尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສັນ​ຍາ RCEP ຈະ​ຊຸກ​ຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​​​ໃຫ້​ມີຄຸນ​ນະ​ພາບ​​ສູງ​ຫຼາຍ​ຂຶ້ນກວ່າ​ເກົ່າ

2020-12-03 16:25:36 cri

ສັນ​ຍາ RCEP ຈະ​ຊຸກ​ຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​​​ໃຫ້​ມີຄຸນ​ນະ​ພາບ​​ສູງ​ຫຼາຍ​ຂຶ້ນກວ່າ​ເກົ່າ

ປັດ​ຈຸ​ບັນ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຍັງ​ສືບ​ຕໍ່​ແຜ່​ລະ​ບາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ເສດ​ຖະ​ກິດ​ໂລກ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ, ແຕ່​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ຊຽນ​ຍັງ​ຮັກ​ສາ​ການ​ເຕີບ​ໂຕ​ທີ່​ໝັ້ນ​ທ່ຽງ​ຄື​ເກົ່າ. ເຊິ່ງ​ນີ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ແລະ​ການ​ສ້າງ​ສາ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຂອບ​ຂອງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາຊຽນ. ຢູ່​ດ່ານ​ທາງ​ລົດ​ໄຟ​ສາ​ກົນ​ໜານ​ໜິງ, ໝາກ​ໄມ້​ທີ່​ມີ​ເອ​ກະ​ລັກ​ພິ​ເສດ, ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ຣ​ນິກ,ເຄື່ອງ​ໃຊ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ເທດ​ອາ​ຊຽນ​ໄດ້​​ຖືກ​ສົ່ງ​ໄປ​ຮອດ​ແຫ່ງ​ຕ່າງໆ​ຂອງ​ທົ່ວ​ປະ​ເທດ​ຈີນ​ຫຼື​​ຜ່ານ​ນະ​ຄອນ​ຈຸ່ງ​ກິ່ງສົ່ງ​ໄປ​ເອີ​ຣົບ​ຫຼັງ​ໄດ້​​ສົ່ງ​ມາເຕົ້າ​ໂຮມ​​ກັນ​ຢູ່​ໜານ​ໜິງໂດຍ​ຜ່ານຂະ​ບວນ​ລົດ​ໄຟ​ຈີນ-ຫວຽດ​ນາມ​ແລ້ວ, ​ສ່ວນ​ແກ້ວ,​ດ້າຍ​ຝ້າຍ,ເຄື່ອງ​ຊີ້ນ​ສ່ວນ​ອາ​ໄຫຼ່​ເອ​ເລັກ​ໂຕ​ຣ​ນິກ,ຈັກ​ນ້ຳ​ມັນ​ກາ​ຊວນ​ແລະ​ສິນ​ຄ້າ​ອື່ນໆ​ຂອງ​ຈີນ​ແລະ​ເອີ​ຣົບ​ກໍ​ໄດ້​​ຖືກ​ສົ່ງ​ໄປ​ປະ​ເທດ​ອາ​ຊຽນ​ເຊັ່ນ: ຫວຽດ​ນາມ​ເປັນ​ຕົ້ນ​​ໂດຍຜ່ານ​ດ່ານ​ຜິງ​ສຽງ​ຫຼັງ​ຈາກ​ໄດ້​ຖືກ​ສົ່ງ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ໜານ​ໜິງ.
 

