尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມ​ຝັນ​ໃນ​ປີ 2020: ເພື່ອ​ໃຫ້​ມວນມະ​ນຸດ​ກ້າວ​ສູ່​ຫ້ອງ​ອະ​ວະ​ກາດ​ແຫ່ງດວງ​ດາວ​ທີ່ກວ້າງ​ໄກ​ກວ່າ​ເກົ່າ

2020-12-30 16:57:40 cri

ຄວາມ​ຝັນ​ໃນ​ປີ 2020: ເພື່ອ​ໃຫ້​ມວນມະ​ນຸດ​ກ້າວ​ສູ່​ຫ້ອງ​ອະ​ວະ​ກາດ​ແຫ່ງດວງ​ດາວ​ທີ່ກວ້າງ​ໄກ​ກວ່າ​ເກົ່າ_fororder___172.100.100.3_temp_9500049_1_9500049_1_1_7ab39a00-6f9c-4cda-bb97-7d5ea39467d2

ປີ 2020 ແມ່ນ​ປີ​ໜຶ່ງ​ທີ່​ບໍ່​ທຳ​ມະ​ດາ​ທີ່​ສຸດ​ເວົ້າ​ສຳ​ລັບ​ຊາວ​ໂລ​ກ​ແລ້ວ, ຍາກ​ທີ່​ຈະ​ລືມ​ໄດ້. ​ຫຼາຍໆ​ເຫດ​ການ​ທີ່​ສຳ​ຄັນ​​ຂອງ​ວຽກ​ງານ​ການ​ບິນ​ອາ​ວະ​ກາດ​ຂອງ​ຈີນ​ໃນ​ປີ​ນີ້​ກໍ​ຈະ​ຖືກ​ບັນ​ທຶກ​ໄວ້​ໃນ​ປະ​ຫວັດ​ສາດ​ຢ່າງ​ແນ່ນອນ, ພ້ອມ​ທັງ​​ຈະ​ຖືກ​ບັນ​ທຶກ​ໄວ້​ໃນ​ຄວາມ​ຊົງ​ຈຳ​ຂອງ​ປະ​ຊາ​ຊົນ​ຈີນ​ຢ່າງ​ເລິກ​ເຊິ່ງ: ກ່ອນ​ໜ້າ​ນີ້​ບໍ່​ດົນ, ຍານ​ສຳ​ຫຼວດດວງ​ຈັນ “ສາງ​ເອີ 5” ໄດ້​ນຳ​ເອົາ​ຕົວ​ຢ່າງ​ກ້ອນ​ຫີນ​ແລະ​ດິນ​ຈາກດວງ​ຈັນງວດ​ທຳ​ອິດ​ກັບ​ຄື​ນ​ສູ່​ໂລກ​ຢ່າງ​ປອດ​ໄພ​ຫຼັງ​ຈາກ 44 ປີ​ທີ່​ເຄີຍ​ມີ​ມະ​ນຸດ​ນຳ​ເອົາ​ຕົວ​ຢ່າງ​ແບບ​ນີ້​ກັບ​ຄືນ​ສູ່​ໂລກ,ເຊິ່ງ​ເປັນ​ການ​ເພີ່ມ​ເນື້ອ​ໃນ​ໃໝ່​ໃຫ້​ແກ່​ການ​ຄົ້ນ​ຄວ້າ​ສຳ​ຫຼວດ​ປະ​ຫວັດ​​ຄວາມ​ເປັນ​ມາ​ຂອງດວງ​ຈັນ; ໃນ​ຂະ​ນະ​ດຽວ​ກັນ​ນີ້, ຍານ​ສຳ​ຫຼວດດາວ​ອັງ​ຄານ “ທ່ຽນ​ເວີ້ນ 1” ​ລຳທຳ​ອິດ​ຂອງ​ຈີນ​ໄດ້​ເດີນ​ທາງ​ອອກ​ຈາກ​ໜ່ວຍ​ໂລກ​ເປັນ​ໄລ​ຍະ​ທາງ​ຫຼາຍກວ່າ 100 ລ້ານ​ກິ​ໂລ​ແມັດ​​ແລ້ວ​​ນັ້ນເພື່ອບິນ​ໄປ​ສູ່​ຈຸດ​ໝາຍ​ປາຍ​ທາງ​​ແລະ​ບັນ​ລຸ​ຄວາມ​ຝັນ​ຂອງ​ມະ​ນຸດ​ທີ່​ຈະ​ສຳ​ຫຼວດ​ຄົ້ນ​ຄວ້າ​​ອະ​ວະ​ກາດ; ​ການໃຫ້​ບໍ​ລິ​ການ​ໂລກ​ທີ່​ກ່ຽວ​ຂ້ອງ​ຂອງ​ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ເປີຍ​ໂຕວ​ເລກ 3 ຂອງ​ຈີນໄດ້​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການໃນ​ທ້າຍ​ເດືອນ​ກໍ​ລະ​ກົດ​ປີ​ນີ້​​ເຊິ່ງໄດ້​ໃຫ້​ບໍ​ລິ​ການ​ແກ່ 120 ປະ​ເທດ​​ຂອງ​ໂລກ, ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ທີ່ໃຫ້​ບໍ​ລິ​ການ​ແກ່​ໂລກ​ດ້ວຍ​ຄຸນ​ນະ​ພາບ​ສູງ​ແລະ​​ໄດ້ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​​ມວນມະ​ນຸດ. ໃນ​ໄລ​ຍະ 1 ປີ, ​ຈີນ​ໄດ້​ປະ​ຕິ​ບັດໜ້າ​ທີ່​ການ​ບິນ​ອາ​ວະ​ກາດ​ເກືອບ 40 ຄັ້ງ, ໄດ້​ມີ​ຜົນ​ງານ​ທີ່​ປະ​ຈັກ​​ຕາ​ຕໍ່​ຊາວ​ໂລກ​ຫຼາຍ​​ຄັ້ງ, ເພື່ອ​ບັນ​ລຸ​ຄວາມ​ຝັນ​ທີ່ “ມະ​ນຸດ​ຈະ​ກ້າວ​ສູ່​ຫ້ອງ​ອະ​ວະ​ກາດແຫ່ງດວງ​ດາວທີ່ກວ້າງ​ໄກ​ກວ່າ​ເກົ່າ” ເປັນ​ແຕ່ລະ​ບາດ​ກ້າວ,​ກໍ​ເປັນ​ການ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນຂອງ​ຕົນ​ໃນ​ການ​​ຮ່ວມ​ມື​ແລະ​ນຳໃຊ້​ອະ​ວະ​ກາດ​ໃນ​ທາງ​ສັນ​ຕິ.

