何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົນ​ທະ​ນາ​ກັບ​ທ່ານ​ບຸນ​ຍັງ​ ວໍ​ລະ​ຈິດ​ຜ່ານ​ທາງ​ໂທ​ລະ​ສັບ

2020-12-23 14:43:33 CRI

ວັນ​ທີ 22 ທັນ​ວາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ ປະ​ທານ​ປະ​ເທດ​ສ​ປ​ຈີນໄດ້​​ສົນ​ທະ​ນາ​ກັບ​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊ​າ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​​ສ​ປ​ປລາວ​ຜ່ານ​ທາງ​ໂທ​ລະ​ສັບ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ບຸນ​ຍັງ ວໍ​ລະ​ຈິດ, ປະ​ເທດ​ລາວ​ໄດ້ມີ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ການ​ເມືອງ ແລະ ສັງ​ຄົມ, ເສດ​ຖະ​ກິດ​​ໄດ້ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປັ​ບ​ປຸງ​​ໃຫ້ດີ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ. ໃນ​ຊຸ​ມ​ປີ​ມໍ່ໆ​ມາ​ນີ້, ຂ້າ​ພະ​ເຈົ້າ ແລະ ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ບຸນ​ຍັງ ວໍ​ລະ​ຈິດ​ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ, ໄດ້​ເປີດ​ຍຸກ​ໃໝ່​ແຫ່ງ​ການ​ພົວ​ພັນ​ຈີນ-ລາວ. ພວກ​ເຮົາ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ວຽກ​ງານ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ເຮັດ​ໃຫ້​ການ​ຮ່ວມ​ມື​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ກາຍ​ເປັນ​ຈຸດ​​ພົ້ນເດັ່ນ​ອັນ​ໜຶ່ງ​ໃນ​ການ​ພົວ​ພັນ​ຈີນ-ລາວ. ສອງ​ຝ່າຍ​ໄດ້​ຮ່ວມ​ມື​ກັນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ແລະ ຕ້ານ​ກັບ​ໄພ​ນ້ຳ​ຖ້ວມ, ຮ່ວມ​ກັນ​ຄັດ​ຄ້າ​ນ​ການ​ຫັນ​​ເອົາ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ເປັນ​ບັນ​ຫາ​ການ​ເມືອງ ແລະ ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ອື່ນ​ດ້ວຍ​ຂໍ້​ອ້າງ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ຄູ່​ຮ່ວມ​ຊາ​ຕາ​ກຳ​ທີ່​ຮ່ວມ​ທຸກ​ຮ່ວ​ມ​ສຸກ ແລະ ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ສອງ​ຝ່າຍ​ຄວນ​ລົງ​ເລິກ​ການ​ແລກ​ປ່ຽນ​ດ້ານ​ຍຸດ​ທະ​ສາດ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ບັນ​ຫາ​ທີ່​ພົວ​ພັນ​ເຖິງ​ຜົນ​ປະ​ໂຫຍດ​ແກນ​ກາງ​ຂອງ​ກັນ ແລະ​ກັນ. ສອງ​ຝ່າຍ​ຄວນ​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຢ່າງແໜ້ນ​ແຟ້ນ, ລົງ​ເລິກ​ການ​ແລກ​ປ່ຽນ​ທິດ​ສະ​ດີ ແລະ ບົດ​ຮຽນ​ດ້ານ​ການ​ຄຸ້ມ​ຄອງ​ພັກ ແລະ ບໍ​ລິ​ຫານ​ປະ​ເທດ, ​ສ້າງສະ​ພາບ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ສອງ​ພັກ​ຢ່າງ​ຮອບ​ດ້ານ ​ຂົງ​ເຂດກວ້າງ​ຂວາງ ແລະ ​ໃນຫຼາຍ​ລະ​ດັບ​ໃຫ້​ຄົບ​ຖ້ວນ​ສົມ​ບູນ​ຂຶ້ນ​ເລື້ອຍໆ. ສອງ​ຝ່າຍ​ຄວນ​ລົງ​ເລິກ​ການ​ເຊື່ອມ​ຈອດ​ກັນ​ໃນດ້ານ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ, ​ໂດ​ຍຖື​ເອົາ​ການ​ທີ່​ປະ​ເທດ​ຈີນ​ເລັ່ງ​ລັດ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່ ແລະ ການ​ເຊັນ “ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ”ຢ່າງ​ເປັນ​ທາງ​ການ ເປັນ​ກາ​ລະ​ໂອ​ກາດ, ຊຸກ​ຍູ້​ການ​ສ້າງ​ແລວ​ເສດ​ຖະ​ກິດ​ຈີນ-ລາວ ແລະ ທາງ​ລົດ​ໄຟ​ຈີນ-ລາວ​ຢ່າງ​ໜັກ​ແໜ້ນ, ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ​ການ​ສຶກ​ສາ, ວຽກ​ງານ​ຊາວ​ໜຸ່ມ, ການ​ທ່ອງ​ທ່ຽວ ແລະ​ອື່ນໆ, ທັງ​ເພີ່ມ​ທະ​ວີ​ການ​ປະ​ສານ​​ສົມ​ທົບ​ໃນ​ວຽກ​ງານ​ສາ​ກົນ ແລະ ພາກ​ພື້ນ, ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ໃຫ້​ກ້າວ​​ເຂົ້າສູ່​ລວງ​ເລິກ​ຢ່າງ​ໜັກ​ແໜ້ນ, ​ເພື່ອສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ​ຫຼາຍກວ່າ​ເກົ່າ. ຂໍ​ອວຍ​ພອນ​ໃຫ້​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ຄັ້ງ​ທີ 11 ຈັດ​ຂຶ້ນ​ດ້ວຍ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ​ໃນ​ປີ​ໜ້າ.

