“ຍິ່ງເປັນເຂດທຸກຍາກ,ວຽກໄຮ່ການນາກໍຍິ່ງໜັກໜ່ວງ. ການປູກຝັງໃນລະດູໃບໄມ້ປົ່ງ, ການເກັບກ່ຽວເຂົ້າບະເລໃນລະດູຮ້ອນ, ເມື່ອຮອດລະດູໃບໄມ້ຫຼົ່ນ, ສາລີ, ເຂົ້າຟ້າງແລະເຂົ້ານາຕ່າງກໍສຸກແລ້ວ,ຊ່ວງນີ້ ແຮ່ງຫຍຸ້ງວຽກຫຼາຍ. ລະດູໜາວຕ້ອງປ້ານຄູຄັນນາ, ປັບປຸງນາຂັ້ນໄດ, ຖືວ່າ ບໍ່ມີເວລາຫວ່າງຈັກເທື່ອ.”
ສຳນວນຕອນນີ້ແມ່ນຄັດຈາກບົດປະພັນຂອງທ່ານສືເທເຊິ່ງ ນັກປະພັນຍຸກປັດຈຸບັນຂອງຈີນທີ່ໄດ້ວາດພາບກ່ຽວກັບການອອກແຮງງານຂອງຊາວກະສິກອນເທິງພູພຽງດິນເຫຼືອງຂອງຈີນເມື່ອ40ປີກ່ອນ.
ເຮືອນເກົ່າຂອງໄວໜຸ່ມປັນຍາຊົນປັກກິ່ງທີ່ລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີ
ຕົ້ນປີ1969, ທ່ານສີຈິ້ນຜິງ ທີ່ເປັນໄວໜຸ່ມປັນຍາຊົນທີ່ລົງພື້ນຖານລຸ້ນດຽວກັນກັບທ່ານສືເທເຊິ່ງໄດ້ອອກເດີນທາງຈາກນະຄອນຫຼວງປັກກິ່ງ, ເດີນທາງຕໍ່ດ້ວຍການຂີ່ລົດໄຟເປັນເວລາໜຶ່ງວັນ, ຂີ່ລົດບັນທຸກໃຫຍ່ເປັນເວລາສອງວັນ ແລ້ວສືບຕໍ່ຍ່າງໄປຈົນເຖິງບ້ານຫຼຽງເຈ່ຍເຫີ ເຊິ່ງເປັນບ້ານນ້ອຍແຫ່ງໜຶ່ງທີ່ຕັ້ງຢູ່ທາງພາກເໜືອຂອງແຂວງສ້ານຊີ່.
ຫຼັງຈາກໄປຮອດບ້ານຫຼຽງເຈ່ຍເຫີ, ໄວໜຸ່ມປັນຍາຊົນທີ່ມາຈາກນະຄອນຫຼວງປັກກິ່ງເປັນຕົ້ນແມ່ນ ທ່ານສີຈິ້ນຜິງກໍໄດ້ຮ່ວມກັບຊາວກະສິກອນທ້ອງຖິ່ນປ້ານຄູຄັນນາ, ຂົນດິນ, ຫາບຝຸ່ນຄອກ, ໄຖນາປູກຝັງ,ຂຸດດິນ,ເກັບກ່ຽວ,ຫາບພືດພັນທັນຍາຫານ ແລະເຮັດວຽກໄຮ່ການນາອື່ນໆ ເຮັດເກືອບທຸກຢ່າງ. ໄມ້ຄານເປັນເຄື່ອງມືອອກແຮງງານທີ່ເຂົາເຈົ້າມັກໃຊ້ເປັນປະຈຳທີ່ສຸດ.
