ປີ2020 ເປັນປີທີ່ຈີນຈະບັນລຸເປົ້າໝາຍການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ ທັງເປັນປີທີ່ຍາດເອົາໄຊຊະນະຢ່າງສົມບູນໃນບັ້ນລຶບລ້າງຄວາມທຸກຍາກໃນໄລຍະສຸດທ້າຍ. ເພື່ອບັນລຸສອງເປົ້າໝາຍໃຫຍ່ດັ່ງກ່າວນີ້, ທ່ານສີຈິ້ນຜິງໄດ້ຍ່າງເຂົ້າເດີ່ນບ້ານຂອງຊາວກະສິກອນແລະໄປເຖິງໄຮ່ນາຮົ້ວສວນ, ຢູ່ສະຖານທີ່ປະຊຸມຊົ່ວຄາວທີ່ປະກອບດ້ວຍໂຕະສີ່ຫຼ່ຽມໜ່ວຍໜຶ່ງແລະຕັ່ງອີ້ຫຼາຍໜ່ວຍ, ທ່ານສີຈິ້ນຜິງໄດ້ແລກປ່ຽນຄວາມເຫັນກັບພະນັກງານບ້ານແລະຊາວບ້ານທັງຫຼາຍຢ່າງໃກ້ຊິດແລະເປັນກັນເອງ ໂດຍໄດ້ຖາມເຖິງຊີວິດການເປັນຢູ່ຂອງປະຊາຊົນ, ອະທິບາຍນະໂຍບາຍຂອງພັກ-ລັດ, ທັງຊີ້ແຈງເຖິງຄວາມຫວັງໃນອະນາຄົດ.ກໍ່ຍ້ອນຜ່ານຂະບວນການສຳຫຼວດກວດເບິ່ງພື້ນທີ່ຕົວຈິງລັກສະນະແບບນີ້ນີ້ຫຼະ, ແນວຄວາມຄິດ “ລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍ” ທີ່ສະເໜີໂດຍທ່ານສີຈິ້ນຜິງກໍໄດ້ກາຍເປັນຫຼັກການພື້ນຖານຂອງລັດຖະບານຈີນໃນການປະຕິບັດວຽກງານລຶບລ້າງຄວາມທຸກຍາກ.
ແມ່ເຖົ້າຫຼົງເຕີເສີງ ຊາວເຜົ່າມົ້ງທີ່ດຳລົງຊີວິດຢູ່ບ້ານສິບແປດຖ້ຳທີ່ຕັ້ງຢູ່ສ່ວນເລິກຂອງເຂດພູດອຍ, ແມ່ເຖົ້າບໍ່ລຶ້ງກັບປະຕິທິນປີສາກົນ, ແຕ່ວ່າມີປີໜຶ່ງ ເພິ່ນສາມາດເວົ້າໄດ້ຢ່າງຖືກຕ້ອງທັນທີເລີຍ ນັ້ນກໍຄືປີ 2013.
ວັນທີ 3 ພະຈິກປີນັ້ນ, ທ່ານສີຈິ້ນຜິງໄດ້ເດີນທາງຍາວໄກໄປເຖິງບ້ານສິບແປດຖ້ຳຂອງແຂວງຫູນານ. ຢູ່ບ້ານແຫ່ງນີ້, ທ່ານໄດ້ສະເໜີແນວຄວາມຄິດສຳຄັນກ່ຽວກັບ “ການລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍ” ເປັນຄັ້ງທຳອິດ.
