尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວ​ມີ​ຄວາມ​ເດັດ​ດ່ຽວ​ໃນ​ການຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2020-12-08 15:57:21 cri

ລາວ​ມີ​ຄວາມ​ເດັດ​ດ່ຽວ​ໃນ​ການຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

ໃຜໆ​ກໍ​ຮູ້​ວ່າ, ລາວ​ເປັນ​ປະ​ເທດ​ທີ່​ເຊື່ອ​ຖື​​ສາດ​ສະ​ໜາ​ພຸດ,ເປັນ​ປະ​ເທດ​ທີ່​ມີ​ຄວາມ​ຊື່​ສັດ​ປະ​ເທດ​ໜຶ່ງ, ປະ​ຊາ​ຊົນ​ລາວ​ບໍ່​ສະ​ແຫວງ​ຫາ​ການ​ຊີງ​ດີ​ຊີງ​ເດັ່ນ​ກັບ​ໃຜ,​ມີ​ການດຳ​ລົງ​ຊີ​ວິດແບບ​ສະ​ຫງົບ​ສຸກ.​ແຕ່​​ໃນ​ຂະ​ນະ​ດຽວ​ກັນ ລາວ​ເອງ​ກໍ​ມີ​ຄວາມ​ເດັດ​ດ່ຽວໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ​ນັບແຕ່​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ, ລັດ​ຖະ​ບານ​ລາວ​ໄດ້​ໃຊ້ 9 ​ມາດ​ຕະ​ການ​ດ່ວນ​ເພື່ອ​ຕ້ານ​ພະ​ຍາດ​ໂຄວິດ-19 ​ເຊິ່ງ​ເລີ່ມ​ມາ​ແຕ່ວັນ​ທີ 18 ມີ​ນາ​ປີ​ນີ້, ​ສາ​ມາດປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້​ເປັນ​ຢ່າງ​ດີ.ຫຼັງ​ຈາກ​ໄດ້​ພົບ​ເຫັນຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຜູ້​ທຳ​ອິດ​ຢູ່​ລາວ​ໃນ​ວັນ​ທີ 24 ມີ​ນາ​ປີ​ນີ້​ແລ້ວ, ​ລັດ​ຖະ​ບານລາວ​ໄດ້​ຊູຄຳ​ຂວັນ​ຕ້ານ​ພະ​ຍາດ​ໂຄວິດ-19 ຄື “ຮັກ​ຄອບ​ຄົວ​ຮັກ​ປະ​ເທດ,ຕື່ນ​ຕົວ​ກັກ​ບໍ​ລິ​ເວນ 14 ວັນ” ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ແລະ​ໄດ້​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ດ້ວຍ​ທ່າ​ທີ​ທີ່​ຕັ້ງ​ໜ້າ​ແລະ​​ເຮັດ​ແທ້​ທຳ​ຈິງ. ວັນ​ທີ 29 ມີ​ນາ​ປີ​ນີ້, ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ອອກ​ຄຳ​ສັ່ງ​​ເລກ​ທີ 4 ເພື່ອປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ​ທີ່​ເຄັ່ງ​ຄັດ​ທີ່​ສຸດ, ​ໃນ​ຄຳ​ສັ່ງ​ທ່ານ​ນາ​ຍົກ​ໄດ້​ລະ​ບຸ​ຢ່າງ​ເປັນ​ທາງ​ການ​ວ່າ: ຖ້າ​ບໍ່​ມີ​ວຽກ​ຈຳ​ເປັນ, ທຸກ​ຄົນຕ້ອງ​ຢູ່​ໃນ​ເຮືອນໝົດ,ຫ້າມບໍ່​ໃຫ້​ອອກນອກ.
 

ໃນ​ເວ​ລາ​​ທີ່​ເອົາ​ໃຈ​ໃສ່​ທີ່​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຢ່າງ​ຕັ້ງ​ໜ້າ, ລາວ​ກໍ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕັ້ງ​ໜ້າ​ກັບ​ຈີນ​ໃນ​ການ​ຕ້ານ​​ກັບພະ​ຍາດ​ໂຄວິດ-19. ວັນ​ທີ 29 ມີ​ນາ​ປີ​ນີ້, ​ທີມ​ແພດ​ຂອງ​ຈີນ​ກໍ​ໄດ້​ເດີນ​ທາງ​ໄປ​ລາວ​ດ້ວຍ​ເຮືອ​ບິນ​ພິ​ເສດ, ​ເພື່ອຊ່ວຍ​ລາວ​ວາງ​ແຜນ​ການ​ກ່ຽວ​ກັບ​ການ​ຕ້ານ​ພະ​ຍາດ​ໂຄວິດ-19 ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງຂອງ​ລາວ, ພາຍ​ໃຕ້​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຈາກປະ​ຊາ​ຊົນ​ທົ່ວ​ປະ​ເທດ, ​ປະ​ເທດ​ລາວ​ສາ​ມາດ​ປ້ອງ​ກັນ​ແລະຄວບ​ຄຸມການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ຢ່າງວ່ອງ​ໄວ, ​ແລະ​ສາ​ມາດ​ຮັກ​ສາ​ສະ​ພາບໝັ້ນ​ທ່ຽງ​ຂອງ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໄວ້​ໄດ້​.
 