ປະຊາຊົນເຂດພາກເໜືອແຂວງສ້ານຊີ່ລຶ້ງກັບການໃຊ້ໄມ້ຄານທີ່ເປັນໄມ້, ເພາະມັນທົນທານແລະໃຊ້ງານໄດ້ດົນ, ແຕ່ກໍແຂງຫຼາຍ ເຊິ່ງເຮັດໃຫ້ນ້ຳໜັກຂອງເຄື່ອງທັງໝົດລົງມາທີ່ບ່າ. ເພື່ອເຮັດໃຫ້ໄມ້ຄານໃຊ້ໄດ້ດົນ, ພີ່ນ້ອງຊາວບ້ານມັກຈະຕື່ມໄມ້ອີກລຳໜຶ່ງໃສ່ທາງກາງຂອງໄມ້ຄານ, ເມື່ອເປັນແນວນີ້, ໄມ້ຄານກໍແຮ່ງໜັກແລະແຂງກວ່າເກົ່າ.
ຕອນຫາກໍ່ລົງພື້ນຖານໃນຊົນນະບົດ, ໄວໜຸ່ມປັນຍາຊົນຫຼາຍຄົນລ້ວນແຕ່ໃຊ້ໄມ້ຄານບໍ່ເປັນແລະບໍ່ຮູ້ປ່ຽນບ່າໄຫຼ່ໃນເວລາຫາບເຄື່ອງ. ທ່ານສີຈິ້ນຜິງຫາບຝຸ່ນຄອກໃນບ້ານແລ້ວສົ່ງໄປເຖິງໄຮ່ນາ, ໄມ້ຄານໄດ້ຮຸກຖູກັບບ່າໄຫຼ່ຂອງທ່ານຈົນໜັງທະເຫຼີກອອກເລືອດ. ທ່ານກໍຈຳເປັນຕ້ອງແກ້ເສື້ອມາຮອງໄວ້ເທິງບ່າ.
ເສື້ອຜ້າຮອງເປັນຊັ້ນບາງຈະບໍ່ໄດ້ຜົນ. ຄັນຮອງເປັນຊັ້ນໜາອ່າວໜາແດ່, ພັດຫາບບໍ່ສະດວກຈົນໄມ້ຄານມັກຈະຫຼຸດອອກຈາກບ່າ. ຈາກນັ້ນບໍ່ດົນ, ບ່າຂອງທ່ານສີຈິ້ນຜິງທີ່ຖືກຮຸກຖູຈົນດ້ານຈົນໜາ, ຈິ່ງບໍ່ຢ້ານວ່າຈະຖືກໄມ້ຄານຮຸກຖູອີກ ທັງບໍ່ຕ້ອງໃຊ້ເສື້ອຜ້າມາຮອງບ່າອີກຄືແຕ່ກ່ອນແລ້ວ.
ໃນໄລຍະລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີເປັນເວລາ 7 ປີ, ທ່ານສີຈິ້ນຜິງໄດ້ດຳລົງຊີວິດແລະອອກແຮງງານນຳກັນກັບຊາວກະສິກອນທ້ອງຖິ່ນ ໂດຍໄດ້ຫາບນ້ຳເພື່ອໃຊ້ໃນການແຕ່ງກິນ, ເມື່ອຮອດລະດູໃບໄມ້ປົ່ງກໍຫາບຝຸ່ນຄອກເຊັ່ນ:ຂີ້ງົວຂີ້ແກະຂຶ້ນພູເຮັດໄຮ່ເຮັດນາ, ຕອນເກັບກ່ຽວໃນລະດູຮ້ອນ, ທ່ານສີຈິ້ນຜິງໄດ້ຫາບເຂົ້າບະເລຍ່າງຕາມທາງເທິງພູເປັນໄລຍະສອງກິໂລແມັດປາຍໂດຍບໍ່ຕ້ອງພັກຜ່ອນເລີຍ.