 

ທ່ານ​ບຸນ​ຍັງ ວໍ​ລະ​ຈິດ​ກ່າວ​ວ່າ, ປະ​ຈຸ​ບັນ​ການ​ເມືອງ ເສດ​ຖະ​ກິດ ແລະ ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ​ຂອງ​ລາວ​ໄດ້​ຮັກ​ສາ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ທີ່​ດີ, ພັກ ແລະ ລັດ​ຖະ​ບານ​ລາວ​ພວມ​ສຸມ​ທຸກ​ຄວາ​ມ​ພະ​ຍາ​ຍາມ​ເພື່ອ​ກະ​ກຽມ​ຈັດ​ກອ​ງ​ປ​ະ​ຊຸມ​ໃຫຍ່​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ຄັ້ງ​ທີ 11 ແລະ ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ທີ 9 ທີ່​ຈະ​ຈັດ​ຂຶ້ນ​ໃນ​ຕົ້ນ​ປີ​ໜ້າ. ຝ່າຍ​ລາວ​ຂໍ​ສະ​ແດງ​ຄວາມຂອບ​ໃຈ​ນຳ​ພັກ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຈີ​ມ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ ການ​ອູ້ມ​ຊູ​ຊ່ວຍ​ເຫຼືອ​​ອັນ​ລ້ຳ​ຄ່າ​ໃນ​ໄລ​ຍະ​ທີ່​ລາວ​ເກີດ​ມີ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ຂໍສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​ຝ່າຍ​ຈີນ​​ທີ່ໄດ້​ຮັບ​ໄຊ​ຊະ​ນະ​ຄັ້ງ​ສຳ​ຄັນ​ໃນ​ບັ້ນ​ຕ້ານ​ກັບ​ພະ​ຍາດ, ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ແລະ​ວຽກ​ງານ​ອື່ນໆ​ພາຍ​ໃຕ້​​ການ​ນຳ​ພາ​ຂອງສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີ​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ນຳ, ຝ່າຍ​ລາວ​ໄດ້​ຕິດ​ຕາມ​ຢ່າງ​ໃກ້​ຊິດ​ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14 ແລະ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ເປົ້າ​ໝາຍ​ວິ​ໄສ​ທັດ​ໄລ​ຍະ​ຍາວ​ຮອດ​ປີ 2035ທີ່​​ໄດ້ຮັບ​ຮອງ​ໃນ​ກອງ​ປະ​ຊຸມ​ຄົບ​ຄ​ະ​ນະ​ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19, ຂ້າ​ພະ​ເຈົ້າເຊື່ອ​ໝັ້ນ​ວ່າຈີນ​ຈະ​ສາ​ມາດ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ, ເປີດ​ຂະ​ບວນ​ການ​ໃໝ່​ຂອງ​ການ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ. ປີ​ໜ້າ​ແມ່ນ​ປີ​ທີ່​ລາວ-ຈີນ​ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 60 ປີ, ລາວ​ຍິນ​ດີ​ຮ່ວມ​ກັນ​ກັບ​ຈີນ​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ ແຜນ​ແມ່​ບົດ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ​-ລາວ ທີ່​ຜູ້​ນຳ​ສູງ​ສຸດ​ຂອງ​ສອງ​ພັກ​ໄດ້ເຊັນ​ກັນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ຄຸ້ມ​ຄອງ​ພັກ ​ການປົກ​ຄອງ​ປະ​ເທດ ແລະ​ການ​ບໍ​ລິ​ຫານ​ລັດ, ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ໃນ​ທຸກ​ລະ​ດັບ, ເລັ່ງ​ລັດ​ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ພາຍ​ໃຕ້​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຮ່​ວມ​ກັນ​​ປົກ​ປັກຮັກ​ສາ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ສາ​ກົນ ແລະ ພາກ​ພື້ນ, ຊຸກ​ຍູ້​ການ​ພົວ​ພັນ​ລາວ-ຈີນ​ໃຫ້​ໄດ້​ຮັບ​ການ​ພັດ​ທະ​ນາຫຼາຍກວ່າເກົ່າ.

ຄຳ​ເຫັນ

0