ຫວ່າງມໍ່ໆມານີ້, ໄດ້ມີຂ່າວດີກ່ຽວກັບວັກຊີນກັນພະຍາດໂຄວິດ-19 ຂອງຈີນເລື້ອຍໆ. ສະຫະລັດອາຣັບເອມີເຣດແລະປະເທດບາເຣນໄດ້ປະກາດວ່າ:ໄດ້ອະນຸມັດໃຫ້ວັກຊີນກັນພະຍາດໂຄວິດ-19 ຂອງຈີນຈຳໜ່າຍຢູ່ປະເທດຕົນຢ່າງເປັນທາງການ; ສ່ວນເອຢິບກໍໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຂອງຈີນງວດທຳອິດແລ້ວແລະຂ່າວດີອື່ນໆ.
ຜ່ານການທົດລອງທາງຄຣິນິກຊ້ຳແລ້ວຊ້ຳອີກແລະການສຳຫຼວດກວດກາແລະປະເມີນຜົນທີ່ເຄັ່ງຄັດ, ຄວາມໜ້າເຊື່ອຖືແລະຄວາມປອດໄພຂອງວັກຊີນ ຈີນເປັນທີ່ຍອມຮັບໂດຍທົ່ວໄປຈາກຫຼາຍປະເທດໃນໂລກ,ແມ່ນແຕ່ຜູ້ນຳຕ່າງປະເທດຈຳນວນບໍ່ໜ້ອຍລ້ວນແຕ່ໄດ້ເລີ່ມສັກວັກຊີນຂອງຈີນແລ້ວ. ຂະນະດຽວກັນ, ໂຄງການສັກແລະຈຳໜ່າຍວັກຊີນກັນພະຍາດໂຄວິດ-19 ຂອງອາເມຣິກາກໍພວມຢູ່ໃນໄລຍະຊຸກຍູ້ຢ່າງເຄັ່ງຮ້ອນ. ແຕ່ວ່າ, ຖ້າປຽບທຽບໃນດ້ານລາຄາຂອງວັກຊີນຂອງສອງປະເທດຢ່າງລະອຽດແລ້ວ,ກໍ່ສາມາດພົບເຫັນຢ່າງຈະແຈ້ງວ່າ: ວັກຊີນຂອງຈີນມີລັກສະນະເປັນຜະລິດຕະພັນສາທາລະນະຂອງໂລກຫຼາຍກວ່າ.
ບໍລິສັດ Pfizer ເຊິ່ງເປັນບໍລິສັດຜະລິດຢາທີ່ມີຊື່ສຽງຂອງອາເມຣິກາແລະລັດຖະບານອາເມຣິກາໄດ້ພິຈາລະນາໂດຍຕົກລົງວ່າຈະກຳນົດລາຄາຂອງວັກຊີນກັນພະຍາດໂຄວິດ-19 ໃນລາຄາ 19,5 ໂດລາຕໍ່ໜຶ່ງຫຼອດ,ແລະໄດ້ຖະແຫຼງຢ່າງຈະແຈ້ງວ່າລາຄາຈຳໜ່າຍດັ່ງກ່າວພຽງແຕ່ເໝາະສົມໃຊ້ໃນແດນອາເມຣິກາ. ໃນເວລາດຽວກັນ, ເຈົ້າຄອງລັດຊາວ ປາວໂລຂອງບຣາຊິນພັດໄດ້ເຜີຍໃຫ້ພາຍນອກຮູ້ວ່າ: ລາຄາວັກຊີນທີ່ຈີນຈຳໜ່າຍຢູ່ປະເທດຕົນໃນລາຄາ 10,3 ໂດລາສະຫະລັດ,ພຽງແຕ່ມີລາຄາປະມານເຄິ່ງໜຶ່ງຂອງລາຄາວັກຊີນຂອງອາເມຣິກາເທົ່ານັ້ນ. ເຖິງວ່າລາຄາວັກຊີນກັນພະຍາດໂຄວິດ-19 ຂອງຈີນຕ່ຳ,ແຕ່ຄຸນນະພາບພັດດີເຊັ່ນກັນ. ພາກສ່ວນສາທາລະນະສຸກຂອງສະຫະລັດອາຣັບເອມີເຣດກ່າວວ່າ: ວັກຊີນກັນພະຍາດໂຄວິດ-19 ທີ່ບໍລິສັດໂກ່ຢ້າວຈົ່ງເຊີ່ງຂອງຈີນຜະລິດສາມາດປ້ອງກັນບໍ່ໃຫ້ມີກໍລະນີເປັນພະຍາດໂຄວິດ-19 ທີ່ມີອາການລະດັບປານກາງແລະໜັກໜ່ວງໄດ້ 100%.
