尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ທາງ​ອອນ​ລາຍ​ຈະ​ກາຍ​ເປັນ​ພະ​ລັງ​ແຮງ​ ໃນ​ການ​ຮັກ​ສາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ເຂັ້ມ​ແຂງ​ລະ​ຫວ່າງ​ຈີນ-ອາ​ຊຽນໃນ​ໄລ​ຍະ​ຍາວ​ໃນ​ຕໍ່​ໜ້າ​

2020-12-15 16:44:48 cri

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ທາງ​ອອນ​ລາຍ​ຈະ​ກາຍ​ເປັນ​ພະ​ລັງ​ແຮງ​ ໃນ​ການ​ຮັກ​ສາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ເຂັ້ມ​ແຂງ​ລະ​ຫວ່າງ​ຈີນ-ອາ​ຊຽນໃນ​ໄລ​ຍະ​ຍາວ​ໃນ​ຕໍ່​ໜ້າ​

      ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 17 ແລະ ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີ​ຈີນ​ແຕ່​ວັນ​ທີ 27 ຫາ​ວັນ​ທີ 30 ພະ​ຈິກ​ຜ່ານ​ມາ​ພາຍ​ໃຕ້​ຫົວ​ຂໍ້ “ຮ່ວມ​ກັນ​ສ້າງ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ,ຮ່ວມ​ກັນ​ສ້າງ​ເສດ​ຖະ​ກິດ​ດີ​ຈີ​ຕອນ”. ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ໄຂ​ງານ​ໂດຍ​ຊີ້​​ອອກວ່າ: ຈີນ​ຖື​ອາ​ຊຽນ​ເປັນ​ປະ​ເທດ​ບຸ​ລິ​ມະ​ສິດ​ສຳ​ລັບ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ກັບ​ປະ​ເທດ​ອ້ອມ​ຂ້າງ​ແລະ​ເປັນ​ເຂດ​ຈຸດ​ສຸມ​ໃນ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢ່າງ​ມີ​ຄຸ​ນ​ນະ​ພາບ​ສູງ,ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ຊຽນ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ປົກ​ປັກ​ຮັກ​ສາ​​ທ່ວງທ່າ​ ແຫ່ງ​ການ​ພັດ​ທະ​ນາ​ທີ່​ດີ​​ເພື່ອ​ບັນ​ລຸ​​ເປົ້າ​ໝາຍ​ການ​ສ້າງຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ໃຫ້​ກັບ​ພາກ​ພື້ນ​ແຫ່ງ​ນີ້,ແລະສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ຍິ່ງ​ມີ​ຄວາມ​ແໜ້ນ​ແຟ້ນກວ່າ​ເກົ່າ. ພາຍ​ໃຕ້​​ສະ​ພາບ​ການ​ພິ​ເສດ​ທີ່​ພະ​ຍາດ​ໂຄວິດ-19 ຍັງ​ສືບ​ຕໍ່​ແຜ່​ລະ​ບາດ​ໃນ​ຂອ​ບ​ເຂດ​ທົ່ວ​ໂລກ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ສາ​ມາດ​ຈັດ​ຂຶ້ນ​ຕາມ​ເວ​ລາ​ກຳ​ນົດ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ​ຂອງ​ຈີນ​ໃນ​ການ​ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ຊຽນ​ຢ່າງ​ຕໍ່​ເນື່ອງ.

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ທາງ​ອອນ​ລາຍ​ຈະ​ກາຍ​ເປັນ​ພະ​ລັງ​ແຮງ​ ໃນ​ການ​ຮັກ​ສາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ເຂັ້ມ​ແຂງ​ລະ​ຫວ່າງ​ຈີນ-ອາ​ຊຽນໃນ​ໄລ​ຍະ​ຍາວ​ໃນ​ຕໍ່​ໜ້າ​_fororder_微信图片_20201215164248

ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ,ເພື່ອ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ລະ​ຫວ່າງ​ຈີນ-ອາ​ຊຽນ, ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​​ນຳໃຊ້​ຮູບ​ແບບ “ການ​ວາງ​ສະ​ແດງ​ໂດຍ​ກົງ​ກັບ​ທີ່+ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ທາງ​ອອນ​ລາຍ” ເປັນ​ຄັ້ງ​ທຳ​ອິດ,​ໄດ້ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງ “ງານ​ວາງ​ສະ​ແດງ​ສິ​ນ​ຄ້າ​ຈີນ-ອາ​ຊຽນ​ທີ່​ບໍ່​ມີ​ວັນ​ປິດ​ຕະ​ຫຼອດ​ໄປ”. ​ງານ​ວາງ​ສະ​ແດງ​ໄດ້​ກຳ​ນົດ​ໃຫ້​ມີ​ຫໍ​ວາງ​ສະ​ແດງ 3D, ການ​ປຶກ​ສາ​ຫາ​ລື​ທາງ​ອອນ​ລາຍ,ການ​ຖ່າຍ​ທອດ​ສົດ​ຂ້າມ​ຊາດ​ແລະ​ອື່ນໆ.ຮູບ​ແບບ​ດັ່ງ​ກ່າວ​ໄດ້​ບຸກ​ທະ​ລຸ​​ຂີດ​ຈຳ​ກັດ​ຂອງ​ປະ​ເທດ​ແລະ​ເນື້ອ​ທີ່​​ບ່ອນ​ວາງ​ສະ​ແດງ,ເປັນ​ການ​ສ້າງ​ຂົວຕໍ່​ແຫ່ງ​ການ​ຮ່ວມ​ມື​ທາງ​ອອນ​ລາຍ​ທີ່​ເໜືອ​ການ​ເວ​ລາ​ແລະ​ເທ​ສະ,ກໍ​ພໍ​ດີ​ເປັນ​ການສະ​ແດງ​ໃຫ້​ເຫັນ​​ເຖິງການຮ່ວມ​ກັນ​ສ້າງ​ເສດ​ຖະ​ກິດ​ດີ​ຈີ​ຕອນ. ວັນ​ທີ 28 ພະ​ຈິກ​ນີ້, ງານ​ເຊື່ອມ​​ໂຍງ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ມາ​ເລ​ເຊຍ​ຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ທາງ​ອອນ​ລາຍ, ໄດ້​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ທາງ​ອອນ​ລາຍ 50 ກວ່າ​​ຄັ້ງ​ໃນ​ເວ​ລາຫຼາຍກວ່າ 5 ຊົ່ວ​ໂມງ, ​ໄດ້ບັນ​ລຸ​ການ​ຮ່ວມ​ມື​ເກືອບ 20 ໂຄງ​ການ ເຊິ່ງ​ມີ​ມູນ​ຄ່າ​ປະ​ມານ 69.620.000 ໂດ​ລາ​ສະ​ຫະ​ລັດ.

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ທາງ​ອອນ​ລາຍ​ຈະ​ກາຍ​ເປັນ​ພະ​ລັງ​ແຮງ​ ໃນ​ການ​ຮັກ​ສາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ເຂັ້ມ​ແຂງ​ລະ​ຫວ່າງ​ຈີນ-ອາ​ຊຽນໃນ​ໄລ​ຍະ​ຍາວ​ໃນ​ຕໍ່​ໜ້າ​_fororder_微信图片_20201215164254

ຮູບ​ແບບ​ໃໝ່​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ພວມ​ພັດ​ທະ​ນາ​​ໄປ​ພ້ອມໆ​ກັບ​ກະ​ແສ​ແຫ່ງ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ພາກ​ພື້ນ,ເຊິ່ງ​ໄດ້​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ອັດ​ສະ​ລິ​ຍະ​ທີ່​ກ້າວ​ໜ້າ​ທີ່​ສຸດ​ໃນ​ສະ​ໄໝ​ປັດ​ຈຸ​ບັນ,ພະ​ຍາ​ຍາມ​ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ລາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ລະ​ດັບ​ທີ່​ສູງ​ສຸດ. ໂດຍ​ສະ​ເພາະ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ທີ່​ໄດ້ຈັດ​ຂຶ້ນ​ທາງ​ອອນ​ລາຍ​ໃນ​ໝົດ​ປີ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ຫຼາຍ,ຈະ​ກາຍ​ເປັນ​ຂົວ​ຕໍ່ທີ່​ສຳ​ຄັນ​ແລະ​​ເປັນພະ​ລັງ​ແຮງ​ທີ່​​ບໍ່​ມີ​ວັນ​ເຫືອດ​ແຫ້ງໃນ​ກາ​ນ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິ​ດ​ການ​ຄ້າ​ທີ່​ເຂັ້ມ​ແຂງ​ລະ​ຫວ່າງ​ຈີນ-ອາ​ຊຽນ.
 

