ປີ 2020ແມ່ນປີໜຶ່ງທີ່ເຮັດໃຫ້ຫຼາຍຄົນລືມຍາກ. ວັນເວລາ 300 ກວ່າມື້ທີ່ຜ່ານໄປໃນປີນີ້, ທ່ານອາດຈະມີຄຳຖາມວ່າ: “ປີນີ້ໂລກເກີດມີບັນຫາຫຍັງແດ່, ພວກເຮົາຄວນແກ້ໄຂແນວໃດ?” ໃນເດືອນພະຈິກປີ 2020, ມີກອງປະຊຸມສຳຄັນຕ່າງໆ, ເຊັ່ນ: ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ, ກອງປະຊຸມພົບປະລະຫວ່າງຜູ້ນຳປະເທດບຣິກສ, ກອງປະຊຸມເອເປັກ, ກອງປະຊຸມສຸດຍອດG20, ເຊິ່ງແມ່ນເຫດການການເຄື່ອນໄຫວວຽກງານການຕ່າງປະເທດສຳຄັນ 4 ຄັ້ງທີ່ໄດ້ຈັດຂຶ້ນພາຍໃນເວລາທີ່ບໍ່ຮອດ 2 ອາທິດ. ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມກອງປະຊຸມທີ່ກ່ຽວຂ້ອງ ທັງໄດ້ກ່າວຄຳປາໄສທີ່ສຳຄັນ, ໂດຍໄດ້ຊີ້ແຈງ ແລະ ໃຫ້ຄຳຕອບຕໍ່ຄຳຖາມຂອງຍຸກສະໄໝ.
ທ່ານສີຈິ້ນຜິງກ່າວວ່າ: “ການແຜ່ລະບາດຂອງພະຍາດຄັ້ງນີ້ໄດ້ສະແດງໃຫ້ເຫັນອີກເທື່ອໜຶ່ງວ່າ, ມວນມະນຸດມີຊາຕາກຳຮ່ວມກັນ, ບັນດາປະເທດມີຜົນປະໂຫຍດທີ່ພົວພັນກັນຢ່າງໃກ້ຊິດ, ໂລກແມ່ນປະຊາຄົມຮ່ວມຊາຕາກຳທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້.”
ໃນກອງປະຊຸມ 4ຄັ້ງດັ່ງກ່າວ, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ, ກະແສຂອງຍຸກສະໄໝແມ່ນສິ່ງທີ່ບໍ່ສາມາດກີດຂວາງໄດ້. ໂດຍສະເພາະໃນໄລຍະທີ່ພະຍາດໂຄວິດ-19 ແຜ່ລະບາດຢ່າງຮ້າຍແຮງທີ່ສຸດໃນຮອບຮ້ອຍປີຜ່ານມາ ແລະ ເສດຖະກິດໂລກຊຸດໂຊມລົງຢ່າງໜັກໜ່ວງທີ່ສຸດນັບແຕ່ຊຸມປີ 1930 ເປັນຕົ້ນມາ, ພວກເຮົາຍິ່ງຄວນຮັບຮູ້ຢ່າງຈະແຈ້ງວ່າ, ໂລກບໍ່ແມ່ນພາກສ່ວນຕ່າງໆທີ່ຕັດແຍກອອກຈາກກັນ, ແຕ່ຫາກແມ່ນປະຊາຄົມທີ່ມີການພົວພັນກັນຢ່າງໃກ້ຊິດ.