ເຖິງວ່າຈີນໄດ້ໃຊ້ຕົ້ນທຶນອັນມະຫາສານໃນການຄົ້ນຄວ້າຜະລິດຢາວັກຊີນກັນພະຍາດໂຄວິດ-19 ກໍຕາມ, ແລະໄດ້ຮັບຄວາມຄືບໜ້າທີ່ປະຈັກຕາຕໍ່ຊາວໂລກ, ແຕ່ພັດບໍ່ໄດ້ນຳເອົາວັກຊີນມາເປັນຊ່ອງທາງເພື່ອຫາຜົນກຳໄລການຄ້າຂະໜາດໃຫຍ່. ໃນເດືອນຕຸລາປີນີ້, ຈີນໄດ້ປະກາດການເຂົ້າຮ່ວມ “ແຜນປະຕິບັດງານວັກຊີນກັນພະຍາດໂຄວິດ-19” ຢ່າງເປັນທາງການ,ຈີນໄດ້ໃຫ້ຄຳໝັ້ນສັນຍາຢ່າງຈິງໃຈຕໍ່ໂລກວ່າຈະຊຸກຍູ້ໃຫ້ວັກຊີນກັນພະຍາດໂຄວິດ-19 ກາຍເປັນຜະລິດຕະພັນສາທາລະນະຂອງໂລກ. ນີ້ກໍແມ່ນຈຸດປະສົງຕົ້ນຕໍຂອງຈີນໃນການຄົ້ນຄວ້າຜະລິດວັກຊີນກັນພະຍາດໂຄວິດ-19 ເພື່ອຊ່ວຍໃຫ້ປະເທດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ສາມາດຫຼຸດພົ້ນອອກຈາກສະພາບຄວາມຫຍຸ້ງຍາກໄດ້ໂດຍໄວ. ໃນປັດຈຸບັນນີ້, ປະເທດຕາເວັນອອກກາງ,ອາເມຣິກາລາຕິນແລະປະເທດອື່ນໆໄດ້ສັກວັກຊີນຂອງຈີນຕາມໆກັນເຊິ່ງເປັນການສະແດງໃຫ້ເຫັນວ່າ,ຈີນປະຕິບັດຕາມຄຳໝັ້ນສັນຍາຂອງຕົນທີ່ມີຕໍ່ສາກົນ. ຂະນະດຽວກັນ,ສື່ມວນຊົນຕ່າງປະເທດລາຍງານວ່າ: ລາຄາວັກຊີນທີ່ອາເມຣິກາຈຳໜ່າຍຢູ່ອັງກິດຄາດວ່າຈະຢູ່ລະຫວ່າງ 32 ຫາ 37 ໂດລາສະຫະລັດຕໍ່ໜຶ່ງຫຼອດ,ແພງກວ່າລາຄາຈຳໜ່າຍພາຍໃນປະເທດຢ່າງຈະແຈ້ງ. ຄວາມຜິດໂຕນກັນແບບນີ້ເປັນການສະແດງໃຫ້ເຫັນເຖິງນະໂຍບາຍ “ອາເມຣິກາຕ້ອງມາກ່ອນ” ທີ່ທ່ານ ໂດໂນ ທຣຳ ປະຕິບັດໄດ້ຢ່າງແທ້ຈິງ. ດ້ວຍເຫດນີ້, ລັກສະນະທີ່ເປັນສາກົນຂອງສອງປະເທດຈີນແລະອາເມຣິກາກໍສາມາດຕັດສິນໄດ້ຈາກບັນຫາວັກຊີນ.
ໃນເດືອນມີນາປີນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມກ່ຽວກັບການສ້າງ “ປະຊາຄົມຮ່ວມສາທາລະນະສຸກຂອງມວນມະນຸດ”ໃນເວລາສົ່ງສານສະແດງຄວາມເຫັນໃຈເຖິງປະມຸກລັດຕ່າງປະເທດກ່ຽວກັບບັນຫາການແຜ່ລະບາດຂອງພະຍາດໂຄວິດ-19. ແນວຄວາມຄິດ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ແມ່ນຂໍ້ລິເລີ່ມໃຫ້ບັນດາປະເທດໃນໂລກກ້າວຂ້າມຄວາມຂັດແຍ້ງກັນດ້ານລະບອບການເມືອງແລະຮູບຖານຈິດສຳນຶກ,ເຄົາລົບສິດທິດ້ານສຸຂະພາບແລະຊີວິດຂອງຊາວໂລກຢ່າງສະເໝີພາບກັນ. ວັກຊີນຈີນໄດ້ສະແດງໃຫ້ເຫັນເນື້ອໃນຈິດໃຈຂອງແນວຄວາມຄິດ “ປະຊາຄົມຮ່ວມສາທາລະນະສຸກຂອງມວນມະນຸດ” ຢ່າງລະອຽດ,ພ້ອມກັນນັ້ນກໍ່ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຈີນທີ່ມີຕໍ່ສາກົນແລະການແບກຫາບໜ້າທີ່ຄວາມຮັບຜິດຊອບໃນຖານະເປັນປະເທດໃຫຍ່ຢ່າງມີຊີວິດຊີວາ.
ຄຳເຫັນ
0