ເມື່ອ​ເລີ່ມ​ດຳ​ເນີນການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ໃນ​ປີ 2002, ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ມີ​ພຽງ​ແຕ່ 54,8 ຕື້​ໂດ​ລາ​ສະ​ຫະ​ລັດ, ຂະ​ນະ​ທີ່​ພຽງ​ແຕ່ໃນ 3 ໄຕ​ມາດ​ຂອງ​ປີ​ນີ້​ກໍ​ໄດ້​ບັນ​ລຸ 481,81 ຕື້​ໂດ​ລາ​ສະ​ຫະ​ລັດ​ແລ້ວ, ຈີນ​ແລະ​ອາ​ຊຽນ​ໄດ້​ບັນ​ລຸ​ການ​ບຸກ​ທະ​ລຸ​ທາງ​ປະ​ຫວັດ​ສາດ​ທີ່​ເປັນ​ຄູ່​ຮ່ວມ​ການ​ຄ້າ​ໃຫຍ່​ອັນ​ດັບ 1 ຕໍ່ຂອງ​ກັນ​ແລະ​ກັນ, ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາຊຽນ​ໄດ້​ກາຍ​ເປັນ​ຫົວ​ຈັກ​ຂອງ​ການ​ພັດ​ທະ​ນາ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ. ຕົວ​ເລກ​ສະ​ຖິ​ຕິ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ຂອບ​ຂອງເຂດ​ການ​ຄ້າ​ເສ​ລີ​ຈີນ-ອາຊຽນ​ໄດ້​ຍົກ​ເລີກ​ພາ​ສີ​ຂອງ​ຜະ​ລິດ​ຕະ​ພັນ​ເຖິງ 7 ພັນ​ຊະ​ນິດ, ມີ​ສິນ​ຄ້າ​ຫຼາຍກວ່າ 90% ບັນ​ລຸ​ການ​ປອດ​ພາ​ສີ. ໃນ 10 ປີ​ຜ່ານ​ມາ, ​ການ​ຄ້າສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ແລະ​ການ​ບໍ​ລິ​ການ​ຂອງ​ສອງ​ຝ່າຍ​ໄດ້​ເຕີບ​ໂຕ​ຢ່າງວ່ອງ​ໄວ, ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ,ຕ່ອງ​ໂສ້​ການ​ສະ​ໜອງ​ແລະ​ຕ່ອງ​ໂສ້​​ມູນ​ຄ່າ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັນ​ຢ່າງ​ເລິກ​ເຊິ່ງ, ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາຊຽນໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ກອນ​ຈຳ​ນວນ 1,9 ຕື້​ຄົນ​ໃນ 10 ປີ​ຄຳ​ຜ່ານ​ມາ, ໄດ້​ເພີ່ມ​ພະ​ລັງ​​ຊຸກ​ຍູ້​ທີ່​ເຂັ້ມ​ແຂງ​ເຂົ້າ​ໃນ​​ເສດ​ຖະ​ກິດ​ໂລກຄັ້ງ​ໃໝ່,ກາຍ​ເປັນ​ແບບ​ຢ່າງ​ຂອງ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ.

ສັນ​ຍາ RCEP ຈະ​ຊຸກ​ຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​​​ໃຫ້​ມີຄຸນ​ນະ​ພາບ​​ສູງ​ຫຼາຍ​ຂຶ້ນກວ່າ​ເກົ່າ_fororder_微信图片_20201203162405

ສ່ວນ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ​ຫຼື RCEP ທີ່​ຫາ​ກໍ​ເຊັນກັນ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ໄດ້​ກວມ​​ເອົາອາ​ຊຽນ,ຈີນ,ຍີ່​ປຸ່ນ,ສ.ເກົາ​ຫຼີ​ແລະ​ກຸ່ມ​ເສດ​ຖະ​ກິດ​ອື່ນໆ, ປີ 2019, ປະ​ເທດ​ສະ​ມາ​ຊິກ 15 ປະ​ເທດ​ໃນ RCEP ໄດ້​ມີ​ປະ​ຊາ​ກອນ​ທັງ​ໝົດ​ເຖິງ 2,27 ຕື້​ຄົນ, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP ໄດ້​ມີ​ເຖິງ 2,6 ໝື່ນ​ຕື້​ໂດ​ລາ​ສະ​ຫະ​ລັດ, ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ມີ​ເຖິງ 5.200 ຕື້​ໂດ​ລາ​ສະ​ຫະ​ລັດ, ລ້ວນ​ແຕ່​ໄດ້​ກວມຍອດ​ປະ​ລິ​ມານ​ຂອງ​ໂລກ​ປະ​ມານ 30%. ການ​ສ້າງເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ຢ່າງ​ສຳ​ເລັດ​ຕາມ RCEP ໝາຍ​ເຖິງ​ປະ​ລິ​ມານ​ ​ເສດ​ຖະ​ກິດ​ປະ​ມານ 1 ສ່ວນ 3 ​ຂອງໂລກ​ຈະ​ກາຍ​ເປັນ​ຕະ​ຫຼາດ​ໃຫຍ່​ທີ່​ມີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ. ຫຼັງ​ຈາກ​ປະ​ຕິ​ບັດ​ RCEP ແລ້ວ, ຈະ​ສ້າງ​ຜົນ​ປະ​ໂຫຍດໃຫ້​ແກ່​ຝ່າຍ​ຕ່າງໆ​ຢ່າງ​ບໍ່​ຢຸດ​ຢັ້ງ,ຈະ​ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ກໍ​ຄື​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດຂອງ​ພາກ​ພື້ນ​,ເພີ່ມ​ທະ​ວີຄວາມ​ໝັ້ນ​ທ່ຽງ​ແລະ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ຂອງຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ແລະ​ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ພາກ​ພື້ນ,ຈະ​ຍົກ​ລະ​ດັບ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ໃຫ້​ມີ​ຄຸນ​ນະ​ພາບ​ສູງ​ແລະ​ມີ​ປະ​ສິດ​ທິ​ຜົນ​ສູງ​ຂຶ້ນ​ຕື່ມ​ອີກ.