ໃນເວລາກ່າວຄຳປາໄສໃນການເຄື່ອນໄຫວວຽກງານການຕ່າງປະເທດຫຼາຍຝ່າຍ 4 ຄັ້ງດັ່ງກ່າວ, ທ່ານສີຈິ້ນຜິງຊີ້ອອກວ່າ, ຄວນຮ່ວມມືກັນເພື່ອສ້າງປະຊາຄົມສາທາລະນະສຸກ, ປະຊາຄົມຄວາມໝັ້ນຄົງ, ປະຊາຄົມການພັດທະນາ, ປະຊາຄົມວັດທະນະທຳ ແລະ ປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກ. ໃນນີ້ກໍໄດ້ເວົ້າເຖິງ “ກຸ່ມຄົນດ້ອຍໂອກາດ”ຫຼາຍເທື່ອ. ທ່ານກ່າວວ່າ, ຕ້ອງເຮັດໃຫ້ຜົນການພັດທະນານຳເອົາຜົນປະໂຫຍດມາໃຫ້ແກ່ປະເທດພວມພັດທະນາຫຼາຍກວ່າເກົ່າ, ຕອບສະໜອງກັບຄວາມຕ້ອງການຂອງກຸ່ມຄົນດ້ອຍໂອກາດໃຫ້ໄດ້ດີກວ່າເກົ່າ; ຕ້ອງແກ້ໄຂສິ່ງທ້າທາຍທາງດ້ານເສດຖະກິດດິຈີຕອນທີ່ມີຕໍ່ການປະກອບອາຊີບ, ພາສີອາກອນ ແລະ ກຸ່ມຄົນດ້ອຍໂອກາດໃນສັງຄົມ; ຕ້ອງສ້າງໂອກາດການຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີໃຫ້ແກ່ກຸ່ມຄົນດ້ອຍໂອກາດ ເຊັ່ນ: ວິສາຫະກິດຂະໜາດກາງແລະນ້ອຍ ແມ່ຍິງ, ຊາວໜຸ່ມ ແລະອື່ນໆໃຫ້ຫຼາຍກວ່າເກົ່າ. ເມື່ອເດືອນເມສາປີ 2018, ທ່ານສີຈິ້ນຜິງເຄີຍກ່າວໃນກອງປະຊຸມປະຈຳປີຂອງເວທີປຶກສາຫາລືອາຊີໂປອາວວ່າ: “ຄວາມສຸກບໍ່ຄວນແມ່ນຄວາມສຸກຂອງພາກສ່ວນໃດໜຶ່ງ, ແຕ່ຄວນເປັນຄວາມຮູ້ສຶກຮ່ວມຂອງມວນມະນຸດ.” ນີ້ກໍແມ່ນອຸດົມການແຕ່ຫົວທີຂອງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ອີງຕາມການຄາດຄະເນຂອງອົງການກອງທຶນເງິນຕາສາກົນ, ປີນີ້ເສດຖະກິດໂລກຈະຊຸດໂຊມລົງ 4,4%. ທ່ານສີຈິ້ນຜິງຊີ້ອອກວ່າ, ດ້ານໜຶ່ງປ້ອງກັນພະຍາດ, ອີກດ້ານໜຶ່ງຕ້ອງຮັກສາຄວາມໝັ້ນທ່ຽງດ້ານເສດຖະກິດ, ເຊິ່ງແມ່ນໜ້າທີ່ອັນຮີບດ່ວນຂອງບັນດາປະເທດ, ຕ້ອງຍຶດໝັ້ນການເປີດປະຕູສູ່ພາຍນອກ ແລະ ການປະດິດສ້າງໃໝ່, ຊຸກຍູ້ໃຫ້ເສດຖະກິດໂລກຟື້ນຄືນໃໝ່. ທ່ານກ່າວເນັ້ນວ່າ, ຕ້ອງນຳໃຊ້ຮູບແບບອຸດສາຫະກຳໃໝ່ ແລະ ຮູບແບບທຸລະກິດໃໝ່ທີ່ກຳເນີດເກີດຂຶ້ນໃນໄລຍະທີ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19ນັ້ນໃຫ້ດີ, ເພີ່ມທະວີການຮ່ວມມືໃນການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ. ເສດຖະກິດດິຈີຕອນແມ່ນທິດທາງພັດທະນາຂອງໂລກໃນອະນາຄົດ, ຕ້ອງສົ່ງເສີມ ແລະ ປັບປຸງສະພາບແວດລ້ອມ ການດຳເນີນທຸລະກິດດິຈີຕອນໃຫ້ດີຂຶ້ນ, ກະຕຸກຊຸກຍູ້ຄວາມມີຊີວິດຊີວາຂອງຫົວໜ່ວຍທຸລະກິດໃນຕະຫຼາດ, ຂຸດຄົ້ນກຳລັງບົ່ມຊ້ອນຂອງເສດຖະກິດດິຈີຕອນ.