ທີ່​ຈິງ​ແລ້ວ, ​ໃນ​ຊຸມ​ປີ​ຜ່ານ​ມາ, ເສດ​ຖະ​ກິດ​ດີ​ຈີ​ຕອນໄດ້​ກາຍ​ເປັນ​ເນື້ອ​ໃນ​ທີ່​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ຊຽນ,ທັງແມ່ນ​ສິ່ງ​ທີ່​ສຳ​ຄັນ​ສຳ​ລັບສອງ​ຝ່າຍ​ໃນ​ການ​ເລັ່ງ​ການຊຸກ​ຍູ້​ການ​ເຊື່ອມ​ໂຍງ ​​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ເຂົ້າ​ກັນ​ໃຫ້​ໄວ​ຂຶ້ນ. ​ເມື່ອເບິ່ງ​ຈາກ​ດ້າ​ນ​ນີ້​ແລ້ວ,​ ປີ​ແຫ່ງການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ບໍ່​ແມ່ນ​ປີ​ເລີ່ມ​ຕົ້ນ,ຫາກ​ແມ່ນ​ປີ​ແຫ່ງ​ການ​ສຸມ​ທຸກ​ກຳ​ລັງ,ທັງ​ແມ່ນ​ປີ​ທີ່ເປັນ​ຂີດ​ໝາຍ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຍາວ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ພັດ​ທະ​ນາ​ມາ​ເປັນ​ໄລ​ຍະ​ໜຶ່ງ​ແລ້ວ​ແລະ​ໄດ້​ມີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ໃນ​ລະ​ດັບ​ສູງ​ສົມ​ຄວນ.

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ທາງ​ອອນ​ລາຍ​ຈະ​ກາຍ​ເປັນ​ພະ​ລັງ​ແຮງ​ ໃນ​ການ​ຮັກ​ສາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ເຂັ້ມ​ແຂງ​ລະ​ຫວ່າງ​ຈີນ-ອາ​ຊຽນໃນ​ໄລ​ຍະ​ຍາວ​ໃນ​ຕໍ່​ໜ້າ​_fororder_微信图片_20201215164304
ຜະ​ລິດ​ຕະ​ພັນ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ນີ້​ອາດ​ເວົ້າ​ໄດ້​ວ່າ​ແມ່ນ​ໝາກ​ຜົນ​ແລະ​ຜົນ​ສຳ​ເລັດ​ດ້ານ​ການ​ຮ່ວມ​ມື​ທີ່​ຈິງ​ໃຈ​ລະ​ຫວ່າງ​ສອງ​ຝ່າຍ. ທ່ານ​ນາງ ເຂັມ​ມະ​ນີ ​ພົນ​ເສ​ນາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ລາວ​ກ່າວ​ວ່າ: ພາຍ​ໃຕ້​ສະ​ພາບ​ການ​ໃນ​ປັດ​ຈຸ​ບັນ, ການ​ຄົ້ນ​ຄວ້າ​​ແລະປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19,​ການ​ຮ່ວມ​ມື​ດ້ານເສດ​ຖະ​ກິດ​ດີ​ຈີ​ຕອນ​ແລະ​ດ້ານ​ອື່ນໆ​ມີ​ຄວາມ​ສຳ​ຄັນ​ຫຼາຍ,ຂ້າ​ພະ​ເຈົ້າ​ມີ​ຄວາມ​ຄອ​ງ​ຄອຍການ​ຮ່ວມ​ມື​ທີ່​ຈະ​ສ້າງ​ໂອ​ກາດ​ໃໝ່​ໃນ​ຍຸກ​ຄຳ​ຍຸກ​ຂອງ​ເສດ​ຖະ​ກິດ​ດີ​ຈີ​ຕອນ.

ອາດ​ຄາດ​ຄະ​ເນ​​ໄດ້ວ່າ: ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນ​ໃນ​ຂົງ​ເຂດ​ຕ່າງໆ​ຈະ​​ພັດ​ທະ​ນາ​ໃຫ້ກວ້າງ​ອອກ​ແລະ​ກ້າວ​ເຂົ້າ​ສູ່​ລວ​ງ​ເລິກ​ໄປ​ຄຽງ​ຄູ່​ກັບ​ການ​ລົງ​ນາມ​ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ RCEP. ​ຫາກເບິ່ງ​ຈາກ​ດ້ານ​ນີ້​ແລ້ວ,ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໃນ​ອະ​ນາ​ຄົດ​ບໍ່​ພຽງ​ແຕ່​ຕ້ອງ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ດ້ານ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ຊຽນ​ເທົ່າ​ນັ້ນ,ຫາກ​ຍັງ​ຕ້ອງ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຂອງສັນ​ຍາ RCEP ​ໃນ​ການ​ຊຸກ​ຍູ້​ການ​ຄ້າ​ເສ​ລີ​ຂອງ​ພາກ​ພື້ນ​ທີ່​ຫັນ​ເປັນ​ອິນ​ເຕີ​ເນັດ,ເພື່ອ​ເຮັດໃຫ້ຫຼາຍ​ປະ​ເທດກວ່າ​ເກົ່າ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ທີ່​ແທ້​ຈິງຈາກງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ,​​ທັງສືບ​ຕໍ່ອຸ​ທິດ​ກຳ​ລັງ​ທີ່​ຕັ້ງ​ໜ້າ​ຂອງ​ຕົນ​ເຂົ້າ​ໃນ​ການ​ຟື້ນ​ຟູ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂລກ.

ຄຳ​ເຫັນ

0