ວັນທີ 3 ພະຈິກປີ2013, ທ່ານສີຈິ້ນຜິງໄດ້ຢ້ຽມຢາມບ້ານສິບແປດຖ້ຳ
ຢູ່ເທິງອິນເຕີເນັດເຄີຍມີຮູບຖ່າຍແຜ່ນໜຶ່ງໄດ້ຖືກເຜີຍແຜ່ຢ່າງກວ້າງຂວາງ, ເພື່ອນມິດລາຍການພວກເຮົາທີ່ໄດ້ເອົາໃຈໃສ່ຕິດຕາມລາຍການສີແສງແຫ່ງຍຸກເທິງເວັບໄຊCRIພວກເຮົາຄົງຈະເຄີຍເຫັນຮູບພາບແຜ່ນນີ້ແລ້ວ. ຮູບແຜ່ນນັ້ນແມ່ນຮູບຖ່າຍຢູ່ເດີ່ນບ້ານຂອງແມ່ເຖົ້າຫຼົງເຕີເສີງ, ຫຼາຍຄົນນັ່ງອ້ອມເປັນວົງ, ທ່ານສີຈິ້ນຜິງໄດ້ຈັບມືພໍ່ເຖົ້າ ຊືເສີງຟູ້ ຜົວຂອງແມ່ເຖົ້າຫຼົງເຕີເສີງດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ, ພໍ່ເຖົ້າຊືເສີງຟູ້ຍິ້ມດ້ວຍໃຈເບີກບານມ່ວນຊື່ນຈົນຫາອັນປຽບບໍ່ໄດ້. ຢູ່ຕໍ່ໜ້າເຂົາເຈົ້າໄດ້ມີໂຕະໄມ້ສີ່ຫຼ່ຽມໜ່ວຍໜຶ່ງ, ໃນເຂິງໄມ້ໄຜ່ຢູ່ເທິງໂຕະເຕັມໄປດ້ວຍໝາກຖົ່ວດິນ,ໝາກກໍ່, ມັນຝຣັ່ງ, ໝາກພັບ.
ທ່ານສີຈິ້ນຜິງເດີນທາງຢ້ຽມຢາມບ້ານສິບແປດຖ້ຳເທື່ອນັ້ນແມ່ນເພື່ອມາຂໍຄວາມເຫັນນຳປະຊາຊົນ. ທ່ານກ່າວວ່າ: “ຂ້າພະເຈົ້າມາຊ່ຽງຊີ່ເທື່ອນີ້, ຕົ້ນຕໍກໍແມ່ນເພື່ອມາຢາມພີ່ນ້ອງປະຊາຊົນ ເພື່ອຮ່ວມກັນປຶກສາຫາລືເຖິງວິທີຫຼຸດພົ້ນອອກຈາກຄວາມທຸກຍາກ, ການສ້າງຄວາມຮັ່ງມີ ແລ້ວກ້າວໄປສູ່ຊີວິດທີ່ມີຄວາມອີ່ມໜຳສຳລານ…”, “ບັ້ນລຶບລ້າງຄວາມທຸກຍາກໃນໄລຍະສຸດທ້າຍກໍຕ້ອງປະຕິບັດຕາມຄວາມເປັນຈິງ,ເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນ,ຊີ້ນຳຕາມແຕ່ລະປະເພດ, ລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍ.”
ຄຳເວົ້າທຸກຄວາມຂອງທ່ານສີຈິ້ນຜິງເປັນການວິເຄາະສາເຫດທີ່ພາໃຫ້ພີ່ນ້ອງປະຊາຊົນທັງຫຼາຍມີຄວາມທຸກຍາກ, ທ່ານໄດ້ມີຂໍ້ຮຽກຮ້ອງຢ່າງຈະແຈ້ງວ່າ: “ບໍ່ພຽງແຕ່ຕ້ອງເຮັດໃຫ້ຕົນເອງຫຼຸດພົ້ນອອກຈາກຄວາມທຸກຍາກເທົ່ານັ້ນ, ຍັງຕ້ອງຄົ້ນຄວ້າບົດຮຽນໃນການລຶບລ້າງຄວາມທຸກຍາກທີ່ສາມາດລອກແບບໄດ້ແລະເຜີຍແຜ່ຕໍ່ໄດ້.”
ວັນທີ 16 ມິຖຸນາ ປີ2015,ຢູ່ເດີ່ນບ້ານຂອງສະຖານທີ່ທ່ອງທ່ຽວຕາມວິຖີຊົນນະບົດຂອງ ຫວາງຈື້ສຽງ, ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາກັບຊາວຍບ້ານບ້ານຮວາມ້າວແຂວງກຸ້ຍໂຈ່ວ.