​ນັບແຕ່​ເດືອນ​ພະ​ຈິກ​ຜ່ານ​ມາ, ໂດຍ​ຜະ​ເຊີນ​ໜ້າ​ກັບ​​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຮອບ​ໃໝ່​ໃນ​ໂລກ, ຢູ່​ລາວ​ໄດ້​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ທີ່​ເດີນ​ທາງ​ມາຈາກ​ຕ່າງ​ປະ​ເທດເພີ່ມ​ໃໝ່ 14 ກໍ​ລະ​ນີ​ໃນ​ມື້​​ດຽວ. ​ໃນຂະ​ນະ​ດຽວ​ກັນນີ້, ຢູ່ໄທ, ກຳ​ປູ​ເຈຍ,ມຽນ​ມາ​ແລະ​ປະ​ເທດ​ອື່ນໆ​ເຊິ່ງ​ແມ່ນ​ປະ​ເທດ​ຢູ່​ອ້ອມ​ຂ້າງ​ລາວ​ກໍ​ໄດ້​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ລະ​ດັບ​ທີ່​ແຕກ​ຕ່າງ​ກັນ,ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ໂດຍ​ສະ​ເພາະໃນ​ການ​ປ້ອງ​ກັນ​ບໍ່​ໃຫ້​ຜູ້​ເປັນ​ພະ​ຍາດ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ແດນ​ນັ້ນ, ລາວ​ກໍ​ໄດ້​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ​ທີ່​ໃຫຍ່​ຫຼວງ​ອີກ​ເທື່ອ​ໜຶ່ງ.

ລາວ​ມີ​ຄວາມ​ເດັດ​ດ່ຽວ​ໃນ​ການຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19_fororder_微信图片_20201208155616

ປັດ​ຈຸ​ບັນ, ຄະ​ນະ​ກຳ​ມະ​ການ​ຕ້ານ​ພະ​ຍາດ​ໂຄວິດ-19 ​ຂັ້ນສູນ​ກາງ​ຂອງ​ລາວ​ໄດ້​ປະ​ກາດວ່າ​ຈະ​ປະ​ຕິ​ບັດ​ຄຳ​ສັ່ງນາ​ຍົກ​ເລກ​ທີ 6 ​ຄື “ກັກ​ບໍ​ລິ​ເວນ​ທົ່ວ​ປວງ​ຊົນ” ຄືນ​ໃໝ່​ຢູ່​ເຂດ​ພິ​ເສດ​ສາມ​ຫຼ່ຽມ​ຄຳ​ກໍ​ຄື​ເຂດເສດ​ຖະ​ກິ​ດ​ພິ​ເສດບໍ່​ເຕັນ, ຖ້າ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ຫຼື​ມີ​ກໍ​ລະ​ນີ​ເກີດ​ການ​ແຜ່​ລະ​ບາດ​ຢູ່​ທ້ອງ​ຖິ່ນ, ລັດ​ຖະ​ບານ​ລາວ​ອາດ​ຈະ​ຈະປະ​ຕິ​ບັດ​ຄຳ​ສັ່ງ​ນາ​ຍົກ​ເລກ​ທີ 6 ໃນ​ຂອ​ບ​ເຂດ​ທົ່​ວ​ປະ​ເທດ​ອີກ​ເທື່ອ​ໜຶ່ງ.
 

ໂດຍ​ຜະ​ເຊີນ​ໜ້າ​ກັບ​ພະ​ຍາດ​ໂຄວິດ-19, ປະ​ຊາ​ຊົນ​ລາວ​ໄດ້ເຕົ້າ​ໂຮມ​​ກຳ​ລັງ​ແລະ​ມີຈິດ​ໃຈ​ຮັບ​ຜິດ​ຊອບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນໃນ​ປະ​ຫວັດ​ສາດ​, ໄດ້​ພາ​ກັນ​ຮັບ​ມື​ຢ່າງ​ເດັດ​ດ່ຽວ.ເຊື່ອ​ວ່າ​ເມື່ອ​ຜ່ານ​ຈາກ​ບັ້ນ​ທົດ​ສອບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໃນ​ຮອບ​ທຳ​ອິດ​ແລ້ວ,ລາວ​ຈະ​ສາ​ມາດ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດຮອບໃໝ່​​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ແນ່ນອນ.

ຄຳ​ເຫັນ

0