刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຊຸກຍູ້ການປະຕິຮູບທີ່ຖືປະຊາຊົນເປັນໃຈກາງ

2020-12-31 21:34:22 cri

ຈີນຊຸກຍູ້ການປະຕິຮູບທີ່ຖືປະຊາຊົນເປັນໃຈກາງ_fororder_2.pic_hd


ຕອນບ່າຍວັນທີ 30 ທັນວານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການ ສູນກາງພັກກອມມູນິດຈີນ, ປະທານປະເທດຈີນໄດ້ເປັນປະທານຈັດ ກອງປະຊຸມຄັ້ງທີ 17 ຂອງຄະນະກຳມະການລົງເລິກການປະຕິຮູບຢ່າງຮອບດ້ານ ຂອງສູນກາງ ແລະກ່າວຄຳປາໄສທີ່ສຳຄັນ ໂດຍກ່າວເນັ້ນໜັກວ່າ: ນັບແຕ່ກອງ ປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝ ທີ 18 ເປັນຕົ້ນມາ, ສູນການພັກໄດ້ມີຄວາມຕັດສິນໃຈແລະຄວາມເຂັ້ມແຂງ ທີ່ບໍ່ເຄີຍມີມາກ່ອນ ເພື່ອແກ້ໄຂຂອດຜູກມັດທາງດ້ານແນວຄິດ, ທັບມ້າງກຳ ແພງປົກປ້ອງຜົນປະໂຫຍດສ່ວນໜ້ອຍ, ເດັດດ່ຽວກຳຈັດຂໍ້ບົກຜ່ອງດ້ານລະບອບ ແລະກົນໄກຕ່າງໆ, ຕັ້ງໜ້າຮັບມືກັບຄວາມສ່ຽງແລະສິ່ງທ້າທາຍທີ່ມາຈາກການ ປ່ຽນແປງຂອງສະພາບແວດລ້ອມພາຍນອກ ແລະເລີ່ມຂະບວນການປະຕິຮູບທີ່ ກວ້າງຂວາງແລະຂະໜາດໃຫຍ່.


ທ່ານກ່າວວ່າ: ໃນວຽກງານການປະຕິຮູບໃນຫຼາຍປີມານີ້, ພວກເຮົາໄດ້ສະເໜີ ທິດສະດີການປະດິດສ້າງໃໝ່ຕ່າງໆ, ໄດ້ນຳໃຊ້ມາດຕະການສຳຄັນຕ່າງໆ ແລະໄດ້ຮັບຄວາມຄືບໜ້າສຳຄັນຕ່າງໆທີ່ມີລັກຊະນະປະຕິວັດ ເຊິ່ງໄດ້ສ້າງສະພາບ ການໃໝ່ແຫ່ງການຊຸກຍູ້ພາລະກິດຕ່າງໆຂອງພັກ-ລັດດ້ວຍການປະຕິຮູບແລະເປີດ ປະຕູສູ່ພາຍນອກໃຫ້ໄດ້ຮັບຜົນສຳເລັດຄັ້ງປະຫວັດສາດ ແລະມີ ການປ່ຽນແປງເປັນຄັ້ງປະຫວັດສາດ: ໜຶ່ງ, ນີ້ແມ່ນການປະຕິຮູບຢ່າງເລິກເຊິ່ງດ້ານແນວຄວາມຄິດແລະທິດສະດີ; ສອງ, ນີ້ແມ່ນການປະຕິຮູບຢ່າງເລິກເຊິ່ງກ່ຽວກັບການປະຕິຮູບການຈັດຕັ້ງ; ສ່າມ, ນີ້ແມ່ນການ ປະຕິຮູບຢ່າງເລິກເຊິ່ງໃນດ້ານລະບອບແລະລະບົບການບໍລິຫານປະເທດ; ສີ່, ນີ້ແມ່ນ ການປະຕິຮູບຢ່າງເລິກເຊິ່ງທີ່ມີປະຊາຊົນເຂົ້າຮ່ວມຢ່າງກວ້າງຂວາງ. ພວກຂ້າພະເຈົ້າ ໄດ້ຊຸກຍູ້ການປະຕິຮູບທີ່ຖືປະຊາຊົນເປັນໃຈກາງ, ຍຶດໝັ້ນການເພີ່ມທະວີການປະ ສານສົມທັບການນຳພາຂອງພັກແລະການເຄົ້າລົບຈິດໃຈປະດິດສ້າງໃໝ່ຂອງປະ ຊາຊົນ, ຍຶດໝັ້ນການສົມທົບການອອກແບບໃນລະດັບສູງສຸດກັບການລົງມືປະຕິບັດຕົວຈິງດັ່ງຄຳເວົ້າທີ່ວ່າ: ຢັ່ງຫີນຂ້າມນ້ຳ, ຍຶດໝັ້ນການປະຕິບັດຢູ່ຈຸດສຸມທົດລອງໄປກ່ອນ ກັບການຊຸກຍູ້ການປະຕິບັດຢ່າງຮອບດ້ານໃຫ້ສາມາດຊ່ວຍຊູຍູ້ໜູນກັນໄດ້, ຊຸກຍູ້ການປະຕິຮູບໃນຂົງເຂດສຳຄັນເພື່ອແກ້ໄຂ ບັນຫາດ້ານຜົນປະໂຫຍດໂດຍກົງແລະຕົວຈິງທີ່ສຸດທີ່ປະຊາຊົນສົນໃຈຫຼາຍທີ່ສຸດ, ເຮັດໃຫ້ປະຊາຊົນຮູ້ສຶກວ່າ ໄດ້ຮັບຜົນປະໂຫຍດ, ມີຄວາມສຸກແລະຄວາມປອດໄພເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ໃຫ້ທົ່ວສັງຄົມເກີດມີບັນຍາກາດຂອງການປະຕິຮູບແລະການປະດິດສ້າງໃໝ່ຢ່າງມີຊີວິດຊີວາ ແລະເປັນຂະບວນການຟົດຟື້ນ.

ຄຳ​ເຫັນ

0