ສັນ​ຍາ RCEP ຈະ​ຊຸກ​ຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​​​ໃຫ້​ມີຄຸນ​ນະ​ພາບ​​ສູງ​ຫຼາຍ​ຂຶ້ນກວ່າ​ເກົ່າ_fororder_微信图片_20201203162359

​ໃນ​ເດືອນ​ພະ​ຈິກປີ 2018, ກອງ​ປະ​ຊຸມ​ຜູ້​ນຳ​ຈີນ-ອາ​ຊຽນ​ໄດ້​ເປີດ​ເຜີຍ “ຄວາມ​ມຸ່ງ​ຫວັງ​ປີ 2030 ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ”, ໂດຍໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ເປັນ​ເອ​ກະ​ພາບ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ອະ​ນາ​ຄົດ.ຈາກ​ນີ້​ໄປ​ຍັງ​ອີກ 10 ປີ​ໃນ​ການບັນ​ລຸ​ຄວາມ​ມຸ່ງ​ຫວັງ​ດັ່ງ​ກ່າວ, ສ່ວນ 10 ຕໍ່​ໜ້າ​ນີ້​ລ້ວນ​ແຕ່​ເປັນ 10 ປີ​ທີ່​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ພັດ​ທະ​ນາ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນ, ເປັນ 10 ປີ​ແຫ່ງ​ການ​ຮ່ວມ​ມືລະ​ຫວ່າງ​ຈີນ-ປະ​ເທດ​ອາ​ຊຽນ​ທີ່​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຼາຍກວ່າ​ເກົ່າ. RCEP ແມ່ນ​ມາດ​ຕະ​ການ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ທີ່​ສຳ​ຄັນ,ການເຂົ້າ​ຮ່ວ​ມ​ໃນ RCEP ເພື່ອ​ເຮັດ​ໃຫ້​ປະ​ເທດ​ແລະ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ຫຼາຍກວ່າ​ເກົ່າ​ມີ​ຄວາມ​ຮູ້​ສຶກ​​ວ່າ​ຕົນໄດ້​ຮັບ​​ຜົນ​ປະ​ໂຫຍດຈຶ່ງ​ຈະ​ສາ​ມາດ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ໃຫ້​ມີຄຸນ​ນະ​ພາບ​​ທີ່ສູງກວ່າ​ເກົ່າ ແລະ​ເລີ່ມ​ຮອບ 10 ປີ​ໃໝ່​ແຫ່ງ​ການ​ຮ່ວມ​ກັນ​ກ້າວ​ໄປ​ໜ້າ,​ເພື່ອບັນ​ລຸ “ຄວາມ​ມຸ່ງ​ຫວັງ​ປີ 2030 ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ” ຢ່າງ​ສຳ​ເລັດ.

ຄຳ​ເຫັນ

0