尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ເອີ​ຣົບ​ເລີ່ມ​ໂຄງການສັກ​ວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ແມ່ນ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ປະ​ຊ​າ​ຊົນ​ຫຼື​ມີ​ຈຸດ​ປະ​ສົງທາງ​ການ​ເມືອງ

2020-12-28 18:05:15 cri

ອາ​ເມ​ຣິ​ກາ​ເອີ​ຣົບ​ເລີ່ມ​ໂຄງການສັກ​ວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ແມ່ນ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ປະ​ຊ​າ​ຊົນ​ຫຼື​ມີ​ຈຸດ​ປະ​ສົງທາງ​ການ​ເມືອງ_fororder_微信图片_202012281803452

ຄຽງ​ຄູ່​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ປະ​ເທດ​ອາ​ເມ​ຣິ​ກາແລະເອີ​ຣົບ​ນັບ​ມື້​ນັບຮ້າຍແຮງຂຶ້ນ​ຕື່ມ, ທັງໄດ້ຮັບ​ຄວາມ​ກົດ​ດັນ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ທີ່​ກາຍພັນ​ໃໝ່​ຢູ່​ອັງ​ກິດ​ຢ່າງກວ້າງ​ຂວາງ. ຫວ່າງ​ມໍ່ໆ​ມາ​ນີ້, ປະ​ເທດ​ຕ່າງໆ​ທັງຢູ່​ອາ​ເມ​ຣິ​ກາແລະທະວີບເອີ​ຣົບ​ລ້ວນ​ແຕ່​ໄດ້​ວາງ​ແຜນ​ການ​ສັກ​ວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ຢ່າງ​ຮີບ​ດ່ວນ. ໄດ້ຜ່ານການອະນຸມັດຢ່າງວ່ອງໄວໃນວັນທີ 11 ທັນວານີ້ຕາມການຮ້ອງຂໍສະບັບໜຶ່ງຂອງບໍລິສັດຜະລິດຢາ Pfizer ອາເມຣິກາຈຳກັດກ່ຽວກັບການ​ນຳ​ໃຊ້​ວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19, ສ່ວນປະເທດໃນສະຫະພາບເອີຣົບກໍ່ໄດ້ເລີ່ມໂຄງການສັກວັກຊີນກັນພະຍາດໂຄວິດ-19 ຂະໜາດໃຫຍ່ຢ່າງເປັນທາງການໃນວັນທີ 27 ທັນວານີ້.

ອາ​ເມ​ຣິ​ກາ​ເອີ​ຣົບ​ເລີ່ມ​ໂຄງການສັກ​ວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ແມ່ນ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ປະ​ຊ​າ​ຊົນ​ຫຼື​ມີ​ຈຸດ​ປະ​ສົງທາງ​ການ​ເມືອງ_fororder_微信图片_20201228180345

ນັກການເມືອງຫຼາຍທ່ານຂອງເອີຣົບຖືເອົາການສັກວັກຊີນດັ່ງກ່າວເປັນໄຊຊະນະແຫ່ງການຕ້ານພະຍາດໂຄວິດ-19, ທ່ານນາງ ອູຊຸລາ ວອນ ເດີ ລີເຢັນ ປະທານຄະນະກຳມາທິການສະຫະພາບເອີຣົບກໍເຄີຍໄດ້ກ່າວຜ່ານ​ທາງ​ສື່​ສັງ​ຄົມ​ອອນ​ລາຍ Twitter ວ່າ: “ນີ້​ແມ່ນ​ໄລຍະເວລາແຫ່ງຄວາມ​ສາ​ມັກ​ຄີ​ທີ່​ຊາບຊຶ້ງໃຈທີ່ສຸດ, ຜ່ານ​ການ​ສັກ​ວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19, ພວກ​ເຮົາ​ຈະ​ສາ​ມາດ​ພົ້ນ​ອອກ​ຈາກ​ການ​ແຜ່​ລະ​ບາດ​ຂະໜາດໃຫຍ່​ຄັ້ງ​ນີ້​ໄດ້”. ກ່ອນ​ໜ້າ​ນີ້, ທ່ານ ເອັມມານູເອັນ ມາຄຣົງ ປະທານາທິບໍດີຝຣັ່ງທີ່ໄດ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ກໍເຄີຍໄດ້ກ່າວວ່າ: “ພວກເຮົາໄດ້ມີອາວຸດຊະນິດໃໝ່ໃນການຕ້ານກັບເຊື້ອພະຍາດນັ້ນກໍແມ່ນ: ວັກຊີນ.” ທ່ານ ເຊບັສຕຽນ ຄຸສ໌ ນາຍົກລັດຖະມົນຕີໂອຕຣິສ໌ກໍກ່າວວ່າ: “ວັກຊີນແມ່ນການເລີ່ມຕົ້ນເພື່ອເອົາຊະນະການແຜ່ລະບາດຂະໜາດໃຫຍ່.”


