黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ, ຊຸກ​ຍູ້​ການເປີດ​ຂະ​ບວນ​ການ​ໃໝ່ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ໂລກ

2020-12-14 16:55:03 cri

ຕອນ​ຄ່ຳ​ວັນ​ທີ 12 ທັນ​ວາ​ນີ້, ໃນ​ກອງ​ປະ​ຊຸມສຸດຍອດ​ກ່ຽວ​ກັບ​ຄວາມ​ມຸ່ງ​ຫວັງ​ອັນ​ແຮງ​ກ້າ​ໃນ​ດ້ານດິນ​ຟ້າ​ອາ​ກາດ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ຜ່ານ​ທາງວີ​ດີ​ໂອ, ​ໂດຍໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ 3 ຂໍ້​ກ່ຽວ​ກັບ​ການ​ປົວ​ແປງ​ດິນ​ຟ້າ​ອາ​ກາດ​ຂອງ​ໂລກ, ແລະ​ໄດ້​ປະ​ກາດ​ມາດ​ຕະ​ການ​ໃໝ່​ຕ່າງໆ​ຂອງ​ຈີນ​ກ່ຽວ​ກັບ​ການ​ຫຼຸດ​ການ​​ລະ​ບາຍກາກບອນ​ດິ​ອົກ​ຊິດ​ເມື່ອ​ຮອດ​ປີ 2030, ​ເຊິ່ງ​ເປັນ​ການ​ຊີິ້​ແຈ້ງ​ທິດ​ທາງ​ໃນ​ການເປີດ​ຂະ​ບວນ​ການ​ໃໝ່​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃຫ້​ກັບ​ໂລກ​ທັງ​ແມ່ນ​ການ​ເພີ່ມ​ພະ​ລັງ​ແຮງ​ໃໝ່​ຂອງ​ຈີນ.

ໃນ​ຖາ​ນະ​ເປັນ​ຜູ້​ຊຸກ​ຍູ້​ແລະ​ຜູ້​ປະ​ຕິ​ບັດຕາມ “ສັນ​ຍາ​ປາ​ຣີ”, ຈີນ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ແລະ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ໃນ​ລະ​ດັບ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ.

ການ​​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຈີນ​ແມ່ນ​ຜູ້​ປ​ະ​ຕິ​ບັດຕົວ​ຈິງ​ມາ​ໂດຍ​ຕະ​ຫຼອດ. ໃນ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້, ທ່ານ​ສີ​ຈິ້ນ​ຜິງ ​ໄດ້ປະ​ກາດ​ຕື່ມ​ອີກວ່າ: ​ເມື່ອ​ຮອດ​ປີ 2030, ການ​ລະ​ບາຍ​ກາກບອນ​ດິ​ອົກ​ຊິດ​​ຕໍ່​ຫົວ​ໜ່ວຍ GDP ຂອງ​ຈີນ​​ຈະ​ໃຫ້​ຫຼຸດ​ລົງ​ຫຼາຍກວ່າ 65% ເມື່ອ​ທຽບ​ໃສ່​ປີ 2005, ການ​ຊົມ​ໃຊ້​ພະ​ລັງ​ງານ​ທີ່​ບໍ່​ແມ່ນ​ແຮ່​ທາດ​ແລະ​ຟອດ​ຊີວ​ຈະ​ກວມ​ການ​ຊົມ​ໃຊ້​ພະ​ລັງ​ງານ​ທຳ​ມະ​ຊາດ​ທີ່​ໃຊ້​ເທື່ອ​ດຽວ​ເຖິງ 25% , ບໍ​ລິ​ມາດ​ປ່າໄມ້​ທຽບເມື່ອ​ໃສ່​ປີ 2005 ຈະ​ເພີ່ມ​ຂຶ້ນ 6 ຕື້​ແມັດ​ກ້ອນ, ຍອດ​ຈຳ​ນວນ​ກຳ​ລັງ​ຕິດ​ຕັ້ງຂອງ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ຈາກ​ແຮງ​ລົມ​ແລະ​ພະ​ລັງ​ງານ​ແສງ​ຕາ​ເວັນ​ຈະ​ຫຼາຍກວ່າ  1,2 ຕື້​ກິ​ໂລ​ວັດ. ມາດ​ຕະ​ການ​ໃໝ່​ຕ່າງໆ​ເຫຼົ່ານີ້​ຖື​ວ່າ​ເປັນ​ແຜນ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ຮູບ​ປະ​ທຳຂອງ​ຈີນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຫຼຸດ​ການ​ລະ​ບາຍ​ກາກບອນ​ດິ​ອົກ​ຊິດ. ນີ້​ໄດ້​ສະ​ແດງ​ໃຫ້​ປະ​ຊາ​ຄົມ​ໂລກເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ, ຄຳ​ໝັ້ນ​ສັນ​ຍາ​ຂອງ​ຈີນ​ທີ່​ເປັນ​ເຈົ້າ​ການ​ໃນ​ດ້ານ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ບໍ່​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ທີ່ເປົ່າ​ວ່າງ​, ຈີນ​ມີການ​ວາງ​ແຜນ​ທີ່​ຈະ​ແຈ້ງ.

ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຫຼື CMG,  ທ່ານ​ອັນ​ໂຕ​ນິ​ໂອ ກູ​ເຕີ​​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ໄດ້ຕີ​ລາ​ຄາ​ວ່າ: ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ການ​ຫຼຸດ​​ປະ​ລິ​ມານ​ການລະ​ບາຍ​ກາກບອນ​ດິ​ອົກ​ຊິດ, ​ເຊື່ອ​ໝັ້ນ​ວ່າ​ທິດ​ທາງ​ຂອງ​ຈີນ​ແມ່ນ​ທິດ​ທາງ​ທີ່​ຖືກ​ຕ້ອງ. ທ່ານ​ແພດ​ເທີ​ຣີ ທາ​ລັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ອຸ​ຕຸ​ນິ​ຍົມ​ໂລກ​ຊີ້​ໃຫ້​ເຫັນ​ວ່າ: “ຈີນ​​ໄດ້ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ການ​ພັດ​ທະ​ນາ​ຂົງ​ເຂດ​ພະ​ລັງ​ງານ​ໝູນ​ວຽນ, ແລະ​ໄດ້​ປະ​ສົມ​ຜົນ​ສຳ​ເລັດ​ອັນ​ພົ້ນ​ເດັ່ນ, ນີ້​ເປັນ​ເລື່ອງ​ທີ່​ໜ້າ​ຍ້ອງ​ຍໍ​ຊົມ​ເຊີຍ.”  

ຄຳ​ເຫັນ

0