蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນສະຫຼຸບ​​ຂະ​ບວນການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໃນ​ປີ​2020

2020-12-29 16:10:45 CRI

​ຈີນສະຫຼຸບ​​ຂະ​ບວນການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໃນ​ປີ​2020_fororder_微信图片_20201229160828

ໃນ​ຕົ້ນ​ປີ 2020 ທີ່​ຈະ​ຜ່ານ​ພົ້ນ​ໄປ, ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ຢ່າງ​ກະ​ທັນ​ຫັນ ເຊິ່ງ​ໄດ້​ສ້າງ​ຜົນ​ກະ​ທົບ​ອັນ​ໜັກ​ໜ່​ວງ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທີ່​ໜັກ​ໜ່ວງ​ທີ່​ສຸດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນໃນ​ຮອບ​ຮ້ອຍ​ປີ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ຄັ້ງ​ນີ້, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ນຳ​ພາ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ຈີນ, ໄດ້​ດຳ​ເນີນ​ການ​ຕໍ່​ສູ້​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ຢ່າງ​ດຸ​ເດືອດ​ຂ້ຽວ​ຂາດ​ໃນ​ໜຶ່ງ​ປີ​ຜ່ານ​ມາ ແລະ ຍາດ​ໄດ້​ຜົນ​ສຳ​ເລັດທາງ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ. ​ປີ 2020 ທີ່​ໃກ້​ຈະ​ຜ່ານ​ພົ້ນ​ໄປ, ພວກ​ເຮົາ​ໄດ້​ຍົກ​ເອົາ​ຕົວ​ເລກ​ຂໍ້​ມູນ​ຕ່າງໆ​ມາ​ສະຫຼຸບ​ເປັນ​ຜົນ​ງານ​ໃນ​ກາ​ນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ຢູ່ຈີນ.

ນັບ​ແຕ່​ເກີດມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ເປັນ​ຕົ້ນ​ມາ, ນະ​ຄອນ​ອູ​ຮັ້ນ​ແຂວງ​ຫູ​ເປີຍ​ຈີນ​ໄດ້​ສ້າງ​​ໂຮງ​ໝໍ​ຊົ່ວ​ຂ່າວ 16 ແຫ່ງ ແລະ ​ປິ່ນ​ປົວ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ລວມ​ທັງ​ໝົດ 12.000 ກວ່າ​ຄົນ. ຜູ້​ກໍ່​ສ້າງຈຳ​ນວນ 13.500 ຄົນ, ເຄື່ອງ​ຈັກ​ອຸ​ປະ​ກອນ​ປະ​ເພດ​ຕ່າງໆ 1.500 ກວ່າ​ອັນ ໄດ້​ເຂົ້າ​ຮ່ວມ​ກໍ່​ສ້າງ​ໂຮງ​ໝໍ “ໂຮ​ເສິນ​ຊານ” ​ເຊິ່ງ​ເປັນ​ສະ​ຖານ​ທີ່​ປິ່ນ​ປົວ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ສຳ​ເລັດພາຍ​ໃນເວ​ລາ 10 ວັນ; ໃນ​ໄລ​ຍະ​ດຽວ​ກັນ, ຜູ້​ກໍ່​ສ້າງ 24.500 ຄົນ​ໄດ້​ສ້າງ​ໂຮງ​ໝໍ​ເລີຍ​ເສິນ​ຊານ​ໃຫ້​ສຳ​ເລັດ​ພາຍ​ໃນ​ເວ​ລາ 12 ວັນ, ​ບັນ​ຈຸ​ຕຽງ​ນອນ​ຄົນ​ເຈັບ​ໄດ້ 1.600 ຕຽງ ເຊິ່ງ​ໄດ້​ສ້າງ​​ສິ່ງມະ​ຫັດ​ສະ​ຈັນ​ໃນ​ປະ​ຫວັດ​ການ​ຕ້ານ​ກັບ​ກ​ານ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຕິດ​ແປດ​​ຢູ່ຈີນ.

