尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ລາວ​ຢ່າງ​ແຂງ​ແຮງ

2020-12-21 15:56:56 cri

ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ລາວ​ຢ່າງ​ແຂງ​ແຮງ

ວັນ​ທີ 20 ທັນ​ວາ​ນີ້, ທາງ​ດ່ວນ​ລາວ-ຈີນ​ຕອນ​ວຽງ​ຈັນ​-ວັງ​ວຽງ​ເຊິ່ງ​ເປັນ​ທາງ​ດ່ວນ​ເສັ້ນ​ທຳ​ອິດ​ຂອງ​ລາວ​ທີ່​ຈີນ​ແລະ​ລາວ​ຮ່ວມ​ກັນ​ລົງ​ທຶນ​ກໍ່​ສ້າງ​ໄດ້​ສ້າງ​ສຳ​ເລັດ​​ແລະ​ເປີດ​ນຳ​ໃຊ້​ກ່ອນ​ເວ​ລາ​ກຳ​ນົດ 13 ເດືອນ. ​ໃນ​ມື້​ດັ່ງ​ກ່າວ, ພິ​ທີ​​ເປີດ​ນຳ​ໃຊ້​ທາງ​ດ່ວນໄດ້​ຈັດ​ຂຶ້ນ​ຜ່ານ​ທາງວິ​ດີ​ໂອ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ​ຂອງ​ລາວ​ແລະ​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານ​ຂອງ​ຈີນ​ໃນ​ເວ​ລາ​ດຽວ​ກັນ, ທ່ານ ບຸ​ນ​ຍັງ ວໍ​ລະ​ຈິດ ປະ​ທານ​ປະ​ເທດ​ລາວ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​​ເປີດ​ການ​ນຳ​ໃຊ້​ທາງ​ດ່ວນ​ດັ່ງ​ກ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ.

ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ລາວ​ຢ່າງ​ແຂງ​ແຮງ_fororder_微信图片_202012211555371