ວັນທີ 16 ມິຖຸນາ ປີ2015, ສະພາບອົບອຸ່ນທີ່ຄ້າຍຄືກັນກໍໄດ້ປາກົດຂຶ້ນຢູ່ເດີ່ນບ້ານຂອງສະຖານທີ່ທ່ອງທ່ຽວຕາມວິຖີຊົນນະບົດ ທີ່ດຳເນີນທຸລະກິດໂດຍ ລຸງຫວາງຈື້ສຽງ ຊາວບ້ານບ້ານຮວາມ້າວແຂວງກຸ້ຍໂຈ່ວ. ຈົນມາເຖິງທຸກມື້ນີ້, ການວາງໂຕະຕັ່ງໃນເດີ່ນບ້ານຍັງຮັກສາສະພາບເດີມຄືກັນກັບມື້ທີ່ທ່ານສີຈິ້ນຜິງມາສຳຫຼວດກວດເບິ່ງໃນປີນັ້ນ.
“ ‘ນະໂຍບາຍຂອງສູນກາງພັກ ຈະດີຫຼືບໍ່ດີ, ຕ້ອງເບິ່ງວ່າ ພີ່ນ້ອງປະຊາຊົນມີຮອຍຍິ້ມຫຼືວ່າໂສກເສົ້າ. ຖ້າຫາກວ່າມີຮອຍຍິ້ມກໍສະແດງວ່າ ນະໂຍບາຍດີ, ຖ້າຫາກວ່າມີຄົນໂສກເສົ້າໜ້າບູດ,ພວກເຮົາກໍຕ້ອງເອົາໃຈໃສ່ແກ້ໄຂ, ອັນໃດຄວນດັດແປງກໍຕ້ອງດັດແປງ, ອັນໃດຄວນປັບປຸງກໍຕ້ອງປັບປຸງໃຫ້ດີ.’ ທ່ານສີຈິ້ນຜິງໄດ້ເວົ້າຄວາມນີ້ຢູ່ເດີ່ນບ້ານຂ້ອຍ.” ເມື່ອເວົ້າເຖິງສະພາບການໃນມື້ນັ້ນ, ລຸງຫວາງຈື້ສຽງຮູ້ສຶກຕື້ນຕັນໃຈທັງພາກພູມໃຈຫຼາຍ.
ທັດສະນະສຳຄັນດັ່ງກ່າວທີ່ທ່ານສີຈິ້ນຜິງສະເໜີອອກຢູ່ບ້ານຮວາມ້າວ, ມາເຖິງປັດຈຸບັນໄດ້ກາຍເປັນຫຼັກການພື້ນຖານຂໍ້ໜຶ່ງທີ່ທົ່ວປະເທດຈີນໄດ້ຈັດຕັ້ງປະຕິບັດໃນການເຮັດວຽກລຶບລ້າງຄວາມທຸກຍາກ. ລຸງຫວາງຈື້ສຽງໄດ້ບອກໃຫ້ຮູ້ດ້ວຍຄວາມເບີກບານມ່ວນຊື່ນວ່າ: “ໄລຍະ 5 ປີຜ່ານມາ, ໄດ້ເກີດມີການປ່ຽນແປງຢ່າງຫຼວງຫຼາຍ. ຊີວິດການເປັນຢູ່ຂອງພວກເຮົານັບມື້ນັບດີຂຶ້ນ, ນັກທ່ອງທ່ຽວກໍນັບມື້ນັບຫຼາຍຂຶ້ນ.”
ຢູ່ຈີນ, ບ້ານທຸກຍາກທີ່ສຸດທີ່ຄ້າຍຄືກັນກັບບ້ານສິບແປດຖ້ຳແລະບ້ານຮວາມ້າວເຄີຍມີຢູ່ຢ່າງຫຼວງຫຼາຍ. ຜ່ານຈາກບັ້ນລຶບລ້າງຄວາມທຸກຍາກຂອງລັດຖະບານຈີນ, ບ້ານນ້ອຍໆເຫຼົ່ານີ້ ລ້ວນແຕ່ ເກີດມີການປ່ຽນແປງແບບໜ້າມືເປັນຫຼັງມື.
