ຊຸມປີມໍ່ໆມານີ້, ເມືອງລິນເຊ້ຍຂອງແຂວງກ່ານຊູ້ຈີນໄດ້ຕັ້ງໜ້າປັບປຸງໂຄງປະກອບອຸດສາຫະກຳກະສິກຳໃຫ້ດີຂຶ້ນ, ດຶງດູດວິສາຫະກິດຫົວຈັກຫຼັກແຫຼ່ງເຂົ້າມາລົງທຶນໃນດ້ານການຫັນກະສິກຳເປັນອຸດສາຫະກຳ, ອອກແຮງພັດທະນາການປູກຜັກ, ການປູກດອກໄມ້ ແລະອື່ນໆ, ຜ່ານການສະໜັບສະໜູນດ້ານນະໂຍບາຍ ແລະ ການປະດິດສ້າງໃໝ່ດ້ານວິທະຍາສາດເຕັນກິກ, ດ້ວຍການນຳໃຊ້ຮູບແບບ “ບໍລິສັດ +ຖານຜະລິດ+ສະຫະກອນ + ຄອບຄົວຊາວກະສິກອນ”, ເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນ, ພັດທະນາການປູກຝັງພືດທີ່ມີສີສັນຂອງທ້ອງຖິ່ນ ເຊິ່ງລວມທັງ ຜັກ ດອກໄມ້ ໝາກໄມ້ແລະອື່ນໆ, ໄດ້ສ້າງເຂດສາທິດທີ່ກວມລວມການຄົ້ນຄວ້າວິທະຍາສາດເຕັກນິກດ້ານກະສິກຳ ການທ່ອງທ່ຽວພັກຜ່ອນ, ແລະການຜະລິດກະສິກຳ, ເຊິ່ງໄດ້ເພີ່ມປະສິດທິຜົນຂອງການຜະລິດກະສິກຳ ແລະ ຊ່ວຍເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ.
ຄຳເຫັນ
0