ແຕ່ການຟື້ນຟູເສດຖະກິດຕ້ອງຢູ່ບົນພື້ນຖານຂອງສະພາບການປະຈຸບັນ, ຍັງຕ້ອງເລັງສາຍຕາເບິ່ງໄລຍະຍາວນານ. ທ່ານສີຈິ້ນຜິງຊີ້ອອກວ່າ, ຕ້ອງຍຶດໝັ້ນການຖືເອົາຊີວິດການເປັນຢູ່ຂອງປະຊາຊົນເປັນບູລິມະສິດ, ຊຸກຍູ້ການພັດທະນາແບບຍືນຍົງຂອງໂລກ, ຕ້ອງຈັດເອົາການຈັດຕັ້ງປະຕິບັດ “ວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ” ໄວ້ຢູ່ໃນຖານະແກນກາງແຫ່ງການຮ່ວມມືພັດທະນາສາກົນ. ຈີນຈະຍົກສູງການປະກອບສ່ວນຂອງຊາດຕົນຕາມທີ່ໄດ້ຕົກລົງໄວ້, ນຳໃຊ້ນະໂຍບາຍແລະ ມາດຕະການທີ່ເຂັ້ມແຂງກວ່າເກົ່າ, ອອກແຮງເຮັດໃຫ້ການລະບາຍກາກບອນດີອອກສິດຂຶ້ນສູ່ລະດັບສູງສຸດກ່ອນປີ 2030, ອອກແຮງເພື່ອບັນລຸເປົ້າໝາຍທີ່ປອດກາກບອນກ່ອນປີ 2060. ໃນໄລຍະກອງປະຊຸມສຸດຍອດຕ່າງໆເມື່ອເດືອນພະຈິກປີ 2020ນີ້, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກຄືນຫຼາຍເທື່ອວ່າ: “ຈີນຈະເດັດດ່ຽວປະຕິບັດຕາມຄຳໝັ້ນສັນຍາຂອງຕົນ!”
ປະຈຸບັນ, ພະຍາດໂຄວິດ-19ຍັງແຜ່ລະບາດຢ່າງຮ້າຍແຮງໃນທົ່ວໂລກ, ຄວາມສາມັກຄີ ແລະ ການຮ່ວມມືແມ່ນອາວຸດທີ່ເຂັ້ມແຂງທີ່ສຸດໃນການຕ້ານກັບພະຍາດ, ການຊ່ວຍຊີວິດຈົນສຸດຄວາມສາມາດແມ່ນໜ້າທີ່ອັນຮີບດ່ວນໃນປະຈຸບັນ. ທ່ານສີຈິ້ນຜິງໄດ້ກ່າວເນັ້ນໃນໂອກາດຕ່າງໆມາຫຼາຍເທື່ອວ່າ, ຕ້ອງເພີ່ມທະວີການຮ່ວມມືໃນການຕ້ານກັບພະຍາດ, ສ້າງປະຊາຄົມຮ່ວມສາທາລະນະສຸກ. ຕ້ອງສະໜັບສະໜູນອົງການອະນາໄມໂລກໃຫ້ເສີມຂະຫຍາຍບົດບາດນຳພາ, ສ້າງກຳແພງປ້ອງກັນພະຍາດໃນທົ່ວໂລກ, ຄັດຄ້ານການຫັນເອົາບັນຫາການແຜ່ລະບາດຂອງພະຍາດເປັນບັນຫາການເມືອງ, ຫຼື ເອີ້ນເຊື້ອພະຍາດວ່າເປັນຂອງປະເທດໃດໜຶ່ງ. ທ່ານສີຈິ້ນຜິງໄດ້ຮຽກຮ້ອງວ່າ, ຕ້ອງເລັ່ງລັດການຄົ້ນຄວ້າ ແລະຜະລິດວັກຊີນ, ທັງສະໜັບສະໜູນອົງການອະນາໄມໂລກປະສານສົມທົບໃນການຈັດສັນຊັບພະຍາກອນ, ແບ່ງປັນວັກຊີນຢ່າງຍຸດຕິທຳ ແລະ ມີປະສິດທິຜົນ.