ປີ2019, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານຮວາຊີ່ ກຳແພງນະຄອນຈຸ່ງກິ່ງ, ຕອນນັ້ນ ໃນບ້ານຮວາຊີ່ຍັງມີຄອບຄົວທຸກຍາກ 8 ຄອບຄົວມີທັງໝົດ 19 ຄົນທີ່ຍັງບໍ່ທັນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອ, ປັດຈຸບັນ, ເຂົາເຈົ້າໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກໝົດແລ້ວ. ຢູ່ເດີ່ນບ້ານຂອງແມ່ເຖົ້າໝ໋າເຜີຍຊິ່ງ ຜູ້ທີ່ເຄີຍທຸກຍາກໃນບ້ານ, ກໍຈະສາມາດຫຼຽວເຫັນອາຄານຫຼັງໃໝ່ເປັນຫຼັງໆຢັ່ງຢາຍລຽບຕາມຮ່ອມພູສີຂຽວ, ເສັ້ນທາງຮາບພຽງຫຼາຍສາຍທີ່ຄົດລ້ຽວກ້ຽວກອດໄປຕາມຮ່ອມພູສູ່ແດນໄກ.
ວັນທີ 15 ເມສາ ປີ2019, ຢູ່ເດີ່ນບ້ານຂອງແມ່ເຖົ້າໝ໋າເຜີຍຊິ່ງ, ທ່ານສີຈິ້ນຜິງໄດ້ຮ່ວມກັບຜູ້ຕາງໜ້າຊາວບ້ານ, ພະນັກງານລຶບລ້າງຄວາມທຸກຍາກ, ທ່ານໝໍປະຈຳບ້ານໄດ້ພາກັນນັ່ງອ້ອມໂຕະສີ່ຫຼ່ຽມໜ່ວຍໜຶ່ງ ເພື່ອໂອ້ລົມສົນທະນາກັນ.
ພີ່ນ້ອງປະຊາຊົນທັງຫຼາຍຍາດກັນປະກອບຄຳເຫັນ.
ດ້ວຍສາຍຕາທີ່ອົບອຸ່ນຂອງທ່ານສີຈິ້ນຜິງທີ່ໃຫ້ກຳລັງໃຈ, ທ້າວ ຫວ່າງສົງຊິ່ງ ຊາວບ້ານຮວາຊີ່ໄດ້ເລົ່າເຖິງເລື່ອງຫຼຸດພົ້ນອອກຈາກຄວາມທຸກຍາກຂອງຕົນສູ່ຟັງວ່າ: “ແຕ່ກ່ອນ, ສອງຜົວເມຍພວກຂ້າພະເຈົ້າຕ້ອງລ້ຽງລູກສາວລູກຊາຍ ສອງຄົນແລະສົ່ງເຂົ້າໂຮງຮຽນ, ຍັງຕ້ອງເບິ່ງແຍງດູແລແມ່ທີ່ແກ່ຊະລາແລະເປັນອຳມະພາດ, ໝົດທຸກຄົນໃນຄອບຄົວພວກຂ້າພະເຈົ້າດຳລົງຊີວິດດ້ວຍຄວາມອຸກໃຈຫຼາຍ. ປັດຈຸບັນ, ລູກທັງສອງໄດ້ຮັບເງິນອຸດໜູນດ້ານການສຶກສາ, ການລ້ຽງເຜີ້ງຕາມຫຼັກວິທະຍາສາດກໍໄດ້ກາຍເປັນຊ່ອງທາງໜຶ່ງທີ່ເຮັດໃຫ້ຄອບຄົວພວກຂ້າພະເຈົ້າຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງວ່ອງໄວ.”