​ຈີນສະຫຼຸບ​​ຂະ​ບວນການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໃນ​ປີ​2020_fororder_微信图片_20201229160837

ໃນ​ໄລ​ຍະ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ມີ​ພະ​ນັກ​ງານ​ການ​ແພດ 42.600 ກວ່າ​ຄົນ​ມຸ່ງ​ໜ້າ​ໄປ​ສູ່​ແຂວງ​ຫູ​ເປີຍ, ມີ​ພະ​ນັກ​ງານ​​ໃນ​ເຂດຄຸ້ມ​ຊຸມ​ຊົນ 4 ລ້ານກວ່າ​ຄົນ​ໄດ້​ເຝົ້າ​ລະ​ວັງ​ຢູ່​ແນວ​ໜ້າ​ໃນ​ການ​ຕ້ານ​ກັບ​ພະ​ຍາດ. ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຫຼາຍ​ຕົວ​ເມືອງ​ຂອງ​ແຂວງ​ຫູ​ເປີຍ​ໄດ້​ປິດ​ທາງ​ເຂົ້າ​ອອກ​ເມືອງ ແລະ ໃນ​ໄລ​ຍະ​ນີ້, ແຂວງ​ຫູ​ເປີຍ​ໄດ້​ຮັບ​ເຄື່ອງ​ບໍ​ລິ​ຈາກ​ເພື່ອ​ປ້ອງ​ກັນ​ພະ​ຍາດ​ແລະ​​ສຳ​ລັບ​ຊີ​ວິດ​ປະ​ຈຳ​ວັນ​ລວມ​ທັງ​ໝົດ 928.800 ໂຕນ, ໄດ້​ຮັບ​ບໍ​ລິ​ຈາກ​ຖ່ານ​ຫີນ​ຜະ​ລິດ​ໄຟ​ຟ້າ, ນ້ຳ​ມັນ​ເຊື້ອ​ໄຟ ແລະ ວັດ​ຖຸ​ອຸ​ປະ​ກອນ​ການ​ຜະ​ລິດ​ປະ​ເພດ​ອື່ນໆ 1.487.00 ກວ່າ​ໂຕນ. ມາ​ຮອດ​ວັນ​ທີ 31 ພຶດ​ສະ​ພາ​ປີ​ນີ້, ແຂວງ​ຫູ​ເປີຍ​ໄດ້​ຮັບ​ເງິນ​ບໍ​ລິ​ຈາກ​​ຈາກ​ສັງ​ຄົ​ມ 38.93 ຕື້​ຢວນ ແລະ ວັດ​ຖຸ​ເຄື່ອງ​ຂອງ 990 ລ້ານກວ່າ​ອັນ.

ໃນ​ໄລ​ຍະ​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຜູ້​ເປັນ​ພະ​ຍາດ​ທີ່ນອນ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ຊຳ​ລະ​ບັນ​ຊີ 58.000 ກວ່າ​ເທື່ອ​ຄົນ, ລວມ​ຄ່າ​ປິ່ນ​ປົວ​ ທັງ​ໝົດ​ມີ​ເຖິງ 1,35 ຕື້ຢວນ, ສະ​ເລ່ຍ​ແລ້ວ, ຄ່າ​ປິ່ນ​ປົວ​ຂອງ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ມີ​ປະ​ມານ 23.000 ຢວນ, ລັດ​ຖະ​ບານ​ຈີນ​ໄດ້​ຮັບ​ຜິດ​ຊອບ​ຄ່າ​ປິ່ນ​ປົວ​ທັງ​ໝົດ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງຫຼັກ​ການ​ທີ່​ຖື “ຊີ​ວິດ​ຢູ່​ເໜືອ​ກວ່າທຸກ​ສິ່ງ​ທຸກ​ຢ່າງ” ຢ່າງ​ເຕັມ​ທີ່.

