尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍານ​ສຳ​ຫຼວດດວງ​ຈັນ “ສາງ​ເອີ 5” ສຳ​ເລັດ​ໜ້າ​ທີ່​ເກັບ​ຕົວ​ຢ່າງ​ຕ່າງ​ດາວ​ກັບ​ຄືນ​ສູ່​ໂລກ​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ສາ​ມາດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ຄວາມ​ໝັ້ນ​ໃຈຂອງ​ຈີນ

2020-12-17 18:25:11 cri

ຍານ​ສຳ​ຫຼວດດວງ​ຈັນ “ສາງ​ເອີ 5” ສຳ​ເລັດ​ໜ້າ​ທີ່​ເກັບ​ຕົວ​ຢ່າງ​ຕ່າງ​ດາວ​ກັບ​ຄືນ​ສູ່​ໂລກ​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ສາ​ມາດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ຄວາມ​ໝັ້ນ​ໃຈຂອງ​ຈີນ

ເວ​ລາ 1 ໂມງ 59 ນາ​ທີ​ຂອງວັນ​ທີ 17 ທັນ​ວາ​ນີ້​ຕາມ​ເວ​ລາ​ປັກ​ກິ່ງ, ຍານຂົນ​ສົ່ງ​ຕົວ​ຢ່າງ​ຂອງ​ໂຄງ​ການ​ສຳ​ຫຼວດດວງ​ຈັນ “ສາງ​ເອີ 5”ໄດ້​ລົງ​ຈອດ​ຢູ່​ພື້ນ​ດິນ​ທີ່​ກຳ​ນົດ​ໄວ້​ລ່ວງ​ໜ້າ​ທີ່​​ເມືອງ​ຊື້​ຈື​ຫວາງ​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນຢ່າງ​ສຳ​ເລັດ​ຜົນ, ຜ່ານ​ການ​ບິນ​ອາ​ວະ​ກາດ​ທີ່​​ລະ​ທຶກ​ໃຈ​ຂອງ​ຄົນ​ທັງ​ຫຼາຍ​ເປັນ​ເວ​ລາ 23 ວັນ, ຍານ​ສຳ​ຫຼວດດວງ​ຈັນ “ສາງ​ເອີ 5” ໄດ້​ເກັບ​ຕົວ​ຢ່າງ​ກ້ອນ​ຫີນ​ແລະ​ດິນ​ຈາກດວງ​ຈັນ​ກັບ​ຄືນ​ສູ່​ໂລກ. ນີ້​ເປັນ​ການ​ຄົ້ນ​ຄວ້າທາງ​ວິ​ທະ​ຍາ​ສາດ​ທີ່​ສຳ​ເລັດ​ຜົນ​ຄັ້ງ​ໜຶ່ງ,​ທັງ​ເປັນ​ການ​​ສ່ຽງ​ໄພ​ທີ່​ມີ​ຄວາມ​ກ້າ​ຫານ​ແລະ​ເຕັມ​ໄປ​ດ້ວຍ​ສະ​ຕິ​ປັນ​ຍາ​ຄັ້ງ​ໜຶ່ງ. ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ການນຳ​ເອົາ​ຕົວ​ຢ່າງ​​ດິນ​ຈາກ​ຕ່າງ​ດາວ​ກັບ​ຄືນ​ສູ່ໂລກ​ເປັນ​ຄັ້ງ​ທຳ​ອິດ​​ຂອງ​ຈີນ​ໄດ້​ສຳ​ເລັດ​ຜົນ​ຢ່າງ​ຈົບ​ງາມ.

ຍານ​ສຳ​ຫຼວດດວງ​ຈັນ “ສາງ​ເອີ 5” ສຳ​ເລັດ​ໜ້າ​ທີ່​ເກັບ​ຕົວ​ຢ່າງ​ຕ່າງ​ດາວ​ກັບ​ຄືນ​ສູ່​ໂລກ​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ສາ​ມາດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ຄວາມ​ໝັ້ນ​ໃຈຂອງ​ຈີນ_fororder_微信图片_202012171823551

ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຄັ້ງ​ນີ້, ຍານ​ສຳ​ຫຼວດ​ດວງ​ຈັນ “ສາງ​ເອີ 5” ໄດ້​ບັນ​ລຸ​ການ​ບຸກ​ທະ​ລຸ​​ຄັ້ງສຳ​ຄັນ​ຫຼາຍ​ຢ່າງເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດສາດ​ການ​ບິນ​ອາ​ວະ​ກາດ​ຂອງ​ຈີນ​ເຊັ່ນ: ​ການ​ເກັບ​ເອົາ​ຕົວ​ຢ່າງ​ດິນ​ຢູ່​ຜິວດວງ​ຈັນ,ການ​ບິນ​ຂຶ້ນ​ຈາກ​ພື້ນ​ຜິວດວງ​ຈັນ,ການ​ເຊື່ອມ​ຕໍ່​ກັບ​ຍານ​​ໂຄ​ຈອນຢູ່​ວົງ​ໂຄ​ຈອນ​ຂອງດວງ​ຈັນ,ການ​ນຳ​ເອົາ​ຕົວ​ຢ່າງ​ດິນ​ຂອງດວງ​ຈັນ​ກັບ​ຄືນ​ສູ່​ໂລກ​ແລະ​ອື່ນໆ,ເປັນ​ການ​ສະ​ຫຼຸບ​ຜົນ​ສຳ​ເລັດ​​ໄດ້ຢ່າງ​ຈົບ​ງາມ​ໃນ 3 ບາດ​ກ້າວ​ສຳ​ລັບ​ໂຄງ​ການ​ສຳ​ຫຼວດດວງ​ຈັນ​ຂອງ​ຈີນ​ຄື: “ໂຄ​ຈອນ,ລົງ​ຈອດ​ແລະ​ກັບ​ຄືນ​ສູ່​ໂລກ.” ​ເຊິ່ງ​ໃນ​ນີ້​ຂັ້ນ​ຕອນ​ “ກັບ​ຄືນ​ສູ່​ໂລກ” ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ໄດ້​ມີ​ເຕັກ​ນິກ​ພື້ນ​ຖານ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ການ​ສຳ​ຫຼວດດວງ​ຈັນ​ໂດຍ​ບໍ່​ມີ​ຄົນຂັບ,ໄດ້​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​​ເປົ້າ​ໝາຍ​ການສ້າງ​ສະ​ຖາ​ນີ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດດວງ​ຈັນ​ ​ແລະ​ບັນ​ທຸກ​ມະ​ນຸດ​ຂຶ້ນດວງ​ຈັນ​ກໍ​ຄື​ຂຶ້ນ​ດາວ​ອັງ​ຄານໃນ​ອະ​ນາ​ຄົດ. ​ຜົນ​ສຳ​ເລັດ​ໃນດ້ານ​ເຕັກ​ນິກ​ການ​ບິນ​ອາ​ວະ​ກາດ​ເຫຼົ່າ​ນີ້​ກໍ​ເປັນ​ບາດ​ກ້າວ​ທີ່​ສຳ​ຄັນ​ໃນ​ການ​ກ້າວ​ເຂົ້າ​ສູ່​ປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານ​ການ​ບິນ​ອາ​ວະ​ກາດ​ເຊັ່ນ​ດຽວ​ກັນ.

ຍານ​ສຳ​ຫຼວດດວງ​ຈັນ “ສາງ​ເອີ 5” ສຳ​ເລັດ​ໜ້າ​ທີ່​ເກັບ​ຕົວ​ຢ່າງ​ຕ່າງ​ດາວ​ກັບ​ຄືນ​ສູ່​ໂລກ​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ສາ​ມາດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ຄວາມ​ໝັ້ນ​ໃຈຂອງ​ຈີນ_fororder_微信图片_20201217182355

ຍານ​ສຳ​ຫຼວດ​ດວງ​ຈັນ “ສາງ​ເອີ 5” ເປັນ​ຜົນ​ງານ​ໃໝ່​ຂອງ​ຈີນ​ໃນ​ເສັ້ນ​ທາງ​ແຫ່ງ​ການ​ປະ​ດິດ​ສ້າງ​ໃໝ່​​ດ້ານ​ການ​ບິນ​ອາ​ວະ​ກາດ​ຢ່າງເປັນ​ເຈົ້າ​ຕົນ​ເອງ, ເປັນ​ຜົນ​ງານ​ທີ່​ປິ​ຕິ​ຊົມ​ຊື່ນ​ອີກຄັ້ງ​ໜຶ່ງໃນ 50 ປີ​ຜ່ານ​ມາ​ນັບ​ແຕ່​ຈີນ​ໄດ້​ຍິງ​ສົ່ງ​ດາວ​ທຽມ​ດວງ​ທຳ​ອິດ​ຂຶ້ນ​ສູ່​ອາ​ວະ​ກາດ​ໃນ​ປີ 1970. ຊາວ​ໂລກ​ໄດ້​ຕີ​ລາ​ຄາ​ວ່າ: ກ້ອນ​ຫີນ​ນ້ອຍໆ​ຈາກດວງ​ຈັນ​ສາ​ມາດ​ສະ​ແດງ​ໃຫ້​ເຫັນເຖິງ​ລະ​ດັບ​ຄວາມ​ກ້າວ​ໜ້າ​ດ້ານວິ​ທະ​ຍາ​ສາດ​ເຕັກ​ນິກ​ແຫ່ງ​ຊາດ​ຂອງ​ປະ​ເທດ​ໜຶ່ງ. ພ້ອມ​ດຽວ​ກັນ​ນັ້ນ, ຍານ​ສຳ​ຫຼວດ​ດວງ​ຈັນ “ສາງ​ເອີ 5” ໄດ້​​ປັກ​ແລະ​ຜື​ທຸງ​ຊາດ​ຈີນ​ອອກ​ທີ່​ໜັກ​ພຽງ​ແຕ່ 12 ກຼາມ​ຢູ່​ເທິງດວງ​ຈັນ, “​ທຸງ​ຊາດ​ແດງ​ຈີນ”ທີ່​ສະ​ຫງ່າ​ຜ່າ​ເຜີຍ​ຢູ່​ເທິງ​​ພື້ນ​ຜິວດວງ​ຈັນ​ນີ້​ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ຈີນ.