ເຖິງຈະອິດເມື່ອຍແລະລຳບາກສ່ຳໃດກໍຕາມ, ທ່ານສີຈິ້ນຜິງບໍ່ເຄີຍຂີ້ຄ້ານໃນການເຮັດໄຮ່ເຮັດນານຈັກເທື່ອ. ຜ່ານຈາກການອອກແຮງງານ, ທ່ານໄດ້ຮັບຮູ້ແລະເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຊີວິດທີ່ລຳບາກກາກກຳຂອງປະຊາຊົນຊາວຜູ້ອອກແຮງງານທີ່ທຸກຍາກ ທັງໄດ້ເກີດມີຄວາມຮັກແພງອັນເລິກເຊິ່ງທີ່ມີຕໍ່ກະສິກຳແລະຊາວກະສິກອນ.
ເດືອນພຶດສະພາປີ2020, ທ່ານສີຈິ້ນຜິງ ໄດ້ໄປພົບປະຢ້ຽມຢາມສະມາຊິກສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນທີ່ມາຈາກວົງການເສດຖະກິດທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 3 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 13
ເດືອນພຶດສະພາປີ2020, ໄລຍະທີ່ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນປະຈຳປີ2020ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ໄດ້ໄປພົບປະຢ້ຽມຢາມສະມາຊິກສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນທີ່ມາຈາກວົງການເສດຖະກິດທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 3 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 13, ທ່ານໄດ້ຫວນຄືນເຖິງວັນເວລາທີ່ເປັນໄວໜຸ່ມປັນຍາຊົນລົງພື້ນຖານຢູ່ເຂດພາກເໜືອຂອງແຂວງສ້ານຊີ່ ເທິງພູພຽງດິນເຫຼືອງວ່າ: “ຕອນນັ້ນ ຂ້າພະເຈົ້າຫິວເຂົ້າແຮງແຮງກໍເລີຍຖາມພີ່ນ້ອງປະຊາຊົນຢູ່ອ້ອມຂ້າງວ່າ: ພວກເຈົ້າຄິດວ່າ ຊີວິດການເປັນຢູ່ແນວໃດຈິ່ງຖືວ່າເປັນຊີວິດທີ່ມີຄວາມສຸກ?” ເຂົາເຈົ້າໄດ້ບອກຄວາມມຸ້ງຫວັງຫຼາຍຢ່າງຄື “ໄດ້ກິນຂົ້າຈົນອີ່ມ” “ມີເຂົ້າຟ້າງ,ແປ້ງສາລີກິນໂດຍບໍ່ຕ້ອງເໝືອດກັບອັນອື່ນ” “ຢາກຈະມີເຂົ້າແລະແປ້ງໝີ່ກິນຕາມໃຈ, ຍັງມີຊີ້ນກິນເປັນປະຈຳອີກດ້ວຍ”.”
ທ່ານສີຈິ້ນຜິງໄດ້ເວົ້າກັບພີ່ນ້ອງຊາວບ້ານທັງຫຼາຍວ່າ, ພວກເຈົ້າລອງຄິດໃຫ້ຫຼາຍກວ່ານັ້ນເບິ່ງດຸ, ໃນອະນາຄົດຍັງຢາກຈະບັນລຸຄວາມໃຝ່ຝັນຄືແນວໃດອີກແດ່. ເຂົາເຈົ້າບອກວ່າ, ໂອ້, ຊັ້ນກໍຫວັງວ່າໃນອະນາຄົດຈະມີໄມ້ຄານຄຳໃຊ້ເຮັດວຽກ!”
ຄຳວ່າ “ໄມ້ຄານຄຳ” ຕາມຄວາມເຂົ້າໃຈຂອງທ່ານສີຈິ້ນຜິງກໍຄື “ການຫັນເປັນທັນສະໄໝດ້ານກະສິກຳ.”
