吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ມວຍ​ໄທ​ເກັກບ້ານ​ເຊີນ​​ເຈ່ຍ​ໂກ່​ວ​ແຂວງ​ເຮີ​ນານ

2020-12-22 16:30:42 cri

ວັນ​ທີ 17 ທັນວາ​ຜ່ານ​ມາ, ກອງ​ປະຊຸມ​ຄະນະ​ກຳມະການປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳນາມ​ມະ​ທຳ​ຂອງ​ອົງການ​ການ​ສຶກສາ, ວິທະຍາ​ສາດ ​ແລະ​ວັດທະນະທຳ​ແຫ່ງ​ສປຊ ຫຼື ອຸຍ​ເນສ​ໂກ​ໄດ້​ຕົກລົງ​ເອົາມວຍໄທ​ເກັ​ກ​ເຂົ້າ​ໃນ​ບັນຊີ​ມໍລະດົກ​ວັດທະນະທຳນາມ​ມະ​ທຳ​ຂອງ​ມວນ​ມະນຸດ. ມວຍ​ໄທ​ເກັ​ກ​ໄດ້ກາຍ​ເປັນ​ລາຍການ​ທີ 41 ຂອງ​ຈີນ​ທີ່​ຖືກ​ຈົດເຂົ້າ​ໃນ​ບັນຊີ​ດັ່ງກ່າວ.

ຢູ່ບ້ານເຊີນ​ເຈ່ຍ​ໂກ່​ວ​ເປັນ​ບ້ານ​ສືບ​ທອດ​ມວຍ​ໄທ​ເກັກມາ​ຫຼາຍ​ຮ້ອຍ​ປີ, ສາມາດພົບ​ເຫັນ​ນັກ​ມວຍ​ໄມ​ເກັ​ກ​ໄດ້ຢູ່​ທຸ​ກບ່ອນ, ​ມີ​ນັກ​ມວຍ​ຫຼາຍ​ຄົນ​ທີ່​ມີ​ທັກ​ສະ​ພິ​ເສດ​ໃນກຸ່ມຊາວບ້ານ, ບ້ານ​ເຊີນ​ເຈ່ຍ​ໂກ່​ວລວມມີ​ປະຊາຊົນອາ​ໄສ​ຢູ່​ຫຼາຍ​ກວ່າ 3000 ຄົນ, ມີ​ໂຮງຮຽນ​ມວຍ​ໄທ​ເກັ​ກ 3 ​ແຫ່ງ ​ແລະ​ສູນ​ຝຶກ​ມວຍ 40 ​ກວ່າ​ແຫ່ງ, ​​ແຕ່ລະ​ປີ​ກໍ​ມີ​ປະຊາຊົນ​ຢ່າງ​ຫຼວງຫຼາຍ​ເຂົ້າ​ມາ​ຮຽນ​ມວຍ​ໄທ​ເກັກຈາກ​ທົ່ວ​ໂລກ. ປັດຈຸບັນນີ້, ມວຍ​ໄທ​ເກັ​ກທີ່​ກຳ​ເນີ​ດຢູ່​ບ້ານ​ເຊີນ​ເຈ່ຍ​ໂກ່​ວ​ໄດ້​​ຖືກເຜີຍ​ແຜ່​​ໄປ​ສູ່ຫຼາຍ​ກວ່າ 150 ປະ​ເທດ ​ແລະ​ເຂດ​ແຄວ້ນ, ມີ​ຜູ້ຮຽນ​ມວຍ​ໄທ​ເກັກ​ຫຼາຍ​ກວ່າ 100 ລ້ານ​ຄົນ.

 

​ມວຍ​ໄທ​ເກັກບ້ານ​ເຊີນ​​ເຈ່ຍ​ໂກ່​ວ​ແຂວງ​ເຮີ​ນານ

ຄຳ​ເຫັນ

0