ແຕ່ວ່າ: ຄວາມປອດໄພແລະຄວາມໜ້າເຊື່ອຖືຂອງວັກຊີນກັນພະຍາດໂຄວິດ-19 ທີ່ປະເທດອາເມຣິກາແລະເອີຣົບໄດ້ອະນຸມັດໃຫ້ສັກນັ້ນບໍ່ສາມາດ ຮັບປະກັນໄດ້. ວັນທີ 8 ທັນວານີ້, ອັງກິດໄດ້ເລີ່ມດຳເນີນໂຄງການສັກວັກຊີນກັນພະຍາດໂຄວິດ-19 ຂອງບໍລິສັດ Pfizer ຢ່າງເປັນທາງການ. ສື່ມວນຊົນອັງກິດໄດ້ລາຍງານວ່າ: ມີພະນັກງານສາທາລະນະສຸກຂອງອັງກິດສອງຄົນໄດ້ມີອາການແພ້ຢາຫຼັງສັກວັກຊີນດັ່ງກ່າວ. ສ່ວນຢູ່ອາເມຣິກາກໍໄດ້ມີອາສາສະໝັກຫຼາຍຄົນທີ່ໄດ້ສັກວັກຊີນດັ່ງກ່າວແລ້ວເກີດມີອາການມຶນຊາຕາມເສັ້ນປະສາດໃບໜ້າ. ຍິ່ງກວ່ານັ້ນໃນເວລາຖ່າຍທອດສົດການສັກວັກຊີນໃນວັນທີ 16 ຕຸລາປີນີ້,ມີພະຍາບານຄົນໜຶ່ງໄດ້ສະຫຼົບໄປກັບທີ່ຫຼັງໄດ້ສັກວັກຊີນ.

ອາ​ເມ​ຣິ​ກາ​ເອີ​ຣົບ​ເລີ່ມ​ໂຄງການສັກ​ວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ແມ່ນ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ປະ​ຊ​າ​ຊົນ​ຫຼື​ມີ​ຈຸດ​ປະ​ສົງທາງ​ການ​ເມືອງ_fororder_微信图片_202012281803451

ກໍຍ້ອນມີຄວາມບໍ່ແນ່ນອນກ່ຽວກັບການສັກວັກຊີນກັນພະຍາດໂຄວິດ-19, ປະຊາຊົນຂອງປະເທດອາເມຣິກາແລະເອີຣົບໃນຈຳນວນບໍ່ໜ້ອຍລ້ວນແຕ່ໄດ້ສະແດງທ່າທີທີ່ບໍ່ເຊື່ອໝັ້ນຕໍ່ວັກຊີນດັ່ງກ່າວ. ສຳນັກຂ່າວສານລອຍເຕີຂອງອັງກິດໄດ້ອ້າງອີງຕາມຜົນການສຳຫຼວດຄວາມຄິດເຫັນສະບັບໜຶ່ງມາລາຍງານວ່າ: ປະຊາຊົນຝຣັ່ງທີ່ຍິິນດີໄປສັກວັກຊີນກັນພະຍາດໂຄວິດ-19 ມີປະມານ 54%, ສ່ວນອີຕາລີແລະແອັສປາຍແມ່ນ 64%. ຜົນການສຳຫຼວດຄວາມຄິດເຫັນສະບັບຫຼ້າສຸດຂອງວາລະສານເນເຊິນໂນ ເກຍໂອກລາຟິກຫຼື National Geographic ຂອງອາມຣິກາໄດ້ສະແດງໃຫ້ເຫັນວ່າ: ໃນເວລາຕອບແບບສອບຖາມໃນຫົວຂໍ້ທີ່ວ່າທ່ານຈະຍິນດີໄປສັກວັກຊີນກັນພະຍາດໂຄວິດ-19 ຫຼືບໍ່, ມີພຽງແຕ່ 37% ເທົ່ານັ້ນຕອບວ່າ “ຍິນດີ”.


ເຖິງວ່າວັກຊີນກັນພະຍາດໂຄວິດ-19 ແມ່ນໜຶ່ງໃນວິທີຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ມີປະສິດທິຜົນກໍຕາມ, ແຕ່ການສັກວັກຊີນຄວນຕັ້ງຢູ່ບົນພື້ນຖານການປ້ອງກັນຄວາມປອດໄພຂອງປະຊາຊົນ,ຫາກບໍ່ແມ່ນນຳເອົາມາເປັນເຄື່ອງມືທາງການເມືອງ, ແລະສັກວັກຊີນໃນສະພາບທີ່ບໍ່ສາມາດຮັບປະກັນຄວາມປອດໄພໃດໆ. ປັດຈຸບັນ, ຄວນໃຫ້ປະຊາຊົນຮັກສາໄລຍະຫ່າງທາງສັງຄົມປອດໄພແລະຈຳເປັນ, ເອົາໃຈໃສ່ໃສ່ຜ້າປິດປາກ,ໝັ່ນລ້າງມືເລື້ອຍໆ,ຂ້າເຊື້ອພະຍາດແລະເຮັດວຽກງານປ້ອງກັນແລະຄວບຄຸມດ້ານສຸຂະອະນາໄມອື່ນໆໃຫ້ດີ, ຈຶ່ງຈະສາມາດປ້ອງກັນສຸຂະພາບຂອງປະຊາຊົນໄດ້ຢ່າງມີປະສິດທິຜົນກ່ອນວັກຊີນຈະມີການຮັບປະກັນປະສິດທິຜົນຮ້ອຍສ່ວນຮ້ອຍ.

ຄຳ​ເຫັນ

0