ຈາກທ້ອງຖິ່ນຮອດສູນກາງ, ຕະຫຼອດໄລຍະຜ່ານມາ, ທ່ານສີຈິ້ນຜິງໄດ້ນຳພາພີ່ນ້ອງປະຊາຊົນທັງຫຼາຍບຸກບືນສູ້ຊົນເພື່ອບັນລຸເປົ້າໝາຍໃຫ້ມີຊີວິດການເປັນຢູ່ທີ່ດີງາມກວ່າເກົ່າ, ຄົ້ນຄວ້າເສັ້ນທາງຫັນເປັນທັນສະໄໝດ້ານກະສິກຳທີ່ມີສີສັນພິເສດຂອງຈີນຢ່າງບໍ່ຢຸດຢັ້ງ ໃນຂະບວນການປະຕິບັດຕົວຈິງ. ທ່ານໄດ້ໃຫ້ຄຳໝັ້ນສັ້ນຍາຢ່າງເຄັ່ງຂຶມວ່າ “ຢູ່ບົນເສັ້ນທາງສ້າງສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານນັ້ນ, ຈະບໍ່ປ່ອຍປະຜູ້ໃດໄວ້ທາງຫຼັງ.”, ທ່ານມີທັດສະນະວ່າຕິດປີກ “ວິທະຍາສາດເຕັກໂນໂລຊີ”ໃຫ້ກັບວຽກງານກະສິກຳ, ເລັ່ງລັດການສ້າງຕັ້ງລະບົບອຸດສາຫະກຳກະສິກຳທັນສະໄໝ, ເລັ່ງລັດການຊຸກຍູ້ການຫັນກະສິກຳແລະຊົນນະບົດໃຫ້ເປັນທັນສະໄໝ.
ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ຊົນນະບົດຫຼາຍຄັ້ງ, ເມື່ອທ່ານໄປເຖິງບ່ອນໃດ, ທ່ານກໍຈະຖາມດ້ວຍຄວາມເອົາໃຈໃສ່ກ່ຽວກັບສະພາບການຕ່າງໆຂອງທ້ອງຖິ່ນແຫ່ງນັ້ນເຊັ່ນ:ອຸດສາກຳທີ່ມີເອກະລັກພິເສດ, ການຊ່ວຍເຫຼືອຊາວກະສິກອນເພີ່ມຜົນຜະລິດ ດ້ວຍວິທະຍາສາດເຕັກໂນໂລຊີ.
ຢູ່ໂຮງຢາງຂອງເຂດນິຄົມກະສິກຳແຂວງຈ່ຽງຊູ, ທ່ານສີຈິ້ນຜິງໄດ້ສອບຖາມຊາວກະສິກອນວ່າ ການປູກໝາກສະຕໍເບີຣີຈຳເປັນຕ້ອງກ້າໃສ່ໂຖຫຼືບໍ່, ຜົນຜະລິດແລະການຈຳໜ່າຍເປັນແນວໃດ?
ວັນທີ 25 ກັນຍາປີ 2018, ທ່ານສີຈິ້ນຜິງໂອ້ລົມສົນທະນາກັບຊາວກະສິກອນຂອງນິຄົມກະສິກຳຊີ່ຊິ່ງຂອງພະແນກຄຸ້ມຄອງກະສິກຳຈ້ຽນຊ່ານຈ່ຽງ ແຂວງເຮີຍລົງຈ່ຽງ.
ຢູ່ເຂດພາກຕາເວັນອອກສຽງເໜືອງຂອງຈີນ ທີ່ເຄີຍເປັນແດນຮົກເຮື້ອໃນອະດີດ ສ່ວນທຸກມື້ນີ້ໄດ້ກາຍເປັນສາງສະບຽງອາຫານໃຫຍ່ຂອງຈີນນັ້ນ. ທ່ານສີຈິິ້ນຜິງໄດ້ອຸທານດ້ວຍຄວາມປະທັບໃຈວ່າ: “ການພັດທະນາທີ່ຫັນເປັນກົນຈັກ, ເປັນເຕັກໂນໂລຊີຂໍ້ມູນຂ່າວສານແລະເປັນແບບອັດສະລິຍະຈັ່ງແມ່ນສຸດຍອດອີ່ຫຼີ. ”
ຢືນຢູ່ຕໍ່ໜ້າໂຕະຖ່າຍທອດສົດຂາຍສິນຄ້າທາງອ໋ອນລາຍຂອງເມືອງຈ້າສຸ້ຍ ແຂວງສ້ານຊີ່, ທ່ານສີຈິ້ນຜິງໄດ້ຍ້ອງຍໍຊົມເຊີຍ ເຫັດຫູໜູຈ້າສຸ້ຍ ທີ່ເປັນຜະລິດຕະພັນເອກະລັກພິເສດຂອງທ້ອງຖິ່ນນັ້ນທັງກ່າວວ່າ: ການຄ້າເອເລັກໂຕຣນິກບໍ່ພຽງແຕ່ຈະສາມາດຊ່ວຍປະຊາຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເທົ່ານັ້ນ, ຍັງຈະສາມາດຊ່ວຍຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຂຶ້ນ, ຖືວ່າມີອະນາຄົດທີ່ສົດໃສແທ້ໆ.