ທ່ານສີຈິ້ນຜິງຕັ້ງໃຈຟັງ ທັງເວົ້າສອດຂຶ້ນໃນບາງໂອກາດ. ທ່ານເວົ້າກັບຊາວບ້ານທັງຫຼາຍວ່າ: “ມື້ນີ້, ຂ້າພະເຈົ້າໄດ້ເດີນທາງດ້ວຍພາຫະນະສາມຢ່າງຕາມລຳດັບຄື:ຂີ່ເຮືອບິນ, ລົດໄຟແລະລົດເກັງ ຈິ່ງມາເຖິງບ້ານນີ້ເພື່ອມາຢາມພີ່ນ້ອງປະຊາຊົນເປັນການສະເພາະ. ເມື່ອໄດ້ເຫັນວ່າພີ່ນ້ອງປະຊາຊົນບໍ່ມີຄວາມກັງວົນນຳການກິນ,ການນຸ່ງຖື, ການສຶກສາຮ່ຳຮຽນ,ການປິ່ນປົວພະຍາດແລະເຮືອນຢູ່ຖາວອນກໍນັບມື້ນັບໄດ້ມີການຮັບປະກັນ, ຂ້າພະເຈົ້າເອງກໍຮູ້ສຶກໂລ່ງໃຈຫຼາຍ. ”
ທ້າວ ລິວຢີ້ຫົງ ຜູ້ນຳພາຊາວບ້ານສ້າງຄວາມຮັ່ງມີ ຍັງຈື່ຈຳຄວາມເວົ້າຂອງທ່ານສີຈິ້ນຜິງໃນມື້ນັ້ນໄດ້ຢ່າງຄັກແນ່, ທ່ານບອກວ່າ: “ທ່ານປະທານສີຈິ້ນຜິງຍັງຕັກເຕືອນພວກເຮົາວ່າ ຄວາມສຸກໄດ້ມາຈາກການບຸກບືນສູ້ຊົນ, ການຫຼຸດພົ້ນອອກຈາກຄວາມທຸກຍາກແລະການສ້າງຄວາມຮັ່ງມີ ບໍ່ຄວນມີແນວຄິດ “ຄອງຄອຍ, ເພິ່ງພາແລະຮ້ອງຂໍຈາກລັດ”. ພາຍຫຼັງທ່ານສີຈິ້ນຜິງອຳລາຈາກບ້ານໄປແລ້ວ, ຊາວບ້ານທັງຫຼາຍຍັງຢືນຢູ່ປາກທາງເຂົ້າບ້ານດົນເຕີບເພື່ອສົ່ງທາງໂດຍບໍ່ຍອມກັບເມືອເຮືອນ”
ທ່ານສີຈິ້ນຜິງມັກເວົ້າເລື້ອຍໆວ່າ “ຖ້າວ່າພີ່ນ້ອງປະຊາຊົນຍັງບໍ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກໝົດເທື່ອ, ຂ້າພະເຈົ້າກໍຈະບໍ່ມີມື້ທີ່ຈະໂລ່ງໃຈໄດ້.” ຫຼາຍປີຜ່ານມາ, ທ່ານສີຈິ້ນຜິງບໍ່ເຄີຍຢຸດຈຶ້ງບາດກ້າວເດີນເພື່ອຢ້ຽມຢາມປະຊາຊົນຜູ້ທຸກຍາກ. ໂຕະສີ່ຫຼ່ຽມໜ່ວຍໜຶ່ງ, ຕັ່ງອີ້ຫຼາຍໜ່ວຍ ກໍເປັນສະຖານທີ່ສຳມະນາເພື່ອຂໍຄວາມຄິດເຫັນນຳປະຊາຊົນ,ທັງເປັນບ່ອນຮັບແຂກເພື່ອສົນທະນາກັນເຖິງຊີວິດປະຈຳວັນຂອງປະຊາຊົນ, ເຊິ່ງໄດ້ເປັນສັກຂີພິຍານໃຫ້ແກ່ເລື່ອງລາວຕ່າງໆທີ່ໜ້າປະທັບໃຈ ທັງເປັນການບັນທຶກຄວາມເອົາໃຈໃສ່ຢ່າງສູງຕໍ່ວຽກງານລຶບລ້າງຄວາມທຸກຍາກຂອງທ່ານສີຈິ້ນຜິງໃນຖານະເປັນຜູ້ນຳຂອງປະຊາຊົນຈີນ.
ຄຳເຫັນ
0