໂຮງຮຽນອາຊີວະສຶກສາ ໂຮງຮຽນວິຊາສະເພາະໃນຂະແໜງວິຊາຕ່າງໆເຊັ່ນ: ສ້າງຄູ, ຕ່ຳແຜ່ນ, ການແພດ ກະສິກຳ ແລະອື່ນໆ ທັງໝົດ ມີເກືອບ 400 ແຫ່ງ, ເຊິ່ງກາຍເປັນລະບົບການສຶກສາທີ່ອ່າວຄົບຊຸດໃນສະໄໝນັ້ນ. ຢູ່ນານທົ່ງມີຄົນຈຳນວນບໍ່ໜ້ອຍເຄີຍຮຽນໃນໂຮງຮຽນປະຖົມ ໂຮງຮຽນມັດທະຍົມ ຈົນເຖິງມະຫາວິທະຍາໄລທີ່ທ່ານຈ່າງຈຽນສ້າງຂຶ້ນ.
ການສ້າງທຸລະກິດການຄ້າ, ແລ້ວທຸ່ມເທເງິນທຶນເພື່ອພັດທະນາການສຶກສາ, ທ່ານຈ່າງຈຽນໄດ້ນຳເອົາຜົນກຳໄລຈາກການດຳເນີນທຸລະກິດຂອງຕົນໄປພັດທະນາວຽກງານການສຶກສາ ການກຸສົນ ແລະ ສາທາລະນະປະໂຫຍດຂອງທ້ອງຖິ່ນ. ມີຄົນສະຫຼຸບວ່າ, ຊັບສົມບັດທັງໝົດທີ່ທ່ານຈ່າງຈຽນຫາມາໄດ້ໃນຕະຫຼອດຊີວິດຂອງທ່ານ, ລ້ວນແຕ່ໄດ້ຖືກໃຊ້ເພື່ອວຽກງານສັງຄົມ.
ໃນກອງປະຊຸມສຳມະນາກັບນັກທຸລະກິດທີ່ຈັດຂຶ້ນໃນເດືອນກໍລະກົດປີ 2020, ທ່ານສີຈິ້ນຜິງກໍໄດ້ເນັ້ນເຖິງຄວາມຮັບຜິດຊອບຂອງນັກທຸລະກິດທີ່ມີຕໍ່ສັງຄົມ. ທ່ານກ່າວວ່າ: “ສັງຄົມແມ່ນເວທີທີ່ນັກທຸລະກິດໄດ້ສະແດງອອກເຖິງຄວາມສາມາດຂອງຕົນ. ມີພຽງແຕ່ນັກທຸລະກິດທີ່ຕອບແທນສັງຄົມຢ່າງຈິງໃຈ ແລະປະຕິບັດຕາມພັນທະຕໍ່ສັງຄົມຢ່າງແທ້ຈິງ, ຈຶ່ງຈະໄດ້ຮັບການຍອມຮັບຈາກສັງຄົມຢ່າງແທ້ຈິງ, ຈຶ່ງແມ່ນນັກທຸລະກິດທີ່ສອດຄ່ອງກັບຄວາມຮຽກຮ້ອງຂອງຍຸກສະ ໄໝ.”
ເມື່ອຫວນຄືນເຖິງຊີວະປະຫວັດຂອງຄົນຜູ້ໜຶ່ງ ແລະຫວນຄືນເຖິງຈິດໃຈຢ່າງໜຶ່ງແລ້ວ, ກໍຈະໄດ້ເພີ່ມຄວາມໝັ້ນໃຈໃຫ້ກັບເສັ້ນທາງແຫ່ງຊີວິດໃດໜຶ່ງ, ແລະໄດ້ມີກຳລັງໃຈທີ່ພ້ອມຈະກ້າວເດີນໄປໜ້າ. ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 19 ເປັນຕົ້ນມາ, ໃນເວລາທີ່ໄປສຳຫຼວດກວດກາວຽກງານຢູ່ພາຍໃນປະເທດ, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມເຮືອນເກົ່າ ຫຼື ຫໍພິພິທະພັນຂອງບຸກຄົນທີ່ມີຊື່ສຽງ.ເພື່ອນຳເອົາແຮງບັນດານໃຈຈາກບຸກຄົນຜູ້ດີເດັ່ນຂອງຊາດເຫຼົ່ານີ້, ແລ້ວຫັນປ່ຽນເປັນກຳລັງທີ່ເຂັ້ມແຂງເພື່ອຮັບໃຊ້ພາລະກິດ ສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານຂອງຈີນ.
ຄຳເຫັນ
0