ເວລາ 1 ໂມງ 59 ນາທີ ຂອງວັນທີ 17 ທັນວາ ປີ 2020 ນີ້ ຕາມເວລາ ປັກກິ່ງ, ຍານສຳຫຼວດດວງຈັນ “ສາງເອີ 5”ໄດ້ນຳເອົາຕົວຢ່າງດິນຂອງດວງຈັນ ລົງຈອດຢ່າງປອດໄພຢູ່ເຂດແຄວ້ນແຫ່ງໜຶ່ງໃນເຂດປົກຄອງຕົນເອງມົງໂກໃນຈີນຕາມທີ່ກຳນົດໄວ້ລ່ວງໜ້າ ເຊິ່ງຖືວ່າ ຍານອະວະກາດ “ສາງເອີ5”ຂອງໂຄງການສຳຫຼວດດວງຈັນຂອງຈີນໄດ້ເຮັດສຳເລັດໜ້າທີ່ດ້ວຍຜົນສຳເລັດອັນຈົບງາມ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເພື່ອສະແດງຄວາມຊົມເຊີຍຢ່າງສຸດໃຈແລະສົ່ງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈໄປເຖິງສູນບັນຊາການປະຕິບັດໜ້າທີ່ຂອງໂຄງການສຳຫຼວດດວງຈັນພ້ອມດ້ວຍພະນັກງານທຸກຖ້ວນໜ້າທີ່ມີສ່ວນຮ່ວມໃນການປະຕິບັດໜ້າທີ່ຄັ້ງນີ້.
ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ພາລະກິດການບິນແລະການບິນອະວະກາດຂອງຈີນ. ໃນສານຊົມເຊີຍຂອງທ່ານສີຈິ້ນຜິງໄດ້ຍ້ອງຍໍຊົມເຊີຍຕໍ່ນ້ຳໃຈສຳຫຼວດດວງຈັນຂອງຈີນ ເຊິ່ງແມ່ນນ້ຳໃຈສະແຫວງຫາຄວາມໃຝ່ຝັນໃຫ້ກາຍເປັນຈິງ, ກ້າສຳຫຼວດຄົ້ນຄວ້າ, ຮ່ວມມືກັນແກ້ໄຂຂອດຫຍຸ້ງຍາກ ແລະຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.
ພາຍໃຕ້ການຊີ້ນຳນຳພາຈາກນ້ຳໃຈດັ່ງກ່າວນີ້, ສອງປະເທດຈີນ-ລາວໄດ້ດຳເນີນການຮ່ວມມືດ້ານດາວທຽມ. ວັນທີ 21 ພະຈິກປີ 2015, ດາວທຽມຄົມມະນາຄົມ LAOSAT-1 ເຊິ່ງເປັນຜົນງານຮ່ວມມືລະຫວ່າງຈີນ-ລາວໄດ້ຖືກ ສົ່ງຂຶ້ນສູ່ອະວະກາດຢ່າງສຳເລັດຜົນຈາກສູນສົ່ງດາວທຽມຊີ່ຊ່າງຂອງຈີນ. ມື້ດຽວກັນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນແລະທ່ານຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວໃນເວລານັ້ນໄດ້ສົ່ງສານຊົມເຊີຍເຊິ່ງກັນແລະກັນ.
ສານຊົມເຊີຍຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ໂຄງການດາວທຽມ LAOSAT-1 ເປັນຂີດໝາຍສຳຄັນທີ່ສ່ອງແສງໃຫ້ເຫັນເຖິງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວໃນສະພາບການໃໝ່ ເຊິ່ງເປັນແບບຢ່າງທີ່ສຳເລັດຜົນອີກຢ່າງໜຶ່ງແຫ່ງການຮ່ວມມືລະຫວ່າງປະເທດພວມພັດທະນາໃນຂົງເຂດການບິນອະວະກາດ, ທັງຈະເສີມຂະຫຍາຍບົດບາດສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນແລະ ຄວາມກ້າວໜ້າທາງສັງຄົມຂອງລາວ.
ທຸກມື້ນີ້,ດາວທຽມ LAOSAT-1 ສົມກັບວ່າເປັນ “ສັນຍະລັກທາງທຸລະກິດ”ເຕັກນິກທີ່ກ້າວໜ້າທັນສະໄໝຂອງລາວ, ເຊິ່ງບໍ່ພຽງແຕ່ໄດ້ໃຫ້ບໍລິການແກ່ປະເທດລາວໃນດ້ານການສື່ສານຜ່ານດາວທຽມ, ການຖ່າຍທອດສົດຂອງໂທລະພາບຜ່ານດາວທຽມເທົ່ານັ້ນ, ຍິ່ງເປັນການສ່ອງແສງໃຫ້ເຫັນຢ່າງພົ້ນເດັ່ນເຖິງ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ເຊິ່ງແມ່ນນ້ຳໃຈສຳຫຼວດດວງຈັນຂອງຈີນ. ສອງປະເທດຈີນ-ລາວໃນຖານະເປັນ ເພື່ອນບ້ານທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີແລະຄູ່ຮ່ວມມືທີ່ດີ, ການຮ່ວມມືຂອງສອງປະເທດໃນຂົງເຂດການບິນອະວະກາດກໍຈະຊຸກຍູ້ໃຫ້ສອງປະເທດລົງເລິກການເສີມຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວທີ່ໄວ້ເນື້ອເຊື່ອໃຈກັນໃນລະດັບສູງ, ຊ່ວຍເຫຼືອເຊິ່ງກັນແລະກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງຄູ່ຮ່ວມຊາຕາກຳຈີນ-ລາວທີ່ໝັ້ນແກ່ນທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ເພື່ອສ້າງຜົນປະໂຫຍດໃຫ້ແກ່ສອງປະເທດກໍຄືປະຊາຊົນສອງຊາດ, ທັງປະກອບສ່ວນຢ່າງຕັ້ງໜ້າເພື່ອປົກປັກຮັກສາສັນຕິພາບ, ສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຂອງພາກອາຊີ.
ຄຳເຫັນ
0