ໃນຊຸມປີມໍ່ໆມານີ້, ຢູ່ເມືອງລູ້ໄຈນະຄອນລິວໂຈ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໄດ້ບຸກບືນພັດທະນາອຸດສາຫະກຳທີ່ມີສີສັນພິເສດໃນວຽກງານລຶບລ້າງຄວາມທຸກຍາກ, ເຊັ່ນ: ການປູກຝັງ, ການປ່າໄມ້, ການລ້ຽງສັດ ແລະອື່ນໆ, ຕັ້ງໜ້າຄົ້ນຄວ້າອຸດສາຫະກຳແບບ “ຄອບຄົວທຸກຍາກ+”, ໄດ້ສ້າງກົນໄກລຶບລ້າງຄວາມທຸກຍາກຢ່າງໝັ້ນທ່ຽງໃນໄລຍະຍາວ, ບັນລຸເປົ້າໝາຍໃນການສ້າງເຂດສາທິດດ້ານກະສິກຳທີ່ມີສີສັນພິເສດທັນສະໄໝຫຼາຍກວ່າໜຶ່ງແຫ່ງຢູ່ທຸກຕາແສງ, ເຮັດໃຫ້ເສດຖະກິດຂອງຊົນນະບົດມີຊີວິດຊີວາ, ໃນຂະນະດຽວກັນກໍເປັນການປັບປຸງໝາກຜົນການລຶບລ້າງຄວາມທຸກຍາກໃຫ້ໜັກແໜ້ນ, ທັງຊຸກຍູ້ຄວາມຈະເລີນຮຸ່ງເຮືອງຂອງເຂດຊົນນະບົດ.
ອີງຕາມສະຖິຕິ, ປະຈຸບັນຢູ່ເມືອງລູ້ໄຈ້, ອຸດສາຫະກຳລຶບລ້າງຄວາມທຸກຍາກທີ່ມີສີສັນພິເສດໄດ້ປົກຫຸ້ມຄອບຄົວທຸກຍາກໄດ້ແລ້ວ 89%, 22 ບ້ານທຸກຍາກໃນທົ່ວເມືອງໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ.
ຄຳເຫັນ
0