ທາງ​ດ່ວນ​ລາວ-ຈີນເລີ່ມ​ຈາກ​ນະ​ຄອນ​ຫຼວງວຽງ​ຈັນ​ຫາ​ຊາຍ​ແດນ​ລາວ-ຈີນ, ​ມີໄລ​ຍະ​ທາງ​ທັງ​ໝົດ​ປະ​ມານ 440 ກິ​ໂລ​ແມັດ, ແມ່ນ​ພາກ​ສ່ວນ​​ທີ່​ສຳ​ຄັນ​ຂອງ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ຈີນ-ແຫຼມ​ອິນ​ດູ​ຈີນ. ຫຼັງ​ຈາກ​ສ້າງ​ສຳ​ເລັດ​ແລ້ວ, ດ້ານ​ໜຶ່ງ, ຈະ​ເຊື່ອມ​ຕໍ່ 4 ແຂວງ​ແລະ 1 ນະ​ຄອນ​​ຫຼວງຂອງ​ລາວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຄື: ນະ​ຄອນ​ຫຼວງວຽງ​ຈັນ,ແຂວງວຽງ​ຈັນ,ແຂວງ​ຫຼວງ​ພະ​ບາງ,ແຂວງ​ອຸ​ດົມ​ໄຊ​ແລະ​ແຂວງ​ຫຼວງ​ນ້ຳ​ທາ, ກາຍ​ເປັນ​ເສັ້ນ​ທາງ​​ຄົມ​ມະ​ນາ​ຄົມຫຼັກ​ຢູ່​ພາຍ​ໃນ​ປະ​ເທດ​ລາວ, ​ຈາກດ່ານ​ບໍ່​ຫານ-​ບໍ່​ເຕັນ​ໄປຫາ​ນະ​ຄອນ​ຫຼວງວຽງ​ຈັນ​ຂອງ​ລາວ​ພຽງ​ແຕ່​ໃຊ້​ເວ​ລາ 5 ຊົ່ວ​ໂມງ​ເທົ່າ​ນັ້ນ,ສາ​ມາດ​ປະ​ຢັດ​ເວ​ລາ​ໄດ້​ປະ​ມານ 15 ຊົ່ວ​ໂມງ​ເມື່ອ​ທຽບ​ກັບ 20 ຊົ່ວ​ໂມງ​ໃນ​ປັດ​ຈຸ​ບັນ,​ເຊິ່ງ​ຈະ​ເປັນ​ການ​ເລັ່ງ​ການ​ຊຸກ​ຍູ້​ຍຸດ​ທະ​ສາດ​ຂອງ​ລາວ​ຈາກ“ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ”​ກາຍເປັນ “ປະ​ເທດ​​ເຊື່ອມ​ໂຍງ​ເຊື່ອ​ມ​ຈອດກັບ​ພາກ​ພື້ນ”,ພ້ອມ​ທັງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ລາວ​ໄດ້​ຢ່າງ​ແຂງ​ແຮງ. ອີກ​ດ້ານ​ໜຶ່ງ, ​ກໍມີ​ຜົນ​ດີ​ຕໍ່​ການ​ເລັ່ງ​ລັດ​​ການສ້າງ​ຕາ​ໜ່າງ​ຄົມ​ມະ​ນາ​ຄົມ​ທີ່​ວ່ອງ​ໄວ​ທີ່​ປົກ​ຄຸມ​ທົ່ວ​ແຫຼມ​ອິນ​ດູ​ຈີນ,​ທັງ​ເປັນ​ການເຊື່ອມ​ຕໍ່​ເສັ້ນ​ທາງ​ດ່ວນ​ລະ​ຫວ່າງຈີນ​ກັບ​ລາວ,ໄທ,ມາ​ເລ​ເຊຍແລະ​ສິງ​ກະ​ໂປ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ​ການສ້າງ​ເສັ້ນ​ທາງ​​ດ່ວນ​ສາຍ​ຫຼັກ​ຢ່າງວ່ອງ​ໄວ​ຈະ​ເປັນ​ການ​ເນັ່ງ​ເສັ້ນ​ທາງ​ຄຸນ​ໝິງ-ສິງ​ກະ​ໂປ,ເຊິ່ງ​ມີ​ຄວາມ​ໝາຍ​ທີ່​ສຳ​ຄັນ​ແລະ​ຍິ່ງ​ໃຫຍ່​ຕໍ່​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທີ່​ຂັບ​ລົດຂ້າມ​ແດນ​ດ້ວຍ​ຕົນ​ເອງ,ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂ້າມ​ແດນ,ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ຂ້າມ​ແດນ,ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ຂ້າມ​ແດນ,ການ​ຊຸກ​ຍູ້​ການ​ສ້າງ​ແລວ​ເສດ​ຖະ​ກິດ​ຈີນ-ແຫຼມ​​ອິນ​ດູ​ຈີນ​,ການ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ແລວເສດ​ຖະ​ກິດ​ພາກ​ພື້ນ​ເຂົ້າ​ກັນ,ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ພາກ​ພື້ນ​ແລະ​ຊຸກ​ຍູ້​​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃຫ້ພັດ​ທະ​ນາ​ເຂົ້າ​ສູ່​ລວ​ງ​ເລິກ​ຢ່າງ​ແທ້​ຈິງ.

ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ລາວ​ຢ່າງ​ແຂງ​ແຮງ_fororder_微信图片_202012211555372

