ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວາເວລາ 1 ໂມງ 59 ນາທີຕາມເວລາປັກກິ່ງຂອງວັນທີ 17 ທັນ, ຍານຂົນສົ່ງຕົວຢ່າງຂອງໂຄງການຍານສຳຫຼວດດວງຈັນ “ສາງເອີ 5” ໄດ້ລົງຈອດນຢູ່ພື້ນດິນທີ່ກຳນົດໄວ້ລ່ວງໜ້າທີ່ເມືອງຊື້ຈືວາງເຂດປົກຄອງຕົນເອງມົງໂກໃນຢ່າງສຳເລັດຜົນ, ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າພາລະກິດນຳເອົາຕົວຢ່າງດິນຂອງຕ່າງດາວກັບຄືນສູ່ໂລກເປັນຄັ້ງທຳອິດຂອງຈີນໄດ້ສຳເລັດຜົນຢ່າງຈົບງາມ.
ໃນພາລະກິດຄັ້ງນີ້, ຍານສຳຫຼວດດວງຈັນ “ສາງເອີ 5” ໄດ້ບັນລຸການບຸກທະລຸຄັ້ງສຳຄັນຫຼາຍຢ່າງຢ່າງຕໍ່ເນື່ອງເຊັ່ນ: ການເກັບເອົາຕົວຢ່າງດິນຢູ່ຜິວດວງຈັນ, ການບິນຂຶ້ນຈາກພື້ນຜິວດວງຈັນ, ການເຊື່ອມຕໍ່ຍານຢູ່ວົງໂຄຈອນດວງຈັນ, ການນຳເອົາຕົວດິນຢ່າງກັບຄືນສູ່ໂລກແລະອື່ນໆ, ເປັນການສະຫຼຸດຜົນສຳເລັດຜົນຢ່າງຈົບງາມໃນ 3 ບາດກ້າວສຳລັບໂຄງການສຳຫຼວດດວງຈັນຄື: “ໂຄຈອນ, ລົງຈອດແລະກັບຄືນສູ່ໂລກ”. ພ້ອມດຽວກັນນີ້, ພາລະກິດຂອງຍານສຳຫຼວດດວງຈັນ “ສາງເອີ 5” ໃນຖານະເປັນໂຄງການທີ່ສະລັບຊັບຊ້ອນທີ່ສຸດແລະນຳໃຊ້ເຕັກນິກກ້າວໜ້າທັນສະໄໝທີ່ສຸດຂອງໂຄງການການບິນອະວະກາດຂອງຈີນ, ໄດ້ບັນລຸການປະດິດສ້າງໃໝ່ໃນຫຼາຍດ້ານຢ່າງສຳເລັດຜົນແລະໄດ້ບຸກທະລຸໃນດ້ານເຕັກນິກທີ່ເປັນຂໍກະແຈສຳຄັນຕ່າງໆ, ນີ້ມີຄວາມໝາຍສຳຄັນທີ່ມີລັກສະນະທີ່ເປັນຂີດໝາຍແລະລັກສະນະສືບທອດຜົນສຳເລັດທີ່ມີຢູ່ແລະພັດທະນາອັນໃໝ່ໃນການຍົກລະດັບເຕັກນິກການບິນອະວະກາດຂອງຈີນ, ພັດທະນາໂຄງການສຳຫຼວດດວງຈັນໃຫ້ສົມບູນ, ດຳເນີນການຄົ້ນຄວ້າວິທະຍາສາດກ່ຽວກັບດວງຈັນ, ແລະວາງແຜນສຳຫຼວດດວງຈັນແລດາວນອກໂລກຕາມພາຍຫຼັງ.
ຄຳເຫັນ
0