​ຈີນສະຫຼຸບ​​ຂະ​ບວນການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໃນ​ປີ​2020_fororder_微信图片_20201229160842

ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ເສດ​ຖະ​ກິດ​ໂລກ​ໄດ້​ຊຸດ​ໂຊມ​ລົງ​ຢ່າງ​ຮ້າຍ​ແຮງ. ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຈີນ​ໄດ້​ວາງ​ມາດ​ຕະ​ການຫຼຸດ​ສ່ວຍ​ສາອາ​ກອນ ແລະ ຄ່າ​ທຳ​ນຽມ​ປະ​ເພດ​ຕ່າງໆ 28 ລາຍ​ການ ທີ່​ລວມ​ເປັນ 7 ຊຸດ, ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ພະ​ຈິກ​ປີ​ນີ້, ຈີນ​ໄດ້ຫຼຸດ​ສ່ວຍ​ສາ​ອາ​ກອນ ແລະ ​ຄ່າທຳ​ນຽມ 1640 ຕື້ກວ່າ​ຢວນ ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​​ໃນ​ການ​ສະ​ໜັບ​ສະ​ໜູນ​ການ​ຟື້ນ​ຟູ​ການ​ຜະ​ລິດ​ ແລະ ​ການເຮັດ​ວຽກ​ພາຍ​ໃນ​ປະ​ເທດ​ຈີນ. ຈີນ​ກໍ​ໄດ້​ກາຍ​ເປັນ​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍພຽງ​ໜຶ່ງ​ດຽວ​ໃນ​ໂລກ​ທີ່​ບັນ​ລຸ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​​ເປັນ​ຕົວ​ເລກບວກ.

​ຈີນສະຫຼຸບ​​ຂະ​ບວນການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໃນ​ປີ​2020_fororder_微信图片_20201229160858

ນອກ​ນີ້, ໃນ​ໜຶ່ງ​ປີ​ຜ່ານ​ມາ, ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​​ໃນ​ການຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ແກ່ 150 ກວ່າ​ປະ​ເທດ ແລະ 9 ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ໄດ້​ສົ່ງ​ທີມ​ແພດ 36 ທີມ​ໄປ 34 ປະ​ເທດ​ທີ່​ມີ​ຄວາມ​ຕ້ອງ​ການ; ໄດ້​ສະ​ໜອງ​ຜ້າ​ປິດ​ປາກ 200 ຕື້ກວ່າ​ອັນ​, ຊຸດ​ປ້ອງ​ກັນ​ພະ​ຍາດ 2 ຕື້​ຊຸດ ແລະ ຢາ​ກວດ​ຫາ​ເຊື້ອ​ພະ​ຍາດ 800 ລ້ານ​ຫຼອດ ໃຫ້​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ຮ່ວມ​ມື​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ຂອງສາ​ກົນ ແລະ ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ຮັບ​ຜິດ​ຊອບ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ໃນ​ໂລກ.

​ຈີນສະຫຼຸບ​​ຂະ​ບວນການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໃນ​ປີ​2020_fororder_微信图片_20201229160908

ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຈະຕ້ອງ​ຜ່ານ​ພົ້ນ​ໄປ ແລະ ອະ​ນາ​ຄົດ​​ດີ​ງາມ​ກໍຕ້ອງ​​ໝູນ​ວຽນ​ມາ​ເຖິງ. ໃນ​ປີ 2021 ທີ່​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ​ນີ້, ຈີນ​ຈະ​​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ດ້ວຍການ​ກະ​ທຳ​ທີ່​ຕັ້ງ​ໜ້າກວ່າ​ເກົ່າ ແລະ ຍ່ອມ​ຈະ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ຕໍ່​ສູ້​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໃນ​ທີ່​ສຸດ.

​ຈີນສະຫຼຸບ​​ຂະ​ບວນການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໃນ​ປີ​2020_fororder_微信图片_20201229160848

ຄຳ​ເຫັນ

0