ວັນທີ 28 ກັນຍາປີ 2017, ນິຄົມກະສິກຳໜົງຈ່ຽງແຂວງເຮີຍລົງຈ່ຽງໃຊ້ກົນຈັກໃຫຍ່ເກັບກ່ຽວເຂົ້ານາ
ທຸກມື້ນີ້, ຊາວກະສິກອນຈີນໄດ້ເຮັດວຽກດ້ວຍໄມ້ຄານຄຳ ຄື ວິທະຍາສາດເຕັກໂນໂລຊີ ນັບມື້ນັບຫຼາຍຂຶ້ນ. ຕົວຢ່າງເຊັ່ນ: ເຂົາເຈົ້າໃຊ້ໂທລະສັບມືຖືກົດ APPທີ່ກ່ຽວຂ້ອງກໍຈະສາມາດຫົດນ້ຳ, ໃສ່ຝຸ່ນໄດ້. ເຂົາເຈົ້ານຳໃຊ້ດອກໄຟແສງຕາເວັນຂ້າສັດຕູພືດ ທັງປະຢັດພະລັງງານທັງເປັນມິດກັບສິ່ງແວດລ້ອມ, ຫຼຸດປະລິມານສານພິດທີ່ຄ້າງຄາໃນພືດ ທັງໄດ້ຍົກສູງຄຸນນະພາບຜະລິດຕະພັນອີກ. ຢູ່ນາເຂົ້າບະເລທີ່ກວ້າງເປັນຫຼາຍສິບເຮັກຕາ, ກົນຈັກກະສິກຳໄດ້ເຮັດວຽກແທນແຮງຄົນ, ເຊິ່ງໄດ້ປະຢັດແຮງງານທັງໄດ້ຍົກສູງປະສິດທິພາບການຜະລິດກະສິກຳ. ພີ່ນ້ອງປະຊາຊົນມີຄວາມຮູ້ສຶກວ່າໄດ້ຮັບຜົນປະໂຫຍດທີ່ຈັບຕ້ອງໄດ້ນັບມື້ນັບຫຼາຍຂຶ້ນ.
ກໍຄືດັ່ງທີ່ທ່ານສີຈິ້ນຜິງໄດ້ກ່າວໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນປີ 2020ວ່າ: “ພາຍໃຕ້ສະພາບການໃໝ່, ພວກເຮົາຕ້ອງສຸມກຳລັງເຂົ້າໃນການແກ້ໄຂຄວາມຂັດແຍ້ງແລະບັນຫາທີ່ເລິກເຊິ່ງທີ່ມີຢູ່ໃນຂະບວນການພັດທະນາກະສິກຳ, ສຸມຄວາມພະຍາຍາມໂດຍເຈາະຈົງເຂົ້າໃນການປັບປຸງໂຄງປະກອບການຜະລິດຜະລິດຕະພັນກະສິກຳ, ເພີ່ມຄວາມສາມາດຕ້ານທານກັບຄວາມສ່ຽງແລະຍົກລະດັບການຫັນເປັນທັນສະໄໝດ້ານກະສິກຳໃຫ້ສູງຂຶ້ນ.”
ຄຳເຫັນ
0