ຍານ​ສຳ​ຫຼວດດວງ​ຈັນ “ສາງ​ເອີ 5” ສຳ​ເລັດ​ໜ້າ​ທີ່​ເກັບ​ຕົວ​ຢ່າງ​ຕ່າງ​ດາວ​ກັບ​ຄືນ​ສູ່​ໂລກ​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ສາ​ມາດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ຄວາມ​ໝັ້ນ​ໃຈຂອງ​ຈີນ_fororder_微信图片_202012171823552

ການ​ຄົ້ນ​ຄວ້າ​ສະ​ແຫວງ​ຫາ​ຄວາມ​ຮູ້​ດ້ານ​ອາ​ວະ​ກາດ​ແມ່ນ​ຄວາມ​ໃຝ່​ຝັນ​ຮ່ວມ​ກັນ,ການ​ນຳ​ໃຊ້​ອາ​ວະ​ກາດ​ໃນ​ທາງ​ສັນ​ຕິ​ແມ່ນ​ທັດ​ສະ​ນະ​ຮ່ວມ​ກັນ. ກໍ​ຄື​​ດັ່ງ​ທີ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ສີ​ຈິ້ນ​ຜິງ ກ່າວ​ໃນ​ສານ​​ຊົມ​ເຊີຍ​ວ່າ: ພາ​ລະ​ກິດ​ຂອງຍານ​ສຳ​ຫຼວດ​ດວງ​ຈັນ “ສາງ​ເອີ 5” ຂອງ​ຈີນ​ໄດ້​ບັນ​ລຸ​ການ​ນຳ​ເອົາ​ຕົວ​ຢ່າງ​ຈາກ​ຕ່າງ​ດາວ​ກັບ​ຄືນ​ສູ່​ໂລກ​ເປັນ​ຄັ້ງ​ທຳ​ອິດຂອງ​ຈີນ​ໄດ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​​ວ່າການ​ບິນ​ອາ​ວະ​ກາດ​ຂອງ​ຈີນ​ໄດ້​ຢ​ວ່າງບາດ​ກ້າວ​ໃຫຍ່​ທີ່​ສຳ​ຄັນ,ຫວັງ​ວ່າ​​ພະ​ນັກ​ງານການ​ບິນ​ອາ​ວະ​ກາດ​ຂອງ​ຈີນ​​ຈະສາ​ມາດ​ເສີມ​ຂະ​ຫຍາຍ​​ຈິດ​ໃຈ​​ສຳ​ຫຼວດດວງ​ຈັນ​ຢ່າງ​ແຂງ​ແຮງ​ຄື: ສະ​ແຫວງ​ຫາ​ຄວາມ​ໃຝ່​ຝັນ​ໃຫ້​ກາຍ​ເປັນ​ຈິງ,ກ້າ​ສຳ​ຫຼວດ​ຄົ້ນ​ຄວ້າ​,ຮ່ວ​ມ​ມື​ກັນ​ແກ້​ໄຂ​ຂອດ​ຫຍຸ້ງ​ຍາກແລະຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,​ເລີ່ມ​ຕົ້ນ​ຂະ​ບວນ​ການ​ໃໝ່​ແຫ່ງ​ການສຳ​ຫຼວດ​ຕ່າງ​ດາວ​​ດ້ວຍ​ບາດ​ກ້າວ​ທີ່​ໜັກ​ແໜ້ນ,ສ້າງ​ຜົນ​ງານ​ອັນ​ໃໝ່​ອີກ​ຄັ້​ງ​ໜຶ່ງ​ໃນ​ການ​ສ້າງ​​ປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານ​ການ​ບິນ​ອາ​ວະ​ກາດ​ແລະ​ບັນ​ລຸ​ຄວາມ​​ໃຝ່​ຝັນ​ໃນ​ການ​ຟື້ນ​ຟູ​ຄວາມຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ,ເພື່ອ​ປະ​ກອບ​ສ່ວນ​ຫຼາຍກວ່າ​ເກົ່າເພື່ອ​ບຸກ​ເບີກ​ແລະ​ນຳ​ໃຊ້​ອາ​ວະ​ກາດ​​ໃນ​ທາງ​ສັນ​ຕິ​ເພື່ອມວນ​ມະ​ນຸດແລະ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​​ຮ່ວມຊາ​ຕາ​ກຳ​ມວນ​ມະ​ນຸດ. ຍຶດ​​ໝັ້ນ​ຄວາມ​ໝັ້ນ​ໃຈ​ທີ່​ສ້າງ​ຄວາມ​ເຂັ້ມ​ແຂງ​ແລະ​ເປັນ​ເຈົ້າ​ຕົນ​ເອງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ,ພວກ​​ເຮົາ​ຈະ​ຮ່ວມ​ກັນ​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່​ທີ່​ສະ​ຫງ່າ​ງາມກວ່າ​ເກົ່າ.

ຄຳ​ເຫັນ

0