ປະຈຸບັນ, ຈີນໄດ້ສ້າງສູນຄົ້ນຄວ້າວັກຊີນແຫ່ງຊາດຈີນ, ວິສາຫະກິດຈີນແລະ ຄູ່ຮ່ວມມືຂອງຣັດເຊຍ ແລະ ບຼາຊິນ ພວມດຳເນີນການທົດລອງວັກຊີນທາງຄລິນິກ ໄລຍະທີ 3, ຈະແບ່ງປັນວັກຊີນກັບບັນດາປະເທດ ໂດຍສະເພາະແມ່ນປະເທດພວມພັດທະນາຕາມ “ແຜນການດຳເນີນງານກ່ຽວກັບວັກຊີນຕ້ານເຊື້ອພະຍາດໂຄວິດ-19”. “ພະຍາຍາມເຮັດໃຫ້ວັກຊີນກາຍເປັນຜະລິດຕະພັນສາທາລະນະທີ່ປະຊາຊົນບັນດາປະເທດສາມາດເຂົ້າເຖິງ ແລະ ສາມາດຊື້ໄດ້.” ນີ້ຄືຄວາມມຸ່ງຫວັງຂອງຈີນ.
ກ່ອນການຈັດການເຄື່ອນໄຫວວຽກງານການຕ່າງປະເທດສຳຄັນ 4 ຄັ້ງໃນເດືອນພະຈິກປີ 2020 ນີ້ ຄື ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ, ກອງປະຊຸມພົບປະຂອງຜູ້ນຳປະເທດບຼິກສ, ກອງປະຊຸມAPEC, ກອງປະຊຸມສຸດຍອດG20, ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19 ໄດ້ຜ່ານຂໍ້ສະເໜີກ່ຽວກັບການກຳນົດແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ5 ປີ ຄັ້ງທີ 14, ໂດຍສະເໜີອອກຢ່າງຈະແຈ້ງວ່າ ຕ້ອງເລັ່ງລັດສ້າງສະພາບການພັດທະນາໃໝ່ທີ່ຖືເອົາຮອບໝູນວຽນ ພາຍໃນປະເທດເປັນຫຼັກ, ຖືເອົາຮອບໝູນວຽນພາຍໃນປະເທດ ແລະ ຮອບໝູນວຽນສາກົນຊ່ວຍຊູຍູ້ໜູນກັນ. ນີ້ແມ່ນການຄັດເລືອກທາງຍຸດທະສາດທີ່ຢູ່ບົນພື້ນຖານ ໄລຍະການພັດທະນາ ແລະເງື່ອນໄຂການພັດທະນາຂອງຈີນເອງ, ທັງພິຈາລະນາເຖິງເສດຖະກິດໂລກາພິວັດ ແລະ ການປ່ຽນແປງຂອງສະພາບແວດລ້ອມພາຍນອກຢ່າງເຕັມສ່ວນ. ພາຍໃຕ້ສະພາບການພັດທະນາໃໝ່, ຈະກະຕຸກຊຸກຍູ້ກຳລັງບົ່ມຊ້ອນຂອງຕະຫຼາດຈີນຢ່າງເຕັມສ່ວນ, ສ້າງຄວາມຕ້ອງການໃຫ້ແກ່ບັນດາປະເທດໃນໂລກຫຼາຍກວ່າເກົ່າ; ຈີນຈະເປີດກວ້າງການເປີດປະຕູສູ່ພາຍນອກຕື່ມອີກ, ຮ່ວມກັນຊົມໃຊ້ໂອກາດການພັດທະນາກັບບັນດາປະເທດໃນໂລກ; ການຮ່ວມມືກັບພາຍນອກກໍຈະກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ບັນລຸເປົ້າໝາຍທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາປະເທດໃນໂລກ. ນີ້ແມ່ນການຄັດເລືອກທາງຍຸດທະສາດຂອງຈີນ, ທັງແມ່ນໂອກາດທີ່ຫາຍາກຂອງໂລກ. ນີ້ຄືຄວາມໂຊກດີຂອງຈີນ ແລະ ກໍຄືຄວາມໂຊກດີຂອງໂລກເຊັ່ນກັນ.
ຄຳເຫັນ
0