ຄວາມ​ຝັນ​ໃນ​ປີ 2020: ເພື່ອ​ໃຫ້​ມວນມະ​ນຸດ​ກ້າວ​ສູ່​ຫ້ອງ​ອະ​ວະ​ກາດ​ແຫ່ງດວງ​ດາວ​ທີ່ກວ້າງ​ໄກ​ກວ່າ​ເກົ່າ_fororder___172.100.100.3_temp_9500049_1_9500049_1_1_2a8134f6-7e49-4e47-8296-372834fcdbb6

ໃນຫ້ອງ​ອະ​ວະ​ກາດ​ແຫ່ງດວງ​ດາວ, ໜ່ວຍ​ໂລກ​ກໍ​ແມ່ນ​ເຮືອ​ນ້ອຍ​ລຳ​ໜຶ່ງ, ມະ​ນຸດ​ກໍ​ແມ່ນ​​ຜູ້​ໂດຍ​ສານ​ຢູ່​ເທິງ​ເຮືອ. ​ເມື່ອ​ປະ​ເຊີນ​ໜ້າ​ກັບ​ດວງ​ດາວ​ທີ່​ບໍ່​ຮູ້​ສະ​ພາບ​ຂອງ​ມັນ​ແມ່ນ​ແຕ່​ໜ້ອຍ​ແລະ​ຫ່າງ​ໄກ​ຈາກໜ່ວຍ​ໂລກ​ຫຼາຍ, ມວນ​ມະ​ນຸດ​ມີ​ແຕ່​ຊົມ​ໃຊ້​ຄວາມ​ຮູ້​ແລະ​ຊັບ​ພະ​ຍາ​ກອນ​ຮ່ວມ​ກັນ​ຢ່າງ​ເຕັມ​ສ່ວນ,ຈຶ່ງ​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ທີ່​ຈະ​ຄົ້ນ​ຄວ້າ​ເພື່ອສະ​ແຫວງ​ຫາ​​ຄວາມ​ລຶກ​ລັບ​ຂອງນອກ​ໂລກ​ໄດ້.​ເຊື່ອ​ວ່າ​ໃນ​ອະ​ນາ​ຄົດ​ທີ່​ບໍ່​ດົນ​​ໃນ​ຕໍ່ໜ້າ​ນີ້, ​ຈະ​ເຫັນມະ​ນຸດ ສາ​ມາດຮ່ວມ​ມື​ແບບ​ສາ​ກົນ​ໃນ​ດ້າ​ນ​ວຽກ​ງານ​ຄົ້ນ​ຄວ້າ​ເພື່ອ​ສະ​ແຫວງ​ຫາ​ອະ​ວະ​ກາດ​​ຫຼາຍກວ່າ​ເກົ່າ,ຮັບ​ຮູ້ແລະ​ຊົມ​ໃຊ້​ຄວາມ​​ຮູ້​ໃໝ່​ຈາກຕ່າງ​ດ້າວ,​ຮ່ວມ​ກັນຊຸກ​ຍູ້​ເຕັກ​ນິກ​ແລະ​ກຳ​ລັງ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ​ໃຫ້​ກ້າວ​ໄປ​ໜ້າ,ສ່ວນ​ຜູ້​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໃນ​ທີ່​ສຸດ​ຈະ​ແມ່ນ​ມວນ​ມະ​ນຸດທັງ​ໝົດ.
 

ຄວາມ​ຝັນ​ໃນ​ປີ 2020: ເພື່ອ​ໃຫ້​ມວນມະ​ນຸດ​ກ້າວ​ສູ່​ຫ້ອງ​ອະ​ວະ​ກາດ​ແຫ່ງດວງ​ດາວ​ທີ່ກວ້າງ​ໄກ​ກວ່າ​ເກົ່າ_fororder___172.100.100.3_temp_9500049_1_9500049_1_1_8b2eef52-ef10-4607-97c1-a38ee2495c76
 

ຄວາມ​ຝັນ​ໃນ​ປີ 2020: ເພື່ອ​ໃຫ້​ມວນມະ​ນຸດ​ກ້າວ​ສູ່​ຫ້ອງ​ອະ​ວະ​ກາດ​ແຫ່ງດວງ​ດາວ​ທີ່ກວ້າງ​ໄກ​ກວ່າ​ເກົ່າ_fororder___172.100.100.3_temp_9500049_1_9500049_1_1_9200c0b3-5946-4765-bacb-5c517ad3b24c

ຄຳ​ເຫັນ

0