ທາງ​ດ່ວນ​ຕອນ​ວຽງ​ຈັນ-ວັງ​ວຽງ​ແມ່ນ​ໄດ້​ຮັບ​ການ​ເຊັນ​ສັນ​ຍາ​ລົງ​ທຶນ​ພາຍ​ໃຕ້​ການ​ເປັນ​ສັກ​ຂີ​ພິ​ຍານ​ຈາກ​ທ່ານ​ປະ​ທານ​ ສີ​ຈິ້ນ​ຜິງ​ ແລະ​ທ່ານ​ປະ​ທານ ບຸນຍັງ ວໍ​ລະ​ຈິດ, ໄດ້​ຖືກ​ຈັດ​ເຂົ້າ​​ຢູ່ໃນ “ຖະ​ແຫຼງ​ການ​ຮ່ວມ​ຈີນ-ລາວ”ແລະ “ແຜນ​ການ​ເຄື່ອນ​ໄຫວ​​ກ່ຽວ​ກັບ​ການ​ສ້າງປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ”, ແມ່ນ​ໂຄງ​ການ​ນຳ​ໜ້າ​ໃນ​ການ​ທົດ​ລອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”,ໄດ້​ເຊື່ອມ​ຕໍ່​ນະ​ຄອນ​ຫຼວງວຽງ​ຈັນ​ແລະ​ເມືອງວັງ​ວຽງ​ທີ່​ເປັນ​ເມືອງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ທີ່​ສຸດຂອງ​ລາວ, ​ມີໄລ​ຍະ​ທາງ​ທັງ​ໝົດ​​ເຖິງ 111 ກິ​ໂລ​ແມັດ,​​ການ​ອອກ​ແບບ​ທາງ​ດ່ວນ​ໄດ້​ມີ​ການປະ​ສານ​ສົມ​ທົບ​ກັນ​ລະ​ຫວ່າງມາດ​ຖານ​ແລະ​ກົດ​ລະ​ບຽບ​​ດ້ານການ​ອອກ​ແບບ​ຂອງ​ຈີນ​ແລະ​ອາ​ຊຽນ, ​ເຊິ່ງເປັນ​ທາງ​ດ່ວນ​ 4 ຊ່ອງ​ທາງ​ຈໍ​ລະ​ຈອນ, ​ມີຄວາມ​ໄວ​ຕາມການ​ອອກ​ແບບ​ແມ່ນ 80-100 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ລາວ​ຢ່າງ​ແຂງ​ແຮງ_fororder_微信图片_202012211555373

ໂຄງ​ການ​ດັ່ງ​ກ່າວ​ເລີ່ມ​ລົງ​ມື​ກໍ່​ສ້າງ​​ມາ​ແຕ່​ວັນ​ທີ 30 ທັນ​ວາ​ປີ 2018,​ໃນ​ໄລ​ຍະ​ກໍ່​ສ້າງໄດ້​ຜ່ານ​ຜ່າ​​ຄວາມ​ຫຍຸ້ງ​ຍາກ​ຈາກຜົນ​ກະ​ທົບ​ຂອງການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ປີ​ນີ້, ​ແຕ່​ກໍ​ໄດ້ສ້າງ​ສຳ​ເລັດ​ແລະ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການກ່ອນ​ເວ​ລາ​ກຳ​ນົດ 13 ເດືອນ. ​ທາງ​ດ່ວນ​ວຽງ​ຈັນ-​ວັງ​ວຽງ​ຈະ​ຫຼຸດ​ໄລ​ຍະ​ເວ​ລາ​ຂອງ​ການ​ເດີນ​ທາງຈາກ 3 ຊົ່ວ​ໂມງ​ເຄິ່ງ​ໃນ​ປັດ​ຈຸ​ບັນ​​ຍັງ​ເຫຼືອ​ພຽງ 1 ຊົ່​ວ​ໂມງ.

ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ລາວ​ຢ່າງ​ແຂງ​ແຮງ_fororder_微信图片_202012211555374

ການ​ສ້າງໂຄງ​ການ​ດັ່ງ​ກ່າວ​ສຳ​ເລັດໄດ້​ສິ້ນ​ສຸດ​ປະ​ຫວັດ​ສາດ​ທີ່​ບໍ່​ມີ​ທາງ​ດ່ວນ​ຢູ່​ລາວ,ແມ່ນ​ໂຄງ​ການ​ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ,ຈະ​ເຮັດ​ໃຫ້​ລາວ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຕາງ​ໜ່າງ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ຂອງ​ພາກ​ພື້ນ​ດ້ວຍ​ໂສມ​ໜ້າ​ໃໝ່, ທາງ​ດ່ວນ​ສາຍ​ນີ້​ໄດ້ສ້າງ​ເປັນ “ເສັ້ນ​ທາງ​ໃຫຍ່” ແຫ່ງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ,ເຊິ່ງ​ມີ​ຄວາມ​ໝາຍ​ທີ່​ສຳ​ຄັນ​ຕໍ່​ການ​​ຊຸກ​ຍູ້​ການພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ລາວ,ມີ​ບົດ​ບາດ​ເປັນ​ແບບ​ຢ່າງ​ທີ່​ສຳ​ຄັນ​ຕໍ່​ການ​ລົງ​ເລິກການ​ຊຸກ​ຍູ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ ແລະ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ.

ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ລາວ​ຢ່າງ​ແຂງ​ແຮງ_fororder_微信图片_202012211555375

ຄຳ​ເຫັນ

0